ຄວາມສາມາດບົ່ມຊ້ອນການພັດທະນາບັນດາສາຍທ່ອງທ່ຽວຜ່ານຊາຍແດນຢູ່ ກາວບັ່ງ

Tuấn Anh - Quang Dũng
Chia sẻ

(VOVWORLD) - ບໍ່ພຽງແຕ່ແມ່ນແຂວງ ມີທິວທັດທຳມະຊາດ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະ, ກາວບັ່ງ ຍັງມີເສັ້ນຊາຍແດນຕິດກັບຈີນ ທີ່ມີຄວາມຍາວກວ່າ 333 ກິໂລແມັດ ດ້ວຍບັນດາສະຖານທີ່ທ່ອງທ່ຽວອັນດູດດື່ມ ຊື່ງໄດ້ຕັ້ງຢູ່ໃກ້ກັບເຊດຊາຍແດນ. ສະນັ້ນ ກາວບັ່ງ ໄດ້ກຳນົດການທ່ອງທ່ຽວຂ້າມຊາຍແດນແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງ ຄວນໃຫ້ບຸລິມະສິດຊຸກຍູ້, ເພື່ອແນໃສ່ສ້າງບຸກທະລຸໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງແຂວງ.

ຄວາມສາມາດບົ່ມຊ້ອນການພັດທະນາບັນດາສາຍທ່ອງທ່ຽວຜ່ານຊາຍແດນຢູ່ ກາວບັ່ງ - ảnh 1ປະຈຸບັນ ນັກທ່ອງທ່ຽວ ຫວຽດນາມແລະ ຈີນ ເຮັດລະບຽບການໄປທ່ຽວຜ່ານຊາຍແດນແມ່ນສະດວກ ບໍ່ຕ້ອງຂໍວິຊາ. ພາບ:VOV

ເມື່ອກະກຽມເຮັດລະບຽບການຂ້າມຊາຍແດນຢູ່ສະຖານທີ່ເຂົ້າອອກເມືອງ ຢູ່ເຂດຫລັກໝາຍ 834/1 ເມືອງ ຈູງແຄງ ແຂວງ ກາວບັ່ງ, ເອື້ອຍ ຫງວຽນມາຍເຮືອງ ນັກທ່ອງທ່ຽວມາຈາກ ແຂວງຮຶງອຽນ ໃຫ້ຮູ້ວ່າ: ເອື້ອຍ ພ້ອມກັບຄອບຄົວ ໄດ້ໄປທ່ຽວຢູ່ ຈີນ ເປັນຫລາຍຄັ້ງ ແຕ່ຍັງບໍ່ທັນມີເວລາໃດ ເຮັດລະບຽບການຢ່າງສະດວກຄືຄັ້ງນີ້.

 “ກ່ອນນີ້ ເພື່ອໄປທ່ອງທ່ຽວ ຢູ່ ຈີນ ພວກຂ້າພະເຈົ້າ ປະສົບກັບຄວາມຫຍຸ້ງຍາກ ຍ້ອນຕ້ອງຂີ່ຍົນ, ຕ້ອງເສຍເວລາຫລາຍເພື່ອກະກຽມດ້ານການເງິນ ກໍ່ຄືມື້ພັກເຊົາຢູ່ຈີນ. ປະຈຸບັນ ເມື່ອ ກາວບັ່ງເປີດປະຕູສາຍທ່ອງທ່ຽວເຊື່ອມຕໍ່ ຈີນ ແລ້ວ, ພວກຂ້າພະເຈົ້າ ກໍ່ບໍ່ເສຍເວລາ ເຫື່ອແຮງ ແລະ ລາຍຈ່າຍຫລາຍຄືກ່ອນນີ້ອີກແລ້ວ”.

ນັບແຕ່ເດືອນ ກັນຍາ ປີກາຍນີ້, ເມື່ອ ຫວຽດນາມ ແລະ ຈີນ ທົດລອງໃຫ້ນັກທ່ອງທ່ຽວຜ່ານໄປມາຢູ່ເຂດທ່ອງທ່ຽວທິວທັດທຳມະຊາດ ບ້ານຢົກ ຂອງຫວຽດນາມ - ເຕີທຽນ ຂອງຈີນ, ເລື່ອງໄປມາຜ່ານຊາຍແດນແມ່ນມີຄວາມສະດວກທີ່ສຸດ ນັກທ່ອງທ່ຽວຖືພຽງແຕ່ ປາດສະປໍ ຫລື ຫນັງສືຜ່ານແດນ ຫາກບໍ່ຕ້ອງການຂໍວິຊາ. ສຳລັບນັກທ່ອງທ່ຽວ ທີ່ຍັງບໍ່ທັນມີເອກະສານດັ່ງກ່າວ ກໍ່ພຽງແຕ່ແຈ້ງຂໍ້ມູນສ່ວນຕົວໃຫ້ແກ່ ບໍລິສັດທ່ອງທ່ຽວ ກ່ອນມື້ຫນຶ່ງ ກໍ່ສາມາດເຮັດລະບຽບການສຳເລັດ.

ໂດຍຮັບຮູ້ໄດ້ເຖິງຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂ້າມຊາຍແດນ, ແຂວງກາວບັ່ງ ພວມສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເຮັດບໍລິການທ່ອງທ່ຽວ ເພື່ອກໍ່ສ້າງ ແລະ ຂຸດຄົ້ນບັນດາສາຍທ່ອງທ່ຽວຂ້າມຊາຍແດນ. ທ່ານ ຫງວຽນກຽນເກື່ອງ, ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

 “ແຂວງ ກາວບັ່ງ ພວມມຸ່ງໄປເຖິງການສ້າງບັນດາສາຍທ່ອງທ່ຽວຜ່ານຊາຍແດນ, ເວລາຫນ້ອຍສຸດກໍ່ແມ່ນໄປກັບໃນມື້. ຈາກເຂດດ່ານຊາຍແດນສາກົນ ຈ່າຫລິງ, ນັກທ່ອງທ່ຽວສາມາດໄປຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວຢູ່ຫນອງ ທາງແຮນ ຫລື ບາງບ່ອນໃນຂອບເຂດທີ່ສາມາດໄປກັບໃນມື້. ກົງກັນຂ້າມ ນັກທ່ອງທ່ຽວ ຫວຽດນາມ ກໍ່ສາມາດໄປຍັງ ຈີນ ແລະ ກັບເມືອໃນມື້ເລີຍ. ມາຮອດຈຸດເວລາປະຈຸບັນ ແຕ່ລະມື້ ລ້ວນແຕ່ມີລົດໂດຍສານຢູ່ໃນແຂວງ ແລະ ຕ່າງແຂວງ ມາຮອດດ່ານຊາຍແດນສາກົນ ຈ່າຫລິງ. ນັບແຕ່ເມື່ອໄດ້ຮັບການຍົກລະດັບຂຶ້ນເປັນດ່ານຊາຍແດນ ສາກົນ, ເລື່ອງໄປມາ ກໍ່ສະດວກກວ່າກ່ອນນີ້ຫລາຍ”.

ຄວາມສາມາດບົ່ມຊ້ອນການພັດທະນາບັນດາສາຍທ່ອງທ່ຽວຜ່ານຊາຍແດນຢູ່ ກາວບັ່ງ - ảnh 2ທິວທັດທຳມະຊາດສວຍງາມຢູ່ ແຂວງ ກາວບັ່ງ. ພາບ:VOV

ບັນດາບໍລິສັດທ່ອງທ່ຽວ ລ້ວນແຕ່ຢັ້ງຢືນວ່າ ການທ່ອງທ່ຽວຂ້າມຊາຍແດນ ແມ່ນແຫລ່ງຊັບພະຍາກອນທີ່ມີມູນຄ່າ ແລະ ມີຄວາມສາມາດບົ່ມຊ້ອນທີ່ສຸດຂອງແຂວງ ກາວບັ່ງ. ທ່ານນາງ ຫງວຽນທິຫາຍນາມ ຜູ້ຕາງຫນ້າບໍລິສັດເຄີຍສະຫນອງ Tour ທ່ອງທ່ຽວໄປມາເຂດທ່ອງທ່ຽວທິວທັດທຳມະຊາດ ຖ້ຳ ບ້ານຢົກ (ຫວຽດນາມ) - ເຕີທຽນ ຂອງຈີນ ໃຫ້ຮູ້ວ່າ: ໄລຍະຈະມາເຖິງ ບໍລິສັດຄາດວ່າຈະເພີ່ມບັນດາສາຍທ່ອງທ່ຽວຂ້າມຊາຍແດນ ຊ່ວຍໃຫ້ນັກທ່ອງທ່ຽວສອງປະເທດ ໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ລືຊື່ຫລາຍແຫ່ງອື່ນອີກຂອງສອງຝ່າຍ ຫາກບໍ່ພຽງແຕ່ສຸມໃສ່ເຂດທິວທັດທຳມະຊາດ ບ້ານຢົກ - ເຕີທຽນ.

 “ໄລຍະຜ່ານມາ ຈຳນວນນັກທ່ອງທ່ຽວໄປມາທ່ຽວລະຫວ່າງສອງປະເທດ ແມ່ນມີຄວາມເປັນປົກກະຕິ ສະເລ່ຍແຕ່ລະມື້ ມີ 1 -2 ຄະນະຂອງຫວຽດນາມໄປ ຈີນ ແລະ 2 ຄະນະນັກທ່ອງທ່ຽວ ຈີນ ມາຢ້ຽມຢາມ ຫວຽດນາມ. ບໍລິສັດພວກຂ້າພະເຈົ້າປາດຖະຫນາດຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຂອງທ້ອງຖິ່ນກໍ່ຄືອຳນາດການປົກຄອງແຂວງ ກາວບັ່ງ ເພື່ອກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫມ່ຄື: ບ່ອນລະຫລິ້ນບັນເທິງ, ຊື້ເຄື່ອງຂອງ, ຈາກນັ້ນ ກໍ່ສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ”.

ຂະແຫນງທ່ອງທ່ຽວ ແຂວງ ກາວບັ່ງ ພວມສືບຕໍ່ກຳນົດທິດການລົງທຶນ, ປະກາດໃຊ້ກົນໄກ, ນະໂຍບາຍ ເພື່ອແນໃສ່ຍາດແຍ່ງທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ເພື່ອພັດທະນາການທ່ອງທ່ຽວ. ບັນດາຄວາມມານະພະຍາຍາມນີ້ ໄດ້ປະກອບສ່ວນເພື່ອໃຫ້ການທ່ອງທ່ຽວຜ່ານຊາຍແດນກາຍເປັນທ່າແຮງຂອງທ້ອງຖິ່ນ.

ຕອບກັບ