ຍູ້ແຮງການຮ່ວມສຳພັນກໍ່ສ້າງເຂດວັດຖຸດິບ ເພື່ອສົ່ງອອກຜະລິດຕະພັນກະເສດແບບຍືນຍົງ

Pham Hai
Chia sẻ

(VOVWORLD) - ໄລຍະຜ່ານມາ, ຜະລິດຕະພັນກະເສດ ຫວຽດນາມ ໄດ້ຄ່ອຍໆແຊກຊຶມເຂົ້າບັນດາຕະຫລາດຕ່າງປະເທດທີ່ເຄັ່ງຄັດກັບຄຸນນະພາບຄື: ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ, ສ. ເກົາຫລີ, ໄທ, ສະຫະພາບເອີລົບ, ຈີນ ແລະ ຫລາຍປະເທດອື່ນ. ເພື່ອໃຫ້ມີໝາກຜົນນີ້, ນອກຈາກຂັ້ນຕອນການປູກຝັງທີ່ປອດໄພ, ຜະລິດຕະພັນມີຄຸນນະພາບແລ້ວ ຍັງຕ້ອງມີການຮ່ວມສຳພັນຢ່າງແຫນ້ນແຟ້ນລະຫວ່າງຜູ້ຜະລິດກັບວິສາຫະກິດ ເພື່ອກໍ່ສ້າງເຂດວັດຖຸດິບ, ຮັບໃຊ້ໃຫ້ການສົ່ງອອກ. ນີ້ພວມແມ່ນທິດກ້າວເດີນໂດຍບັນດາເຮືອນສວນຢູ່ ເຂດທົ່ງພຽງແມ່ນ້ຳຂອງ ຜັນຂະຫຍາຍ.

ຍູ້ແຮງການຮ່ວມສຳພັນກໍ່ສ້າງເຂດວັດຖຸດິບ ເພື່ອສົ່ງອອກຜະລິດຕະພັນກະເສດແບບຍືນຍົງ - ảnh 1ໄລຍະຜ່ານມາໝາກໄມ້ສົ່ງອອກໄປຍັງບັນດາຕະຫລາດສາກົນ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ. ພາບ: VOV

ເຂດທົ່ງພຽງແມ່ນ້ຳຂອງ ແມ່ນສະຖານທີ່ປະກອບສ່ວນຫລາຍສຸດໃຫ້ແກ່ວົງເງິນການສົ່ງອອກໝາກໄມ້ຂອງທົ່ວປະເທດ. ມີໝາກໄມ້ຫລາຍປະເພດຄື ໝາກທຸລຽນ, ໝາກມ່ວງ, ໝາກລຳໄຍ, ໝາກມັງກອນ, ໝາກນ້ຳນົມ… ໄລຍະຜ່ານມາໄດ້ສົ່ງອອກໄປຍັງບັນດາຕະຫລາດສາກົນ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ.

ອ້າຍ ຫງວຽນຮວ່າງແອງ, ຢູ່ ຕາແສງ ເທີຍຮຶງ, ເມືອງ ເກີ່ດໍ໋, ນະຄອນ ເກີນເທີ ໃຫ້ຮູ້ວ່າ: ປະຈຸບັນ ຄອບຄົວອ້າຍ ພວມປູກຕົ້ນລຳໄຍ ເພື່ອສົ່ງອອກໄປຍັງຕະຫລາດ ອາເມລິກາ, ອົດສະຕາລີ ແລະ ບາງປະເທດອື່ນ ດ້ວຍເນື້ອທີ່ເກືອບ 5 ເຮັກຕາ ຊື່ງໄດ້ປູກຕາມມາດຖານ VietGap, ໝູນໃຊ້ຂັ້ນຕອນການປູກຝັງຢ່າງເຄັ່ງຄັດຄື: ໃສ່ຝຸ່ນ, ຢາປາບສັດຕູພືດ.

“ເພື່ອສົ່ງອອກ ເຮົາຕ້ອງປະຕິບັດຕາມຂັ້ນຕອນຂອງການສົ່ງອອກ, ຕ້ອງຕາມມາດຖານ. ແຕ່ລະຕະຫລາດຮຽກຮ້ອງມາດຖານແຕກຕ່າງກັນ. ຢາກສົ່ງອອກຜະລິດຕະພັນໄປຍັງຕະຫລາດ ອາເມລິກາ ຕ້ອງຮັບປະກັນດ້ານຄຸນນະພາບ, ການສົ່ງອອກໄປຍັງເອີລົບ ຕ້ອງປະຕິບັດຕາມ VietGap, ຕາມຂັ້ນຕອນຂອງສະຫະກອນ”.

          ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ເກີນເທີ ແລ້ວ, ປະຈຸບັນ ທ້ອງຖິ່ນມີ 193 ລະຫັດເຂດປູກໝາກໄມ້ ດ້ວຍເນື້ອທີ່ກວ່າ 2.600 ເຮັກຕາ ເພື່ອສົ່ງອອກໄປຍັງບັນດາຕະຫລາດທີ່ເຄັ່ງຄັດກັບຄຸນນະພາບ. ທ່ານ ເຈີນທາຍງຽມ, ຮອງຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ເກີນເທີ ໃຫ້ຮູ້ວ່າ: ແຕ່ລະປີ ຜະລິດຕະພັນໝາກໄມ້ຂອງນະຄອນແມ່ນບັນລຸກວ່າ 200.000 ໂຕນ, ຂະແຫນງກະສິກຳ ເກີນເທີ ພວມເປີດກວ້າງຂອບຂະຫນາດເຂດປູກ, ສ້າງບັນດາເຂດປູກຕົ້ນໄມ້ກິນໝາກແບບລວມສູນເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫລາດນຳເຂົ້າກ່ຽວກັບການຫາແຫລ່ງກຳເນີດສິນຄ້າ, ຄຸນນະພາບຜະລິດຕະພັນ ແລະ ຄ່ອຍໆສ້າງເຄື່ອງໝາຍໝາກໄມ້ສົ່ງອອກຂອງ ນະຄອນ.

“ໃນຊຸມປີມໍ່ໆມານີ້ ບັນຫາຮ່ວມສຳພັນ, ຈຳຫນ່າຍໃນຂະແຫນງຕົ້ນໄມ້ກິນໝາກຢູ່ ນະຄອນ ເກີນເທີ ພວມດຳເນີນໄປຢ່າງຟົດຟື້ນ. ມີໝາກໄມ້ຫລາຍປະເພດມີມູນຄ່າ, ພິເສດ ຊຸມປີຜ່ານມານີ້ ໝາກທຸລຽນ, ລຳໄຍ, ໝາກນ້ຳນົມ... ໄດ້ຮັບຄວາມສົນໃຈຈາກວິສາຫະກິດຫລາຍແຫ່ງເມື່ອສ້າງລະຫັດເຂດປູກ, ບັນດາວິສາຫະກິດ ລ້ວນແຕ່ມີຄວາມປາດຖະຫນາຢາກຮ່ວມສຳພັນກໍ່ສ້າງເຂດວັດຖຸດິບເພື່ອພັດທະນາຕະຫລາດສົ່ງອອກ”.

ຍູ້ແຮງການຮ່ວມສຳພັນກໍ່ສ້າງເຂດວັດຖຸດິບ ເພື່ອສົ່ງອອກຜະລິດຕະພັນກະເສດແບບຍືນຍົງ - ảnh 2ໝາກລຳໄຍສົ່ງອອກໄປຍັງຕະຫລາດ ອາເມລິກາ,ອົດສະຕາລີ ແລະບາງປະເທດອື່ນ ລ້ວນແຕ່ໄດ້ປູກຝັງຕາມມາດຖານ VietGap. ພາບ: VOV

ຕາມກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ການສົ່ງອອກໝາກໄມ້ຢູ່ເຂດ ທົ່ງພຽງແມ່ນ້ຳຂອງ ໄດ້ປະກອບສ່ວນໃຫຍ່ຫລວງໃຫ້ແກ່ການສົ່ງອອກລວມຂອງປະເພດສິນຄ້ານີ້ຂອງຫວຽດນາມ... ເຖິງຢ່າງໃດກໍຕາມ, ຄວາມສາມາດບົ່ມຊ້ອນຂອງການສົ່ງອອກໝາກໄມ້ຢູ່ເຂດທົ່ງພຽງແມ່ນ້ຳຂອງຍັງໃຫຍ່ຫລວງຢູ່ ຖ້າຍູ້ແຮງການຮ່ວມສຳພັນລະຫວ່າງຊາວກະສິກອນກັບ ສະຫະກອນ ແລະ ວິສາຫະກິດໃນການກໍ່ສ້າງເຂດວັດຖຸດິບກວ່າອີກ ເພື່ອສົ່ງອອກ. ທ່ານ ເລແທງຕຸ່ງ, ຮອງຫົວຫນ້າກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ:

 “ບັນຫາຮ່ວມສຳພັນ ແມ່ນທ່າອ່ຽງໄດ້ຮັບການຜັນຂະຫຍາຍຢ່າງແຮງໃນໄລຍະມໍ່ໆມານີ້. ມີຫລາຍຄອບຄົວຊາວກະສິກອນໄດ້ເຂົ້າຮ່ວມສະຫະກອນ ແລະ ສະຫະກອນໄດ້ຮ່ວມສຳພັນກັບວິສາຫະກິດ, ມີບາງສະຫະກອນໄດ້ສົ່ງອອກໂດຍກົງ... ນັ້ນແມ່ນວິທີພັດທະນາຕົ້ນໄມ້ກິນໝາກຢູ່ທາງພາກໃຕ້ປະຈຸບັນ. ການຮ່ວມສຳພັນ ຮັບປະກັນຄຸນນະພາບຄວາມປອດໄພຂອງສະບຽງອາຫານ ແມ່ນທ່າອ່ຽງ ແລະ ຜ່ານນັ້ນ ກໍ່ຊ່ວຍພັດທະນາຜະລິດຕະພັນກະເສດຢູ່ພາຍໃນປະເທດ ກໍ່ຄືການສົ່ງອອກແບບຍືນຍົງ”.

ເນື້ອທີ່ຕົ້ນໄມ້ກິນໝາກຢູ່ ຫວຽດນາມ ປະຈຸບັນ ຄາດວ່າ ແມ່ນປະມານ 1,2  ລ້ານ ເຮັກຕາ. ປີ 2023, ການສົ່ງອອກຜະລິດຕະພັນກະເສດບັນລຸກວ່າ 5,6 ຕື້ USD ໄດ້ຢັ້ງຢືນມູນຄ່າຜະລິດຕະພັນກະເສດ ຫວຽດນາມ ຢູ່ ບັນດາຕະຫລາດສາກົນ. ການສ້າງລະຫັດເຂດປູກ, ເພີ່ມທະວີການຮ່ວມສຳພັນ, ພັດທະນາເຂດຜະລິດຕົ້ນໄມ້ກິນໝາກທີ່ປູກຝັງແບບລວມສູນ ຕິດພັນກັບຄວາມຕ້ອງການຂອງຕະຫລາດ ແມ່ນທິດກ້າວເດີນໂດຍຫລາຍຄອບຄົວຊາວກະສິກອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ, ສຸມໃສ່ພັດທະນາເພື່ອສົ່ງອອກແບບຍືນຍົງ.

ຕອບກັບ