ປະ​ສິດ​ທິ​ຜົນ​ການ​ດຶງ​ດູດ​ທຶນ FDI ຈາ​ກວຽກ​ງານ​ການ​ຕ່າງ​ປະ​ເທດ​ຢູ່ ແຂວງ​ບີງ​ເຢືອງ

Chia sẻ
(VOVWORLD) - ໂດຍແມ່ນເຂດປູກສະເພາະຕົ້ນໄມ້ໃຫຍ່, ບີ່ງເຢືອງ ຄ່ອຍໆກາຍເປັນແຂວງອຸດສາຫະກຳ ແລະ ຖືກຈັດເຂົ້າ Topນຳຫນ້າບັນດາທ້ອງຖິ່ນດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ດີສຸດໃນທົ່ວປະເທດ. ບັນລຸໄດ້ໝາກຜົນນີ້ ກໍ່ຍ້ອນແຂວງ ບີ່ງເຢືອງ ຕັ້ງຫນ້າເປີດກວ້າງການພົວພັນຕ່າງປະເທດ, ສ້າງເງື່ອນໄຂສະດວກເພື່ອດຶງດູດບັນດານັກລົງທຶນ. ນີ້ກໍ່ແມ່ນແຜນນະໂຍບາຍ ຊື່ງແຂວງ ບີ່ງເຢືອງ ໄດ້ມີການກຳນົດທິດ ແລະ ຜັນຂະຫຍາຍການປະຕິບັດໂດຍໄວ, ຈາກນັ້ນ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ.

ປະ​ສິດ​ທິ​ຜົນ​ການ​ດຶງ​ດູດ​ທຶນ FDI ຈາ​ກວຽກ​ງານ​ການ​ຕ່າງ​ປະ​ເທດ​ຢູ່ ແຂວງ​ບີງ​ເຢືອງ - ảnh 1ບິ່ງເຢືອງຈັດຕັ້ງສຳເລັດເວທີປາໄສຮ່ວມມືເສດຖະກິດ ອາຊີ Horasis 2018 ແລະ 2019

ກ່ອນນີ້ 12 ປີ, ເມື່ອເຂົ້າມາຫວຽດນາມ ຊອກຫາການລົງທຶນ, ທ່ານ Yamamoto Kazuhito, ຜູ້ອຳນວຍການໃຫຍ່ ບໍລິສັດ Taisei Bijutsu Printingຈຳກັດ ໄດ້ໄປຫລາຍທ້ອງຖິ່ນ ແລະ ຕົກລົງເຂົ້າມາລົງທຶນຢູ່ ແຂວງ ບີ່ງເຢືອງ. ທ່ານ ແບ່ງປັນວ່າ: ຄາວນັ້ນ ບີ່ງເຢືອງ ແມ່ນທ້ອງຖິ່ນນຳຫນ້າກ່ຽວກັບການປະຕິບັດນະໂຍບາຍເປີດປະຕູເສດຖະກິດ ເມື່ອທຽບໃສ່ບັນດາແຂວງ, ນະຄອນ ອື່ນໆ. ເມື່ອຈົດທະບຽນລົງທຶນໂຄງການຢູ່ທີ່ນີ້, ການນຳແຂວງ, ບັນດາພະແນກ, ຂະແຫນງການ ໄດ້ໃຫ້ການ ຕ້ອນຮັບ, ຫນູນຊ່ວຍທ່ານ Yamamoto Kazuhito ຢ່າງສຸດຈິດສຸດໃຈກ່ຽວກັບລະບຽບການ, ບັນດານະໂຍບາຍບຸລິມະສິດ. ຍ້ອນເຫດນັ້ນ ທ່ານບໍ່ຕ້ອງຄິດໄລ່ຊັ່ງຊາ ແຕ່ຫາກລົງມືກໍ່ສ້າງ ແລະ ນຳບໍລິສັດ Taisei Bijutsu Printingຈຳກັດເຂົ້າເຄື່ອນໄຫວ ຢູ່ ເຂດອຸດສາຫະກຳ ໝີເຟືອກ 3 ເທດສະບານ ເບນກາດຢ່າງໄວວາ.

ດ້ວຍທ່າໄດ້ປຽບແມ່ນແຂວງ ຕິດຈອດໃກ້ກັບນະຄອນ ໂຮ່ຈີມິນ, ພື້ນຖານໂຄງລ່າງຈາກນະຄອນ ຈົນເຖິງບັນດາເຂດອຸດສາຫະກຳ ລ້ວນແຕ່ໄດ້ຮັບການກໍ່ສ້າງສຳເລັດເກືອບທັງໝົດ ສະນັ້ນຕອບສະຫນອງໄດ້ຄວາມປາດຖະຫນາຂອງບັນດາວິສາຫະກິດ. ພ້ອມກັນນັ້ນ ຢູ່ທີ່ນີ້ ຍັງມີແຫລ່ງຊັບພະຍາກອນມະນຸດຫລາຍສົມຄວນເພື່ອຊ່ວຍວິສາຫະກິດທຳການຜະລິດເປັນປົກກະຕິ. ທ່ານ Yamamoto Kazuhitoໃຫ້ຮູ້ວ່າ:

ຢູ່ ແຂວງ ບີ່ງເຢືອງ, 100% ເຂດອຸດສາຫະກຳໄດ້ຮັບການເຊັນອະນຸມັດ ແລະ ວາງແຜນກຳນົດນຳເຂົ້າເຄື່ອນໄຫວຈາກລັດຖະບານແລ້ວ. ລາຄາເຊົ່າທີ່ດິນຢູ່ເຂດອຸດສາຫະກຳ ໝີເຟືອກ ຍັງຖືກຢູ່ ສະນັ້ນຂ້າພະເຈົ້າໄດ້ເລືອກເຟັ້ນເພື່ອກໍ່ສ້າງສຳນັກງານບໍລິສັດ. ຢູ່ທີ່ນີ້ ມີລະບົບໄຟຟ້າເປັນປົກກະຕິ, ວັດຖຸດິບ ອຸປະກອນນຳເຂົ້າຜ່ານບັນດາທ່າກຳປັ່ນສົ່ງເຖິງໂຮງຈັກ ແມ່ນມີຄວາມສະດວກທີ່ສຸດ

ໃນຊຸມປີມໍ່ໆມານີ້ ບັນດານັກລົງທຶນ ສ.ເກົາຫລີ ເຂົ້າມາ ບີ່ງເຢືອງ ນັບມື້ນັບຫລາຍ. ໄລ່ມາຮອດເດືອນກັນຍາ 2020, ແຂວງ ບີ່ງເຢືອງ ມີ 755 ໂຄງການ ດ້ວຍຍອດເງິນລົງທຶນແມ່ນ 3,2 ຕື້ USD ຂອງນັກລົງທຶນມາຈາກ ສ.ເກົາຫລີ.  ບັນດາວິສາຫະກິດ ສ.ເກົາຫລີ ເຄື່ອນໄຫວໃນຂົງເຂດຕຳ່ແຜ່ນຕັດຫຍິບ, ເກີບຫນັງ, ປະດິດຜະລິດຕະພັນຫນູນຊ່ວຍຂະແຫນງໂອໂຕ, ສາທາລະນະສຸກ, ປຸງແຕ່ງອາຫານ..

ເມື່ອອະທິບາຍເລື່ອງ ບັນດາວິສາຫະກິດ ສ. ເກົາຫລີ ເລືອກເຟັ້ນແຂວງ ບີ່ງເຢືອງ ເພື່ອເຂົ້າມາລົງທຶນ, ທ່ານ Kim Won Sikປະທານສະມາຄົມວິສາຫະກິດລົງທຶນຂອງ ສ.ເກົາຫລີ ສາຂາ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:

ການພົວພັນລະຫວ່າງບັນດາອົງການຂອງແຂວງ ບີ່ງເຢືອງ ແລະ ບັນດາບໍລິສັດ FDI ແມ່ນດີທີ່ສຸດ, ແຕ່ລະປີ ລ້ວນແຕ່ມີການເຈລະຈາລະຫວ່າງການນຳແຂວງ ແລະ ວິສາຫະກິດ. ຜ່ານລາຍການນີ້ ມີຫລາຍບັນຫາທີ່ປະສົບກັບຄວາມຫຍຸ້ງຍາກລ້ວນແຕ່ໄດ້ຮັບການແກ້ໄຂ. ຂ້າພະເຈົ້າເຫັນວ່າ ຫວຽດນາມ ເວົ້າລວມ ແລະ ແຂວງ ບີ່ງເຢືອງ ເວົ້າສະເພາະ ຍາມໃດກໍ່ສະຫງວນການບຸລິມະສິດໃຫ້ບັນດາວິສາຫະກິດ ສ.ເກົາຫລີ ອັນໄດ້ເຮັດໃຫ້ວິສາຫະກິດ ເຂົ້າມາລົງທຶນຢູ່ທີ່ນີ້ນັບມື້ນັບຫລາຍກວ່າ.”

ພ້ອມກັບເລື່ອງສ້າງຄວາມສະດວກເພື່ອດຶງດູດການລົງທຶນ, ມາຮອດປະຈຸບັນ ບີ່ງເຢືອງ ຢືນອັນດັບ 3 ໃນທົ່ວປະເທດ ຖັດຈາກ ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດ ດ້ວຍເກືອບ 3.900 ໂຄງການ FDI, ດ້ວຍຍອດຈຳນວນເງິນລົງທຶນ 35 ຕື້ USD ຈາກ 65 ປະເທດ ແລະ ເຂດແຄ້ວນໃນໂລກ. ໃນ 6 ເດືອນຕົ້ນປີ 2020, ເຖິງວ່າ ການດຶງດູດການລົງທຶນຈະຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ແຕ່ແຂວງ ບີ່ງເຢືອງ ຍັງຄົງບັນລຸເກືອບ 69% ຄາດໝາຍວາງອອກທັງປີ.

ພ້ອມກັບການເປັນເຈົ້າການໃນການປ່ຽນໃຫມ່ຢ່າງຕັ້ງຫນ້າກ່ຽວກັບກົນໄກ, ນະໂຍບາຍ, ພື້ນຖານໂຄງລ່າງນັ້ນ, ແຜນນະໂຍບາຍພ້ອມແລ້ວທີ່ຈະເປັນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈກັບບັນດາປະເທດໃນນະໂຍບາຍການຕ່າງປະເທດຂອງພັກ, ລັດ ກໍ່ໄດ້ຮັບການຊາບຊຶມ, ໝູນໃຊ້ຢ່າງມີປະສິດທິຜົນຈາກແຂວງ. ທ່ານ ເລຟູຮວ່າ, ຫົວຫນ້າພະແນກພົວພັນຕ່າງປະເທດແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ໄລຍະຜ່ານມາ ໂດຍການເພີ່ມທະວີວຽກງານພົວພັນຕ່າງປະເທດ, ແຂວງ ບີ່ງເຢືອງ ໄດ້ຈັດຕັ້ງບັນດາລາຍການລະດັບສາກົນຢ່າງສຳເລັດຜົນຄື: ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປີ 2018-2019, ກອງປະຊຸມຄັ້ງທີ 11 ຂອງກອງປະຊຸມໃຫຍ່ ສະຫະສະມາຄົມຕົວເມືອງວິທະຍາສາດໂລກ (WTA).

ບັນດາການເຄື່ອນໄຫວພົວພັນຕ່າງປະເທດໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ພາບພົດຂອງແຂວງ ບີ່ງເຢືອງທີ່ຂະຫຍັນຂັນເຄື່ອນ ແລະ ປະດິດຄິດສ້າງ. ທ່ານ ມາຍຮູ່ງຢູ໋ງ  ຮອງປະທານປະຈຳການ ຄະນະກຳມະການປະຊາຊົນແຂວງ ບີ່ງເຢືອງ ຢັ້ງຢືນວ່າ:

ໄລຍະຈະມາເຖິງ ແຂວງ ຈະຍາດແຍ່ງການພົວພັນທີ່ມີຢູ່ແລ້ວນັ້ນແມ່ນບັນດາແຂວງແຮກສ່ຽວກັບແຂວງ ບີ່ງເຢືອງ, ບັນດາອົງການຈັດຕັ້ງຢູ່ ບີ່ງເຢືອງ, ສະຫະສະມາຄົມບັນດາວິສາຫະກິດໃຫຍ່ ບີ່ງເຢືອງ ເຂົ້າຮ່ວມ.. ນຳບັນດາການພົວພັນກາຍເປັນການຮ່ວມືລະອຽດ. ວິສາຫະກິດລົງທຶນຂອງຕ່າງປະເທດຢູ່ ແຂວງ ບີ່ງເຢືອງ ກໍ່ແມ່ນກຳລັງຫນູນຊ່ວຍທ້ອງຖິ່ນຈັດຕັ້ງການພົວພັນຕ່າງປະເທດເປັນຢ່າງດີ.”

ດ້ວຍບັນດາຄວາມມານະພະຍາຍາມໃນການເພີ່ມທະວີການພົວພັນຕ່າງປະເທດ, ບັນດາລັດຖະນະໂຍບາຍທັນການ, ຖືກຕ້ອງ, ແຂວງ ບີ່ງເຢືອງ ແນ່ນອນວ່າຈະມີບັນດາບາດກ້າວຍາວໄກໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ