ຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ

Thanh Tung - Vinh Phong
Chia sẻ

(VOVWORLD) -ໃນ 6 ເດືອນຕົ້ນປີນີ້, ເຖິງວ່າເສດຖະກິດຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ເພີ່ມຂຶ້ນ 3,72%. ເຖິງວ່າຍັງຕໍ່າເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີກ່ອນ, ແຕ່ກໍ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະເດືອນ, ໄຕມາດ 2 ແມ່ນສູງກວ່າໄຕມາດ 1, ໄດ້ສ້າງທ່ວງທ່າໃຫ້ຊຸມເດືອນຕໍ່ໆໄປຂອງປີນີ້. ເພື່ອບັນລຸເປົ້າໝາຍເຕີບໂຕເສດຖະກິດໃນຊຸມເດືອນທ້າຍປີ ແລະ ທັງປີນີ້, ລັດຖະບານ, ບັນດາຄະນະຂະ, ແຫນງການ, ທ້ອງຖິ່ນ ຕ້ອງຮ່ວມແຮງຮ່ວມໃຈສົມທົບກັນແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດຟື້ນຟູການຜະລິດ ແລະ ດຳເນີນທຸລະກິດ.

ຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ - ảnh 1(ພາບປະກອບ: Vietnam+)

ທ່ານ ເຈີ່ນວັນເລ, ຜູ້ອຳນວຍການບໍລິສັດຜະລິດກົນຈັກໄຟຟ້າ ແລະ ການຄ້າ ເຟືອງລິງ ຈຳກັດຖືວ່າ: ບັນດາມາດຕະການແກ້ໄຂໂດຍລັດຖະບານປະຕິບັດໃນໄລຍະຜ່ານມາ ໄດ້ນຳມາເຊິ່ງຄວາມເຊື່ອໝັ້ນຕໍ່ວິສາຫະກິດໃນການແກ້ໄຂຄວາມຫຍຸ້ງຍາກ, ຮ່ວມເດີນທາງພ້ອມກັບວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ.

ໃນນັ້ນ ມະຕິຂອງລັດຖະບານກ່ຽວກັບ “ມາດຕະການໜູນຊ່ວຍວິສາຫະກິດຟື້ນຟູ ແລະ ພັດທະນາແບບຍືນຍົງຮອດປີ 2025” ໄດ້ວາງອອກຫຼາຍມາດຕະການຫນູນຊ່ວຍຫລຸດຜ່ອນລາຍຈ່າຍໃຫ້ແກ່ວິສາຫະກິດ, ເພີ່ມທະວີກຳລັງຄວາມສາມາດວິສາຫະກິດໄດ້ເຂົ້າເຖິງບັນດາແຫລ່ງກູ້ຢຶມທຶນບຸລິມະສິດໄລຍະສັ້ນ. ທ່ານ ເຈີ່ນວັນເລ ໃຫ້ຮູ້ວ່າ:

 “ການແກ້ໄຂຈຸດອຸດຕັນເພື່ອບັນລຸຄາດໝາຍທີ່ວ່າ: ຮອດປີ 2025 ຈະມີວິສາຫະກິດ 1 ລ້ານແຫ່ງ. ນີ້ແມ່ນສານທີ່ສໍາຄັນ, ໂດຍສະເພາະໃນຊ່ວງເວລາທີ່ຫຍຸ້ງຍາກນີ້. ວິສາຫະກິດຂອງພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫລືອຄືດັ່ງໄດ້ມີເສື້ອຊູຊີບ. ບັນດານະໂຍບາຍຂອງລັດ ລ້ວນແຕ່ມຸ່ງໄປເຖິງຈຸດດີ, ແຕ່ບັນຫາການປະຕິບັດຕ້ອງຂ້ຽວຂາດກວ່າ”.

ຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ - ảnh 2ທ່ານ ປອ ຫງວຽນມິງຟອງ ນັກຊ່ຽວຊານດ້ານເສດຖະສາດ (ພາບ: nhandan.vn)
 ຕາມ ທ່ານ ປອ ຫງວຽນມິງຟອງ ນັກຊ່ຽວຊານດ້ານເສດຖະສາດແລ້ວ, ວິສາຫະກິດພວມປະເຊີນໜ້າກັບ 3 ໝວດຄວາມຫຍຸ້ງຍາກໃຫຍ່ທີ່ສຸດ, ນັ້ນແມ່ນຄວາມຫຍຸ້ງຍາກດ້ານທຶນຮອນ, ຄວາມຫຍຸ້ງຍາກກ່ຽວກັບຕະຫຼາດ ແລະ ອັດຕາດອກເບ້ຍທະນາຄານ. ໃນສະພາບການນັ້ນ, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນປະຕິບັດບັນດາມາດຕະການທີ່ເໝາະສົມເພື່ອໜູນຊ່ວຍວິສາຫະກິດ. ທ່ານ ປອ ຫງວຽນມິງຟອງ ຖືວ່າ:

“ບັນດາກະຊວງ, ຂະແໜງການ ແລະ ອົງການທີ່ມີໜ້າທີ່ຕ້ອງປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ສ້າງນະໂຍບາຍສະເພາະເພື່ອໜູນຊ່ວຍວິສາຫະກິດ. ນອກນັ້ນ, ຄຸນນະພາບ, ກຳລັງຄວາມສາມາດ ແລະ ປະສິດທິຜົນການຄຸ້ມຄອງລັດຕ້ອງໄດ້ຮັບການຍົກສູງຂຶ້ນ, ຜ່ານລະບົບກົດໝາຍ, ຜ່ານຖັນແຖວພະນັກງານ, ກົນໄກກວດກາ ແລະ ນັບທັງກິດຈະກຳປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ການໂຄສະນາເຜີຍແຜ່, ການສ້າງຄວາມເຫັນດີເຫັນພ້ອມ ແລະ ມາດຕະການອື່ນໆ, ລວມທັງການຮັບປະກັນຊີວິດສັງຄົມ ກໍ່ມີຄວາມຈໍາເປັນທີ່ສຸດ”.

 ຄວາມສາມາດຂອງວິສາຫະກິດໃນການເຂົ້າເຖິງບັນດາບ້ວງໜູນຊ່ວຍດ້ານການເງິນຍັງຄົງໄດ້ຮັບຜົນກະທົບຈາກບັນດາປັດໄຈຄື: ລະບຽບການດ້ານນິຕິກຳ, ຂໍ້ກຳນົດກ່ຽວກັບເປົ້າໝາຍໄດ້ກູ້ຢືມ, ແລະ ອື່ນໆ. ເລື່ອງມີຫລາຍວິສາຫະກິດຍັງບໍ່ທັນໄດ້ເຂົ້າເຖິງບ້ວງຫນູນຊ່ວຍຂອງລັດຖະບານນັ້ນ ເປັນການຊີ້ໃຫ້ເຫັນວ່າ: ບັນດາກະຊວງ, ຂະແຫນງການຕ້ອງສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ແລະ ຄວນມີກົນໄກສະດວກກວ່າໃຫ້ແກ່ວິສາຫະກິດ.

ວັນທີ 4 ກໍລະກົດ, ທີ່ກອງປະຊຸມລະຫວ່າງ ລັດຖະບານກັບທ້ອງຖິ່ນໂດຍຈັດຂຶ້ນແບບທາງໄກ, ລັດຖະບານໄດ້ຊີ້ນຳຄວນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ສະພາບການຜະລິດ ແລະ ດຳເນີນທຸລະກິດທີ່ໄດ້ຊັກຊ້ານັ້ນໃຫ້ກັບຄືນສູ່ສະພາບປົກກະຕິ; ຟື້ນຟູ ແລະ ຊອກຫາຕະຫລາດ, ໃບສັ່ງຊື້ສິນຄ້າໃຫມ່; ຮຽກຮ້ອງໃຫ້ແຕ່ລະກະຊວງ, ຂະແຫນງການ ແລະ ທ້ອງຖິ່ນເປັນເຈົ້າການສຳຫລວດກວດຄືນ, ມີມາດຕະການ, ການກະທຳລະອຽດເພື່ອໜູນຊ່ວຍວິສາຫະກິດ ແລະ ນັກລົງທຶນຢ່າງທັນການ, ແທດຈິງ ແລະ ມີປະສິດທິຜົນ. ທ່ານ ຫງວຽນຫວຽດລອງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນໃຫ້ຄຳປຶກສາ EY ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ:

  “ເລື່ອງໝູນໃຊ້ເຕັກໂນໂລຊີດິຈິຕອນ, ສິ່ງໃດທີ່ເປັນມາດຕະຖານ, ສິ່ງໃດທີ່ເປັນປະໂຫຍດສໍາລັບທຸລະກິດ ແມ່ນເຂົາເຈົ້າຕ້ອງການການຫນູນຊ່ວຍ. ບັນຫາທີສອງ, ແມ່ນບັນຫາຂໍ້ຕິດຄັດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ນັ້ນແມ່ນການເຂົ້າເຖິງການເງິນ. ຂ້າພະເຈົ້າເຫັນວ່າ ມີ 2 ບັນຫາຫຍຸ້ງຍາກ ແຕ່ກໍ່ມີຫຼາຍວິທີແກ້ໄຂບັນຫາເຫຼົ່ານັ້ນ. ສິ່ງສໍາຄັນແມ່ນຊອກຫາທິດເດີນໃຫ້ຕົນເອງ”.

ເຖິງວ່າ ຍັງມີຂໍ້ຈຳກັດບາງຢ່າງກໍ່ຕາມ, ແຕ່ປະຊາຄົມວິສາຫະກິດລ້ວນແຕ່ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານໃນບັນດານະໂຍບາຍຫນູນຊ່ວຍທີ່ໄດ້ປະກາດໃຊ້. ຜ່ານການປັບປຸງ ແລະ ເພີ່ມເຕີມເປັນຫລາຍຄັ້ງແລ້ວນັ້ນ, ບັນດານະໂຍບາຍກໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ, ມີຄວາມເໝາະສົມ ແລະ ທັນການກ່ວາອີກໃນການໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ. ໃນສະພາບການເສດຖະກິດໂລກທີ່ມີການຜັນແປຢ່າງສັບສົນ, ມີຫລາຍອົງການຈັດຕັ້ງສາກົນຍັງຄົງຕີລາຄາສູງຕໍ່ຄວາມສາມາດຟື້ນຕົວ ແລະ ເຕີບໂຕຂອງຫວຽດນາມ. ດ້ວຍບັນດານະໂຍບາຍໜູນຊ່ວຍຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ພື້ນຖານເສດຖະກິດຂອງປະເທດຊາດແນ່ນອນວ່າ ຈະຟື້ນຟູ ແລະ ພັດທະນາຢ່າງໝັ້ນຄົງໃນໄລຍະຈະມາເຖິງ.

ຕອບກັບ