ນະຄອນ ຫາຍຟ່ອງ ບັນລຸໝາກຜົນດີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI

Thanh Nga - Hong Van
Chia sẻ

(VOVWORLD) -ໃນ 6 ເດືອນຕົ້ນປີ, ນະຄອນ ຫາຍຟ່ອງ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ເກືອບ 2 ຕື້ USD, ບັນລຸ 99% ຂອງແຜນການທັງປີ; ໃນນັ້ນ, ສະເພາະການດຶງດູດເງິນລົງທຶນຢູ່ບັນດາເຂດອຸດສາຫະກຳ, ເຂດເສດຖະກິດ ຄາດວ່າ ແມ່ນປະມານ 1,9 ຕື້ USD. ນີ້ແມ່ນໝາກຜົນຂອງຍຸດທະສາດໂດຍມີແບບມີແຜນ, ເປັນເຈົ້າການໃນການຊຸກຍູ້ການລົງທຶນ, ປ່ຽນໃຫມ່ ແລະ ເພີ່ມທະວີກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ, ຫັນບັນດາສິ່ງທ້າທາຍເປັນກາລະໂອກາດ.

ນະຄອນ ຫາຍຟ່ອງ ບັນລຸໝາກຜົນດີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI  - ảnh 1ພິທີມອບໃບຢັ້ງຢືນອະນຸຍາດການລົງທຶນໃຫ້ບໍລິສັດ LG Innotek VietNam. ພາບ. VOV

ໃນກາງເດືອນມິຖຸນາ ຜ່ານມາ, ນະຄອນໄດ້ຈັດບັນດາກິດຈະກຳສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ. ໃນໄລຍະດຳເນີນການເຄື່ອນໄຫວຄັ້ງນີ້, ຜູ້ຕາງໜ້າການນຳ ນະຄອນ ຫາຍຟ່ອງ ໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນໃຫ້ແກ່ບັນດາໂຄງການໃໝ່ ແລະ ດັດປັບການເພີ່ມທຶນຂອງບັນດານັກລົງທຶນ ສ.ເກົາຫຼີ ດ້ວຍຍອດຈຳນວນເງິນລົງທຶນ 230 ລ້ານ USD. ພິເສດ, ນະຄອນ ຫາຍຟ່ອງ ແລະ ບັນດານັກລົງທຶນ ແລະ ວິສາຫະກິດ ສ.ເກົາຫຼີ ກໍ່ໄດ້ລົງນາມໃນສັນຍາຮ່ວມມື ດ້ວຍຍອດຈຳນວນເງິນລົງທຶນເຖິງ 1,5 ຕື້ USD; ໃນນັ້ນມີບົດບັນທຶກຄວາມເຂົ້າໃຈກັບກຸ່ມບໍລິສັດ LG Innotek ສ.ເກົາຫລີ.

ພາຍຫຼັງການໄປປະຕິບັດງານດັ່ງກ່າວ, ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ໄດ້ສຳເລັດການອອກໃບຢັ້ງຢືນຈົດທະບຽນການລົງທຶນ ດັດປັບການເພີ່ມທຶນໃຫ້ບໍລິສັດ LG Innotek ຫວຽດນາມ ຈຳກັດ ຢູ່ນະຄອນ ຫາຍຟ່ອງ ດ້ວຍຍອດຈຳນວນເງິນລົງທຶນ 1 ຕື້ USD, ພຽງ 3 ວັນພາຍຫຼັງໄດ້ຮັບຄຳສະເຫນີຈາກເຈົ້າຂອງລົງທຶນ. ໂຄງການເພີ່ມທຶນຂອງ LG Innotek ໄດ້ເຮັດໃຫ້ຍອດຈຳນວນທຶນ FDI ຂອງນະຄອນ ຫາຍຟ່ອງ ໃນ 6 ເດືອນຕົ້ນປີນີ້ຂຶ້ນເຖິງເກືອບ 2 ຕື້ USD (ບັນລຸ 99% ຂອງແຜນການປີ). ທ່ານ Cho Ji Tea, ຮອງປະທານກຸ່ມ LG Innotek ສ.ເກົາຫຼີ ກ່າວວ່າ:

ຂ້າພະເຈົ້າເປັນຜູ້ອໍານວຍການໃຫຍ່ຜູ້ທຳອິດຂອງ LG Innotek ຫວຽດນາມ ໄລຍະ 2017-2020, ໃນໄລຍະເຮັດວຽກຢູ່ທີ່ນີ້, ພວກຂ້າພະເຈົ້າຍາມໃດກໍ່ໄດ້ຮັບການໜູນຊ່ວຍຈາກບັນດາການນຳ, ພະແນກ, ຂະແຫນງການຂອງນະຄອນ ຫາຍຟ່ອງ. ໃນໄລຍະຜ່ານມາ, LG Innotek ໄດ້ພັດທະນາຢ່າງໝັ້ນຄົງ ແລະ ບັນລຸໄດ້ບັນດາໝາກຜົນຫຼາຍຢ່າງຢູ່ ນະຄອນ ຫາຍຟ່ອງ ດ້ວຍ 2 ໂຮງງານເຄື່ອນໄຫວຢ່າງມີປະສິດທິຜົນ. ພວກຂ້າພະເຈົ້າຫວັງວ່າຈະສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ອໍານວຍຄວາມສະດວກຈາກນະຄອນຫາຍຟ່ອງ ເພື່ອໃຫ້ໂຮງງານແຫ່ງທີ 3 ຂອງພວກຂ້າພະເຈົ້າຈະສໍາເລັດໃນໄວໆນີ້ ແລະ ສືບຕໍ່ພັດທະນາຢູ່ ນະຄອນ.

ທ່ານ Chen Chi Liang, ຜູ້ອຳນວຍການໃຫຍ່ ບໍລິສັດ Pegatron Viet Nam ຈຳກັດ (ໄຕ້ຫວັນ, ຈີນ) ໃຫ້ຮູ້ວ່າ: ພາຍຫລັງໄປສຳຫລວດຫລາຍແຫ່ງແລ້ວ, ວິສາຫະກິດ ໄດ້ຕົກລົງເລືອກເຟັ້ນເຂດອຸດສາຫະກຳ DEEP C ຫາຍຟ່ອງ ເພື່ອລົງທຶນກໍ່ສ້າງໂຮງງານທີ 14 ໃນທົ່ວໂລກ.

ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກ ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ. ໃນເວລາສັ້ນໆ, ພວກຂ້າພະເຈົ້າໄດ້ກໍ່ສ້າງໂຮງງານສຳເລັດ ແລະ ນຳເຂົ້າໃຊ້ການ. ປະຈຸບັນ, ພວກຂ້າພະເຈົ້າພວມວາງແຜນການສືບຕໍ່ເປີດກວ້າງການລົງທຶນຢູ່ແຂວງ ຫາຍຟ່ອງ. ບາງລູກຄ້າຢູ່ ເອີຣົບ ແລະ ອາເມລິກາ ໄດ້ມາປຶກສາຫາລືການຮ່ວມມືກັບພວກຂ້າພະເຈົ້າ; ເຂົາເຈົ້າມີຄວາມສົນໃຈຫຼາຍຕໍ່ລະບົບການສະຫນອງເອເລັກໂຕຣນິກ ແລະ ຮ່ວມມືເພື່ອພ້ອມກັນພັດທະນາ.

         ນັບແຕ່ນີ້ຮອດປີ 2025, ຫາຍຟ່ອງ ຈະກໍ່ສ້າງ ແລະ ສ້າງສຳເລັດເຂດອຸດສາຫະກຳອີກ 15 ແຫ່ງ, ກຽມພ້ອມທີ່ຈະຕ້ອນຮັບນັກລົງທຶນ. ພ້ອມກັນນັ້ນ, ນະຄອນກໍ່ພວມມີການປ່ຽນໃຫມ່ ແລະ ພັດທະນາກຳລັງແຮງພາຍໃນຢ່າງບໍ່ຢຸດຢັ້ງ ດ້ວຍການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດເພື່ອດຶງດູດແຫຼ່ງກຳລັງແຮງງານ, ພິເສດແມ່ນຄົນງານທີ່ມີຄຸນນະພາບສູງ. ຕາມທ່ານ ເລຈູງກຽນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ແລ້ວ, ການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນບັນດາບຸລິມະສິດຂອງນະຄອນເພື່ອດຶງດູດນັກລົງທຶນ:               

"ຫາຍຟ່ອງ ພວມສ້າງຫຼາຍກົນໄກ ແລະ ນະໂຍບາຍເພື່ອດຶງດູດ ແລະ ຮັກສາຄົນງານ. ໄລຍະຈະມາເຖິງ, ນະຄອນຈະມີນະໂຍບາຍໜູນຊ່ວຍຜູ້ອອກແຮງງານຊື້ເຮືອນຢູ່ສັງຄົມ.   ຫາຍຟ່ອງ ຍັງມີນະໂຍບາຍຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນທີ່ເປັນລູກຫຼານຂອງຄົນງານຈາກແຂວງຕ່າງໆທີ່ມາເຮັດວຽກຢູ່ທີ່ນີ້ ແລະ  ສ້າງຄອບຄົວ. ມີຫຼາຍກົນໄກ ແລະ ນະໂຍບາຍໂຮມເຂົ້າກັນເພື່ອສ້າງລະບົບນິເວດໃຫ້ແກ່ຜູ້ອອກແຮງງານ.

ນະຄອນ ຫາຍຟ່ອງ ບັນລຸໝາກຜົນດີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI  - ảnh 2ການນຳຫາຍຟ່ອງ ຢັ້ງຢືນ: ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ພາບ:VOV

ການນຳນະຄອນ ຫາຍຟ່ອງ ກຳນົດວ່າ: ໜຶ່ງໃນບັນດາໜ້າທີ່ຕົ້ນຕໍ ແລະ ວິທີແກ້ໄຂເພື່ອພັດທະນາເສດຖະກິດແມ່ນເປັນເຈົ້າການໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໂດຍມີການຄັດເລືອກ, ສອດຄ່ອງກັບການກຳນົດທິດໂຄງປະກອບເສດຖະກິດ ແລະ ຄວາມຕ້ອງການພັດທະນາແບບຍືນຍົງ. ທ່ານ ເລຕຽນເຈົາ, ເລຂາຄະນະພັກນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:

“ນະຄອນຫາຍຟ່ອງ    ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ; ສຸມໃສ່ການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນບັນດາກິດຈະກຳພື້ນຖານໂຄງລ່າງທີ່ມີລັກສະນະເຊື່ອມຕໍ່ເຂດ. ນະຄອນຍາມໃດກໍ່ຍິນດີຕ້ອນຮັບນັກລົງທຶນ ແລະ ໃຫ້ຄຳຫມັ້ນສັນຍາຈະເປັນຈຸດນັດພົບທີ່ດີສໍາລັບນັກລົງທຶນ. ນະຄອນກໍ່ເອົາໃຈໃສ່ເປັນພິເສດ ແລະ ຖືເປັນສຳຄັນການລົງທຶນຢູ່ກັບທີ່, ຍາມໃດກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນປະຈຸບັນ, ເພື່ອໃຫ້ບັນດານັກລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນທີ່ສຸດ ແລະ ມີເງື່ອນໄຂເປີດກວ້າງຂອບຂະໜາດລົງທຶນ”.

ໃນໄລຍະດຽວກັນຂອງປີກາຍ, ການດຶງດູດທຶນ FDI ຂອງ ຫາຍຟ່ອງ ບັນລຸພຽງເກືອບ 1,1 ຕື້ USD. ດ້ວຍທິດນຳ “ຜົນສຳເລັດຂອງວິສາຫະກິດ ກໍ່ແມ່ນຜົນສຳເລັດຂອງນະຄອນ”, ຫາຍຟ່ອງ ພວມມານະພະຍາຍາມປ່ຽນໃຫມ່ເພື່ອກາຍເປັນ “ຈຸດນັດພົບຜົນສຳເລັດ” ຂອງບັນດາວິສາຫະກິດ ແລະ ນັກລົງທຶນ.

ຕອບກັບ