ຍູ້ແຮງການສົ່ງອອກເພື່ອບັນລຸຄາດໝາຍການເຕີບໂຕ 6% ໃນ ປີ 2023

Nguyen Long - Vinh Phong
Chia sẻ

(VOVWORLD) - 5 ເດືອນຕົ້ນປີ 2023, ວົງເງິນສົ່ງອອກຂອງ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ແລະ ມີຫລາຍປະເພດສິນຄ້າສົ່ງອອກຫລັກແຫລ່ງ ມີການຫລຸດລົງ. ເຖິງຢ່າງໃດກໍຕາມ, ດ້ວຍສັນຍານທີ່ດີຂຶ້ນຂອງບັນດາປະເພດສິນຄ້າກະສິກຳເຊັ່ນ: ເຂົ້າສານ, ຜັກ ໝາກໄມ້; ການສົ່ງອອກໃນເດືອນພຶດສະພາແມ່ນເຕີບໂຕສູງກວ່າເດືອນ ເມສາ; ການສົ່ງອອກເກີນດຸນ 5 ເດືອນບັນລຸເກືອບ 10 ຕື້  USD, ສະພາບເງິນເຟີ້ຢູ່ບາງຕະຫຼາດຫຼຸດລົງ, ຄວາມຕ້ອງການນຳເຂົ້າສິນຄ້າເພີ່ມຂຶ້ນ… ຄຽງຄູ່ກັບຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ສະຫະສະມາຄົມ, ຂະແຫນງສິນຄ້າຂອງຫວຽດນາມ, ຄາດຄະເນວ່າ ການເຄື່ອນໄຫວສົ່ງອອກຂອງຫວຽດນາມ ຈະຟື້ນຕົວຄືນໃໝ່ໃນ 6 ເດືອນທ້າຍປີ.

ຍູ້ແຮງການສົ່ງອອກເພື່ອບັນລຸຄາດໝາຍການເຕີບໂຕ 6% ໃນ ປີ 2023 - ảnh 1ພາບປະກອບ:moit.gov.vn

ໃນ 5 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງຫວຽດນາມບັນລຸກວ່າ 262,5 ຕື້ USD, ຫຼຸດລົງເກືອບ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນການສົ່ງອອກໄດ້ຫຼຸດລົງ 11,6%.ການສົ່ງອອກສ່ວນໃຫຍ່ຂອງຫວຽດນາມໃນຊຸມເດືອນຕົ້ນປີໄດ້ຫຼຸດລົງຍ້ອນຜົນກະທົບຂອງເສດຖະກິດຖົດຖອຍຢູ່ຫຼາຍປະເທດ ແລະ ເຂດແຄ້ວນ ເຮັດໃຫ້ຄວາມຕ້ອງການສິນຄ້ານໍາເຂົ້າຫຼຸດລົງ…

ເຖິງຢ່າງໃດກໍຕາມ, ນັບແຕ່ນີ້ຮອດທ້າຍປີ, ການສົ່ງອອກຂອງຫວຽດນາມຈະເຕີບໂຕຄືນໃຫມ່, ຂະນະທີ່ ເດືອນພຶດສະພາ, ວົງເງິນສົ່ງອອກບັນລຸກວ່າ 29 ຕື້ USD, ເພີ່ມຂຶ້ນກວ່າ 4,3% ເມື່ອທຽບໃສ່ເດືອນກ່ອນ. ພິເສດ, ມີຫລາຍປະເພດສິນຄ້າສົ່ງອອກໄດ້ຍາດແຍ່ງເອົາທ່າໄດ້ປຽບຂອງສັນຍາການຄ້າເສລີສະບັບໃໝ່. ດຸ່ນການຄ້າສືບຕໍ່ມີການສົ່ງອອກເກີນດຸນເກືອບ 10 ຕື້ USD, ແມ່ນຈຸດພົ້ນເດັ່ນ ຊື່ງທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ກ່າວເຖິງເມື່ອເວົ້າເຖິງການເຄື່ອນໄຫວສົ່ງອອກ 5 ເດືອນຕົ້ນປີນີ້:

“ໝາກຜົນຂອງການນຳເຂົ້າ ແລະ ສົ່ງອອກໃນ 5 ເດືອນຕົ້ນປີ, ພວກຂ້າພະເຈົ້າຄາດວ່າ ການສົ່ງອອກເກີນດຸນບັນລຸປະມານ 10 ຕື້ USD. ຕົວເລກນີ້ຍັງມີຄວາມໝາຍທີ່ຈະຊ່ວຍໃຫ້ຫວຽດນາມ ຮັກສາດຸ່ນເງິນຕາຕ່າງປະເທດໃຫ້ມີສະຖຽນລະພາບ… ເບິ່ງໃນແງ່ພື້ນຖານ, ພວກເຮົາເຫັນວ່າດຸນການຄ້າຢູ່ໃນລະດັບດັ່ງກ່າວກໍ່ແມ່ນໃນລະດັບປົກກະຕິ”.

 ບາງປະເພດສິນຄ້າແມ່ນຜະລິດຕະພັນກະເສດ ແລະ ໝາກໄມ້ຂອງຫວຽດນາມ ໄດ້ເຂົ້າລະດູການເກັບກູ້ແລ້ວ, ໃນນັ້ນ ໝາກລີ້ນຈີ່ເລີ່ມເກັບກູ້ແຕ່ເດືອນມິຖຸນານີ້, ບັນດາວິສາຫະກິດ ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ການນຳໝາກລີ້ນຈີ່ ຢູ່ ບັກຢາງ, ສົ່ງອອກໄປຍັງຕະຫຼາດຈຳນວນໜຶ່ງ, ເຊັ່ນ: ຍີ່ປຸ່ນ, ເອີຣົບແລະສະຫະລັດ. ຕາມຜູ້ຕາງໜ້າຫ້ອງການການຄ້າຫວຽດນາມຢູ່ຕ່າງປະເທດແລ້ວ, ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດສົ່ງອອກນັບມື້ນັບເຄັ່ງຄັດ, ພິເສດແມ່ນຂໍ້ກຳນົດກ່ຽວກັບຄວາມປອດໄພດ້ານອາຫານ, ຄວາມເປັນມິດກັບສິ່ງແວດລ້ອມ, ມາດຕະຖານການປ່ອຍອາຍພິດ... ທ່ານ ກາວຊວນທັງ, ຫົວຫນ້າຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ເວົ້າວ່າ:

“ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ, ບັນດາສະຫະສະມາຄົມ ແລະ ວິສາຫະກິດຕ້ອງຄຸ້ມຄອງຂັ້ນຕອນການຜະລິດຢ່າງເຂັ້ມງວດ, ນັບແຕ່ການປູກຝັງຕະຫລອດຮອດການເກັບກ່ຽວ, ເພື່ອໃຫ້ຜະລິດຕະພັນກະເສດ, ສະບຽງອາຫານຕ້ອງຮັບປະກັນບັນດາຂໍ້ກຳນົດກ່ຽວກັບຄຸນນະພາບການສົ່ງອອກ. ນີ້ແມ່ນສິ່ງສໍາຄັນ ເພາວ່າ ພວກເຮົາພວມປະຕິບັດການເຄື່ອນໄຫວສົ່ງເສີມການຄ້າ. ຢ່າງໃດກໍ່ຕາມ, ຖ້າຫາກ ຜະລິດຕະພັນຂອງພວກເຮົາບໍ່ຕອບສະຫນອງຄວາມຕ້ອງການດ້ານຄຸນນະພາບ, ກໍ່ອາດຈະປະສົບກັບຄວາມຫຍຸ້ງຍາກເມື່ອແຊກຊຶມຕະຫຼາດຕ່າງປະເທດ, ໂດຍສະເພາະໃນປະເທດທີ່ພັດທະນາ”.

ສຳລັບສິນໃນນ້ຳ, ເປັນປະເພດສິນຄ້າສົ່ງອອກຫລັກແຫລ່ງຂອງຫວຽດນາມ, ໃນ 5 ເດືອນຕົ້ນປີ, ມູນຄ່າການສົ່ງອອກບັນລຸເກືອບ 3,5 ຕື້ USD, ຫຼຸດລົງເກືອບ 26% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງຢ່າງໃດກໍຕາມ, ຕົວເລກນີ້ບໍ່ເປັນຫນ້າກັງວົນ, ເພາະວ່າປີກາຍນີ້, ຂະແຫນງສິນໃນນ້ຳຂອງຫວຽດນາມ ໄດ້ເຕີບໂຕບຸກທະລຸຂຶ້ນເກືອບ 11 ຕື້ USD.

ເພື່ອບັນລຸຄາດໝາຍວົງເງິນສົ່ງອອກໃຫ້ໄດ້ 10 ຕື້ USD ໃນປີນີ້, ຂະແໜງສິນໃນນ້ຳຂອງຫວຽດນາມ ໄດ້ເປັນເຈົ້າການໃນການຫັນຕະຫລາດສົ່ງອອກເປັນຫຼາກຫຼາຍຮູບແບບ; ເພີ່ມທະວີການສົ່ງເສີມການຄ້າຢູ່ບັນດາຊ່ອງຄ້າຂາຍທາງເອເລັກໂຕນິກ… ທ່ານນາງ ເລຮັ່ງ, ຜູ້ອຳນວຍການສື່ສານຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຂອງຫວຽດນາມ (VASEP), ໃຫ້ຮູ້ວ່າ: ສັນຍາການຄ້າເສລີບໍ່ພຽງແຕ່ເປີດກາລະໂອກາດສົ່ງອອກເທົ່ານັ້ນ ຫາກຍັງຊ່ວຍໃຫ້ ຫວຽດນາມເປັນເຈົ້າການວັດຖຸດິບໃນການຜະລິດ. ຂະແຫນງສິນໃນນ້ຳພວມມານະພະຍາຍາມປະກອບສ່ວນເຂົ້າໃນຄາດໝາຍເຕີບໂຕການສົ່ງອອກຂອງຫວຽດນາມໃນປີນີ້.

ຍູ້ແຮງການສົ່ງອອກເພື່ອບັນລຸຄາດໝາຍການເຕີບໂຕ 6% ໃນ ປີ 2023 - ảnh 2ທ່ານນາງ ເລຮັ່ງ ຜູ້ອຳນວຍການຮັບຜິດຊອບດ້ານສື່ສານຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຂອງຫວຽດນາມ (VASEP), ພາບ: Uyên Hương/BNEWS/TTXVN

 ປະຈຸບັນ, ສະພາບໄພເງິນເຟີ້ຢູ່ບາງຕະຫຼາດໄດ້ຫຼຸດລົງ, ຄວາມຕ້ອງການນຳເຂົ້າສິນຄ້າ ເພີ່ມຂຶ້ນ... ນີ້ແມ່ນກາລະໂອກາດເພື່ອໃຫ້ການສົ່ງອອກສິນຄ້າອຸປະໂພກບໍລິໂພກຟື້ນຕົວໃນຊຸມເດືອນຈະມາເຖິງ. ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ດ້ວຍຄວາມເປັນເຈົ້າການ ແລະ ຄວາມພ້ອມຂອງວິສາຫະກິດ, ບັນດາປະເພດສິນຄ້າສົ່ງອອກຂອງ ຫວຽດນາມ ຈະຊອກຫາຕະຫຼາດໄດ້ໂດຍໄວ.

“ສະພາບຊຸດໂຊມຄືໃນປັດຈຸບັນສ່ວນໃຫຍ່ແມ່ນມາຈາກບັນຫາຕະຫຼາດ, ສ່ວນພາຍໃນປະເທດ, ກໍາລັງຄວາມສາມາດການຜະລິດຂອງວິສາຫະກິດຍັງດີຫຼາຍ, ບໍ່ໄດ້ຮັບຜົນກະທົບຈາກບັນດາປັດໄຈ, ເຊັ່ນ: ການລະບາດຫຼືປັດໄຈການຂາດວັກຂາດຕອນຂອງການສະຫນອງວັດຖຸດິບ.. ນັ້ນແມ່ນສິ່ງສະດວກເພື່ອຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ກຽມພ້ອມທີ່ຈະຟື້ນຟູການຜະລິດ ແລະ ສົ່ງອອກຄືນໃໝ່ເມື່ອຕະຫຼາດໄດ້ຮັບການປັບປຸງ”.

ໃນສະພາບການຍັງມີຄວາມຫຍຸ້ງຍາກຕໍ່ຫນ້າ, ໂດຍໄດ້ຮັບຄວາມເອົາໃຈໃສ່, ການແລກປ່ຽນ, ສົມທົບກັນລະຫວ່າງບັນດາຫ້ອງການການຄ້າ ຫວຽດນາມ ກັບອົງການສົ່ງເສີມການຄ້າ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ... ຈະຊ່ວຍໃຫ້ວິສາຫະກິດກຳແຫນ້ນໄດ້ການປ່ຽນແປງ ແລະ ຂໍ້ມູນຢູ່ບັນດາຕະຫລາດ, ຊ່ວຍໃຫ້ການເຄື່ອນໄຫວສົ່ງອອກນັບມື້ນັບສະດວກ... ສິ່ງນີ້ ຈະນຳສິນຄ້າຂອງຫວຽດນາມ ໃຫ້ມີຫນ້າຢູ່ຫລາຍຕະຫລາດໃນໂລກ ປະກອບສ່ວນນຳວົງເງິນສົ່ງອອກສຳເລັດຄາດໝາຍເຕີບໂຕ 6%, ບັນລຸ 394 ຕື້ USD ໃນປີນີ້.

ຕອບກັບ