ຮ່າຢາງ ເພີ່ມທະວີການລົງທຶນພື້ນຖານໂຄງລ່າງຄົມມະນາຄົມເພື່ອພັດທະນາເສດຖະກິດ

Huyền+CTV
Chia sẻ

(VOVWORLD) - ກໍ່ສ້າງ ແລະ ປັບປຸງຕານ່າງຄົມມະນາຄົມເຊື່ອມຕໍ່ໃຫ້ສຳເລັດສົມບູນ ແມ່ນນຶ່ງໃນ ສາມບຸກທະລຸໂດຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ອາຍຸການ  2020 -2025 ໄດ້ກຳນົດເພື່ອຊຸກຍູ້ການພັດທະນາຂອງແຂວງ ຮ່າຢາງ. ສະນັ້ນ ທາງແຂວງ ໄດ້ ແລະ ພວມສຸມໃສ່ລະດົມທຸກແຫລ່ງກຳລັງໃຫ້ແກ່ການລົງທຶນພັດທະນາພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່. ມີຫລາຍໆໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະຄົມໂດຍແຂວງ ຮ່າຢາງ ໄດ້ຜັນຂະຍາຍໃນໄລຍະຜ່ານມາ ປະກອບສ່ວນແກ້ໄຂຈຸດອຸດຕັນກ່ຽວກັບຄົມມະນາຄົມ, ສ້າງກຳລັງນູນຊຸກຍູ້ການດຶງດູດການລົງທຶນ, ພັດທະນາເສດຖະກິດສັງຄົມ, ເປັນປະຖົມປັດໄຈເພື່ອໃຫ້ ຮ່າຢາງ ບືນຕົວຂຶ້ນພັດທະນາຢ່າງແຮງ.

 
ຮ່າຢາງ ເພີ່ມທະວີການລົງທຶນພື້ນຖານໂຄງລ່າງຄົມມະນາຄົມເພື່ອພັດທະນາເສດຖະກິດ - ảnh 1ເດືອນ ຕຸລາ ປີ 2023 ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໄລຍະ 1 ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ພາບ: Nguyễn Tùng
 
 

ດ້ວຍບົດບາດ, ທີ່ຕັ້ງແມ່ນແຂວງຊາຍແດນ, ຈຸດເລີ່ມຕົ້ນຂອງກ້ຳເຫນືອ ໃນໄລຍະຜ່ານມາ, ແຂວງ ຮ່າຢາງ ແມ່ນທ້ອງຖິ່ນໄດ້ຮັບຄວາມເອົາໃຈໃສ່ ລົງທຶນ, ຍົກລະດັບພື້ນຖານໂຄງລ່າງສ້າງລະບົບຄົມມະນາຄົມທີ່ລຸລ່ວງ, ເພີ່ມລັກສະນະເຊື່ອມຕໍ່, ເປີດພື້ນທີ່ພັດທະນາໃຫມ່. ແຂວງໄດ້ປະກາດໃຊ້ມະຕິວ່າດ້ວຍການບຸກທະລຸການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ໄລຍະປີ 2021 – 2025 ແລະ ຮອດປີ 2030, ໃນນັ້ນ ສຸມໃສ່ບຸລິມະສິດ, ລະດົມແຫລ່ງກຳລັງຜັນຂະຫຍາຍປະຕິບັດບັນດາໂຄງການຄົມມະນາຄົມຈຸດສຸມ, ມີລັກສະນະເຊື່ອມຕໍ່ເຂດພູສູງ. ທ່ານນາງ ຮ່າທິມິງແຫ້ງ, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ:

 “ໂດຍປະຕິບັດ ແລະ ຫັນນ້າທີ່ບຸກທະລຸກ່ຽວກັບການພັດທະນາລະບົບພື້ນຖາໂຄງລ່າງຄົມມະນາຄົມໃຫ້ເປັນລະອຽດ, ພວກຂ້າພະເຈົ້າໄດ້ປະຕິບັດຕາມທັດສະນະແມ່ນເພີ່ມທະວີການລະດົມ ແລະ ຈັດແບ່ງນຳໃຊ້ບັນດາແຫລ່ງກຳລັງໃຫ້ມີປະສິດທິຜົນເພື່ອພັດທະນາລະບົບພື້ນຖານໂຄງລ່າງຄົມມະນາຄົມຕາມທິດຄົບຊຸດ, ທັນສະໄຫມ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມຢ່າງສູງສຸດ ແລະ ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງແຂວງ.

ເດືອນ ຕຸລາ ປີ 2023, ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໄລຍະທີ 1 ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ນີ້ແມ່ນກິດຈະກຳມີລັກສະນະຕັດສິນຊີ້ຂາດການພັດທະນາເສດຖະກິດ ສັງຄົມຂອງແຂວງ ຮ່າຢາງ, ປະກອບສ່ວນສ້າງແລວພັດທະນາເສດຖະກິດຈາກນະຄອນຫລວງ ຮ່າໂນ້ຍ ແລະ ເຂດທົ່ງພຽງແມ່ນ້ຳແດງໄປຫາບັນດາແຂວງ ພູດອຍທາງພາກເຫນືອ. ທ່ານ ດ່າວງອັກຮວັນ ຫົວໜ້າຜູ້ບັນຊາການ ບ້ວງປະມູນເລກ 3 ການສ້າງຕິດຕັ້ງ, ສັງກັດບໍລິສັດໃຫຍ່ Vinaconex, ກໍ່ສ້າງໄລຍະທາງຕອນແຕ່ ຫວິງຕູຍ - ບັກກວາງ ໃຫ້ຮູ້ວ່າ:

 “ຫົນ່ວຍພວກຂ້າພະເຈົ້າໄດ້ຊອກວິທີ ແລະ ຜັນຂະຍາຍບັນດາມາດຕະການປະຕິບັດການກໍ່ສ້າງໃຫ້ດີທີ່ສຸດ ເພື່ອດຳເນີນການກໍ່ສ້າງທາງ 3 ຜຽນ/ມື້ຢ່າງຕໍ່ເນື່ອງ, ຮັບປະກັນວຽກງານຈັດແບ່ງວັດສະດຸໃນສາຍທາງນີ້ຢ່າງສະດວກກໍ່ຄື ຮັບປະກັນຄວາມປອດໄພ ຄຸນນະພາບ ແລະ ຄວາມຄືບນ້າໃຫ້ແກ່ບ້ວງປະມູນ.

ພ້ອມກັບໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໄລຍະທີ 1, ບັນດາໂຄງການຍົກລະດັບ 7 ສາຍທາງເຊື່ອມຕໍ່ພາຍໃນແຂວງກໍ່ເປັນການຢັ້ງຢືນໃຫ້ເຫັນຄວາມສຳຄັນຂອງແຜນນະໂຍບາຍກ່ຽວກັບການບຸກທະລຸກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂອງແຂວງ ຮ່າຢາງ.  ນີ້ແມ່ນບັນດາສາຍທາງສຳຄັນ ບໍ່ພຽງແຕ່ເຊື່ອມຕໍ່ຈາກນະຄອນ ຮ່າຢາງ ໄປຍັງບັນດາເມືອງເທົ່ານັ້ນ ຫາກຍັງເຊື່ອມຕໍ່ເຂດຊາຍແດນ, ຮັບໃຊ້ການຂົນສົ່ງສິນຄ້າ, ພັດທະນາການທ່ອງທ່ຽວຢ່າງສະດວກອີກດ້ວຍ. ທ່ານ ຫງວຽນກຽນເກື່ອງ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຢູຢ່າ ເມືອງ ອຽນມິງ ແຂວງ ລາວກາຍ ໃຫ້ຮູ້ວ່າ:

 “ແຂວງ ໄດ້ລົງທຶນກໍ່ສ້າງທັງໝົດລະບົບຄົມມະນາຄົມ ຈາກຮ່ຢາງ ໄປເຖິງ ດົ່ງວັນ, ແມ່ວວາກ, ອຽນມິງ ໃຫ້ມີຄວາມສະດວກ. ບັນດາເສັ້ນທາງນີ້ແມ່ນສວຍງາມດຶງດູດນັບມື້ນັບມີນັກທ່ອງທ່ຽວຫລາຍໆຄົນມາຢ້ຽມຢາມ ຮ່າຢາງ.

ຄຽງຄູ່ກັບ ຫໍພິພິທະພັນແຂວງ, ສະຫນາມຫລວງ 26 ມີນາ, ອ່າງເກັບປັບລະດັບນ້ຳ ແມ່ນ້ຳໂລ, ສວນສາທາລະນະຕົ້ນໄມ້ຂຽວ, ບັນດາກິດຈະກຳອື່ນໄດ້ສ້າງເປັນລະບົບຈຸດເດັ່ນຂອງຕົວເມືອງ ນຳມາເຊິ່ງໂສມຫນ້າໃຫມ່, ສີຂຽວ ມີສີສັນ ແລະ ທັນສະໄຫມໃຫ້ແກ່ ນະຄອນ ຮ່າຢາງ. ດ້ວຍທິດນຳ ລັດ ແລະ ປະຊາຊົນພ້ອມກັນເຮັດ, ສູ້ຊົນຮອດປີ 2025 ມີ 100% ບ້ານຢູ່ເຂດຊາຍແດນມີເສັ້ນທາງຄົມມະນາຄົມບັນລຸມາດຖານຊົນນະບົດໃຫມ່. ທ່ານ ຫງວຽນວັນເຊີນ ປະທານຄະນະກຳມະການປະຊາຊົນ ແຂວງ ຮ່າຢາງ ຢືນຢັນວ່າ:

 “ດ້ວຍກົນໄກລັດ ແລະ ປະຊາຊົນພ້ອມກັນເຮັດ, ພວກຂ້າພະເຈົ້າໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມໃຫ້ແກ່ບັນດາຕາແສງຊາຍແດນເພື່ອໃຫ້ມີລະບົບຄົມມະນາຄົມບັນລຸມາດຖານຊົນນະບົດໃຫມ່. ດ້ວຍການພັດທະນາພື້ນຖານໂຄງລ່າງຄົມມະນາຄົມທີ່ມີຄວາມໝາຍສຳຄັນທີ່ສຸດ ເປີດເງື່ອນໄຂພັດທະນາເສດຖະກິດສັງຄົມ ຢ່າງໝັ້ນຄົງເຂັ້ມແຂງໃຫ້ແຂວງຮ່າຢາງ”.

ຮ່າຢາງ ເພີ່ມທະວີການລົງທຶນພື້ນຖານໂຄງລ່າງຄົມມະນາຄົມເພື່ອພັດທະນາເສດຖະກິດ - ảnh 2ທ່ານ ຫງວຽນວັນເຊີນ, ປະທານ ຄະນະກຳມະການ ປະຊາຊົນ ແຂວງ ຮ່າຢາງ. ພາບ:Kim Tiến

ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຢູ່ ຮ່າຢາງ ແມ່ນທິດກ້າວເດີນອັນຖືກຕ້ອງ, ບຸກທະລຸຂອງແຂວງ ຮ່າຢາງ ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງຢ່າງສຸດຂີດ, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງເຂດພູດອຍ ແລະ ເຂດທົ່ງພຽງ. ພາບພົດກ່ຽວກັບເຄືອຂ່າຍຄົມມະນາຄົມຢູ່ບໍລິເວນແຂວງ ຮ່າຢາງ ໄດ້ ແລະ ພວມມີສີສັນອັນສົດໃສໃຫມ່, ຜ່ານການກໍ່ສ້າງສຳເລັດບັນດາຄາດໝາຍໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມເຊື່ອມຕໍ່ຊື່ງໄດ້ວາງອອກ. ນີ້ແມ່ນພື້ນຖານ ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ແຂວງ ຮ່າຢາງ ສືບຕໍ່ພັດທະນາຢ່າງວ່ອງໄວ, ເຂັ້ມແຂງກວ່າໃນໄລຍະຈະມາເຖິງ.

ຕອບກັບ