ລ້າງເຊີນ ໝູນໃຊ້ການຫັນເປັນດີຈີຕອນ, ກໍ່ສ້າງ “ດ່ານຊາຍແດນອັດສະລິຍະ” ເພື່ອຊຸກຍູ້ເສດຖະກິດເຂດຊາຍແດນ

Duy Thai - Anh Huyen
Chia sẻ

(VOVWORLD) -ໃນຂອບເຂດການຢ້ຽມຢາມຈີນ ແລະ ເຮັດວຽກຢູ່ຈີນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນເດືອນມິຖຸນາປີນີ້, ແຂວງ ລ້າງເຊີນ ໄດ້ລົງນາມໃນຂໍ້ຕົກລົງແມ່ ກັບແຂວງ ກວາງສີ ຂອງຈີນ ກ່ຽວກັບການທົດລອງກໍ່ສ້າງດ່ານຊາຍແດນອັດສະລິຍະ. ນີ້ແມ່ນເງື່ອນໄຂສຳຄັນເພື່ອຊຸກຍູ້ເສດຖະກິດຊາຍແດນລະຫວ່າງ ຫວຽດນາມ - ຈີນ, ເພີ່ມທະວີການເຮັດລະບຽບການດ້ານພາສີຜ່ານແດນສຳລັບສິນຄ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມລວມ.

ຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງແມ່ທີ່ໄດ້ຮັບການລົງນາມແລ້ວນັ້ນ, ດ່ານຊາຍແດນອັດສະລິຍະແມ່ນໄດ້ທົດລອງຢູ່ດ່ານຊາຍແດນສາກົນ ຫືວງີ້ (ຫວຽດນາມ) - ຢຽວຢີ່ກວານ (ຈີນ), ດ່ານຊາຍແດນເຕີນແທ່ງ (ຫວຽດນາມ) - ຝູ່ຊ່າຍ (ຈີນ). ເພື່ອກະກຽມໃຫ້ແກ່ຂໍ້ຕົກລົງນີ້, ແຂວງ ລ້າງເຊີນ ໄດ້ກະກຽມກ່ອນກຳນົດ, ໃນນັ້ນ ພື້ນຖານດ່ານຊາຍແດນດີຈີຕອນໄດ້ຮັບການກໍ່ສ້າງ ແລະ ທົດລອງແຕ່ເດືອນມັງກອນ ປີ 2022. ທ່ານ ໂຮ່ຕຽນທ້ຽວ, ປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳການຫັນເປັນດິຈີຕອນແຂວງ ລ້າງເຊີນ ໃຫ້ຮູ້ວ່າ:

ລ້າງເຊີນ ໝູນໃຊ້ການຫັນເປັນດີຈີຕອນ, ກໍ່ສ້າງ “ດ່ານຊາຍແດນອັດສະລິຍະ” ເພື່ອຊຸກຍູ້ເສດຖະກິດເຂດຊາຍແດນ - ảnh 1ດ່ານຊາຍແດນອັດສະລິຍະແມ່ນໄດ້ທົດລອງຢູ່ດ່ານຊາຍແດນສາກົນ ຫືວງີ້ . ພາບ:VOV

 “ການຜັນຂະຫຍາຍບັນດາດ່ານຊາຍແດນດີຈີຕອນແມ່ນຮູບແບບໃໝ່, ໄດ້ທົດລອງຢູ່ ລ້າງເຊີນ ແລະ ຄາດວ່າຈະໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ. ເພື່ອໃຫ້ມີພື້ນຖານດ່ານຊາຍແດນດີຈີຕອນຢ່າງສົມບູນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ແລະ ຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນເປັນດີຈີຕອນ ໄດ້ຊີ້ນຳຄົ້ນຄວ້າ ແລະ ກຳນົດບັນດາເນື້ອໃນພື້ນຖານຂອງດ່ານຊາຍແດນດີຈີຕອນ, ບົນພື້ນຖານນັ້ນຈະສ້າງໃຫ້ສຳເລັດເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການຄຸ້ມຄອງ, ວຽກງານວິຊາສະເພາະຂອງກຳລັງທີ່ມີໜ້າທີ່ ພ້ອມທັງແກ້ໄຂໄດ້ຄວາມກົມກຽວດ້ານຜົນປະໂຫຍດຂອງພາກສ່ວນທີ່ກ່ຽວຂ້ອງ.

ລ້າງເຊີນ ແມ່ນແຂວງທຳອິດໃນທົ່ວປະເທດທີ່ນຳໃຊ້ເຕັກໂນໂລຊີດີຈີຕອນໃນການຄຸ້ມຄອງການເຄື່ອນໄຫວດ່ານຊາຍແດນ. ຮູບແບບດ່ານຊາຍແດນດິີຈີຕອນ ລ້າງເຊີນ ໄດ້ຮັບການຕີລາຄາສູງຈາກວິສາຫະກິດ, ທ່ານ ຟ້າມຕວນຮ່ວາງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ຫືວງີ້ ຊວນເກືອງ ໃຫ້ຮູ້ວ່າ:

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຫັນເປັນດີຈີຕອນໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າປາດຖະຫນາຢາກເຊື່ອມຕໍ່ກັບຊອບແວຂອງບັນດາອົງການຄຸ້ມຄອງແຫ່ງລັດ, ເຊັ່ນ: ຊອບແວດ່ານຊາຍແດນດີຈີຕອນແຂວງ ລ້າງເຊີນ, ຊອບແວຂອງຂະແໜງພາສີ ແລະ ທະຫານປ້ອງກັນຊາຍແດນເພື່ອແລກປ່ຽນຂໍ້ມູນກ່ຽວກັບເຕັກໂນໂລຊີ, ສິນຄ້າ, ຍານພາຫະນະຢ່າງວ່ອງໄວ ແລະ ສະດວກກວ່າ, ແທນທີ່ຈະວິທີເຮັດແບບດັ້ງເດີມ, ເຮັດດ້ວຍມື".

ລ້າງເຊີນ ໝູນໃຊ້ການຫັນເປັນດີຈີຕອນ, ກໍ່ສ້າງ “ດ່ານຊາຍແດນອັດສະລິຍະ” ເພື່ອຊຸກຍູ້ເສດຖະກິດເຂດຊາຍແດນ - ảnh 2ການຫັນເປັນດິຈີຕອນ ຢູ່ ເຂດດ່ານຊາຍແດນ ລ້າງເຊີນ ພວມສ້າງເປັນແບບຢ່າງກ່ຽວກັບດ່ານຊາຍແດນໃນທົ່ວປະເທດ. ພາບ:VOV

ທ່ານ ຫງວຽນແອງຕ່າຍ, ຮອງຫົວໜ້າກົມພາສີແຂວງ ລ້າງເຊີນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເມື່ອພື້ນຖານດ່ານຊາຍແດນດີຈີຕອນໄດ້ນຳໃຊ້ຢ່າງເປັນທາງການ, ບັນດາບັນຫາກ່ຽວກັບການຄຸ້ມຄອງລະບົບ ແລະ ການຄຸ້ມຄອງຖານຂໍ້ມູນໃນພື້ນຖານດ່ານຊາຍແດນດີຈີຕອນ  ຈະໄດ້ຮັບການຮັບປະກັນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຊື່ງລັດໄດ້ວາງອອກ”.

ພວກເຮົາຈະສືບຕໍ່ກວດກາ, ກໍ່ສ້າງ ແລະ ລາຍງານໃຫ້ບັນດາອົງການທີ່ກ່ຽວຂ້ອງ ເພື່ອຫັນເປັນດີຈີຕອນຢ່າງເປັນທາງການ. ດ່ານພາສີ ລ້າງເຊີນ ຈະສືບຕໍ່ຝຶກອົບຮົມຖັນແຖວພະນັກງານ, ສັບຊ້ອນຈັດຕັ້ງລະບົບຕ່ອງໂສ້ວິຊາສະເພາະ ເພື່ອເຮັດແນວໃດໃຫ້ທັງເຄື່ອນໄຫວລະບົບພາສີອັດສະລິຍະ ທັງເຄື່ອນໄຫວພື້ນຖານດ່ານຊາຍແດນດີຈີຕອນ, ຊ່ວຍໃຫ້ສອງລະບົບນີ້ນູນຊ່ວຍເຊິ່ງກັນ ແລະ ກັນ, ເຮັດໃຫ້ການປະຕິບັດງານຂອງດ່ານພາສີມີຄວາມໂປ່ໃສ ແລະ ຈະແຈ້ງກວ່າ.

ວຽກຜັນຂະຫຍາຍການທົດລອງການຫັນເປັນດີຈີຕອນເຂດດ່ານຊາຍແດນຂອງ ລ້າງເຊີນ ພວມຄ່ອຍໆໄດ້ສ້າງເປັນຮູບແບບ ຕົວຢ່າງກ່ຽວກັບດ່ານຊາຍແດນດີຈີຕອນໃນທົ່ວປະເທດ, ປະກອບສ່ວນສ້າງເປັນລະບົບດ່ານຊາຍແດນດີຈີຕອນແຫ່ງຊາດ, ຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງແຫ່ງລັດຂອງລັດຖະບານ ແລະ ບັນດາທ້ອງຖິ່ນໃນການຕ້ານປະກົດການຫຍໍ້ທໍ້, ຮັບໃຊ້ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ດ້ວຍຈຸດສຸມແມ່ນເປັນພື້ນຖານດ່ານຊາຍແດນດີຈີຕອນ, ໃນໄລຍະຈະມາເຖິງແມ່ນເປັນດ່ານຊາຍແດນອັດສະລິຍະ, ລ້າງເຊີນ ຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນໃນດ້ານເສດຖະກິດດ່ານຊາຍແດນໄດ້ຢ່າງສູງສຸດ, ຜ່ານນັ້ນ ກໍປະກອບສ່ວນຫັນເຂດດ່ານຊາຍແດນເປັນທັນສະໄໝ, ຍູ້ແຮງການສົ່ງອອກສິນຄ້າ ຫວຽດນາມ ໄປຍັງ ຈີນ ກໍ່ຄືນຳເຂົ້າສິນຄ້າທີ່ຈຳເປັນຈາກປະເທດເພື່ອນ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ ແລະ ການດຳລົງຊີວິດ, ຍົກສູງກຳລັງແກ່ງແຍ້ງຂອງສິນຄ້າ ຫວຽດນາມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງປະເທດຊາດ.

ຕອບກັບ