ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ໃຫມ່

Nguyen Hang
Chia sẻ
(VOVWORLD) -ດ້ວຍພົນລະເມືອງ 1,4 ຕື້ຄົນ, ຈີນ ແມ່ນປະເທດນຳຫນ້າໃນທົ່ວໂລກກ່ຽວກັບການນຳເຂົ້ານ້ຳນົມ ແລະ ຜະລິດຕະພັນນ້ຳນົມ ແລະ ກໍ່ແມ່ນຕະຫລາດບົ່ມຊ້ອນສຳລັບບັນດາວິສາຫະກິດສົ່ງອອກຜະລິດຕະພັນນ້ຳນົມຂອງຫວຽດນາມ. ນີ້ແມ່ນກາລະໂອກາດໃຫຍ່ສຳລັບຂະແຫນງລ້ຽງງົວນົມ ແລະ ຜະລິດ ປຸງແຕ່ງນ້ຳນົມຂອງຫວຽດນາມ ໄປໄກກວ່າ. ກາລະໂອກາດໃຫມ່ສຸດຂອງກຸ່ມບໍລິສັດ TH ຫາກໍ່ສົ່ງອອກ ໂຄຕ້າ ນ້ຳນົມ ເຂົ້າຕະຫລາດ ຈີນ.

 

  TH milk ຂຶ້ນກັບກຸ່ມບໍລິສັດ TH  ຊື່ງແມ່ນຫົວຫນ່ວຍກຳມະສິດເຄື່ອງໝາຍ TH true Milk, ແມ່ນວິສາຫະກິດແຫ່ງທຳອິດໄດ້ຮັບເລກລະຫັດຈາກບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຂອງຈີນ ໄດ້ໃຫ້ອະນຸຍາດສົ່ງນ້ຳນົມເຂົ້າຕະຫລາດຈີນ ພາຍຫລັງພິຈາລະນາຢ່າງລະອຽດລະອໍສຳເນົາເອກະສານ, ກຳລັງຄວາມສາມາດການຜະລິດ ແລະ ມາດຕະຖານຄຸນນະພາບຂອງຜະລິດຕະພັນ. ທ່ານນາງ ທາຍເຮື່ອງ, ປະທານ ສະພາຝ່າຍບໍລິຫານກຸ່ມບໍລິສັດ TH ໃຫ້ຮູ້ວ່າ: ດ້ວຍຮູບແບບສ້າງເປັນຟາມງົວນົມ, ໝູນໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີ 4.0 ໃນການຜະລິດ ແລະ ການຄຸ້ມຄອງ, ແບບຄົບວົງຈອນ ຈາກການປູກທົ່ງຫຍ້າຂຽວຕະຫລອດຮອດຜະລິດນ້ຳນົມສະອາດ, ສົມທົບກັບເຕັກນິກຜະລິດນ້ຳນົມຂອງໂລກ ດ້ວຍປັນຍາ ຫວຽດນາມ, ບັນດາຜະລິດຕະພັນເຄື່ອງໝາຍ TH true Milk ສາມາດຕອບສະຫນອງໄດ້ບັນດາມາດຕະຖານ, ຂໍ້ກຳນົດທີ່ເຄັ່ງຄັດຂອງຕະຫລາດ ຈີນ.

“ຕະຫລາດນ້ຳນົມຈີນ ແມ່ນຕະຫລາດນຳເຂົ້ານ້ຳນົມໃຫຍ່ທີ່ສຸດ, ນ້ຳນົມສົດ ແລະ ບັນດາຜະລິດຕະພັນນ້ຳນົມ. TH ໄດ້ແຊກຊຶມເຂົ້າຕະຫລາດຈີນມາເປັນເວລາ 2 ປີແລ້ວ, ວິສາຫະກິດຕ້ອງຮັບປະກັນມາດຕະຖານ, ຂໍ້ກຳນົດຂອງເຂົາເຈົ້າ ເວລານັ້ນ ຈຶ່ງສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ບໍລິໂພກ. ແຊກຊຶມເຂົ້າຕະຫລາດຈີນ ຄືດັ່ງກາລະໂອກາດໃຫມ່ ແລະ  ດ້ວຍຄວາມສຸດຈິດສຸດໃຈເພື່ອຜູ້ບໍລິໂພກ.”

ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ໃຫມ່ - ảnh 1 (ພາບປະກອບ: vov.vn)

ເພື່ອໃຫ້ໄດ້ຮັບອະນຸຍາດສົ່ງອອກດ້ວຍໂຄຕ້າ ເຂົ້າຕະຫລາດຈີນ, ຜະລິດຕະພັນນ້ຳນົມສົດຂອງ TH ຕ້ອງຜ່ານການກວດກາ, ການຕີລາຄາຮອບດ້ານຈາກບັນດາອົງການກ່ຽວຂ້ອງຂອງຈີນ.

ເຫດການທີ່ຫວຽດນາມ ສົ່ງໂຄຕ້າ ນ້ຳນົມໄປຍັງຕະຫລາດ ຈີນ, ຜູ້ຊ່ຽວຊານຫລາຍທ່ານໃນຂົງເຂດນີ້ຖືວ່າ ນີ້ແມ່ນສັນຍານທີ່ເປັນຫນ້າຊື່ນຊົມ ແມ່ນບາດລ້ຽວໃຫຍ່ສຳລັບຂະແຫນງກະສິກຳຫວຽດນາມ. ເພາະ ນ້ຳນົມແມ່ນປະເພດສິນຄ້າຮຽກຮ້ອງຕ້ອງການ ມາດຕະຖານຄຸນນະພາບ, ການກຳນົດ, ຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານສູງສຸດ.

ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ໃຫມ່ - ảnh 2 ບັນດາຜູ້ແທນເປັນສັກຂີພິຍານພິທີສົ່ງອອກຜະລິດຕະພັນນົມຖ້ຽວທໍາອິດໄປຍັງຕະຫຼາດຈີນ (ພາບ: TTXVN)

ຕາມທ່ານ ດ່າວຫວຽດແອງ, ທູດການຄ້າ ຫວຽດນາມ ປະຈຳ ຈີນ ແລ້ວ, ເປົ້າໝາຍໃນໄລຍະຈະມາເຖິງ ຕ້ອງມີວິສາຫະກິດຜະລິດນ້ຳນົມຂອງຫວຽດນາມ ອີກຫລາຍແຫ່ງ ຈະໄດ້ແຊກຊຶມເຂົ້າຕະຫລາດຈີນ. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ບັນດາວິສາຫະກິດຕ້ອງເອົາໃຈໃສ່ເຖິງການນິຍົມ, ຄວາມຊີນເຄີຍຂອງຜູ້ບໍລິໂພກຈີນ ແລະ ຄຽງຄູ່ກັນນັ້ນ ຕ້ອງປະຕິບັດຕາມການກຳນົດຫລັກອະນາໄມດ້ານສະບຽງອາຫານ, ຄຸນນະພາບ ກ່ຽວກັບຜະລິດຕະພັນນ້ຳນົມຂອງຈີນ.

ຕາມທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ເພື່ອແຊກຊຶມເຂົ້າຮ່ວມບັນດາຕະຫລາດສົ່ງອອກໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນ, ບັນດາວິສາຫະກິດ ແລະ ບັນດາຄອບຄົວລ້ຽງງົວນົມ ຕ້ອງເພີ່ມທະວີການລົງທຶນ, ພັດທະນາຝຸງງົວນົມເພື່ອຜະລິດອອກແຫລ່ງນ້ຳນົມສົດຢູ່ພາຍໃນປະເທດໃຫ້ນັບມື້ນັບຫລາຍກວ່າອີກ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ສ້າງກາລະໂອກາດສົ່ງອອກ. ໃນໄລຍະຈະມາເຖິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສະເຫນີ ກົມພາສີຈີນ ພິຈາລະນາ, ຕີລາຄາ ແລະ ແຈ້ງໝາກຜົນກ່ຽວກັບສຳເນົາເອກະສານຈົດທະບຽນສົ່ງອອກນ້ຳນົມສຳລັບ 4 ວິສາຫະກິດຂອງຫວຽດນາມ ທີ່ໄດ້ສຳເລັດສຳເນົາເອກະສານກັບອົງການຄຸ້ມຄອງຂອງຈີນ. ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເນັ້ນຫນັກວ່າ:

“ພວກເຮົາຢາກຂຸດຄົ້ນຕະຫລາດສົ່ງອອກນ້ຳນົມໃຫ້ເປັນຢ່າງດີ ມີພຽງເສັ້ນທາງຫນຶ່ງດຽວ ນັ້ນແມ່ນຕ້ອງສຸມໃສ່ຄຸນນະພາບ, ການຮ່ວມສຳພັນກັບຫົວຫນ່ວຍອື່ນ ເຮັດແນວໃດມີກຳລັງຄວາມສາມາດເພື່ອແກ້ງແຍ້ງໄດ້. ພ້ອມກັນນັ້ນ ຕ້ອງມີການຫນູນຊ່ວຍຈາກລັດຖະບານ, ສະຫະສະມາຄົມ, ຊາວກະສິກອນ ຜ່ານການເຄື່ອນໄຫວຂອງສະຫະກອນ ຮ່ວມສຳພັນຢ່າງແຫນ້ນແຟ້ນເພື່ອຜະລິດນ້ຳນົມໃຫ້ເປັນລະບົບ ເວລານັ້ນ ຈຶ່ງເປັນເອກະພາບລາຄາໃຫ້ເໝາະສົມ ແລະ ນ້ຳນົມມີຄຸນນະພາບດີສຸດ ຈຶ່ງຂຸດຄົ້ນຕະຫລາດໄດ້.”

ມາຮອດປະຈຸບັນ ປະເພດສິນຄ້ານ້ຳນົມຫວຽດນາມ ໄດ້ມີຫນ້າຢູ່ ເກືອບ 50 ປະເທດໃນໂລກ. ປະຈຸບັນ ຫວຽດນາມ ມີວິສາຫະກິດຜະລິດ ແລະ ດຳເນີນທຸລະກິດນ້ຳນົມປະມານ 60ແຫ່ງ ດ້ວຍ 300 ກາໝາຍ, ໃນນັ້ນ 10 ວິສາຫະກິດ ມີຜະລິດຕະພັນນ້ຳນົມສົ່ງອອກ ແລະ ສ່ວນຫລາຍແມ່ນບັນດາບໍລິສັດຄື: ບໍລິສັດນ້ຳນົມ ຫວຽດນາມ (Vinamilk) TH true Milk, ມົກເຈົາ Milk… ດ້ວຍການມີຫນ້າຢູ່ຕະຫລາດຈີນ, ຊື່ງແມ່ນຕະຫລາດມີພົນລະເມືອງຫລາຍກວ່າໝູ່ໃນໂລກ, ນ້ຳນົມຫວຽດນາມ ພັດມີກາລະໂອກາດໃຫມ່ເພື່ອພັດທະນາ ແລະ ຢັ້ງຢືນເຄື່ອງໝາຍຂອງຕົນ.

ຕອບກັບ