ເສດຖະກິດ ນະຄອນ ໂຮ່ຈີມິນ ເຕີບໂຕຢ່າງແຮງຄືນໃຫມ່

Ha Khanh - Vinh Phong
Chia sẻ

(VOVWORLD) -ຕາມການຄາດຄະເນແລ້ວ, ການເຕີບໂຕດ້ານເສດຖະກິດ ຂອງນະຄອນ ໂຮ່ຈີມິນ ໃນໄຕມາດ 2 ມີສັນຍານດີຂຶ້ນ ແລະ ອາດຈະບັນລຸ 5,87%. ຖ້າຫາກປຽບທຽບກັບການເຕີບໂຕຂອງໄຕມາດ 1 ບັນລຸພຽງ 0,7% ນັ້ນ, ເສດຖະກິດຂອງນະຄອນໄດ້ຮັບຖືວ່າ ແມ່ນ ນຳຫນ້າເສດຖະກິດຂອງທົ່ວປະເທດໄດ້ມີບາດກ້າວພັດທະນາຢ່າງແຮງ. ນີ້ແມ່ນສັນຍານທີ່ຫນ້າປະເອີບໃຈຕໍ່ເສດຖະກິດຂອງນະຄອນ ໂຮ່ຈີມິນ ໃນຊຸມເດືອນທີ່ຍັງເຫລືອຂອງປີ 2023.

ເສດຖະກິດ ນະຄອນ ໂຮ່ຈີມິນ ເຕີບໂຕຢ່າງແຮງຄືນໃຫມ່ - ảnh 1ເສດຖະກິດຂອງ ນະຄອນ ໂຮ່ຈີມິນ ໃນໄຕມາດ 2 ມີການຫັນປ່ຽນຕັ້ງຫນ້າ. ພາບປະກອບ: Thiên Ân

ການເຕີບໂຕເສດຖະກິດຂອງ ນະຄອນ ໂຮ່ຈີມິນ ໃນໄຕມາດ 2 ໄດ້ມີສັນຍານດີຂຶ້ນ ເມື່ອຄາດຄະເນວ່າຈະບັນລຸລະດັບ 5,87%. ສະນັ້ນ ໃນ 6 ເດືອນຕົ້ນປີນີ້ ເສດຖະກິດຂອງນະຄອນຄາດວ່າຈະເຕີບໂຕ 3,55%. ໃນນັ້ນ ຂົງເຂດອຸດສາຫະກຳ ຈາກການເຕີບໂຕເປັນລົບໃນໄຕມາດ 1 ໄດ້ເພີ່ມຂຶ້ນ 4,77% ໃນໄຕມາດ 2, ຂົງເຂດການບໍລິການເພີ່ມຂຶ້ນ 7,16%, ການປ່ອຍເງິນລົງທຶນພາກລັດບັນລຸປະມານ 400 ລ້ານ USD ເພີ່ມຂຶ້ນເກືອບ 6 ເທົ່າ ເມື່ອທຽບໃສ່ໄຕມາດ 1 (ປະມານ 70 ລ້ານ  USD)…

ຂົງເຂດສິນຄ້າ, ຂາຍຍົກຂາຍຍ່ອຍ, ລາຍຮັບຈາກການບໍລິການ… ຂອງ ນະຄອນໂຮ່ຈີມິນ ພວມມີການຫັນປ່ຽນຕັ້ງຫນ້າ; ຂະແຫນງການບໍລິການທ່ອງທ່ຽວພວມໄດ້ປະຕິບັດຫລາຍລາຍການກະຕຸ້ນການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວ. ນີ້ແມ່ນບັນດາສັນຍານຕັ້ງຫນ້າໃຫ້ແກ່ເສດຖະກິດນະຄອນໂຮ່ຈີມິນ ໃນຊຸມເດືອນທ້າຍປີນີ້. ທ່ານ ຟານວັນໝ໋າຍ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຖືວ່າ: ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຄວາມມານະພະຍາມອັນໃຫຍ່ຫລວງຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນນະຄອນ.

ໃນຊຸມເດືອນຕົ້ນປີ ພິເສດແມ່ນພາຍຫລັງສະຫລຸບໄຕມາດ 1, ນະຄອນ ໄດ້ມານະພະຍາຍາມປະຕິຮູບລະບຽບການບໍລິຫານ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຊຸກຍູ້ບັນດາຂົງເຂດ. ຄະນະກຳມະການປະຊາຊົນ ນະຄອນ ແລະ ບັນດາຂະແຫນງການ ໄດ້ສຸມໃສ່ປະຕິບັດ ແລະ ເສດຖະກິດມີການຫັນປ່ຽນຢ່າງຈະແຈ້ງ, ຕັ້ງຫນ້າ.

ທ່ານ ຟ້າມບິ່ງອານ, ຮອງຫົວຫນ້າສະຖາບັນຄົ້ນຄວ້າພັດທະນາ ນະຄອນໂຮ່ຈີມິນ ຖືວ່າ: ເສດຖະກິດນະຄອນໃນໄຕມາດ 2 ຄາດຄະເນວ່າຈະບັນລຸການເຕີບໂຕດີ ຍ້ອນມີບັນດານະໂຍບາຍຫນູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຢ່າງທັນການໃນທ້າຍປີ 2022. ແລະ ໃນໄຕມາດ 1 ຂອງປີນີ້, ນະຄອນ ກໍ່ໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບລະບຽບການບໍລິຫານ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການລົງທຶນພາກລັດ. ທາງນະຄອນກໍ່ໄດ້ຫນູນຊ່ວຍການສົ່ງເສີມການຄ້າ, ຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນຂອງວິສາຫະກິດ.         

 “ ບັນດາພະແນກ, ຂະແຫນງການ ພິເສດແມ່ນອົງການສົ່ງເສີມການຄ້າ ຄວນມີລາຍການຫນູນຊ່ວຍຢ່າງແທດຈິງ, ຂ້ຽວຂາດ ເພື່ອຊ່ວຍວິສາຫະກິດຊອກຫາຕະຫລາດ, ເຊື່ອມຕໍ່ການສະຫນອງຄວາມຕ້ອງການ. ນະຄອນ ອາດຈະຍູ້ໄວບັນດາການເຄື່ອນໄຫວນີ້ເພື່ອໃຫ້ວິສາຫະກິດຊອກຫາຕະຫລາດຟື້ນຟູການຜະລິດຄືນໃຫມ່. ນີ້ແມ່ນມາດຕະຖານພື້ນຖານເພື່ອຊຸກຍູ້ການເຕີບໂຕເສດຖະກິດຂອງນະຄອນ.

ຕາມທ່ານ ຟານວັນໝ໋າຍ ປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລ້ວ, ໃນ 6 ເດືອນທີ່ຍັງເຫລືອຂອງປີນີ້ ນະຄອນ ໂຮ່ຈີມິນ ຈະສຸມໃສ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງສູນກາງກ່ຽວກັບຫນ້າທີ່ພັດທະນາເສດຖະກິດສັງຄົມ ດ້ວຍຄວາມຕັດສິນໃຈບັນລຸຄາດໝາຍເຕີບໂຕ. ເຖິງວ່າ ເສດຖະກິດໄຕມາດ 2 ມີຫລາຍຈຸດຕັ້ງຫນ້າ ແຕ່ວິສາຫະກິດ ຍັງປະສົບກັບຄວາມຫຍຸ້ງຍາກຈາກຕະຫລາດ, ໃບສັ່ງຊື້ສິນຄ້າ, ເຄື່ອງຕົກຄ້າງໃນສາງຕະຫລອດຮອດການເຂົ້າເຖິງທຶນຮອນ, ການແກ້ໄຂລະບຽບການກ່ຽວກັບທີ່ດິນ, ສິ່ງແວດລ້ອມ…

ເສດຖະກິດ ນະຄອນ ໂຮ່ຈີມິນ ເຕີບໂຕຢ່າງແຮງຄືນໃຫມ່ - ảnh 2ທ່ານ ຫງວຽນງອັກຮ່ວາ, ປະທານ ສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ: ພາບ:VOV

ສະນັ້ນ ນະຄອນ ຈະແກ້ໄຂບັນດາຂໍ້ຄົງຄ້າງ, ສ້າງເງື່ອນໄຂໃຫ້ແກ່ກະແສທຶນໄດ້ໝູນວຽນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຕະຫລາດ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍົກສູງຄຸນນະພາບວຽກງານລັດຖະການ, ຊຸກຍູ້ການຫັນເປັນດິຈີຕອນ, ຮັບປະກັນການເຄື່ອນໄຫວວັດທະນະທຳສັງຄົມ, ຮັບປະກັນຊີວິດສັງຄົມ ພິເສດແມ່ນສືບຕໍ່ບັນດາມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

 “ນະຄອນ ໂຮ່ຈີມິນ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ປັບປຸງຕະຫລາດ, ເປີດກວ້າງຕະຫລາດພາຍໃນປະເທດ, ຈັດຕັ້ງການເຄື່ອນໄຫວສົ່ງເສີມການຄ້າ, ເຮັດແນວໃດເພື່ອໃຫ້ຊຸກຍູ້ຕະຫລາດ. ເສີມຂະຫຍາຍການຮ່ວມສຳພັນບັນດາລາຍການສົມທົບກັບເຂດເສດຖະກິດເພື່ອຊຸກຍູ້ຕະຫລາດພາຍໃນປະເທດ ແລະ ຫນູນຊ່ວຍການສົ່ງອອກ, ຫນູນຊ່ວຍວິສາຫະກິດແຊກຊຶມເຂົ້າຕະຫລາດໃຫມ່. ຄົ້ນຄ້ວາມາດຕະການ, ນະໂຍບາຍຫນູນຊ່ວຍວິສາຫະກິດ.

ບັນດາສັນຍານທີ່ດີຂອງເສດຖະກິດ ນະຄອນໂຮ່ຈີມິນ ໃນໄຕມາດ 2 ຈະແມ່ນປະຖົມປັດໄຈເພື່ອໃຫ້ນະຄອນ ສືບຕໍ່ມານະພະຍາຍາມກວ່າອີກໃນຊຸມເດືອນທີ່ຍັງເຫລືອຂອງປີນີ້ ແລະ ບັນລຸໝາກຜົນຕັ້ງຫນ້າໃຫ້ທັງປີ 2023 ແລະ ຊຸມປິຕໍ່ໆໄປ.

ຕອບກັບ