ເສດ​ຖະ​ກິດ ຫວຽດ​ນາມ ມຸ່ງ​ໄປ​ສູ່​ການ​ເຕີບ​ໂຕ​ໂດຍ​ໄວ ແລະ ຍືນ​ຍົງ

Chia sẻ
(VOVWORLD) - ຕາມຫຼາຍອົງການ, ນັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດແລ້ວ, ການເຕີບໂຕເສດຖະກິດ -GDP ຂອງຫວຽດນາມໃນປີນີ້ ອາດຈະບັນລຸໄດ້ລະດັບແຕ່ 7 – 7,5%. ພ້ອມກັບບັນດາມາດຕະການໜູນຊ່ວຍການຟື້ນຟູ, ກະຕຸກຊຸກຍູ້ການເຕີບໂຕ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ, ລັດຖະບານຫວຽດນາມພວມມຸ່ງໄປເຖິງປີໜຶ່ງທີ່ ພື້ນຖານເສດຖະກິດຈະມີການພັດທະນາ ຢ່າງແຮງ ແລະ ຍືນຍົງ.

ເສດ​ຖະ​ກິດ ຫວຽດ​ນາມ ມຸ່ງ​ໄປ​ສູ່​ການ​ເຕີບ​ໂຕ​ໂດຍ​ໄວ ແລະ ຍືນ​ຍົງ - ảnh 1ທ່ານ ປ.ອ ຫງວຽນດິ່ງກຸງ, ສະມາຊິກໜ່ວຍງານປຶກສາຫາລືດ້ານເສດຖະກິດຂອງນາຍົກລັດຖະມົນຕີ
(ພາບ: dantri.com.vn)

ທີ່ກອງປະຊຸມສຳມະນາ “ເສດຖະກິດຫວຽດນາມ ໃນໄລຍະກາງ 2021 – 2025: ຟື້ນຟູ ແລະ ຊຸກຍູ້ການພັດທະນາ” ໄດ້ຈັດຂຶ້ນເມື່ອທ້າຍເດືອນ ມັງກອນ 2021, ສູນການຂ່າວ ແລະ ຄາດຄະເນເສດຖະກິດ ສັງຄົມແຫ່ງຊາດຂຶ້ນກັບກະຊວງແຜນການ ແລະ ການລົງທຶນໄດ້ອັບເດັດ ການຄາດຄະເນການເຕີບໂຕເສດຖະກິດໄລຍະ 2021 – 2025 ຈະຕາມ 2 ແຜນການ. ແຜນການທຳອິດ, ອັດຕາເຕີບໂຕເສດຖະກິດບັນລຸປະມານ 6,3%/ປີ ໃນໄລຍະ  2021 – 2025.

ແຜນນີ້ໄດ້ດຳເນີນໄປດ້ວຍຄວາມຄາດຄະເນກ່ຽວກັບບັນດາຄວາມສ່ຽງກ່ຽວກັບໂລກລະບາດໂຄວິດ - 19ຍັງມີຢູ່, ບັນດາມາດຕະການໜູນຊ່ວຍຂອງພື້ນຖານເສດຖະກິດ ຂອງລັດຖະບານ ຈະນຳມາເຊິ່ງປະສິດທິຜົນຢູ່ລະດັບພໍດີ ໃນສະພາບການສາກົນຍັງຢູ່ໃນສະພາບການມີຄວາມສ່ຽງ ແລະ ຂາດສະຖຽນລະພາບໃນໄລຍະຍາວ, ເສດຖະກິດ ແລະ ການຄ້າມີການເຕີບໂຕຢ່າງຊັກຊ້າ. ໃນແຜນການທີ່ເປັນໜ້າຊື່ນຊົມກ່ວາ, ລະດັບການເຕີບໂຕເສດຖະກິດໃນໄລຍະ 2015 – 2025 ໄລ່ສະເລ່ຍອາດສາມາດບັນລຸໄດ້ເກືອບ 6,8%/ປີ, ເຖິງວ່າ ພື້ນຖານເສດຖະກິດມີການດັດປັບຫຼຸດລົງເລັກໜ້ອຍ ພາຍຫຼັງການເຕີບໂຕສູງໃນປີ 2021 ກໍ່ຕາມແຕ່ຫຼັງຈາກນັ້ນ ຈະມີການຟື້ນຟູເປັນປົກກະຕິ. ທ່ານ ຟານດຶກຮຽວ, ຮອງຫົວໜ້າສະຖາບັນຄົ້ນຄ້ວາການບໍລິຫານເສດຖະກິດ ສູນກາງຖືວ່າ:

ພວກເຮົາຮູ້ວ່າ ດ້ວຍສະພາບການໃໝ່ຄືປັດຈຸບັນການສ້າງໂຄງປະກອບວິສາຫະກິດຄືນໃໝ່ ແລະ ການຍາດແຍ່ງກາລະໂອກາດໃນການດຳເນີນທຸລະກິດຕ້ອງປະຕິບັດໂດຍໄວ. ດັ່ງນັ້ນ, ເລືອງສ້າງລະບອບລະບຽບການທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ແກ້ໄຂໄດ້ບັນດາບັນຫາຂອງວິສາຫະກິດຢ່າງມີປະສິດທິຜົນ ແມ່ນສິ່ງສຳຄັນທີ່ສຸດ. ຂ້າພະເຈົ້າເຫັນວ່າ, ນອກຈາກບັນດານະໂຍບາຍການເງິນ ການປັບປຸງລະບອບລະບຽບການ ເພື່ອສ້າງເຂດວິສາຫະກິດທີ່ຂະຫຍັນຂັນເຄື່ອນ ແລະ ມີກາລະໂອກາດເພື່ອສ້າງໂຄງປະກອບຄືນໃໝ່ແມ່ນສຳຄັນທີ່ສຸດ.

ປະຊາຄົມສາກົນ ໄດ້ຕີລາຄາສູງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກໍ່ຄືວາງອອກບັນດາມາດຕະການໜູນຊ່ວຍວິສາຫະກິດ, ປະຊາຊົນໂດຍໄວ ແລະ ພື້ນຖານເສດຖະກິດຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກເພື່ອໃຫ້ການເຕີບໂຕເສດຖະກິດ ຂອງປີ 2020 ບັນລຸຢູ່ໃນລະດັບ 2,91%. ນີ້ແມ່ນພື້ນຖານສຳຄັນເພື່ອສ້າງທ່າໃຫ້ການເຕີບໂຕເສດຖະກິດໃນປີ 2021.

ໃນສະພາບກາບປັດຈຸບັນ, ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ. ດ້ວຍສະພາບການມີ ວິສາຫະກິດຂະໜາດໜ້ອຍ ແລະ ກາງ ກວມເອົາ 97% ພື້ນຖານເສດຖະກິດ ແລະ ມີທຸລະກິດເອກະຊົນນັບຫຼ້ານໆຄອບຄົວ ເຊິ່ງຫາກໍ່ຜ່ານຜ່າໄລຍະປະສົບຄວາມຫຍຸ້ງຍາກທີ່ສຸດ ຍ້ອນຜົນກະທົບ, ຜົນສະທ້ອນຈາກໂລກລະບາດໂຄວິດ - 19, ດັ່ງນັ້ນ ຍັງຕ້ອງໄດ້ຮັບການໜູນຊ່ວຍ, ທ່ານ ປ.ອ ຫງວຽນດິ່ງກຸງ, ສະມາຊິກໜ່ວຍງານປຶກສາຫາລືດ້ານເສດຖະກິດຂອງນາຍົກລັດຖະມົນຕີສະເໜີແນະ ແທນທີ່ນຳໃຊ້ “ບ້ວງເງິນ” ໜູນຊ່ວຍໂດຍກົງ, ລັດຖະບານ ຄວນຮັບຮອງເອົາບັນດາບ້ວງພາສີອາກອນບຸລິມະສິດ, ບ້ວງສິນເຊຶ່ອໃຫ້ແກ່ວິສາຫະກິດ. ທ່ານກ່າວວ່າ:

ນັ້ນແມ່ນ ກຳລັງໜູນຢ່າງແຮງໃຫ້ແກ່ການເຕີບໂຕ ໃນໄລຍະຈະມາເຖິງ. ຍົກຕົວຢ່າງຄື ບຸລິມະສິດພາສີອາກອນ ຫຼືໜູນຊ່ວຍວິສາຫະກິດ ລ້ວນແຕ່ຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ ແລະ ສະພາແຫ່ງຊາດຕ້ອງມີການປັບປຸງໃດໜຶ່ງໃນກົດໝາຍສະບັບຕ່າງໆທີ່ມີສ່ວນກ່ຽວຂ້ອງ. ດັ່ງນັ້ນ ຮຽກຮ້ອງຕ້ອງມີການປ່ຽນແປງໃໝ່ນະໂຍບາຍໂດຍໄວ, ຕ້ອງປະຕິບັດຢ່າງທັນທີ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ຈື່ງອາດສາມາດມີຜົນສັກສິດໃນ 6 ເດືອນຕົ້ນປີນີ້ໄດ້.

ໃນປີ 2020, ກົດໝາຍວ່າດ້ວຍວິສາຫະກິດ,. ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ພາກເອກະຊົນທີ່ໄດ້ຮັບຮອງເອົາຈາກສະພາແຫ່ງຊາດ ແລະ ມີຜົນສັກສິດເລີ່ມແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ. ແລະກໍ່ໃນປີ 2020, ລັດຖະບານໄດ້ຮຽບຮຽງ ແລະ ປະກາດໃຊ້ເອກະສານທີ່ມີລັກສະນະຊຸກຍູ້ການເຄື່ອນໄຫວເລີ່ມຕົ້ນການດຳເນີນທຸລະກິດ. ນີ້ແມ່ນບັນດາເອກະສານນິຕິກຳ ສຳຄັນ, ມີຜົນກະທົບໃຫຍ່ຕໍ່ປະຊາຄົມວິສາຫະກິດ ແລະ ໄດ້ຕັ້ງຄວາມມຸ່ງຫວັງວ່າ ຈະສ້າງກອບນິຕິກຳ ຢ່າງຄົບຖ້ວນ ແລະ ມີຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຂອງ ຫວຽດນາມ ໃນປີ 2021. ທ່ານ ຫງວຽນດິ່ງກຸງ ນັກຊ່ຽວຊານດ້ານເສດຖະກິດໃຫ້ຮູ້ຕື່ມອີກວ່າ:

ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ XIII ໄດ້ເນັ້ນໜັກເຖິງກາບຸກລະທຸໃນການປະຕິຮູບລະບອບລະບຽບການແມ່ນສຸມໃສ່ການພັດທະນາ, ບູລະນະລະບອບລະບຽບການ, ພັດທະນາບັນດາຕະຫຼາດຜະລິດ, ເພື່ອໃຫ້ບັນດາຕະຫຼາດນີ້ສວມບົດບາດສຳຄັນໃນການລະດົມການຈັດແບ່ງ, ນຳໃຊ້ແຫຼ່ງກຳລັງ. ຖ້າຫາກວ່າພວກເຮົາປະຕິບັດສິ່ງນັ້ນໄດ້ເປັນຢ່າດີ, ຂ້າພະເຈົ້າເຊື່ອໝັ້ນວ່າປະສິດທິຜົນຂອງການນຳໃຊ້ແຫຼ່ງກຳລັງຈະໄດ້ປັບປຸງດີຂຶ້ນ.”

ຫວຽນດາມພວມຢູ່ໃນກຸ່ມມີການເຕີບໂຕສູງທີ່ສຸດ, ເພາະສະນັ້ນ, ເພື່ອສືບຕໍ່ຮັກສາຜົນງານນີ້ຕ້ອງແກ້ໄຂບັນດາຈຸດອຸດຕັນຂອງພື້ນຖານເສດຖະກິດ, ພ້ອມທັງ, ປ່ຽນແປງໃໝ່ຈິນຕະນາການ ແລະ ລະບອບລະບຽບການນະໂຍາບາຍຕາມທິດສ້າງສະພາບແວດລ້ອມແຫ່ງຄວາມສະດວກ, ສົ່ງເສີມຢ່າງແຮງ ແລະ ລະດົມການເຂົ້າຮ່ວມຂອງພາກນອກລັດ. ການພັດທະນາກໍ່ຄືລະດົມໄດ້ແຫຼ່ງກຳລັງທີ່ຈຳເປັນໃຫ້ແກ່ການລົງທຶນ ເຂົ້າໃນວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປ່ງໃໝ່, ປະດິດຄິດສ້າງ.

ພ້ອມກັບບ້ວງເງິນກະຕຸກຊຸກຍູ້ການຟື້ນຟຸ, ການເຕີບໂຕເສດຖະກິດ, ລັດຖະບານພວມມານະພະຍາຍາມຍູ້ແຮງການນຳໃຊ້ລັດຖະບານເອເລັກໂຕນິກ, ສ້າງຄວາມສະດວກມໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ພ້ອມກັນນັ້ນ, ພັດທະນາການຄ້າເອເລັກໂຕນິກ, ເພີ່ມທະວີການຫັນເປັນດີຈີຕອນໃນການເຄື່ອນໄຫວຂອງເສດຖະກິດ ແລະ ພິເສດແມ່ນສຸມໃສ່ການພັດທະນາບັນດາຮູບແບບການດຳເນີນທຸລະກິດໃໝ່ໂດຍອີງໃສ່ບັນດາການເຊື່ອມໂຍງພື້ນຖານຢ່າງແຮງກ່ວາອີກ… ເພື່ອແນໃສ່ບັນລຸໄດ້ເປົ້າໝາຍການເຕີບໂຕເສດຖະກິດໃນປີນີ້ ແລະ ຊຸມປີຕໍ່ໄປ.

ຕອບກັບ