ລາວກາຍ ສູ້ຊົນກາຍເປັນສູນ logistics ຂອງທົ່ວປະເທດ

Trung Kien -Vinh Phong
Chia sẻ

(VOVWORLD) -ນຳເຂດເສດຖະກິດດ່ານຊາຍແດນໃຫ້ກາຍເປັນສູນ logistics ໃຫຍ່ຂອງທົ່ວປະເທດ ແມ່ນເປົ້າໝາຍຂອງ ລາວກາຍ ໃນຄວາມມານະພະຍາຍາມກາຍເປັນສູນພົວພັນແລກປ່ຽນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະອາຊຽນກັບເຂດຕາເວັນຕົກສຽງໃຕ້ - ຈີນ. ເພື່ອໃຫ້ການເຄື່ອນໄຫວເສດຖະກິດທີ່ສຳຄັນນີ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ແຂວງ ລາວກາຍ ໄດ້, ພວມວາງອອກບັນດາມາດຕະການແກ້ໄຂລະອຽດເພື່ອພັດທະນາພື້ນຖານໂຄງລ່າງ, ຄົມມະນາຄົມແລະ ແຫລ່ງຊັບພະຍາກອນມະນຸດ... ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ລາວກາຍ ສູ້ຊົນກາຍເປັນສູນ logistics ຂອງທົ່ວປະເທດ - ảnh 1ລາວກາຍ ມີ ສູນ logistics 5 ແຫ່ງ. ພາບ: VOV

ປະຈຸບັນ, ເຂດເສດຖະກິດດ່ານຊາຍແດນ ລາວກາຍ ແມ່ນເຂດເສດຖະກິດຫນຶ່ງດຽວ ຢູ່ ພາກເຫນືອມີດ່ານຊາຍແດນສາກົນ ນອນໃນນະຄອນ ສະນັ້ນ ມີພື້ນຖານໂຄງລ່າງ, ລະບົບການບໍລິການພັດທະນາດີພໍສົມຄວນ, ສະດວກໃຫ້ແກ່ຄວາມຕ້ອງການພົວພັນແລກປ່ຽນການນຳເຂົ້າສົ່ງອອກສິນຄ້າ, ການທ່ອງທ່ຽວ ແລະ ການບໍລິການ ລະຫວ່າງ ຫວຽດນາມ ແລະ ຈີນ. ນີ້ກໍ່ແມ່ນເຂດເສດຖະກິດ ດ່ານຊາຍແດນ ມີຄວາມທ່າໄດ້ປຽບຫລາຍຢ່າງ, ພິເສດ ດ່ານຊາຍແດນສາກົນ ລາວກາຍ (ຫວຽດນາມ) – He Kou (ຈີນ) ນອນໃນແລວເສດຖະກິດ ຄູນໝິງ -ລາວກາຍ- ຮ່າໂນ້ຍ-ຫາຍຟ່ອງ- ກວ໋າງນິງ ແມ່ນປະຕູສຳຄັນໃນການສົ່ງຕໍ່ສິນຄ້າລະຫວ່າງ ບັນດາປະເທດ ອາຊຽນ ຜ່ານທ່າກຳປັ່ນທະເລ ຫວຽດນາມ ກັບບັນດາແຂວງທາງທິດຕາເວັນຕົກສຽງໃຕ້ຂອງຈີນ.

ແຜນຮ່າງ “ກໍ່ສ້າງ ແຂວງ ລາວກາຍ ໃຫ້ກາຍເປັນສູນເຊື່ອມຕໍ່ການພົວພັນແລກປ່ຽນດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ກັບເຂດທາງທິດຕາເວັນຕົກສຽງໃຕ້ - ຈີນ” ພວມໄດ້ຮັບການສ້າງສຳເລັດໂດຍໄວຈາກບັນດາກະຊວງ, ຂະແຫນງການຂອງແຂວງ ລາວກາຍ ແລະ ບັນດາວິສາຫະກິດ ເພື່ອອາດສາມາດ ຍື່ນສະເຫນີ ລັດຖະບານໃນປີນີ້. ທ່ານ ຢວ໋ານກົງແຄງ ຜູ້ຊ່ຽວຊານເສດຖະກິດເອກະລາດ ຖືວ່າ: ເພື່ອສ້າງແຜນຮ່າງໃຫ້ປະກົດຜົນເປັນຈິງ, ແຂວງ ລາວກາຍ ຄວນສ້າງສູນ logictics ທັນສະໄຫມ, ຄົບຊຸດ ແລະ ສ້າງກົນໄກດຶງດູດວິສາຫະກິດເພື່ອລົງທຶນ.

ລາວກາຍ ມີລະບົບພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ເຂດ, ເຊື່ອມຕໍ່ສາກົນ ລວມມີ: ທາງບົກ, ເສັ້ນທາງດ່ວນ, ທາງລົດໄຟ, ທາງນ້ຳ.. ແລະ ອະນາຄົດໃກ້ໆນີ້ ຈະມີທາງອາກາດ. ເຂດເສດຖະກິດດ່ານຊາຍແດນ ລາວກາຍມີເນື້ອທີ່ເກືອບ 16.000 ເຮັກຕາ ມີພື້ນຖານໂຄງລ່າງ, ການບໍລິການຄົບຖ້ວນ ແລະ ແມ່ນ ຫນຶ່ງໃນ 8 ເຂດເສດຖະກິດດ່ານຊາຍແດນຈຸດສຸມຂອງ ຫວຽດນາມ, ແລະມຸ່ງໄປເຖິງຈະກໍ່ສ້າງເປັນສູນ logistics ສາກົນ. ທ່ານ ຫງວຽນຊວນກິ່ງ, ປະທານ ສະພາບໍລິຫານ ບໍລິສັດ Logistics ຫຸ້ນສ່ວນ ຫວຽດຈູງ ໃຫ້ຮູ້ວ່າ:

 “ຮູບແບບສູນ logistics ຄົບວົງຈອນ ຕ້ອງຮັບປະກັນການສ້າງກົນໄກນະໂຍບາຍໃຫ້ສົມບູນແບບ. ປະຈຸບັນ ບັນດາສູນ logistics ຂອງລາວກາຍ ແລະ ບັນດາບໍລິສັດດຳເນີນທຸລະກິດຢູ່ ດ່ານຊາຍແດນ ກີມແທ່ງ ຍັງບໍ່ທັນມີຮູບແບບສົມບູນຄືແນວນັ້ນ. ວິສາຫະກິດ ພວກຂ້າພະເຈົ້າປາດຖະຫນາຢາກມີສູນທີ່ຄົບທຸກການບໍລິການກ່ຽວຂ້ອງເຖິງຂັ້ນຕອນເຮັດລະບຽບການນຳເຂົ້າສົ່ງອອກສິນຄ້າ”

ປະຈຸບັນ, ແຂວງ ລາວກາຍ ໄດ້ວາງແຜນກຳນົດ ເຂດ logistics ສະເພາະ  ດ້ວຍເນື້ອທີ່ ກວ່າ 300 ເຮັກຕາ ແລະ ພວມຮຽກຮ້ອງວິສາຫະກິດມາລົງທຶນ. ພ້ອມກັນນັ້ນ ແຂວງ ລາວກາຍ ຂຶ້ນແຜນການລົງທຶນ, ພັດທະນາພື້ນຖານໂຄງລ່າງ, ດຶງດູດການລົງທຶນ ພ້ອມທັງຍົກສູງກຳລັງຄວາມສາມາດ,ຄຸນນະພາບສະຫນອງບໍລິການ logistics, ແລະ ສ້າງຫລາຍບໍລິການຕາມມາດຖານສາກົນ. ທ່ານ ຫງວຽນວັນໂຮ້ຍ, ຫົວຫນ້າ ສະຖາບັນຄົ້ນຄ້ວາຍຸດທະສາດ, ນະໂຍບາຍອຸດສາຫະກຳ ການຄ້າ ຖືວ່າ

 “ສົ່ງເສີມບັນດາວິສາຫະກິດເຂົ້າມາລົງທຶນ ກໍ່ຄືມີບັນດາກົນໄກຮ່ວມມື. ປະຈຸບັນ ບັນດານະໂຍບາຍລ້ວນແຕ່ມີບຸລິມະສິດລະອຽດສຳລັບນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ຕ້ອງໝູນໃຊ້ບັນດາກົນໄກຢ່າງສຸດຂີດ ບວກກັບໂຄງການສົ່ງເສີມການຄ້າ ກໍຄືຫນູນຊ່ວຍກ່ຽວກັບການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ຫນູນຊ່ວຍດ້ານເຕັກໂນໂລຊີ, ອຸປະກອນ”

ລາວກາຍ ສູ້ຊົນກາຍເປັນສູນ logistics ຂອງທົ່ວປະເທດ - ảnh 2ເພື່ອພັດທະນາຂະແຫນງ logistics, ລາວກາຍ ໄດ້ວາງແຜນຜັງເຂດ logistics ກວ້າງ ກວ່າ 300 ເຮັກຕາ. ພາບ:VOV

ໂດຍເລີ່ມລົງມືກໍ່ສ້າງແຕ່ເດືອນ ມິນາ ປີກາຍນີ້, ໄລຍະຈະມາເຖິງ ໂຄງການຂົວ ຊາຍແດນ ຜ່ານແມ່ນ້ຳ ຮົ່ງ ຢູ່ບ້ານເວືອກ ແລະພື້ນຖານໂຄງລ່າງເຊື່ອມຕໍ່ ແມ່ນໂຄງການຄົມມະນາຄົມຈຸດສຸມຢູ່ເຂດ ຊາຍແດນ ຫວຽດນາມ -ຈີນ ຢູ່ ເຂດ ບາດຊາດ (ຫວຽດນາມ) ແລະ PaZhai (ຈີນ) ຈະສຳເລັດ ແລະນຳເຂົ້າເຄື່ອນໄຫວ. ໂຄງການດັ່ງກ່າວແມ່ນຫນຶ່ງໃນບັນດາໂຄງການສຳຄັນ, ແລະໄດ້ຕັ້ງຄວາມຫວັງວ່າ ຈະຊຸກຍູ້ຂົງເຂດ logistics ພັດທະນາ, ຫັນເປົ້າໝາຍນຳ ລາວກາຍໃຫ້ກາຍເປັນສູນພົວພັນແລກປ່ຽນດ້ານເສດຖະກິດຂອງທັງປະເທດໃຫ້ປະກົດຜົນເປັນຈິງ.

ຕອບກັບ