ວິສາຫະກິດຫລາຍແຫ່ງຜ່ານຜ່າຄວາມຫຍຸ້ງຍາກຍ້ອນມີຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ

Chia sẻ

(VOVWORLD) - ໂລກລະບາດໂຄວິດ 19 ເກີດຂຶ້ນໃນທົ່ວໂລກ ແລະ ແຜ່ລະບາດຢູ່ພາຍໃນປະເທດ ໄດ້ເຮັດໃຫ້ວິສາຫະກິດຫລາຍແຫ່ງປະສົບກັບຄວາມຫຍຸ້ງຍາກ ໃນນັ້ນ ມີບັນດາວິສາຫະກິດຖືກຫລຸບທຶນຢ່າງຮ້າຍແຮງ ຕ້ອງຢຸດຕິການເຄື່ອນໄຫວ ຊ້ຳບໍ່ໜຳຖືກລົ້ມລະລາຍ. ແຕ່ໃນສະພາບຄວາມຫຍຸ້ງຍາກນັ້ນ ກໍ່ມີວິສາຫະກິດຫລາຍແຫ່ງ ໄດ້ມີຄວາມວ່ອງໄວ ເປັນເຈົ້າການຮັບມື ແລະ ກ້າຫານໃນການໝູນໃຊ້ເຕັກໂນໂລຊີດີຈີຕອນ ແລະ ປ່ຽນແປງວິທີການຄຸ້ມຄອງເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນ.

ວິສາຫະກິດຫລາຍແຫ່ງຜ່ານຜ່າຄວາມຫຍຸ້ງຍາກຍ້ອນມີຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ - ảnh 1ທ່ານ ຫງວຽນວັນທ່ວນ ນາຍການ ບໍລິສັດ ລອງຫາຍ ຈຳກັດ (ພາບ:  baophapluat.vn)

ເຖິງວ່າ ແຫລ່ງການເງິນຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ຫວ່າງແລ້ວນີ້ ບໍລິສັດ ລອງຫາຍ ຈຳກັດ ຍັງຄົງກ້າຫານລົງທຶນຈຳນວນເງິນນັບສິບໆຕື້ດົງ ເພື່ອຕິດຕັ້ງຕ່ອງໂສ້ເຄື່ອງຈັກອັດຕະໂນມັດ. ນີ້ພຽງແຕ່ແມ່ນຫນຶ່ງໃນຫລາຍບາດກ້າວເດີນທີ່ເຕັມໄປດ້ວຍຄວາມຕັດສິນຊີ້ຂາດຂອງບໍລິສັດໃນຍຸດທະສາດພັດທະນາການໝູນໃຊ້ເຕັກໂນໂລຊີທີ່ກ້າວຫນ້າ, ຫັນເປັນດີຈີຕອນ ແລະ ດັດປັບເຕັກນິກເພື່ອຫັນການຜະລິດໃຫ້ບັນລຸປະສິດທິຜົນຫຼາຍທີ່ສຸດ. ດ້ວຍການລົງທຶນດັ່ງກ່າວ ຕ່ອງໂສ້ການຜະລິດໃຫມ່ ໄດ້ນຳເຂົ້າເຄື່ອນໄຫວທີ່ນຳມາເຊິ່ງປະສິດທິຜົນສູງ, ສະມັດຕະພາບແຮງງານເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບໃສ່ກ່ອນນີ້ ໃນຂະນະລາຍຈ່າຍແຮງງານຫລຸດລົງກວ່າ 50%. ເປັນຫນ້າສົນໃຈ ການເຄື່ອນໄຫວດຳເນີນທຸລະກິດຂອງບໍລິສັດ ແລະ ລາຍຮັບຂອງຄົນງານຍາມໃດກໍ່ໄດ້ຮັບການຮັກສາເປັນປົກກະຕິ ນັບທັງໃນຊ່ວງເວລາເກີດໂລກລະບາດ. ທ່ານ ຫງວຽນວັນທ່ວນ ນາຍການ ບໍລິສັດ ລອງຫາຍ ຈຳກັດ ແບ່ງປັນວ່າ:

ພວກຂ້າພະເຈົ້າລົງທຶນຕ່ອງໂສ້ເຄື່ອງຈັອັດຕະໂນມັດ, Robot ເຮັດວຽກ ສະນັ້ນ ຜູ້ບັນຊາເຄື່ອງຈັກແມ່ນສະດວກທີ່ສຸດ. ເງິນເດືອນຂອງຄົນງານກໍ່ຮັບປະກັນໃນຊ່ວງເວລາເກີດໂລກລະບາດໂຄວິດ 19 ສະນັ້ນ ພາຍຫລັງໂລກລະລາດໄດ້ຮັບການຄວບຄຸມ ພວກຂ້າພະເຈົ້າຈະນຳເຂົ້າເຄື່ອນໄຫວເປັນປົກກະຕິ”

ບໍລິສັດ ລອງຫາຍ ຈຳກັດ ພຽງແຕ່ແມ່ນຫນຶ່ງໃນຈຳນວນຫລາຍວິສາຫະກິດທີ່ປະສົບຜົນສຳເລັດໃນຊ່ວງເວລາເກີດໂລກລະບາດໂຄວິດ 19 ຍ້ອນມີຄວາມຂະຫຍັນຂັນເຄື່ອນ, ມີກຳລັງຄວາມສາມາດ ມີຫົວຄິດປະດິດສ້າງ ແລະ ຮັບມືໄດ້ເປັນຢ່າງດີ. ຕາມການສຳຫລວດຂອງຄະນະຄົ້ນຄວ້າການພັດທະນາເສດຖະກິດພາກເອກະຊົນ ຂຶ້ນກັບສະພາທີ່ປຶກສາການປະຕິຮູບດ້ານບໍລິຫານຂອງນາຍົກລັດຖະມົນຕີແລ້ວ, ມີເຖິງ 52% ຈຳນວນວິສາຫະກິດໄດ້ນຳໃຊ້ອິນເຕີເນັດ ເພື່ອອະນຸຍາດໃຫ້ພາລະກອນເຮັດວຽກ ອອນລາຍ ຫລື ນຳໃຊ້ອິນເຕີເນັດເພື່ອຍູ້ແຮງການເຄື່ອນໄຫວ marketing ແລະ ຂາຍສິນຄ້າ.

ຜ່ານນັ້ນ ບັນດາວິສາຫະກິດ ຍັງຄົງຮັກສາການເຄື່ອນໄຫວຜະລິດ ດຳເນີນທຸລະກິດ ໃນໄລຍະແຍກຫ່າງສັງຄົມ ຫລື ຈຳກັດການໄປມາ ເພື່ອປ້ອງກັນສະກັດກັ້ນໂລກລະບາດ. ໃນຕົວຈິງ ເຫັນວ່າ ປະຊາຄົມວິສາຫະກິດຫວຽດນາມ ພວມຮັບມືຢ່າງວ່ອງໄວກັບສະພາບການ ສາມາດບືນຕົວຂຶ້ນ ແລະ ພັດທະນາຢ່າງແຮງພາຍຫລັງໂລກລະບາດໄດ້ຮັບການຄວບຄຸມ.

ຕາມນັກຊ່ຽວຊານຫລາຍທ່ານແລ້ວ, ຖ້າສັງເກດໃນແງ່ດີ, ການເກີດໂລກລະບາດໂຄວິດ ກໍ່ແມ່ນສິ່ງພວມຊຸກຍູ້ການພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ຂັ້ນຕອນການເຮັດວຽກຕາມທິດດີຈີຕອນ ແລະ ເຕັກໂນໂລຊີດີຈີຕອນ, ບັງຄັບໃຫ້ບັນດາວິສາຫະກິດຕ້ອງຫັນເປັນດີຈີຕອນຢ່າງແຮງກວ່າໄລຍະກ່ອນນີ້. ທ່ານ ຫງວຽນຈິຫຽວ ນັກຊ່ຽວຊານເສດຖະກິດຖືວ່າ: ນີ້ແມ່ນຈຸດເວລາເປີດຫລາຍກາລະໂອກາດເພື່ອໃຫ້ບັນດາວິສາຫະກິດສາມາດກຳແຫນ້ນ, ຜ່ານຜ່າວິກິດການ ແລະ ບືນຕົວຂຶ້ນ.

“ກາລະໂອກາດທີຫນຶ່ງ ຊຶ່ງພວກຂ້າພະເຈົ້າຢາກເວົ້າ ນັ້ນແມ່ນ “ໄຟຢາມຄຳ” ກາລະໂອກາດທີສອງແມ່ນໂອກາດກວມອັດຕາສ່ວນຕະຫລາດ, ກາລະໂອກາດທີສາມ ແມ່ນຍາດແຍ່ງບັນດາໂຄງການຫນູນຊ່ວຍຂອງລັດຖະບານ.”

ຜ່ານຫນຶ່ງປີ ດ້ານເສດຖະກິດ ເຕັມໄປດ້ວຍຄວາມຫຍຸ້ງຍາກ ສິ່ງທ້າທາຍ ແຕ່ກໍ່ມີບັນດາກາລະໂອກາດໃຫ່ມ  ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາການປ່ຽນແປງຢ່າງເໝາະສົມເພື່ອຮັບມືກັບສະພາບການໃຫມ່ ແລະ ບັນລຸໄດ້ໝາກຜົນຕັ້ງຫນ້າ. ເຖິງຢ່າງໃດກໍຕາມ ບັນດາການກະທົບຫຍໍ້ທໍ້ຂອງສະພາບຄວາມຫຍຸ້ງຍາກລວມປະຈຸບັນ ໄດ້ຮັບຖືວ່າ ຍັງແມ່ນສິ່ງທີ່ຫນ້າກັງວົນ. ເພາະສະນັ້ນ ຄວາມເປັນເຈົ້າການ ມີຫົວຄິດປະດິດສ້າງສືບຕໍ່ແມ່ນມາດຕະການສຳຄັນເພື່ອໃຫ້ທຸກພາກສ່ວນໃນພື້ນຖານເສດຖະກິດ ຄົງຕົວໄດ້ ກ່ອນທີ່ຈະສາມາດພັດທະນາໄດ້ ແລະ ພັດທະນາແບບຍືນຍົງ - ຫັນເປົ້າໝາຍຄວບຄູ່ ແມ່ນທັງປ້ອງກັນສະກັດກັ້ນໂລກລະບາດ ເປັນຢ່າງດີ ທັງຮັບປະກັນປະສິດທິຜົນການພັດທະນາເສດຖະກິດ.

ຕອບກັບ