ດ່າຫນັງ ຊອກຫາທິດທາງປັບປຸງດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI)

Thanh Ha - Anh Huyen
Chia sẻ

(VOVWORLD) -ຕາມຕາຕະລາງຈັດອັນດັບດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI) ປີ 2022 ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ປະກາດຫວ່າງມໍ່ໆມານີ້, ນະຄອນ ດ່າໜັງ ຢືນອັນດັບທີ 9 ໃນຈຳນວນ 63 ແຂວງ, ນະຄອນ, ຫຼຸດລົງ 5 ຂັ້ນ ເມື່ອທຽບໃສ່ປີ 2021. ຕໍ່ນ້າຄວາມຈິງດັ່ງກ່າວ, ດ່າຫນັງ ພວມຊອກຫາຫຼາຍມາດຕະການແກ້ໄຂເພື່ອປັບປຸງດັດຊະນີ PCI, ເຮັດໃຫ້ ດ່າຫນັງ ກັບຄືນສູ່ອັນດັບແມ່ນ TOP ນຳນ້າທົ່ວປະເທດ.

ດ່າຫນັງ ຊອກຫາທິດທາງປັບປຸງດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI) - ảnh 1ດັດຊະນີເຂົ້າເຖິງທີ່ດິນຂອງ ດ່າຫນັງ ຫລຸດລົງ. ພາບປະກອບ:vov

ຕາມການວິເຄາະຂອງສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ໂດຍຜ່ານການຕີລາຄາຂອງບັນດາວິສາຫະກິດກ່ຽວກັບກຳລັງຄວາມສາມາດບໍລິຫານເສດຖະກິດຂອງ ນະຄອນ ດ່າຫນັງ, 6/10 ດັດຊະນີໂດຍແມ່ນວິສາຫະກິດຕີລາຄາວ່າແມ່ນໄດ້ຫຼຸດລົງ. ນັ້ນຄື: ດັດຊະນີການເຂົ້າສູ່ຕະຫຼາດ, ດັດຊະນີການເຂົ້າເຖິງທີ່ດິນ, ດັດຊະນີລາຍຈ່າຍບໍ່ເປັນທາງການ, ລັກສະນະຂະຫຍັນຂັນເຄື່ອນ, ນະໂຍບາຍຫນູນຊ່ວຍວິສາຫະກິດ, ການຝຶກອົບຮົມແຮງງານ. ສະພາບການດັ່ງກ່າວ ຮຽກຮ້ອງໃຫ້ອຳນາດການປົກຄອງຕ້ອງມານະພະຍາຍາມປະຕິຮູບຢ່າງຂ້ຽວຂາດກວ່າ.

ເພື່ອປັບປຸງ ດັດຊະນີ PCI, ທ່ານ ເລມິນເຕື່ອງ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ: ປະຈຸບັນ ນະຄອນ ພວມສຸມໃສ່ສົມທົບກັບບັນດາກະຊວງ, ຂະແໜງການສູນກາງ ຮີບເຮັ່ງແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງກ່ຽວກັບວຽກງານກວດກາ, ການສະຫຼຸບ, ການວາງແຜນຜັງ ແລະ ລະບຽບການລົງທຶນ.

ສຳລັບວຽກງານກ່ຽວກັບທີ່ດິນ, ພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ກໍ່ພວມຕັ້ງໜ້າຈັດຕັ້ງປະຕິບັດເນື້ອໃນປັບປຸງ. ພະແນກແຜນການ ແລະ ການລົງທຶນໄດ້ນູນຊ່ວຍບັນດາລະບຽບການການລົງທຶນໃຫ້ນັກລົງທຶນ, ເສນາທິການນະໂຍບາຍໜູນຊ່ວຍວິສາຫະກິດ. ສາຍເຫດທີ່ຈໍາກັດນັ້ນ ພວກເຮົາຈະສຳຫລວດກວດຄືນແຕ່ລະດັດຊະນີ. ຈາກນັ້ນ, ບັນດາຂະແໜງການຈະຖອດຖອນບົດຮຽນ ແລະ ຍູ້ໄວການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຂອງນະຄອນດ່ານັງ”.

ກ່ຽວກັບການພັດທະນາພື້ນຖານໂຄງລ່າງຂອງບັນດາເຂດອຸດສາຫະກຳ, ນະຄອນ ດ່າໜັງ ພວມຮີບເຮັ່ງສ້າງລະບຽບການລົງທຶນໃຫ້ສຳເລັດ ແລະ ນຳບັນດາພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ອຸດສາຫະກຳເຂົ້າໃຊ້ການ ເພື່ອຮັບໃຊ້ການສົ່ງເສີມການລົງທຶນ, ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ:

ປະຈຸບັນ, ພວກຂ້າພະເຈົ້າພວມຕັ້ງໜ້າຊີ້ນຳ ພະແນກແຜນການ ແລະ ການລົງທຶນ ສຳຫລວດກວດກາ, ລາຍງານຢ່າງທັນການເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທີມງານສົ່ງເສີມການລົງທຶນແກ້ໄຂຂໍ້ຕິດຂັດຈາກໂຄງການເປັນປະຈຳ. ໃນທຸກວຽກງານແກ້ໄຂກ່ຽວກັບບັນຫາທີ່ດິນ, ບັນດາກິດຈະກຳ, ພວກຂ້າພະເຈົ້າລ້ວນແຕ່ມີເອກະສານຊີ້ນຳ ແລະ ມີຄວາມຄືບນ້າລະອຽດ.

ດ່າຫນັງ ຊອກຫາທິດທາງປັບປຸງດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI) - ảnh 2ທ່ານ ເລຈູງຈິງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ດ່າຫນັງ. ພາບ: TTXVN

ດ້ວຍຄວາມຕັດສິນໃຈຟື້ນຟູດັດຊະນີ PCI, ນະຄອນ ດ່າຫນັງ ພວມສຸມທຸກມາດຕະການເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ່ງ. ກ່ຽວກັບດັດຊະນີການເຂົ້າເຖິງທີ່ດິນ,  ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນ ກໍ່ໄດ້ສ້າງປະຕູຖານຂໍ້ມູນທີ່ດິນຂອງນະຄອນ ເພື່ອເຮັດໃຫ້ຂໍ້ມູນທີ່ດິນໄປເຖິງວິສາຫະກິດມີຄວາມໂປ່ງໃສ.

ກ່ຽວກັບດັດຊະນີເຂົ້າສູ່ຕະຫລາດ, ພະແນກແຜນການ ແລະ ການລົງທຶນ ໄດ້ມີການປ່ຽນໃຫມ່ຮູບການສຳຫລວດຄຳເຫັນກ່ຽວກັບລະບຽບການດ້ານບໍລິຫານ, ວິທີການຮັບໃຊ້ຂອງພະນັກງານໃນຂັ້ນຕອນແກ້ໄຂສຳເນົາເອກະສານ, ຫລຸດຜ່ອນເວລາແກ້ໄຂລະບຽບການລົງທຶນ.

ປະຈຸບັນ, ດ້ວຍທ່າແຮງແມ່ນໃຈກາງເຂດພາກກາງ ແລະ ໄຕງວຽນ ເປັນໜຶ່ງໃນສາມສູນ  Startup ແລະ ນະວັດຕະກຳແຫ່ງຊາດ, ນະຄອນໄດ້ກຳນົດທິດກໍ່ສ້າງ ແລະ ພັດທະນາລະບົບນິເວດ Startup ແລະ ນະວັດຕະກຳຂອງຕົວເມືອງ ຈະເປັນໄມ້ງັດດຶງດູດການລົງທຶນເພື່ອປະກອບສ່ວນເຂົ້າໃນການເຕີບໂຕ. ນະຄອນ ດ່າໜັງ ໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍ, ແຜນງານ ແລະ ແຜນການ ເພື່ອສ້າງພື້ນຖານນິຕິກຳຍູ້ແຮງ ການເຄື່ອນໄຫວ Startup ແລະ ນະວັດຕະກຳ, ລົງທຶນກໍ່ສ້າງພື້ນຖານວັດຖຸເຕັກນິກ ຮັບໃຊ້ການພັດທະນາ Startup ແລະ ນະວັດຕະກຳ. ທ່ານ ໂຮ່ກີ່ມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເນັ້ນໜັກວ່າ:

ປະຊາຄົມວິສາຫະກິດ Startup ແລະ ນະວັດຕະກຳ ນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ, ໃນນັ້ນມີບາງວິສາຫະກິດ Startup ແລະ ນະວັດຕະກຳ ມີພື້ນຖານເຕັກໂນໂລຊີສູງ, ໄປທັດທຽມກັບທ່າອ່ຽງພັດທະນາ, ພິເສດແມ່ນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ໂປຼແກຼມປັນຍາປະດິດ... ກໍ່ສາມາດດຶງດູດເງິນລົງທຶນຈາກກອງທຶນລົງທຶນພາຍໃນ ແລະ ຕ່າງປະເທດ. ດ້ວຍໝາກຜົນທີ່ບັນລຸໄດ້, ນະຄອນ ດ່ານັງ ໄດ້ຮັບລາງວັນນະຄອນທີ່ດຶງດູດການ Startup ແລະ ນະວັດຕະກຳ” 2 ຄັ້ງ.

ນັບແຕ່ປີ 2010 ມາຮອດປະຈຸບັນ, ນະຄອນ ດ່າຫນັງ ມີ 11/12 ຄັ້ງທີ່ຖືກຈັດໃນ  TOP 5 ແຂວງ, ນະຄອນທີ່ມີດັດຊະນີ PCI ສູງສຸດໃນທົ່ວປະເທດ, ໃນນັ້ນ 5 ຄັ້ງໄດ້ຮັບລາງວັນທີຫນຶ່ງ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ນະຄອນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການເຕີບໂຕດ້ານເສດຖະກິດບໍ່ໄດ້ຕາມຄາດໝາຍ, ດັດຊະນີ PCI ໄດ້ຫຼຸດລົງ, ແຕ່ເບິ່ງລວມແລ້ວ, ປະຊາຄົມວິສາຫະກິດ ຍັງມີການຕີລາຄາທີ່ດີຕໍ່ ນະຄອນ ດ່າຫນັງ. ເພາະສະນັ້ນ ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງທີ່ຕັ້ງຂອງນະຄອນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດແກ້ງແຍ່ງແມ່ນວຽກງານຈຸດສຸມບຸລິມະສິດຂອງ ນະຄອນ ດ່າຫນັງ./.

ຕອບກັບ