ຊາວ​ກະ​ສິ​ກອນ ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າທົ່ວ​ໂລກ: ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ແລະ ສິ່ງ​ທ້າ​ທາຍ​ໃຫ​ຍ່

Chia sẻ
(VOVWORLD) -ສືບຕໍ່ເລື່ອງເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ເມື່ອປີ 2007, ໃນຊຸມປີມໍ່ໆມານີ້ ຫວຽດນາມ ໄດ້ເຊັນສັນຍາການຄ້າສຳຄັນຫລາຍສະບັບກັບບັນດາຄູ່ຮ່ວມມືເສດຖະກິດໃຫຍ່, ພົ້ນເດັ່ນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມ ປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ເປີດກາລະໂອກາດທີ່ດີໃຫ້ຊາວກະສິກອນສົ່ງອອກຜະລິດຕະພັນກະເສດ. ເຖິງຢ່າງໃດກໍຕາມ, ມີນັກຊ່ຽວຊານ, ນັກວາງແຜນກຳນົດດ້ານເສດຖະກິດຫລາຍທ່ານຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ກ່າວເຕືອນວ່າ ໄປຄຽງຄູ່ກັບບັນດາກາລະໂອກາດໃຫຍ່ນັ້ນ ອາດຈະມີສິ່ງທ້າທາຍຫລາຍຢ່າງບໍ່ແມ່ນຫນ້ອຍສຳລັບຂະແຫນງກະສິກຳ ແລະຊາວກະສິກອນຫວຽດນາມ.
ຊາວ​ກະ​ສິ​ກອນ ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າທົ່ວ​ໂລກ: ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ແລະ ສິ່ງ​ທ້າ​ທາຍ​ໃຫ​ຍ່ - ảnh 1ຊາວກະສິກອນ ເຂົ້າຮ່ວມການເຄື່ອນໄຫວດ້ານການຄ້າທົ່ວໂລກ (ພາບ:tapchitaichinh.vn

ຕາມຕົວເລກສະຖິຕິ, ວົງເງິນສົ່ງອອກຜະລິດຕະພັນກະເສດ ນັບແຕ່ເດືອນ ມັງກອນ ຮອດເດືອນສິງຫາປີ 2019 ຂອງຫວຽດນາມ ບັນລຸກວ່າ 26 ຕື້  USD ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ມີບາງປະເພດສິນຄ້າບັນລຸລະດັບສະຖິຕິນັບຕື້ USD. ໝາກຜົນນີ້ ໄດ້ຊ່ວຍໃຫ້ຫວຽດນາມ ສືບຕໍ່ປັບປຸງທີ່ຕັ້ງແມ່ນນອນໃນ Top 15 ປະເທດສົ່ງອອກຜະລິດຕະພັນກະເສດຫລາຍສຸດໃນໂລກ. ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນຂ່າວດີສຳລັບພື້ນຖານເສດຖະກິດຂອງປະເທດຊາດ, ເປັນຕົ້ນແມ່ນຊາວກະສິກອນຫວຽດນາມ.

ເຖິງຢ່າງໃດກໍຕາມ ກົງກັນຂ້າມ ເລື່ອງນຳເຂົ້າຜະລິດຕະພັນກະເສດຈາກຕ່າງປະເທດກໍ່ເພີ່ມຂຶ້ນຫລາຍສົມຄວນຕາມການເວລາ, ນັ້ນແມ່ນຜົນຕາມມາຂອງວິວັດທະນາການເຊື່ອມໂຍງກັບທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ. ຕາມ Belgapom ສະຫະສະມາຄົມຕາງຫນ້າໃຫ້ຂະແຫນງອຸດສາຫະກຳປຸງແຕ່ງ ແລະ ການພົວພັນດ້ານການຄ້າ ມັນຝລັ່ງ ແບນຊິກ ແລ້ວ, ເລື່ອງ ສົ່ງອອກ ມັນຝລັ່ງຂອງແບນຊິກເຂົ້າມາຫວຽດນາມ ໄດ້ເພີ່ມຂຶ້ນສູງທົບ 7 ເທົ່າໃນໄລຍະ  10 ປີຜ່ານມາ, ຈາກລະດັບ 385 ໂຕນໃນປີ 2010 ຂຶ້ນເຖິງ 2815 ໂຕນໃນປີ 2018 ແລະ ສະເພາະ 6 ເດືອນຕົ້ນປີ 2019 ແມ່ນ 3.500 ໂຕນ. ແລະ ໃນ 6 ເດືອນຕົ້ນປີນີ້, ການນຳເຂົ້າຜະລິດຕະພັນກະເສດຈາກ ອາເມລິກາ ໄດ້ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸລະດັບ 116 ລ້ານ USD. ຄວາມຈິງ ວົງເງິນສົ່ງອອກສິນຄ້າລວມມູນຄ່າ 116 ລ້ານ USD ບໍ່ແມ່ນຕົວເລກໃຫຍ່ ແຕ່ສິ່ງເປັນຫນ້າສົນໃຈນັ້ນແມ່ນ ລະດັບເພີ່ມຂຶ້ນ 70% ແລະ ບັນດາປະເພດສິນຄ້ານຳເຂົ້າຈາກ ອາເມລິກາ ມີຄ່າແກ້ງແຍ້ງເມື່ອທຽບໃສ່ບັນດາຜະລິດຕະພັນກະເສດພາຍໃນປະເທດ, ສ່ວນຫລາຍແມ່ນຕ່ຳກວ່າກ່ອນນີ້. ເປັນອັນວ່າ ນີ້ແມ່ນຂ່າວດີສຳລັບຜູ້ບໍລິໂພກພາຍໃນປະເທດ. ແຕ່ສຳລັບຂະແຫນງຜະລິດຕະພັນກະເສດ ແລະ ຊາວກະສິກອນຫວຽດນາມ ແລ້ວ, ນັ້ນບໍ່ແມ່ນຂ່າວດີ. ເພາະວ່າ ຫວຽດນາມ ແມ່ນປະເທດມີທ່າແຮງກ່ຽວກັບກະສິກຳ ດ້ວຍຈຳນວນພົນລະເມືອງ 70%ແມ່ນເຮັດກະສິກຳ ປະຈຸບັນ ມີຄວາມສ່ຽງຖືກຜະລິດຕະພັນກະເສດຈາກຕ່າງປະເທດຍາດແຍ່ງອັດຕາສ່ວນຕະຫລາດ. ກຳລັງແກ້ງແຍ້ງຕ່ຳ ນັ້ນແມ່ນຈຸດອ່ອນຂອງບັນດາຜະລິດຕະພັນກະເສດຂອງຫວຽດນາມ ປະຈຸບັນ.

ທີ່ເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 4 ດ້ວຍຫົວຂໍ້ “ ຈາກ CPTPP ຕະຫລອດຮອດ EVFTA: ພ້ອມກັບຊາວກະສິກອນໄປຕະຫລາດໂລກ” ໂດຍກະຊວງອຸດສາຫະກຳ ການຄ້າ ແລະ ສູນກາງຊາວກະສິກອນຫວຽດນາມ ຈັດຕັ້ງຂຶ້ນໃນເດືອນຕຸລາ ຜ່ານມາ, ຄຳຖາມທີ່ວ່າ “ຊາວກະສິກອນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວດ້ານການຄ້າທົ່ວໂລກ ແມ່ນຍາກຫລືງ່າຍ?. ບັນດາບົດປະກອບຄຳເຫັນລ້ວນແຕ່ຕີລາຄາວ່າ ພ້ອມກັບ ກາລະໂອກາດດີນັ້ນ ບັນດາສັນຍາການຄ້າດັ່ງກ່າວອາດຈະນຳມາເຊິ່ງສິ່ງທ້າທາຍບໍ່ແມ່ນຫນ້ອຍໃຫ້ແກ່ຊາວກະສິກອນຫວຽດນາມ, ໃນນັ້ນ ມີສິ່ງທ້າທາຍຕ້ອງປ່ຽນແປງ.

ເຂົ້າຮ່ວມການເຄື່ອນໄຫວດ້ານການຄ້າທົ່ວໂລກ, ຊາວກະສິກອນ ກໍ່ຄວນປ່ຽນແປງຈີນຕະນາການກ່ຽວກັບວິທີການປູກຝັງ, ຮ່ວມສຳພັນໝູນໃຊ້ຄວາມກ້າວຫນ້າດ້ານເຕັກນິກມຸ່ງໄປເຖິງການຜະລິດສິນຄ້າໃຫຍ່, ຍົກສູງຄຸນນະພາບຜະລິດຕະພັນຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການບໍລິໂພກ ແລະ ຕະຫລາດສົ່ງອອກ.

ຕາມການໄຈ້ແຍກຂອງວົງການນັກຊ່ຽວຊານຂະແຫນງກະສິກຳ, ຊາວກະສິກອນແລ້ວ ຂະແຫນງກະສິກຳຈະຖືກຜົນກະທົບຢ່າງແຮງຕາມທິດໄຮ້ຜົນປະໂຫຍດ ເມື່ອບັນດາສັນຍາ FTA ໃຫມ່ ຊື່ງຫວຽດນາມ ໄດ້ລົງນາມກັບບັນດາຄູ່ຮ່ວມມືເສີມຂະຫຍາຍຜົນສັກສິດ, ເພາະ ແຕ່ດົນນານມາແລ້ວ ການຜະລິດ ຜະລິດຕະພັນກະເສດ ຍັງຄົງປະຕິບັດໃນຂອບຂະຫນາດຫນ້ອຍ, ເຕັກໂນໂລຊີຫລ້າຫລັງ.

ເພາະສະນັ້ນ ຈຳເປັນຕ້ອງມີບັນດານະໂຍບາຍເພື່ອເຮັດແນວໃດຊຸກຍູ້ປະສິດທິຜົນການຮ່ວມສຳພັນໃນການຜະລິດກະສິກຳ. ເວົ້າແນວອື່ນ ເຮັດແນວໃດເພື່ອເຊື່ອມຕໍ່ຊາວກະສິກອນນັບລ້ານໆຄອບຄົວພວມທຳການຜະລິດແບບກະແຈກກະຈາຍ ເພື່ອສາມາດສ້າງເປັນລະບົບການຜະລິດຂອບຂະຫນາດໃຫຍ່, ມີຄວາມສາມາດຮ່ວມສຳພັນຢ່າງແຫນ້ນແຟ້ນນຳກັນຈາກຂອດຜະລິດຕະຫລອດຮອດການຈຳຫນ່າຍ. ເຮັດໄດ້ຄືແນວນັ້ນ ການເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຈຶ່ງແມ່ນໂອກາດດີສຳລັບຜະລິດຕະພັນກະເສດ, ກະສິກຳ, ຊາວກະສິກອນຫວຽດນາມ.

ຕອບກັບ