ບິ່ງດິ້ງ ຍົກລະດັບຜະລິດຕະພັນ OCOP ຍ້ອນການໝູນໃຊ້ວິທະຍາສາດເຕັກນິກ

Thanh Thang
Chia sẻ
(VOVWORLD) -ລຍະຜ່ານມາ, ແຂວງ ບິ່ງດິ້ງ ຍູ້ແຮງການປະຕິບັດໂຄງການ ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ(OCOP), ຍົກສູງລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ, ປະກອບສ່ວນກໍ່ສ້າງຊົນນະບົດໃຫມ່. ເພື່ອຢັ້ງຢືນເຄື່ອງໝາຍຜະລິດຕະພັນ, ມີຫລາຍສະຫະກອນ, ຮາກຖານການຜະລິດຢູ່ແຂວງ ບິ່ງດິ້ງ ໄດ້ ແລະ ພວມຍູ້ແຮງການໝູນໃຊ້ເຕັກນິກ, ເຄື່ອງຈັກທັນສະໄຫມເພື່ອຍົກລະດັບຜະລິດຕະພັນ OCOP.
ບິ່ງດິ້ງ ຍົກລະດັບຜະລິດຕະພັນ OCOP ຍ້ອນການໝູນໃຊ້ວິທະຍາສາດເຕັກນິກ - ảnh 1ໂຮງສີເຂົ້າຂອງສະຫະກອນກະສິກຳ ເຟືອກຮຶງ.ພາບ:VOV

ຊຸມມື້ຕົ້ນເດືອນ ສິງຫາ, ສະຫະກອນກະສິກຳ ເຟືອກຮຶງ ເມືອງ ຕູຍເຟືອກ ແຂວງ ບິ່ງດິ້ງ ຍາດເວລາເພື່ອກ່ຽວເຂົ້າໃນເນື້ອທີ່ 4 ເຮັກຕາ ຢູ່ທົ່ງນາ. ເພື່ອໃຫ້ມີເມັດເຂົ້າຂາວ, ແຊບ, ຫອມ ແລະໄດ້ຮັບການນິຍົມຊົມໃຊ້ຈາກຜູ້ບໍລິໂພກ, ສະຫະກອນ ກະສິກຳ ເຟືອກຮຶງ ໄດ້ລົງທຶນລະບົບອົບເຂົ້າ ແລະ ຕ່ອງໂສ້ເຄື່ອງສີເຂົ້າ, ປຸງແຕ່ງເຂົ້າສານເຕັກໂນໂລຊີທັນສະໄຫມຕາມຂັ້ນຕອນຄົບວົງຈອນ.

ທ່ານ ຫງວຽນງອັກແທ່ງ, ຮອງຫົວຫນ້າສະຫະກອນກະສິກຳ ເຟືອກຮຶງ ໃຫ້ຮູ້ວ່າ: ຂັ້ນຕອນການຜະລິດ, ເກັບກ່ຽວເຂົ້າ ແລະ ສີເຂົ້າເປັນເຂົ້າສານເຂດບ້ານນາ ເຟືອກຮຶງ ລ້ວນແຕ່ແມ່ນນຳໃຊ້ເຄື່ອງຈັກ. ຈາກຜະລິດຕະພັນ OCOP ເຂົ້າສານເຂດບ້ານນາ ເຟືອກຮຶງ, ສະຫະກອນ ໄດ້ລະດົມປະຊາຊົນຫລາຍໆຄົນຢູ່ເຂດຊົນນະບົດເຂົ້າຮ່ວມລະບົບຜະລິດ ແລະ ສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ.

 “ທຸກຂັ້ນຕອນການຜະລິດລ້ວນແຕ່ນຳໃຊ້ເຄື່ອງຈັກ. ນັບແຕ່ການກ້າ ກໍ່ໄດ້ນຳໃຊ້ເຕັກໂນໂລຊີສາດແສງ (drone) ຕະຫລອດຮອດການເກັບກ່ຽວແມ່ນນຳໃຊ້ເຄື່ອງຈັກເປັນລະບົບ. ໂຮງງານອົບເຂົ້າ ປົກກະຕິປະມານ 30 ໂຕນ/ຄັ້ງ ອົບແລ້ວນຳເອົາເຂົ້າສາງ ດ້ວຍສາຍພານ, ເຄື່ອງຈັກ ຫລັງຈາກນັ້ນແມ່ນເອົາໄປຜ່ານເຄື່ອງກອງທາດ, ຂັດສີ ແລະ ຫຸ້ມຫໍ່. ໃນຂັ້ນຕອນນີ້ ເພື່ອສ້າງຜະລິດຕະພັນ OCOP ໃຫ້ມີຄຸນນະພາບ, ພວກຂ້າພະເຈົ້າເຮັດຕາມຂັ້ນຕອນຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ ແລະ ເຄົາລົບຕາມບັນດາເງື່ອນໄຂເຄັ່ງຄັດ ນັບແຕ່ແນວພັນຕະຫລອດຮອດການຜະລິດອອກເປັນເຂົ້າສານ.

ສະຫະກອນ ຫືວເກີ ລົກຕິນ  ຢູ່ ບ້ານ ກວ໋າງຕິນ, ຕາແສງ ເຟືອກລົກ, ເມືອງ ຕູຍເຟືອກ ແຂວງ ບິ່ງດິ້ງ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2020, ເຄື່ອນໄຫວໃນຂົງເຂດລ້ຽງປູກ, ຜະລິດອອກຜະລິດຕະພັນທາດບຳລຸງຮັກສາສຸຂະພາບ, ຜະລິດຕະພັນຝຸ່ນ, ບົວລະບັດຕົ້ນໄມ້ປະດັບ, ຜັກພືດ... ພາຍຫລັງເຄື່ອນໄຫວມາເປັນເວລາ 4 ປີ, ສະຫະກອນ ຫືວເກີ ລົກຕິນ ໄດ້ມີ 5 ຜະລິດຕະພັນທີ່ໄດ້ຮັບການຮັບຮູ້ບັນລຸມາດຖານ OCOP 3 ດາວ. ນັ້ນແມ່ນ: ຖັງເຊົ່າສົດ, ຖັງເຊົ່າອົບແຫ້ງແບບແຊ່ແຂງ, ເຫຼົ້າຖັງເຊົ່າ, ຜົງຜັກຄາວທອງອົບແຫ້ງແບບແຊ່ແຂງ ແລະ ຜົງຜັກຄາວທອງຖັງເຊົ່າ.

ທ່ານ ຟ້າມຈູງຈຽນ, ຫົວຫນ້າ ສະຫະກອນ ຫືວເກີ ລົກຕິນ ຕາແສງ ເຟືອກລົກ ເມືອງ ຕູຍເຟືອກ ແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ:

ເມື່ອເກັບຜັກຄາວທອງຈາກສວນປູກຜັກລວມຂອງສະຫະກອນ ແມ່ນຈະໄດ້ນຳມາປຸງແຕ່ງ. ຜັກສົດໄດ້ນຳໄປໃສ່ໃນລະບົບເຄື່ອງຈັກລ້າງ, ລ້າງດ້ວຍ ozon. ລະບົບເຄືື່ອງຈັກລ້າງດ້ວຍ ozon ນີ້ ຈະຊ່ວຍປ້ອງກັນ ແລະ ຂ້າພະຍາດ ກ່ອນທີ່ຈະນຳໄປອົບ. ກ່ອນຈະນຳໄປອົບກໍ່ຕ້ອງເອົາເຂົ້າລະບົບເຄື່ອງຈັກແຍກນ້ຳ, ປັ່ນນ້ຳອອກໝົດ ແລະ ປະໄວ້ໃຫ້ແຫ້ງ ແລ້ວເອົາເຂົ້າໃສ່ເຄຶ່ອງຈັກອົບແຫ້ງແບບແຊ່ແຂງ. ເມື່ອເປັນຜະລິດຕະພັນອອກມາ ຈະສາມາດຮັກສາໄດ້ຮັບລົດຊາດເດີມ ແລະ ສີສັນເດີມ.

ບິ່ງດິ້ງ ຍົກລະດັບຜະລິດຕະພັນ OCOP ຍ້ອນການໝູນໃຊ້ວິທະຍາສາດເຕັກນິກ - ảnh 2ເຄື່ອງຮັກສາຄວາມເຢັນຜະລິດຕະພັນແປ້ງຜັກຄາວທອງຂອງສະຫະກອນຫືວເກີ ລົກຕິນ. ພາບ:VOV

ມາຮອດປະຈຸບັນ, ແຂວງ ບິ່ງດິ້ງ ໄດ້ມີ 397 ຜະລິດຕະພັນບັນລຸມາດຖານ OCOP 3 ດາວຂຶ້ນໄປ. ບັນດາຄອບຄົວດຳເນີນທຸລະກິດ, ສະຫະກອນ ແລະ ວິສາຫະກິດ ຜະລິດອອກຜະລິດຕະພັນ OCOP ນັບມື້ນັບມີຄວາມເອົາໃຈໃສ່ເຖິງການຄວບຄຸມຄຸນນະພາບຜະລິດຕະພັນ, ສ້າງເຄື່ອງໝາຍການຄ້າ, ຍີ່ຫໍ້, ຕົ້ນກຳເນີດສິນຄ້າ, ໝູນໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງ, ຄ້າຂາຍ, ຈຳຫນ່າຍຜະລິດຕະພັນ, ເຂົ້າຮ່ວມບັນດາລະບົບຮ່ວມສຳພັນ, ຈຳຫນ່າຍຜະລິດຕະພັນ. ຍ້ອນເຫດນັ້ນ, ບັນດາຜະລິດຕະພັນ OCOP ນັບມື້ນັບຍົກລະດັບເຄື່ອງໝາຍ ແລະ ໄດ້ຮັບຄວາມນິຍົມຊົມໃຊ້ ແລະ ຄວາມເຊື່ອໝັ້ນຈາກຜູ້ບໍລິໂພກຫລາຍກວ່າ.

ເພື່ອສືບຕໍ່ຫນູນຊ່ວຍບັນດາຄອບຄົວດຳເນີນທຸລະກິດ, ສະຫະກອນ ແລະ ວິສາຫະກິດ, ອຳນາດການປົກຄອງທ້ອງຖິ່ນ ກໍ່ມີບັນດານະໂຍບາຍລະອຽດ. ປະຈຸບັນ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບິ່ງດິ້ງ ພວມສົມທົບກັບພະແນກອຸດສາຫະກຳ ການຄ້າ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ແລະ 11 ເມືອງ, ເທດສະບານ, ນະຄອນ ເລືອກເຟັ້ນ ຫນຶ່ງຫົວຫນ່ວຍຂັ້ນແຂວງ ຫນຶ່ງຜະລິດຕະພັນເພື່ອພັດທະນາ, ຜະລິດຕາມຂັ້ນຕອນຄຸ້ມຄອງຄຸນນະພາບທີ່ກ້າວຫນ້າ. ຈາກນັ້ນ ກໍ່ສ້າງເປັນຜະລິດຕະພັນ OCOP ຕາມລະບົບມູນຄ່າ, ມຸ່ງໄປເຖິງການສົ່ງອອກ. ທ່ານ ເຈີນວັນຟຸກ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ:

 “ໝູນໃຊ້ບັນດາພາຫະນະອຸປະກອນ, ເຄື່ອງຈັກເທື່ອລະກ້າວ ເພື່ອຍົກລະດັບຜະລິດຕະພັນ OCOP. ພ້ອມກັບການຍົກລະດັບຜະລິດຕະພັນ OCOP ເພື່ອບັນລຸໃບຢັ້ງຢືນ 4 ດາວຂຶ້ນໄປ, ນອກຈາກບັນດາຮາກຖານລົງທຶນອຸປະກອນເຄື່ອງຈັກແລ້ວ, ບັນດາພະແນກ, ຂະແຫນງການ ພິເສດ ຄະນະກຳມະການປະຊາຊົນ ແຂວງ ໄດ້ມີນະໂຍບາຍຫນູນຊ່ວຍສຳລັບບັນດາຜະລິດຕະພັນ OCOP. ນອກນັ້ນ ແຂວງ ບິ່ງດິ້ງ ຍັງຫນູນຊ່ວຍ 50% ລາຍຈ່າຍເພື່ອຫາແຫລ່ງທີ່ມາຂອງສິນຄ້າສຳລັບຜະລິດຕະພັນ OCOP. ດ້ວຍການຫນູນຊ່ວຍນັ້ນ ໄດ້ນຳມາເຊິ່ງປະສິດທິຜົນ ແລະ ພິເສດແມ່ນຊ່ວຍຍົກລະດັບຜະລິດຕະພັນ OCOP ໃນໄລຍະຜ່ານມາ.

ເລື່ອງເພີ່ມທະວີການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຊີກ້າວຫນ້າເຂົ້າໃນການຜະລິດ, ພາຍໃຕ້ການຫນູນຊ່ວຍຂອງອຳນາດການປົກຄອງ, ໄດ້ຊ່ວຍໃຫ້ບັນດາຄອບຄົວດຳເນີນທຸລະກິດ, ສະຫະກອນ ແລະ ວິສາຫະກິດ ຢູ່ ບິ່ງດິ້ງ ບັນລຸກຳໄລດີກວ່າ, ມີຫລາຍຜະລິດຕະພັນສິນຄ້າຫລັກຂອງທ້ອງຖິ່ນໄດ້ຮັບການຍົກລະດັບ, ນຳມາເຊິ່ງຄຸນຄ່າຜະລິດຕະພັນເສດຖະກິດສູງ ແລະ ມີຄວາມເປັນປົກກະຕິ.

ຕອບກັບ