ທ່ານ ເຈີນແທງນາມ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະພັດທະນາຊົນນະບົດ. ພາບ:Bích Hồng/BNEWS/TTXVN |
ຕາມທ່ານ ເຈີນເຈືອງເຕີນຕ໋າຍ, ຜູ້ອຳນວຍການໃຫຍ່ ບໍລິສັດເຂົ້າສານ ຫວຽດນາມ ຈຳກັດ ແລ້ວ, ປະຈຸບັນ ເຂົ້າສານຂອງບໍລິສັດສົ່ງອອກໄປຍັງ 13 ປະເທດເອີລົບ ດ້ວຍລາຄາຕ່ຳສຸດແມ່ນ 980 USD/ ໂຕນ. ເພື່ອແຊກຊຶມເຂົ້າຕະຫລາດເອີລົບ ແລະ ຂາຍໄດ້ລາຄາສູງ, ທາງວິສາຫະກິດຫວຽດນາມ ຕ້ອງໃຫ້ຄວາມສົນໃຈເຖິງ 5 ບັນຫາ ນັ້ນແມ່ນ: ເຄື່ອງໝາຍການຄ້າ, ການລົງທຶນເຕັກໂນໂລຊີ, ແຫລ່ງຊັບພະຍາກອນມະນຸດ, ລັກສະນະຮ່ວມສຳພັນ ແລະ ບົດບາດຂອງບັນດາສະຫະສະມາຄົມ, ຂະແຫນງສິນຄ້າໃນລະບົບມູນຄ່າເຂົ້າສານ. ໃນນັ້ນ ບົດບາດການຮ່ວມສຳພັນເພື່ອສ້າງເຂດວັດຖຸດິບທີ່ມີສະຖຽນລະພາບຈະປະກອບສ່ວນສ້າງເຄື່ອງໝາຍການຄ້າເຂົ້າສານແບບຍືນຍົງ.
ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ປະລິມານເຂົ້າສານສົ່ງອອກສ່ວນຫລາຍແມ່ນສຸມໃສ່ເຂດທົ່ງພຽງແມ່ນ້ຳຂອງ, ຍອດປະລິມານເຂົ້າສານສົ່ງອອກປີນີ້ຢູ່ເຂດທົ່ງພຽງແມ່ນ້ຳຂອງ ຄາດວ່າບັນລຸ 7,3 ລ້ານໂຕນ, ປະກອບສ່ວນກວ່າ 90% ປະລິມານເຂົ້າສານສົ່ງອອກຂອງຫວຽດນາມ. ທ່ານ ເຈີນແທງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ປະລິມານເຂົ້າສານຂອງຫວຽດນາມ ປີນີ້ ສາມາດຕອບສະຫນອງຕາມຄາດໝາຍທີ່ວາງອອກຢ່າງສິ້ນເຊິງ.
“ພວກຂ້າພະເຈົ້າຄາດວ່າ ປີນີ້ ການສົ່ງອອກແມ່ນປະມານ 7,3 ລ້ານໂຕນ. 6 ເດືອນຕົ້ນປີ ຄາດວ່າຈະສົ່ງອອກ 4,3 ລ້ານໂຕນ. ເປັນອັນວ່າ ພວກຂ້າພະເຈົ້າຍັງສືບຕໍ່ຮັບປະກັນໄດ້ປະລິມານການສົ່ງອອກເຂົ້າສານ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢືນຢັນ ຍັງຄົງຮັບປະກັນໄດ້ປະລິມານເຂົ້າສານຕາມແຜນການ”.
ກົມສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຕີລາຄາ: ບັນດາສັນຍານດີຂຶ້ນຂອງການສົ່ງອອກເຂົ້າສານໃນຊຸມເດືອນຜ່ານມາ ຊີ້ໃຫ້ເຫັນວ່າ ບັນດາວິສາຫະກິດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດສົ່ງອອກດີທີ່ສຸດ, ສ້າງທ່ວງທ່າເພື່ອເຂົ້າຮ່ວມບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນເມື່ອຫລາຍປະເທດຍັງຄົງຈຳກັດການສົ່ງອອກເຂົ້າສານ.
ເພື່ອຍາດແຍ່ງກາລະໂອກາດຂອງຕະຫລາດ, ຊຸກຍູ້ການຜະລິດ, ສົ່ງອອກເຂົ້າສານໃນສະພາບການປະຈຸບັນ, ຂະແຫນງກະສິກຳ ຫວຽດນາມ ພວມສືບຕໍ່ຜັນຂະຫຍາຍຫລາຍມາດຕະການໃນການຮ່ວມສຳພັນ, ສ້າງເຂດວັດຖຸດິບ, ມີຄວາມໂປ່ງໃສໃນການຜະລິດຕອບສະຫນອງບັນດາມາດຖານ, ຍົກສູງມູນຄ່າເຂົ້າສານຫວຽດນາມ ໃນຕະຫລາດໂລກ.