Unitel - ແບບຢ່າງການຮ່ວມມືເສດຖະກິດ ຫວຽດນາມ -ລາວ

Anh Huyen - Tran Tuan
Chia sẻ

(VOVWORLD) - ບໍລິສັດ Star Telecom ດ້ວຍເຄື່ອງໝາຍການຄ້າແມ່ນເຄືອຂ່າຍ ໂທລະຄົມ Unitel ແມ່ນຫນຶ່ງໃນບັນດາໂຄງການລົງທຶນຢູ່ ສປປ ລາວ ຕາມຮູບການຮ່ວມທຸລະກິດຂອງກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມ ກອງທັບ (Viettel). ປະຈຸບັນ Unitel ແມ່ນນັກສະຫນອງການບໍລິການໂທລະຄົມ ແລະ ການບໍລິການສ່ວນໃຫຍ່, ແມ່ນຫນຶ່ງໃນບັນດາວິສາຫະກິດ ປະກອບສ່ວນເປັນຈຳນວນເງິນຫລາຍໃຫ້ແກ່ງົບປະມານຢູ່ ລາວ. ພັກ ແລະ ລັດ ສອງປະເທດ ຫວຽດນາມ ແລະ ລາວ ລ້ວນແຕ່ຮັບຮູ້ Unitel ແມ່ນແບບຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດ.

Unitel - ແບບຢ່າງການຮ່ວມມືເສດຖະກິດ  ຫວຽດນາມ -ລາວ - ảnh 1ປະຈຸບັນ Unitel ແມ່ນນັກສະຫນອງການບໍລິການໂທລະຄົມ ແລະ ການບໍລິການສ່ວນໃຫຍ່,ແມ່ນຫນຶ່ງໃນບັນດາວິສາຫະກິດ ປະກອບສ່ວນເປັນຈຳນວນເງິນຫລາຍໃຫ້ແກ່ງົບປະມານຢູ່ ລາວ. ພາບ: baochinhphu.vn

ເອື້ອຍ ຫົງພະຈັນ ພູມມິງ, ເຈົ້າຂອງຮ້ານຄ້າ Madam ພວມເຮັດວຽກ livestream ຂາຍເຄື່ອງທຸກມື້ ແບ່ງບັນວ່າ: ຍ້ອນມີລະດັບຄວາມໄວ ແລະ ເປັນປົກກະຕິຂອງອິນເຕີເນັດ ສະນັ້ນ ບັນດາການຂາຍສິນຄ້າທາງອອນລາຍແຕ່ລະຄັ້ງຂອງເອື້ອຍ ໄດ້ດຶງດູດລູກຄ້ານັບຮ້ອຍໆຄົນຕິດຕາມ ແລະ ຈອງຊື້.

 “ເລື່ອງຂາຍເຄື່ອງອອນລາຍ ນັບມື້ນັບກາຍເປັນທ່າອ່ຽງ ແລະ ເພື່ອໃຫ້ໄປທັດທຽມກັບການພັດທະນາຂອງການຄ້າເອເລັກໂຕນິກ ພວກຂ້າພະເຈົ້າກໍ່ຕັດສິນໃຈສ້າງຮູບການຂາຍເຄື່ອງທາງອອນລາຍຕື່ມອີກ. ກ່ອນນີ້ ລູກຄ້າຕ້ອງມາຮ້ານເພື່ອເລືອກຊື້ສິນຄ້າ ແຕ່ປະຈຸບັນ ແມ່ນສະດວກຫລາຍ, ລູກຄ້າສາມາດຊົມຜະລິດຕະພັນທີ່ຕົນມັກ, ຈອງອອນລາຍ ແລະ ສາມາດຕໍ່ລາຄາໄດ້. ນັບແຕ່ເມື່ອຂ້າພະເຈົ້າເລືອກໃຊ້ບໍລິການອິນເຕີເນັດ Unitel  ຂອງ Star Telecom, ວຽກງານຂາຍເຄື່ອງກໍສະດວກ, ລາຍຮັບເພີ່ມຂຶ້ນ ແລະ ຈຳນວນລູກຄ້າແມ່ນຫລາຍຮູບແບບ.

ມີ 58% ຈຳນວນຜູ້ບໍລິໂພກຢູ່ ລາວ ພວມໃຊ້ເຄືອຂ່າຍ Unitel ເຊິ່ງແມ່ນເຄື່ອງໝາຍໂທລະຄົມແຖວຫນ້າຢູ່ ລາວ. Unitel ແມ່ນຜົນສຳເລັດຈາກ ການຮ່ວມທຸລະກິດລະຫວ່າງ ບໍລິສັດໃຫຍ່ໂທລະຄົມ Viettel ແລະ Laos Asia Telecom. ປີ 2009 ເຄື່ອງໝາຍການຄ້ານີ້ເລີ່ມມີໜ້າຢູ່ຕະຫລາດລາວ, ແລະ ໄລຍະທຳອິດແມ່ນກວມເອົາອັດຕາສ່ວນຫນ້ອຍ. ຊ່ວງເວລານັ້ນ ຢູ່ ລາວ ມີ 3 ບໍລິສັດເຄືອຂ່າຍອິນເຕີເນັດໃຫຍ່ຄື: ETL, LTC, Beeline ທີ່ມີການເຄື່ອນໄຫວກວ່າ 10 ປີ. ແຕ່ຫລັງຈາກນັ້ນ 2 ປີ (2011), Unitel ໄດ້ຄ່ອຍໆດຶງດູດຜູ້ນຳໃຊ້ການບໍລິການຂອງຕົນ ແລະ ມາຮອດປະຈຸບັນ Unitel ໄດ້ກາຍເປັນເຄື່ອງໝາຍນຳຫນ້າກ່ຽວກັບຕົວເລກຈຳນວນລູກຄ້າໃຊ້ບໍລິການ.

ທ່ານ ເພັດ ໄຊສົງຄາມ ອາຍຸ 62 ປີ ຢູ່ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: Unitel ແມ່ນບໍລິສັດສະຫນອງການບໍລິການທີ່ຫລາກຫລາຍຮູບແບບ, ລາຄາເໝາະສົມ, ຜູ້ໃຊ້ໂທລະສັບມືຖືແບບ Smartphone ຄືທ່ານ ກໍ່ພ້ອມທີ່ຈະລົງທຶນເພື່ອໄດ້ເຂົ້າເຖິງ ແລະ ນຳໃຊ້ເຄືອຂ່າຍ ອິນເຕີແເດລະດັບຄວາມໄວສູງຂອງ Unitel ເພື່ອຮັບໃຊ້ບັນດາຄວາມຕ້ອງການທີ່ແຕກຕ່າງກັນ ຈາກການພົວພັນຕິດຕໍ່, ການບັນເທິງຕະຫລອດຮອດການດຳເນີນທຸລະກິດ.

ພາຍຫລັງພັກບຳນານ ຂ້າພະເຈົ້າເປີດຮ້ານຂາຍເຄື່ອງຍ່ອຍ ແລະ ກໍ່ຂາຍທັງບັດເຕີມເງິນໂທລະສັບອີກ. ໄລຍະມໍ່ໆມານີ້ ມີລູກຄ້າຫລາຍຄົນກໍ່ມາຮ້ານຂອງຂ້າພະເຈົ້າຊື້ບັດເຕີມເງິນໂທລະສັບຂອງເຄືອຂ່າຍ Unitel. ຂ້າພະເຈົ້າເຫັນວ່າ ປະຊາຊົນສ່ວນຫລາຍມັກໃຊ້ບໍລິການອິນເຕີເນັດຂອງ Unitel. ຍ້ອນມີເຄືອຂ່າຍອິນເຕີເນັດຂອງ Unitel ຂ້າພະເຈົ້າຈິ່ງສາມາດໂອ້ລົມກັບຍາດຕິພີ່ນ້ອງ, ອ້າຍນ້ອງ, ໝູ່ເພື່ອນ ຢູ່ເຂດທີ່ມີສັນຍານອ່ອນ ພິເສດ ແມ່ນເຂດຫ່າງໄກສອກຫລີກ.

ມາຮອດປະຈຸບັນ, Unitel ກວມ 57% ເອົາອັດຕາສ່ວນກວມຕະຫລາດ  ຍ້ອນມີພື້ນຖານໂຄງລ່າງເຄືອຂ່າຍປົກຄຸມຢ່າງກວ້າງຂວາງ, ສັນຍານໄປເຖິງແຕ່ລະຕາແສງ. ໄລ່ສະເລ່ຍ, ໃນຈຳນວນປະຊາຊົນ 1 ລ້ານຄົນ ຢູ່ ລາວ, ມີລະດັບຄວາມຫນາແຫນ້ນຂອງເສັ້ນໃຍແກ້ວສູງທົບ 6,6 ເທົ່າລະດັບສະເລ່ຍຂອງໂລກ. ລາວກາຍເປັນຫນຶ່ງໃນບັນດາປະເທດທີ່ມີອັດຕາສ່ວນປະຊາຊົນໄດ້ເຂົ້າເຖິງການບໍລິການລະບົບ  4G ແລະ ອິນເຕີເນັດຄວາມໄວສູງ ແລະ ດີທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້”.

Unitel ກໍ່ແມ່ນບໍລິສັດເຄືອຂ່າຍອິນເຕີເນັດ ນຳຫນ້າ ທີ່ສະຫນອງບັນດາການບໍລິການດິຈີຕອນ, ກາຍເປັນຄູ່ຮ່ວມມືຍຸດທະສາດຂອງລັດຖະບານ ລາວ, ຜັນຂະຫຍາຍບັນດາລະບົບຈຸດສຸມກ່ຽວກັບລັດຖະບານເອເລັກໂຕນິກໃຫ້ແກ່ປະເທດລາວ. ຍ້ອນ ມີ application ເຕັກໂນໂລຊີຢ່າງຕໍ່ເນື່ອງ, ເປີດກວ້າງການດຳເນີນທຸລະກິດ, Unitel ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 27.000 ຄົນ, ເຊິ່ງຫລາຍກວ່າເມື່ອທຽບໃສ່ບໍ່ວ່າວິສາຫະກິດແຫ່ງໃດຢູ່ລາວ, ອັນໄດ້ປະກອບສ່ວນຮັບປະກັນຊີວິດສັງຄົມ. ທ່ານ ພົນເອກ ຈັນສະຫມອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຢືນຢັນວ່າ:

 “ພວກຂ້າພະເຈົ້າ ຕີລາຄາສູງປະສິດທິຜົນຂອງ Unitel ຢູ່ ລາວ ຍ້ອນຄວາມໝາຍສຳຄັນ ແລະ ປະສິດທິຜົນສູງຂອງວິສາຫະກິດນີ້ ໃນທັງດ້ານເສດຖະກິດ ແລະ ສັງຄົມ. ຜ່ານນັ້ນ ກໍ່ປະກອບສ່ວນຮັດແຫນ້ນສາຍພົວພັນທີ່ເປັນມູນເຊື້ອຂອງສອງປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາ.

Unitel - ແບບຢ່າງການຮ່ວມມືເສດຖະກິດ  ຫວຽດນາມ -ລາວ - ảnh 2ທ່ານ ພົນເອກ ຈັນສະຫມອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.  (ພາບ:quochoi.vn)

ໃນປີ 2025, Unitel ວາງຄາດໝາຍກາຍເປັນກຸ່ມບໍລິສັດເສດຖະກິດໃຫຍ່ສຸດຢູ່ ລາວ. ດ້ວຍຍຸດທະສາດດຳເນີນທຸລະກິດອັນຖືກຕ້ອງ, ຈາກວິສາຫະກິດຂະຫນາດນ້ອຍສຸດ, Unitel ບໍ່ພຽງແຕ່ກາຍເປັນ “ວິສາຫະກິດນຳຫນ້າ” ໃນຕະຫລາດໂທລະຄົມຂອງປະເທດລາວ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ຕະຫລາດ ຕ່າງປະເທດ, ຍົກສູງຄຸນຄ່າ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກອີກດ້ວຍ.

ຕອບກັບ