ອຳນາດການປົກຄອງ ແລະ ວິ​ສາ​ຫະ​ກິດ ພ້ອມ​ກັນຮ່ວມ​ເດີນທາງ - ສ້າງ​ກຳ​ລັງ​ພັກ​ດັນ​ແກ່​ການ​ພັດ​ທະ​ນາ

Nguyen Hang – Vinh Phong
Chia sẻ
(VOVWORLD) - ໄລຍະຜ່ານມາ, ພາຍໃຕ້ການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານຫວຽດນາມ, ອຳນາດການປົກຄອງແຂວງ, ນະຄອນຕ່າງໆ... ໄດ້ວາງອອກຫຼາຍກົນໄກ, ນະໂຍບາຍ ແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ຜ່ານນັ້ນ, ກໍປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຊ່ວຍວິສາຫະກິດພັດທະນາ.
ອຳນາດການປົກຄອງ ແລະ ວິ​ສາ​ຫະ​ກິດ ພ້ອມ​ກັນຮ່ວມ​ເດີນທາງ - ສ້າງ​ກຳ​ລັງ​ພັກ​ດັນ​ແກ່​ການ​ພັດ​ທະ​ນາ - ảnh 1 ການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ສ້າງຄວາມສະດວກແກ່ວິສາຫະກິດພັດທະນາ(ພາບ: VOV)

ໂດຍຮ່ວມເດີນທາງພ້ອມກັບວິສາຫະກິດ, ແຂວງ ຊອັກຈັງ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການຍົກສູງຄຸນນະພາບການຮັບໃຊ້ວິສາຫະກິດ ແລະ ປະຊາຊົນ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຊ່ວຍໃຫ້ວິສາຫະກິດເຄື່ອນໄຫວທຳການຜະລິດດໍາເນີນທຸລະກິດຢ່າງມີປະສິດທິຜົນ. ທາງແຂວງ ກຳນົດວ່າ ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງອຳນາດການປົກຄອງເອເລັກໂຕນິກ, ສ້າງການຫັນປ່ຽນຢ່າງເຫັນໄດ້ຊັດໃນການປັບປຸງສະພາບແວດແຫ່ງການລ້ອມລົງທຶນ, ດຳເນີນທຸລະກິດ, ຍົກສູງດັດຊະນີປະຕິຮູບລະບຽບການບໍລິຫານ, ດັດຊະນີແກ້ງແຍ້ງຂັ້ນແຂວງ; ຊຸກຍູ້ການສະຕາດອັບ, ພັດທະນາວິສາຫະກິດ ແມ່ນຂອດບຸກທະລຸ ແລະ ໄດ້ປະຕິບັດຢ່າງຄົບຊຸດໃນທຸກຂົງເຂດ. ພ້ອມດຽວກັນນັ້ນ, ທຸກຂັ້ນ, ທຸກຂະແໜງການ ກໍຜັນຂະຫຍາຍປະຕິບັດຫຼາຍມາດຕະການ ແນໃສ່ຊ່ວຍເຫຼືອວິສາຫະກິດ, ເປັນຕົ້ນແມ່ນ: ຫຼຸດເວລາເຮັດລະບຽບການບໍລິຫານໃຫ້ວິສາຫະກິດ; ປະຕິບັດລະບຽບການທັງໝົດທີ່ກ່ຽວຂ້ອງເຖິງການຈົດທະບຽນວິສາຫະກິດຜ່ານທາງອອນໄລ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ... ທ່ານ ເຈິ່ນຄັກເຕິມ, ປະທານສະມາຄົມວິສາຫະກິດແຂວງ ຊອັກຈັງ, ໃຫ້ຮູ້ວ່າ ການນຳແຂວງ ແລະ ພະແນກ, ຄະນະ, ຂະແໜງການວິຊາສະເພາະ ໄດ້ພົບປະ, ສົນທະນາ, ພ້ອມກັນແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ:

“ສະພາບການດຳເນີນທຸລະກິດໃນປັດຈຸບັນ ຖືກຜົນສະທ້ອນລວມ ຍ້ອນການຊຸດໂຊມຂອງເສດຖະກິດໂລກ... ເພາະເຫັນໄດ້ສະພາບການເຫຼົ່ານັ້ນ, ການນຳແຂວງ ຊອັກຈັງ ໄດ້ຊອກຫາທຸກວິທີ, ລົງຮາກຖານເພື່ອຮັບຟັງຄຳເຫັນ, ກຳແໜ້ນສະພາບການຂອງວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ກ່ຽວຂ້ອງເຖິງດ້ານສິນເຊື່ອ, ທຶນຮອນ. ທ່ານປະທານຄະນະກຳມະການປະຊາຊົນແຂວງ ໄດ້ລົງເຮັດວຽກໂດຍກົງກັບຜູ້ອຳນວຍການທະນາຄານແຫ່ງລັດຂອງແຂວງ ເພື່ອແກ້ໄຂແຕ່ລະບັນຫາໃຫ້ວິສາຫະກິດ. ເມື່ອມີຄຳເຫັນຊີ້ນຳແລ້ວ, ທາງແຂວງລ້ວນແຕ່ແຈ້ງໃຫ້ວິສາຫະກິດຮັບຊາບ ດັ່ງນັ້ນ, ວິສາຫະກິດແຂວງ ຊອັກຈັງ ລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ອຳນາດການປົກຄອງແຂວງທີ່ສຸດ”.

ຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ກຳນົດວ່າ ວິສາຫະກິດຮ່ວມເດີນທາງພ້ອມກັບການພັດທະນາຂອງທ້ອງຖິ່ນ, ດັ່ງນັ້ນ, ຍາມໃດທາງແຂວງກໍສ້າງສະພາບແວດລ້ອມເອື້ອອຳນວຍຄວາມສະດວກທີ່ສຸດໃຫ້ແກ່ນັກລົງທຶນ, ບໍ່ວ່າເວລາໃດທີ່ວິສຫາກິດປະສົບກັບຄວາມຫຍຸ້ງຍາກກໍລ້ວນແຕ່ໄດ້ຮັບການແກ້ໄຂ. ເພາະສະນັ້ນ, ວິສາຫະກິດຢູ່ທ້ອງຖິ່ນນີ້ ໄດ້ຕີລາຄາສູງບັນດາຮູບແບບເຄື່ອນໄຫວເພື່ອຊ່ວຍເຫຼືອປະຊາຊົນ ແລະ ວິສາຫະກິດ ຄື: “ວັນພະຫັດ, ບໍ່ໄດ້ຖ້າດົນ”, “ວັນເສົາຮັບຟັງຄຳເຫັນຂອງປະຊາຊົນ”, “ລາຍເຊັນເອເລັກໂຕນິກແຜນທີ່ຂະໜາດໃຫຍ່”, ສ້າງຄວາມສະດວກໃຫ້ແກ້ສ່ວນບຸກຄົນ, ອົງການຈັດຕັ້ງເມື່ອນຳໃຊ້ການບໍລິການສາທາລະນະຜ່ານທາງອອນໄລ. ທ່ານ ຫງວຽນວັນເທາະ, ປະທານຄະນະກຳມະການປະຊາຊົນແຂວງ ບ່າເຣຍ - ຫວູງເຕົາ, ໃຫ້ຮູ້ວ່າ:

ໃນກໍລະນີວິສາຫະກິດປະສົບກັບຄວາມຫຍຸ້ງຍາກ, ບໍ່ວ່າເວລາໃດ ທາງແຂວງກໍແກ້ໄຂ. ໃນແຕ່ລະອາທິດ, ທ່ານເຈົ້າແຂວງກໍສັບຊ້ອນເວລາຕ້ອນຮັບວິສາຫະກິດ ເຂົ້າລາຍງານຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ແລະ ໃນເວລາແຕ່ 7 ໂມງ 30 ນາທີ ຫາ 8 ໂມງ 30 ນາທີຂອງແຕ່ລະມື້, ທາງແຂວງກໍແບ່ງເວລາຮັບຟັງຄຳເຫັນຂອງວິສາຫະກິດ. ຜ່ານນັ້ນ, ກໍສາມາດແກ້ໄຂຄວາມຫຍຸ້ງຍາກໄດ້ຢ່າງທັນທີ. ໄປຄຽງຄູ່ກັນນັ້ນ, ແຕ່ລະເດືອນ, ພວກຂ້າພະເຈົ້າກໍຈັດການພົບປະສົນທະນາກັບກຸ່ມບໍລິສັດ, ສະຫະສະມາຄົມວິສາຫະກິດຕ່າງໆ ເພື່ອຮັບຟັງຄຳເຫັນ ແລະ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດເຊັ່ນດຽວກັນ”.

ອຳນາດການປົກຄອງ ແລະ ວິ​ສາ​ຫະ​ກິດ ພ້ອມ​ກັນຮ່ວມ​ເດີນທາງ - ສ້າງ​ກຳ​ລັງ​ພັກ​ດັນ​ແກ່​ການ​ພັດ​ທະ​ນາ - ảnh 2ບັນດາແຂວງ, ນະຄອນ ຕ້ອງສືບຕໍ່ມານະພະຍາຍາມໃນການສ້າງສະພາບແວດລ້ອມລົງທຶນດຳເນີນທຸລະກິດທີ່ສະດວກກວ່າໃນໄລຍະຈະມາເຖິງ (ພາບ: VOV)
ແຂວງ ດົ່ງທາບ ແມ່ນທ້ອງຖິ່ນທີ່ມີເວລາ 15 ປີ ຢ່າງລຽນຕິດນອນໃນກຸ່ມ 5 ແຂວງ, ນະຄອນທີ່ມີຄຸນນະພາບໃນການບໍລິຫານດີທີ່ສຸດ ຕາມການຕີລາຄາຂອງວິສາຫະກິດກ່ຽວກັບດັດຊະນີຄວາມສາມາດແກ້ງແຍ້ງຂັ້ນແຂວງ. ທ່ານ ຟ້າມທ້ຽນເຫງຍ, ປະທານຄະນະກຳມະການປະຊາຊົນແຂວງ ດົ່ງທາບ ໃຫ້ຮູ້ວ່າ ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຍາມໃດທາງແຂວງ ກໍຖືບັນຫາປັບປຸງສະພາບແວດລ້ອມການດຳເນີນທຸລະກິດແມ່ນຂອດບຸກທະລຸ, ຈຸດສຸມໃນທຸກຄຳເຫັນຊີ້ນຳ, ບໍລິຫານ; ເສີມຂະຫຍາຍຫຼາຍມາດຕະພການທີ່ມີປະສິດທິຜົນ ເປັນຕົ້ນແມ່ນຮູບແບບ “ກາເຟນັກທຸລະກິດ”, ເປັນເຈົ້າການໃນການພົບປະໂອ້ລົມ, ຮັບຟັງຄຳເຫັນຂອງປະຊາຄົມວິສາຫະກິດ ເພື່ອທັງແກ້ໄຂຂໍ້ຕິດຄັດ, ທັງດັດປັບນະໂຍບາຍ. ສຳລັບບັນດາບັນຫາທີ່ຍັງບໍ່ທັນສົມບູນແບບ, ຍັງບໍ່ທັນມີປະສິດທິຜົນ... ພາຍຫຼັງໄດ້ຮັບຟັງຄຳເຫັນປະກອບຈາກວິສາຫະກິດ, ອຳນາດການປົກຄອງແຂວງ ກໍຈະຮັບເອົາ ແລະ ແກ້ໄຂໃນທັນທີ. ທ່ານ ຟ້າມທ້ຽນເຫງຍ ເນັ້ນໜັກວ່າ:

“ແຂວງດົ່ງທາບ ໄດ້ພ້ອມກັບບັນດາວິສາຫະກິດຂຸດຄົ້ນບັນດາທ່າໄດ້ປຽບ ແລະ ດັດປັບນະໂຍບາຍໃຫ້ແທດເໝາະກັບສະພາບການຕະຫຼາດ ເພື່ອສືບຕໍ່ຮັກສາການເຄື່ອນໄຫວ ແລະ ພັດທະນາ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຖືການປະຕິຮູບຢ່າງບຸກທະລຸເປັນວຽກງານຈຸດສຸມ, ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຖືຄວາມພໍໃຈຂອງປະຊາຊົນ ແລະ ວິສາຫະກິດເປັນໄມ້ວັດແທກ ເພື່ອຕີລາຄາປະສິດທິຜົນການນຳພາຂອງແຂວງ”.

ປະຊາຄົມວິສາຫະກິດປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາແຂວງ, ນະຄອນ ຈະສືບຕໍ່ມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ສະດວກກວ່າອີກ; ເອົາໃຈໃສ່ເຖິງການຊຸກຍູ້ການປະຕິຮູບບັນດາຂົງເຂດ, ເປັນຕົ້ນແມ່ນ: ພາສີອາກອນ, ທີ່ດິນ, ປະກັນສັງຄົມ, ໜັງສືຂໍອະນຸຍາດດຳເນີນທຸລະກິດ; ຍົກສູງຄຸນນະພາບການເຄື່ອນໄຫວຂອງກົງຈັກບໍລິຫານທ້ອງຖິ່ນ... ຈາກນັ້ນ, ກໍຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດຂອງປະເທດຊາດ./.

ຕອບກັບ