ເສດຖະກິດ ດີຈີຕອນ - ກຳລັງໜູນເຕີບໂຕເສດຖະກິດນະຄອນ ໂຮ່ຈີມິນ

Vinh Phong
Chia sẻ
(VOVWORLD) - ການຫັນເປັນດີຈີຕອນ, ການພັດທະນາເສດຖະກິດດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນຢ່າງເດັດຂາດ, ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ, ນະຄອນພວມສືບຕໍ່ເອົາໃຈໃສ່ລົງທຶນໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດີຈີຕອນໃນຂົງເຂດອຸດສາຫະກຳ...

ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດ ປະຕິບັດການພັດທະນາເສດຖະກິດ ດີຈີຕອນ. ນະຄອນໂຮ່ຈີມິນ ໄດ້ວາງຄາດໝາຍຮອດປີ 2025, ເສດຖະກິດກວມອັດຕາສ່ວນ 25% ໃນ GRDP ແລະ ຮອດປີ 2030 ແມ່ນ 40%. ເພື່ອບັນລຸໄດ້ຄາດໝາຍນັ້ນ, ທາງນະຄອນ ໄດ້ ແລະ ພວມສ້າງຫຼາຍນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ ດີຈີຕອນ.

ເສດຖະກິດ ດີຈີຕອນ - ກຳລັງໜູນເຕີບໂຕເສດຖະກິດນະຄອນ ໂຮ່ຈີມິນ - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
ບໍລິສັດ ຢາອານ ຈຳກັດ ຢູ່ເມືອງ ບິ່ງເຕິນ, ຜະລິດກະແຈດີຈີຕອນຕ້ານຂີ້ລັກ ແລະ ອຸປະກອນ GPS ໃນລົດໂອໂຕ, ຍ້ອນການຫັນປ່ຽນດີຈີຕອນໃນຂອດການຜະລິດ ແລະ ບັນຊີນັ້ນ, ວິສາຫະກິດແຫ່ງນີ້ໄດ້ຫລຸດຜ່ອນລາຍຈ່າຍຫຼາຍພໍສົມຄວນ ພ້ອມທັງປະສິດທິຜົນໃນການຜະລິດດຳເນີນທຸລະກິດກໍ່ເພີ່ມຂຶ້ນແຕ່ 25 – 30% ເມື່ອທຽບໃສ່ໄລຍະກ່ອນ. ວິສາຫະກິດແຫ່ງນີ້ພວມສືບຕໍ່ຫັນປ່ຽນດີຈີຕອນໃນຂອດການຈຳໜ່າຍສິນຄ້າແບບອອນໄລ, ຍ້ອນວ່າ, ປະຈຸບັນ, ບໍລິສັດພວມຕ້ອງໃຊ້ຜູ້ທີ່ເຮັດວຽກໃນພາກສ່ວນອັບເດດຂໍ້ມູນກ່ຽວກັບຜະລິດຕະພັນ, ລູກຄ້າໃນບັນດາຕະຫຼາດຫຼັກຊັບເປັນຈຳນວນຫຼາຍ. ທ່ານນາງ ຟ້າມຖຸຍອານ, ຜູ້ອຳນວຍການບໍລິສັດ ຢາອານ ຈຳກັດ, ແບ່ງປັນວ່າໃນວິວັດການຫັນເປັນດີຈີຕອນ: ທາງບໍລິສັດຕ້ອງການການໜູນຊ່ວຍ, ໃຫ້ຄຳປຶກສາກ່ຽວກັບມາດຕະການເຕັກໂນໂລຊີທີ່ເໝາະສົມ:

“ໃນໄລຍະປະຈຸບັນ, ຖ້າບໍ່ໄດ້ຫັນປ່ຽນດີຈີຕອນນັ້ນ ຈະບໍ່ສາມາດເດີນທາງກັບຕະຫຼາດໄດ້. ສຳລັບບໍລິສັດເຕັກໂນໂລຊີຄືພວກຂ້າພະເຈົ້າແລ້ວ, ການຫັນປ່ຽນດີຈີຕອນ ແມ່ນສຳຄັນ ແລະ ຈຳເປັນທີ່ສຸດ. ພວກຂ້າພະເຈົ້າຕ້ອງມີຫົວໜ່ວຍເໝາະສົມກັບຄວາມສາມາດ, ກຳລັງພາຍໃນ ເພື່ອຊອກຫາມາດຕະການຫັນປ່ຽນດີຈີຕອນທີ່ເໝາະສົມກັບດ້ານການເງິນ, ຊັບພະຍາກອນມະນຸດຂອງພວກຂ້າພະເຈົ້າ.”

ການຫັນປ່ຽນດີຈີຕອນ ພວມແມ່ນຄວາມຕ້ອງການຂອງວິສາຫະກິດຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ, ແຕ່ມີວິສາຫະກິດຫຼາຍແຫ່ງຍັງບໍ່ທັນຮູ້ເລີ່ມແຕ່ໃສ. ຕາມບົດຮຽນຂອງບັນດາວິສາຫະກິດທີ່ຫັນເປັນດີຈີຕອນສຳເລັດຜົນແລ້ວ, ການຫັນປ່ຽນຕ້ອງຄ່ອຍໆເຮັດ, ເລືອກແຕ່ລະຂອດ, ແຕ່ລະພາກສ່ວນ ຫາກບໍ່ແມ່ນວ່າຈະເຮັດແລ້ວເຮັດ ເລີຍ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກຂອງວິສາຫະກິດນັ້ນ, ນະຄອນໄດ້ສ້າງຕັ້ງສູນໜູນຊ່ວຍ ແລະ ໃຫ້ຄຳປຶກສາກ່ຽວກັບການຫັນເປັນດີຈີຕອນ. ຄຽງຄູ່ກັນນັ້ນ, ຫຼາຍບໍລິສັດໄດ້ສະໜອງບໍລິການຫັນເປັນດີຈີຕອນ ກໍ່ມີຫຼາຍມາດຕະການ, ເຄື່ອງມືສຳລັບຫຼາຍຂະແໜງອາຊີບ, ວິຊາສະເພາະ, ການບໍລິການຂອງແຕ່ລະວິສາຫະກິດ. ທ່ານ ເລຫື້ວງວຽນ, ຜູ້ອຳນວຍການບໍລິສັດ MISA ສາຂານະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:

“ອີງຕາມຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ, ລາຍຈ່າຍຂອງວິສາຫະກິດ, ອີງຕາມຈຸດອ່ອນຂອງວິສາຫະກິດ ພວກເຮົາຈະດຳເນີນການຫັນເປັນດີຈີຕອນຢູ່ບ່ອນນັ້ນ. ພວກເຮົາໝູນໃຊ້ເຕັນໂນໂລຊີເພື່ອແກ້ໄຂແຕ່ລະບັນຫານ້ອຍຂອງວິສາຫະກິດ. ພວກເຮົາບໍ່ຄວນເຮັດພ້ອມກັນຍ້ອນມັນກ່ຽວຂ້ອງເຖິງແຫຼ່ງລາຍຈ່າຍຂອງວິສາຫະກິດ, ຄວາມຮັບຮູ້ຂອງຖັນແຖວພະນັກງານ, ຖ້າພວກເຮົາໝູນໃຊ້ບໍ່ເໝາະສົມການຫັນປ່ຽນຈະບໍ່ບັນລຸຜົນສຳເລັດ.”

ເສດຖະກິດ ດີຈີຕອນ - ກຳລັງໜູນເຕີບໂຕເສດຖະກິດນະຄອນ ໂຮ່ຈີມິນ - ảnh 2ວິສາຫະກິດຊອກຫາມາດຕະການຫັນເປັນດີຈີຕອນ

ນະຄອນໂຮ່ຈີມິນ ມີອັດຕາພົນລະເມືອງນຳໃຊ້ smart phone ສູງທີ່ສຸດໃນທົ່ວປະເທດ, ລະບົບອິນເຕີເນັດ, ສາຍໄຍແກ້ວ, ພື້ນຖານລະບົບ 3 ຈີ, 4 ຈີ ໄດ້ປົກຄຸມໄປທົ່ວທຸກຕາແສງ. ນີ້ແມ່ນເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກເພື່ອໃຫ້ທາງນະຄອນຍູ້ແຮງການຫັນເປັນດີຈີຕອນ. ແຕ່ເຖິງຢ່າງໃດກໍ່ຕາມ, ການຫັນເປັນດີຈີຕອນ ຕ້ອງມີຖັນແຖວຊັບພະຍາກອນມະນຸດມີຄຸນນະພາບສູງ, ພື້ນຖານໂຄງລ່າງເຕັກໂນໂລຊີໃຫ້ການຫັນເປັນດີຈີຕອນຄື: ການເຊື່ອມຕໍ່ 5 ຈີ ແລະ ຫຼັງ 5 ຈີ, ປັນຍາທຽມ, ຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ… ຕ້ອງບັນລຸໄດ້ຄຸນນະພາບດີພໍສົມຄວນ. ທ່ານນາງ ດັ້ງທິໝີ້ເຈົາ, ຮອງຜູ້ອຳນວຍການສູນປ່ຽນໃໝ່ປະດິດຄິດສ້າງ Viet Locus, ຖືວ່າ: ວິສາຫະກິດຢາກໄດ້ອຳນາດການປົກຄອງສ້າງລະບົບຊີວະພາບ ແລະ ກໍ່ສ້າງພື້ນຖານຫຼາຍຮູບແບບ ເພື່ອສາມາດກະທົບຕອບໃນສະພາບການດີຈີຕອນ ແລະ ມີບັນດານະໂຍບາຍຄົບຊຸດ, ເຊື່ອມຕໍ່ ແລະ ມີລັກສະນະລະອຽດອ່ອນສູງ:

“ນະຄອນໂຮ່ຈີມິນ ຄວນສ້າງບັນດາກົນໄກພິເສດທີ່ສະຫງວນໃຫ້ບັນດາວິສາຫະກິດເຂົ້າຮ່ວມການຫັນເປັນດີຈີຕອນ, ຈຶ່ງຈະມີບັນດາທ່າແຮງຫຍັງ. ຕົວຢ່າງຄືບັນດາໂຄງການໃຫຍ່, ນ້ອຍໃນຂອບຂະໜາດເສດຖະກິດມະຫາພາກ ອາດຈະບຸລິມະສິດໃຫ້ແກ່ວິສາຫະກິດ ຖ້າຫາກເຂົາມີຄວາມສາມາດ ແລະ ເຕັກໂນໂລຊີ ທີ່ໄດ້ໝູນໃຊ້ໄດ້ຫັນເປັນດີຈີຕອນ”

ການຫັນເປັນດີຈີຕອນ, ການພັດທະນາເສດຖະກິດດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນຢ່າງເດັດຂາດ, ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ, ນະຄອນພວມສືບຕໍ່ເອົາໃຈໃສ່ລົງທຶນໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດີຈີຕອນໃນຂົງເຂດອຸດສາຫະກຳ ແລະ ການບໍລິການ, ສ້າງພື້ນຖານດ້ານຂໍ້ມູນ, ອຸປະກອນ, ຍູ້ໄວການຫັນເປັນດີຈີຕອນ. ນະຄອນຄວນສ້າງກົນໄກໜູນຊ່ວຍພິເສດ, ບຸລິມະສິດຊຸກຍູ້ການຮ່ວມມືຄົ້ນຄ້ວາໝູນໃຊ້ເຕັກໂນໂລຊີດີຈີຕອນລະຫວ່າງຂົງເຂດການຄົ້ນຄ້ວາ ແລະ ເຂດອຸດສາຫະກຳ. ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:

“ນະຄອນສ້າງກົນໄກນະໂຍບາຍໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ. ໃນນັ້ນ, ມີວຽກງານທີ່ລັດຕ້ອງເຂົ້າຮ່ວມ, ມີວຽກງານວິສາຫະກິດເປັນພື້ນຖານ, ພິເສດແມ່ນວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ - ໂທລະຄົມຕ້ອງເຂົ້າຮ່ວມ, ຊ້ຳບໍ່ໜຳ, ຕ້ອງຫລຸດຜ່ອນລາຍຈ່າຍ, ຫຼືສະໜອງການບໍລິການທີ່ສະດວກໃຫ້ພື້ນຖານນນັ້ນເຄື່ອນໄຫວ, ບົນພື້ນຖານນັ້ນພວກເຮົາຈະໄດ້ຮັບຄືນ. ໃນບັນດາວຽກງານນັ້ນ, ກົນໄກນະໂຍບາຍໃດຂຶ້ນກັບສິດອຳນາດຂອງນະຄອນ, ນະຄອນຈະເຮັດໃນທັນທີ, ວຽກງານໃດບໍ່ຂຶ້ນກັບສິດອຳນາດ, ນະຄອນຈະສະເໜີແນະຕໍ່ສູນກາງ.”

 
ການຫັນເປັນດີຈີຕອນ, ການສ້າງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ໄດ້ຮັບການກຳນົດວ່າ “ແມ່ນທ່າອ່ຽງທີ່ຈຳເປັນຂອງໂລກ”, ແມ່ນຄວາມຮຽກຮ້ອງຕ້ອງການແບບພາວະວິໄສຂອງການພັດທະນາ ແລະ ຫວຽດນາມ ບໍ່ສາມາດຢູ່ນອກວິວັດທະນາການນີ້ໄດ້. ຫວຽດນາມ ໄດ້ ແລະ ພວມມີຫຼາຍນະໂຍບາຍທີ່ເປັນເຈົ້າການເຂົ້າຮ່ວມການປະຕິບັດການປະຕິວັດອຸດສາຫະກຳ 4.0 ແລະ ການຫັນປ່ຽນດີຈີຕອນ.

ດ້ວຍນ້ຳໃຈຂະຫຍັນຂັນເຄື່ອນມີຫົວຄິດປະດິດສ້າງ, ນະຄອນໂຮ່ຈີມິນ ພວມໝູນໃຊ້ບັນດາກາລະໂອກາດດຳເນີນທຸລະກິດໃໝ່ຈາກການຫັນເປັນດີຈີຕອນ, ເຂົ້າຮ່ວມ ແລະ ປະກອບສ່ວນຕັ້ງໜ້າເຂົ້າໃນເສດຖະກິດດີຈີຕອນ. ນີ້ກໍ່ແມ່ນການກຳນົດທິດພັດທະນາໃໝ່ຂອງນະຄອນ, ເພື່ອແນໃສ່ພັດທະນາໄວ, ຍືນຍົງ, ກວມລວມ, ຮັບມືໃນເງື່ອນໄຂ, ສະພາບການມີການຜັນແປຫຼາຍຢ່າງ. ແຕ່ເຖິງຢ່າງໃດກໍ່ຕາມ, ເສດຖະກິດດີຈີຕອນຍັງແມ່ນຂົງເຂດໃໝ່ອ່ຽມ, ຄຽງຄູ່ກັບການລົງທຶນພື້ນຖານໂຄງລ່າງ ແລະ ການພາທາງຂອງອຳນາດການປົກຄອງທ້ອງຖິ່ນ, ຕ້ອງມີການຮ່ວມມືປະກອບສ່ວນຂອງບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກວາງແຜນນະໂຍບາຍຈາກສູນກາງ, ບົດຮຽນທີ່ລ້ຳຄ່າຈາກບັນດາວິສາຫະກິດ, ທ້ອງຖິ່ນ ແລະ ບັນດາອົງການສາກົນ ເພື່ອຮັບປະກັນລັກສະນະຄົບຊຸດ ແລະ ປະສິດທິຜົນ.

ເສດຖະກິດດີຈີຕອນ ຮຽກຮ້ອງຕ້ອງມີນ້ຳໃຈກ້າຄິດກ້າທຳ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນການຊອກຫາກາລະໂອກາດດຳເນີນທຸລະກິດຂອງບັນດານັກທຸລະກິດ. ນະຄອນໂຮ່ຈີມິນ ພວມມີການຫັນປ່ຽນຫຼາຍກ່ວາອີກ ແລະ ສ້າງສຳເລັດບັນດາກົນໄກນະໂຍບາຍ, ຍົກສູງພື້ນຖານໂຄງລ່າງ ແລະ ສ້າງລະບົບນິເວດທີ່ສະດວກໃຫ້ແກ່ວິສາຫະກິດພັດທະນາເສດຖະກິດດີຈີຕອນ. ຜັນຂະຫຍາຍປະສິດທິຜົນການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນແມ່ນໜຶ່ງໃນບັນດາກາລະໂອກາດທີ່ສຳຄັນ, ຊ່ວຍໃຫ້ນະຄອນໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໄປຕັດໜ້າ, ພັດທະນາຢ່າງວ່ອງໄວ, ເດີນຕາມ ແລະ ລື່ນກາຍເມື່ອທຽບໃສ່ບັນດາປະເທດໃນພາກພື້ນ.

ຕອບກັບ