ສິນຄ້າ ຫວຽດນາມ ຍົກລະດັບຄຸນນະພາບເພື່ອດຶງດູດຜູ້ບໍລິໂພກຢູ່ພາຍໃນປະເທດ

Anh Huyen - Ba Toan
Chia sẻ

(VOVWORLD) -ຊຸມປີມໍ່ໆມານີ້, ເຖິງວ່າຖືກກຳລັງກົດດັນແກ້ງແຍ່ງຢ່າງແຮງຂອງບັນດາຜະລິດຕະພັນນຳເຂົ້າຈາກຕ່າງປະເທດ ແຕ່ສິນຄ້າ ຫວຽດນາມ ໂດຍບັນດາວິສາຫະກິດຢູ່ພາຍໃນປະເທດນັບມື້ນັບກວມອັດຕາສ່ວນຢ່າງສູງຢູ່ຕະຫລາດ ຍ້ອນມີຄຸນນະພາບດີ, ຮູບແບບງາມ, ລາຄາເໝາະສົມ... ສິນຄ້າ ຫວຽດນາມ ນັບມື້ນັບຢັ້ງຢືນທີ່ຕັ້ງຢູ່ຕະຫລາດບໍລິໂພກພາຍໃນປະເທດ.

ສິນຄ້າ ຫວຽດນາມ ຍົກລະດັບຄຸນນະພາບເພື່ອດຶງດູດຜູ້ບໍລິໂພກຢູ່ພາຍໃນປະເທດ - ảnh 1ສິນຄ້າ ຂອງຫວຽດນາມ ນັບມື້ນັບໄດ້ຮັບການດັດປັບກ່ຽວກັບຄຸນນະພາບ, ລາຄາກໍ່ເໝາະສົມ. (ພາບປະກອບ: Mỹ Phương/TTXVN)

ປະຈຸບັນ ມີວິສາຫະກິດ ຫວຽດນາມ ຫລາຍແຫ່ງ ໄດ້ຫັນປ່ຽນຢ່າງແຮງມາຍັງເລື່ອງຕ້ອງດຶງດູດຜູ້ບໍລິໂພກ ດ້ວຍວິທີການຍົກສູງຄຸນນະພາບ, ຮູບແບບ, ຫລຸດຜ່ອນລາຍຈ່າຍສົ້ນເຂົ້າ ແລະ ເພີ່ມການບໍລິການຫລັງການຂາຍເພື່ອເພີ່ມກຳລັງແກ້ງແຍ່ງ.-

ຄຸນນະພາບສິນຄ້າ ຫວຽດນາມ ໄດ້ມີການປັບປຸງດີກວ່າເກົ່າຫລາຍແລ້ວ ແລະ ຜະລິດຕະພັນມີຫລາຍຮູບແບບ, ລາຄາເໝາະສົມ. ຂ້າພະເຈົ້າບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ, ເພາະວ່າ ມັນເໝາະສົມກັບຄວາມຕ້ອງການ ແລະ ລາຄາກໍ່ເໝາະສົມກັບຄວາມສາມາດດ້ານການເງິນຂອງຕົນເອງ”.

“ຂ້າພະເຈົ້າ ມີທ່າອ່ຽງແມ່ນນຳໃຊ້ສິນຄ້າ ຫວຽດນາມ ຫລາຍກວ່າ. ເພາະວ່າ ປະຈຸບັນ ສິນຄ້າ ຫວຽດນາມ ມີຈຸດເດັ່ນ. ມີຜະລິດຕະພັນຫລາຍຢ່າງ ຄຸນນະພາບທຽບເທົ່າກັບສິນຄ້ານຳເຂົ້າຈາກຕ່າງປະເທດ”.

ມາຮອດປະຈຸບັນ, ມີຫລາຍປະເພດສິນຄ້າ ໂດຍວິສາຫະກິດ ຫວຽດນາມ ຜະລິດ ໄດ້ມີກຳລັງຄວາມສາມາດຢ່າງພຽງພໍເພື່ອຮັບໃຊ້ຕະຫລາດ. ມີສິນຄ້າຫລາຍປະເພດໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງຊາວ ຫວຽດນາມ ຄື: ນ້ຳນົມ Vinamilk, ຊາ ເຕີນເກືອງ, ລົດໂອໂຕໄຟຟ້າອັດສະລິຍະ Vinfast, ຮັງນົກ Sanvinest ແຄງຮວ່າ ປະເພດຕ່າງໆ.

ນອກຈາກການພັດທະນາທຸລະກິດ, ບັນລຸປະສິດທິຜົນດ້ານເສດຖະກິດ, ມີວິສາຫະກິດຫລາຍແຫ່ງໄດ້ເລືອກເຟັ້ນການພັດທະນາແບບຍືນຍົງ, ຮັກສາລະບົບນິເວດສີຂຽວ ສອດຄ່ອງກັບມາດຕະຖານສາກົນ. ທ່ານນາງ ດ່າວທູຍຮ່າ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນການຢາ Traphaco ຊື່ງແມ່ນບໍລິສັດການຢາແຖວຫນ້າຂອງ ຫວຽດນາມ ໃຫ້ຮູ້ວ່າ: ບັນດາຜະລິດຕະພັນຂອງ Traphaco ລ້ວນແຕ່ໄດ້ຮັບຄວາມນິຍົມໃຊ້ຈາກຜູ້ບໍລິໂພກ ຫວຽດນາມ ຍ້ອນມັນສະອາດ, ປອດໄພຕໍ່ສຸຂະພາບຂອງຜູ້ໃຊ້.

Traphaco ສຸມໃສ່ເຂົ້າໃນການພັດທະນາເພື່ອຮັບໃຊ້ການຜະລິດອອກບັນດາຜະລິດຕະພັນການຢາສົ້ນເຂົ້າເປັນປົກກະຕິ, ມີຄຸນນະພາບສູງຜ່ານລະບົບຄຸນຄ່າສີຂຽວ, ນຳໃຊ້ເຕັກໂນໂລຊີສີຂຽວທັນສະໄຫມ ເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບດີ. ຈາກນັ້ນ ເປົ້າໝາຍແມ່ນສ້າງບັນດາເຂດປູກບັນລຸມາດຕະຖານ GACP- ປະຕິບັດການລ້ຽງປູກເປັນຢ່າງດີ ແລະ ເກັບກູ້ຕາມຄຳແນະນຳຂອງອົງການອະນາໄມໂລກ (WHO)”.

ຕາມການສະຖິຕິ ຈາກຄະນະຊີ້ນຳການຂົນຂວາຍຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ, ກຳລັງຊື້ຂອງຜູ້ບໍລິໂພກສຳລັບສິນຄ້າ ຫວຽດນາມ ແມ່ນນັບມື້ນັບເພີ່ມຂຶ້ນ ແລະ ມີຜູ້ບໍລິໂພກກວ່າ 90% ກຳນົດເອງວ່າເມື່ອສິນຄ້າ ຕ້ອງບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ; 75% ສົ່ງເສີມຍາດຕິພີ່ນ້ອງໃນຄອບຄົວ, ໝູ່ເພື່ອນ ຄວນຊື້ສິນຄ້າ ຫວຽດນາມ. ມາຮອດປະຈຸບັນ, ສິນຄ້າ ຫວຽດນາມ ກວມເອົາອັດຕາສ່ວນກວ່າ 90% ໃນບັນດາຮາກຖານຈຳຫນ່າຍສິນຄ້າຂອງບັນດາວິສາຫະກິດຢູ່ພາຍໃນປະເທດ. ທ່ານນາງ ມາຍທິຖູ່ຍ, ປະທານ ສະມາຄົມນັກທຸລະກິດຍິງ ຂະຫນາດກາງ ແລະ ນ້ອຍ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ບັນດາວິສາຫະກິດຜະລິດ ຕອບສະຫນອງໄດ້ຮູບແບບ, ການຫຸ້ມຫໍ່, ຄຸນນະພາບສິນຄ້າ. ເພື່ອຮັບປະກັນ, ດຶງດູດຄວາມນິຍົມຂອງຜູ້ບໍລິໂພກ, ຊື່ງແມ່ນຜູ້ທີ່ກ່ອນນີ້ນິຍົມໃຊ້ສິນຄ້ານຳເຂົ້າຈາກຕ່າງປະເທດ ແຕ່ປະຈຸບັນໄດ້ຫັນມາໃຊ້ສິນຄ້າ ຫວຽດນາມ, ວິສາຫະກິດ ກໍ່ຕ້ອງສູ້ຊົນ, ຢາກຂາຍສິນຄ້າຢູ່ຕະຫລາດພາຍໃນປະເທດ ຕ້ອງຕອບສະຫນອງໄດ້ຄວາມຕ້ອງການ, ຕ້ອງສົ່ງເສີມຜູ້ບໍລິໂພກໃຫ້ມີຄວາມຊິນເຄີຍນຳໃຊ້ສິນຄ້າ ຫວຽດນາມ”

ສິນຄ້າ ຫວຽດນາມ ຍົກລະດັບຄຸນນະພາບເພື່ອດຶງດູດຜູ້ບໍລິໂພກຢູ່ພາຍໃນປະເທດ - ảnh 2ທ່ານນາງ ດ່າວທູຍຮ່າ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນການຢາ Traphaco.(ພາບ:baodautu.vn)

         ປະຈຸບັນ ສິນຄ້າ ຫວຽດນາມ ຢັ້ງຢືນໄດ້ຈຸດຢືນໃນຈິດໃຈຂອງຜູ້ບໍລິໂພກ ຈາກການບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ ປະຈຸບັນ ຜູ້ບໍລິໂພກຮູ້ສຶກມີຄວາມເອກອ້າງທະນົງໃຈເມື່ອນຳໃຊ້ສິນຄ້າ ຫວຽດນາມ. ເພື່ອເສີມຂະຫຍາຍໝາກຜົນນີ້, ທ່ານ ໂດ໋ວັນຈຽນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຫົວຫນ້າ ຄະນະຊີ້ນຳສູນກາງ ການຂົນຂວາຍຊາວ ຫວຽດນາມ ບຸລິມະສິດນຳໃຊ້ ສິນຄ້າ ຫວຽດນາມ ຖືວ່າ:

“ໃນໄລຍະຍາວ, ຕ້ອງຍູ້ແຮງການປ່ຽນແປງໃຫມ່ປະດິດຄິດສ້າງ, ປ່ຽນໃຫມ່ເຕັກໂນໂລຊີ, ເຮັດໃຫ້ສິນຄ້າ ຫວຽດນາມ ມີຄຸນນະພາບ, ຮູບແບບງາມຕາ, ລາຄາເໝາະສົມກັບຊາວຫວຽດນາມ, ມີລັກສະນະແກ້ງແຍ່ງ. ທີສອງ ດ້ວຍບັນດານະໂຍບາຍເພື່ອເຮັດແນວໃດໃຫ້ສອດຄ່ອງກັບກົດໝາຍສາກົນ ແຕ່ຕ້ອງກະຕຸກຊຸກຍູ້ໄດ້ການຜະລິດ, ການໃຊ້ສອຍຢູ່ພາຍໃນປະເທດ”.

ຕະຫລາດຢູ່ພາຍໃນປະເທດ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ, ກຳລັງຊື້ນັບມື້ນັບເພີ່ມຂຶ້ນ ແມ່ນປັດໄຈ ຄວາມສາມາດບົ່ມຊ້ອນເພື່ອໃຫ້ບັນດາວິສາຫະກິດ, ນັກຜະລິດຢູ່ພາຍໃນປະເທດ ຍົກສູງຄຸນນະພາບຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ດຶງດູດຄວາມນິຍົມຊົມໃຊ້ຂອງຜູ້ບໍລິໂພກ ຫວຽດນາມ, ເພື່ອບັນລຸຄາດໝາຍຮອດປີ 2030, ອັດຕາສ່ວນສິນຄ້າ ຫວຽດນາມ ຢູ່ຕະຫລາດພາຍໃນປະເທດແມ່ນກວມເອົາກວ່າ 85% ຢູ່ໃນບັນດາຊ່ອງຈຳຫນ່າຍສິນຄ້າຄື: ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານຂາຍເຄື່ອງຕ່າງໆ, ຊ່ອງການຄ້າເອເລັກໂຕນິກ... ຄືດັ່ງທີ່ທ່ານນາຍົກລັດຖະມົນຕີ ໄດ້ວາງອອກ.

ຕອບກັບ