ຫາຍຟ່ອງ ສືບຕໍ່ບັນລຸການເຕີບໂຕສູງເພື່ອໃຫ້ກາຍເປັນກຳລັງຫນູນພັດທະນາຂອງທົ່ວປະເທດ

Thanh Nga - Thu Hoa
Chia sẻ

(VOVWORLD) - ຍ້ອນຜົນສະທ້ອນຈາກການຊຸດໂຊມເສດຖະກິດໂລກພາຍຫລັງໂລກລະບາດໂຄວິດ 19, ສະພາບການເສດຖະກິດສັງຄົມທົ່ວປະເທດພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ເຖິງຢ່າງໃດກໍຕາມ ນະຄອນຫາຍຟ່ອງ ຍັງຄົງບັນລຸລະດັບການເຕີບໂຕ(GRDP)ສູງ, ເພີ່ມຂຶ້ນ 9,65% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ສູງທົບ 3 ເທົ່າລະດັບສະເລ່ຍຂອງທົ່ວປະເທດ. ເສດຖະກິດເຕີບໂຕສູງ ແລະ ມີສະຖຽນລະພາບ ແມ່ນປະຖົມປັດໄຈເພື່ອໃຫ້ນະຄອນ ຫາຍຟ່ອງ ສືບຕໍ່ບຸກທະລຸ, ກາຍເປັນກຳລັງຫນູນເຕີບໂຕຂອງເຂດທົ່ງພຽງແມ່ນ້ຳແດງ ແລະ ຂອງທົ່ວປະເທດ.

ຫາຍຟ່ອງ ສືບຕໍ່ບັນລຸການເຕີບໂຕສູງເພື່ອໃຫ້ກາຍເປັນກຳລັງຫນູນພັດທະນາຂອງທົ່ວປະເທດ - ảnh 1ບັນດາວິສາຫະກິດຢູ່ ຫາຍຟ່ອງ ປະກອບສ່ວນນຳມູນຄ່າການຜະລິດອຸດສາຫະກຳ ຂອງ ຫາຍຟ່ອງເພີ່ມຂຶ້ນສູງໃນຊຸມເດືອນຕົ້ນປີ. ພາບ: VOV

ໃນຊຸມເດືອນຕົ້ນປີ, ຄະນະຄຸ້ມຄອງເສດຖະກິດ ຫາຍຟ່ອງ ໄດ້ມີການສົມທົບກັບບັນດາຄະນະ, ຂະແຫນງການ, ທ້ອງຖິ່ນຈັດຕັ້ງການໂອ້ລົມສົນທະນາ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດໃນບັນດາເຂດອຸດສາຫະກຳ, ເສດຖະກິດຢ່າງຕໍ່ເນື່ອງ. ຫາຍຟ່ອງ ກໍ່ມີວິທີເຮັດໃຫມ່ໃນການດຶງດູດການລົງທຶນ, ຈັດສົ່ງຄະນະປະຕິບັດງານໄປຍັງ ສ.ເກົາຫລີ ເພື່ອແນະນຳ, ໂຄສະນາ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງນະຄອນ.

ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ກໍ່ໄດ້ສົມທົບກັບ ກະຊວງແຜນການ ແລະ ການລົງທຶນ ຈັດຕັ້ງການສົ່ງເສີມການຄ້າກັບບັນດາວິສາຫະກິດ ໄຕ້ຫວັນ (ຈີນ) ແລະ ສະຫະສະມາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ. ນອກນັ້ນ ເພື່ອຕອບສະຫນອງຄວາມຕ້ອງການເປີດກວ້າງການຜະລິດຂອງບັນດາບໍລິສັດ, ກຸ່ມວິສາຫະກິດ ຢ່າງທັນການ, ຫາຍຟ່ອງ ກໍ່ສຸມໃສ່ດັດປັບ, ຍົກລະດັບພື້ນຖານໂຄງລ່າງໃຫ້ແກ່ບັນດາເຂດອຸດສາຫະກຳ.

ຍ້ອນເຫດນັ້ນ ນັບແຕ່ຕົ້ນປີມາຮອດປະຈຸບັນ, ຫາຍຟ່ອງ ໄດ້ດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI)  ປະມານ 500 ລ້ານUSDດ້ວຍ 17 ໂຄງການໃຫມ່ ແລະ 9 ໂຄງການເພີ່ມທຶນ; ເງິນລົງທຶນໂດຍກົງພາຍໃນປະເທດ (DDI) ແມ່ນ ເກືອບ 47 ລ້ານ USDຢືນ TOP ນຳຫນ້າທົ່ວປະເທດ. ໃນການເຮັດວຽກກັບຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ເພື່ອຊອກຮູ້ ແລະ ສຳຫລວດການລົງທຶນຢູ່ ນະຄອນ, ທ່ານ Chen Hung Chin ປະທານ ສະພາບໍລິຫານບໍລິສັດ Wieson, ສະຫະສະມາຄົມວິສາຫະກິດເຄື່ອງໄຟຟ້າ - ເອເລັກໂຕນິກ ໄຕ້ຫວັນ (ຈີນ) ໃຫ້ຮູ້ວ່າ: 

 “ພວກຂ້າພະເຈົ້າມີຄວາມປະທັບໃຈຕໍ່ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ບັນດານະໂຍບາຍດຶງດູດການລົງທຶນ ແລະ ເປັນຕົ້ນແມ່ນການຮ່ວມແຮງຮ່ວມໃຈ, ຄວາມເອົາໃຈໃສ່, ການຫນູນຊ່ວຍຂອງການນຳ ນະຄອນ ຫາຍຟ່ອງ ສຳລັບບັນດານັກລົງທຶນ. ຈາກບັນດາເງື່ອນໄຂສະດວກນີ້, ບັນດາວິສາຫະກິດ ໄຕ້ຫວັນ ໄດ້ສ້າງແຜນການ, ວິທີການລົງທຶນເຂົ້າໃນບັນດາເຂດອຸດສາຫະກຳ, ເຂດເສດຖະກິດຢູ່ ບໍລິເວນ ນະຄອນຫາຍຟ່ອງ”.

ຫາຍຟ່ອງ ສືບຕໍ່ບັນລຸການເຕີບໂຕສູງເພື່ອໃຫ້ກາຍເປັນກຳລັງຫນູນພັດທະນາຂອງທົ່ວປະເທດ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາບາງໂຄງການຈຸດສຸມຢູ່ ຫາຍຟ່ອງ. ພາບ:VOV

ຂໍ້ຕິດຂັດໄດ້ຮັບການແກ້ໄຂຢ່າງທັນການ, ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດມີສະຖຽນລະພາບ ແລະ ພັດທະນາ.. ປະກອບສ່ວນນຳມູນຄ່າການຜະລິດອຸດສາຫະກຳ (IIP)ຂອງ ຫາຍຟ່ອງ ໃນຊຸມເດືອນຕົ້ນປີເພີ່ມຂຶ້ນສູງ, ບັນລຸ 13,37%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄຽງຄູ່ກັນນັ້ນ ບັນດາຂະແຫນງອຸດສາຫະກຳ ກໍ່ສ້າງ - ການບໍລິການຂອງ ຫາຍຟ່ອງ ກໍ່ໄດ້ຮັບການຮັກສາໄວ້ ແລະ ພັດທະນາ, ຊ່ວຍ ຫາຍຟ່ອງ ບັນລຸການເຕີບໂຕ (GRDP)ຢູ່ໃນລະດັບ  9,65%ໃນໄຕມາດIປີນີ້, ສູງເກືອບ 3  ເທົ່າເມື່ອທຽບໃສ່ລະດັບສະເລ່ຍຂອງທົ່ວປະເທດ ແລະ ນຳຫນ້າໃນບັນດານະຄອນຂຶ້ນກັບສູນກາງ. ທ່ານ ເລຢາງຟອງ, ຫົວຫນ້າກົມສະຖິຕິ ນະຄອນ ຫາຍຟ່ອງ ວິເຄາະວ່າ:

 ຫາຍຟ່ອງ ມີບາງຜະລິດຕະພັນໃຫມ່, ໂຄງການໃຫມ່ໄດ້ນຳເຂົ້າເຄື່ອນໄຫວ ດັ່ງນັ້ນຈຶ່ງໄດ້ປະກອບສ່ວນເຂົ້າໃນການຮັກສາລະດັບການເຕີບໂຕ. ໃນຂົງເຂດເສດຖະກິດ, ການປະກອບສ່ວນທີ່ສໍາຄັນແມ່ນຂະແຫນງອຸດສາຫະກຳກໍ່ສ້າງແລະຂະແຫນງການບໍລິການ. ສ່ວນຂະແໜງການບໍລິການ, ພາຍຫຼັງໂລກລະບາດໂຄວິດ ກໍ່ຄືທາງນະຄອນໄດ້ວາງອອກບາງນະໂຍບາຍກ່ຽວກັບການບໍລິການ ແລະ ການທ່ອງທ່ຽວນັ້ນ, ການເຕີບໂຕດ້ານການທ່ອງທ່ຽວກໍ່ບັນລຸລະດັບສູງທີ່ສຸດ ສະນັ້ນ ການສະຫນອງສິນຄ້າຂາຍຍ່ອຍກໍ່ຄືບາງຂະແຫນງການບໍລິການຂອງ ຫາຍຟ່ອງ ກໍ່ເຕີບໂຕໄປຕາມ.

ຄຽງຄູ່ກັບດັດຊະນີການເຕີບໂຕດ້ານເສດຖະກິດສູງ, ໜຶ່ງໃນບັນດາປັດໄຈທີ່ຊ່ວຍໃຫ້ ນະຄອນ ຫາຍຟ່ອງ ຢືນໃນ TOP ນຳຫນ້າ ແມ່ນໝາກຜົນແຫ່ງການປ່ອຍເງິນລົງທຶນພາກລັດ. ໄລ່ມາຮອດທ້າຍເດືອນ ເມສາ ຜ່ານມາ, ນະຄອນ ຫາຍຟ່ອງ ປ່ອຍເງິນໄດ້ ກວ່າ 4.100 ຕື້ດົ່ງ (ປະມານ 174 ລ້ານ USD) ບັນລຸປະມານ 31% ແຜນການທີ່ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ ແລະ ສູງທົບສອງເທົ່າເມື່ອທຽບໃສ່ລະດັບສະເລ່ຍທົ່ວປະເທດ. ທ່ານ ຫງວຽນຮ່ວາງລອງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຫາຍຟ່ອງ ຢືນຢັນວ່າ:

 “ນີ້ແມ່ນເທື່ອທຳອິດໃນໄຕມາດ I ນະຄອນ ຫາຍຟ່ອງ ບັນລຸໄດ້ອັດຕາການປ່ອຍເງິນລົງທຶນພາກລັດສູງສຸດ.ບັນດາຄະນະຄຸ້ມຄອງໂຄງການທັງໝົດລ້ວນແຕ່ມີອັດຕາການປ່ອຍເງິນໃນລະດັບສູງສົມຄວນໂດຍສະເພາະພະແນກພັດທະນາຕົວເມືອງ ແລະ ກິດຈະກຳການປຸກສ້າງເຮືອນ, ອາຄານ.ໃນໄຕມາດທີ 1, ຫາຍຟ່ອງ ບັນລຸໄດ້ບັນດາໝາກຜົນກ່ຽວກັບການຫັນເປັນຕົວເມືອງທັນສະໄໝ ແລະ ເປີດສະຫລອງ, ເລີ່ມລົງມືກໍ່ສ້າງ ແລະນຳເຂົ້າເຄື່ອນໄຫວບາງກິດຈະກຳຄົມມະນາຄົມທີ່ສຳຄັນ".

ທ້າຍເດືອນມີນາຜ່ານມາ, ທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດການປັບປຸງແຜນຜັງລວມຂອງນະຄອນຫາຍຟ່ອງຮອດປີ 2040, ວິໄສທັດຮອດປີ 2050, ໃນນັ້ນ ເປົ້າໝາຍກໍ່ສ້າງ ແລະ ພັດທະນານະຄອນ ຫາຍຟ່ອງ ແມ່ນນະຄອນນຳໜ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ເປັນກຳລັງຫນູນພັດທະນາຂອງເຂດພາກເໜືອແລະທົ່ວປະເທດ.

ໃນການໄປເຮັດວຽກຢູ່ນະຄອນ ຫາຍຟ່ອງ ແລະ ເຂົ້າຮ່ວມພິທີວາງສີລາລືກການກໍ່ສ້າງເຂດອຸດສາຫະກຳ ແລະ ເຂດປອດພາສີ ຊວນເກົ່າ ເມືອງ ກາດຫາຍ ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:  ຫາຍຟ່ອງ ຕ້ອງຢືນຢັນບົດບາດນຳໜ້າໃນການພັດທະນາ, ແມ່ນກຳລັງຫນູນການເຕີບໂຕຂອງເຂດ ແລະທົ່ວປະເທດ.

ຫາຍຟ່ອງ ນອນໃນເຂດສາມຫລ່ຽມພັດທະນາ, ຫາຍຟ່ອງ ແມ່ນນະຄອນພັດທະນາແລ້ວ ແຕ່ຕ້ອງບຸກທະລຸກວ່າອີກ. ຫາຍຟ່ອງ ມີຫນ້າທີ່ຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ຫາຍຟ່ອງຈະປະຕິບັດໄດ້. ຂ້າພະເຈົ້າ ສະເຫນີ ນະຄອນ ຫາຍຟ່ອງ ຕ້ອງຮ່ວມສຳພັນຢ່າງແຫນ້ນແຟ້ນກັບບັນດາແຂວງ, ນະຄອນ ໃນເຂດ ແລະ ທົ່ວປະເທດກວ່າອີກ, ພັດທະນາວ່ອງໄວ ແຕ່ຕ້ອງຍືນຍົງ, ຕ້ອງຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ເຂດຈຸດສຸມນີ້.

ເພື່ອສືບຕໍ່ຮັກສາການພັດທະນາຢ່າງແຮງ ແລະ ຍືນຍົງ, ກາຍເປັນ “ກຳລັງຫນູນພັດທະນາຂອງພາກເຫນືອ ແລະ ທົ່ວປະເທດ”, ນະຄອນ ຫາຍຟ່ອງ ສືບຕໍ່ປ່ຽນໃຫມ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ຕາມການກຳນົດທິດພັດທະນາ 3 ເສົາຄ້ຳຫລັກຊື່ງໄດ້ກຳນົດ ນັ້ນແມ່ນ “ອຸດສາຫະກຳເຕັກໂນໂລຊີສູງ, ທ່າກຳປັ່ນ logistics, ການທ່ອງທ່ຽວ - ການຄ້າ”. ໃນຕໍ່ຫນ້າ ນະຄອນ ພວມຍູ້ແຮງການຫັນເປັນດິຈີຕອນ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ, ເພີ່ມຄວາມໄວໃນການຜັນຂະຫຍາຍບັນດາໂຄງການອຸດສາຫະກຳ, ສ້າງກຳລັງຄວາມສາມາດການຜະລິດ ແລະ ຜະລິດຕະພັນໃຫມ່ໃຫ້ແກ່ພື້ນຖານເສດຖະກິດ, ສູ້ຊົນບັນລຸລະດັບເຕີບໂຕເສດຖະກິດ 12,7-13% ຄືດັ່ງແຜນການທີ່ໄດ້ວາງອອກ.

ຕອບກັບ