ກາ​ລະ​ໂອ​ກາດດີທີ່​ສຸດ ເພື່ອ​ໃຫ້​ຫວຽດ​ນາມຮັບ​ກະ​ແສ​ທຶນ FDI ຫ​ັນ​ທິດ​ມາ​ຈາກ​ຕ່າງ​ປະ​ເທດ

Chia sẻ
(VOVWORLD) -ດ້ວຍເລື່ອງຄວບຄຸມໂລກລະບາດໂຄວິດ 19 ໂດຍໄວ ແລະ ທ່າໄດ້ປຽບແມ່ນສະຖານທີ່ລົງທຶນປອດໄພ, ຫວຽດນາມ ພວມກາຍເປັນປະເທດດຶງດູດກະແສເງິນລົງທຶນໂດຍກົງຫັນທິດມາຈາກຕ່າງປະເທດ.
ກາ​ລະ​ໂອ​ກາດດີທີ່​ສຸດ ເພື່ອ​ໃຫ້​ຫວຽດ​ນາມຮັບ​ກະ​ແສ​ທຶນ FDI  ຫ​ັນ​ທິດ​ມາ​ຈາກ​ຕ່າງ​ປະ​ເທດ - ảnh 1 ຫວຽດນາມ ພວມກາຍເປັນປະເທດດຶງດູດກະແສເງິນລົງທຶນໂດຍກົງຫັນທິດມາຈາກຕ່າງປະເທດ

ທ່າອ່ຽງຫັນທິດລົງທຶນຈາກຫລາຍປະເທດເຂົ້າມາຫວຽດນາມ ແມ່ນເລີ່ມຕົ້ນຢ່າງແຮງນັບແຕ່ປີກາຍນີ້ ພາຍຫລັງສົງຄາມການຄ້າ ອາເມລິກາ - ຈີນ ນັບມື້ນັບຜັນແປໄປຢ່າງສັບສົນ ແລະ ໂລກລະບາດໂຄວິດ 19 ໄດ້ຍູ້ທ່າອ່ຽງນີ້ໃຫ້ໄວກວ່າ. ບໍ່ພຽງແຕ່ອຳນາດການປົກຄອງ ອາເມລິກາ ເທົ່ານັ້ນ ຫາກຫລາຍປະເທດ ເອີລົບ, ຍີ່ປຸ່ນ ແລະ ສເກົາຫລີ ກໍ່ໄດ້ຮຽກຮ້ອງ ແລະ ຖະແຫລງວ່າ ພ້ອມແລ້ວທີ່ຈະຫນູນຊ່ວຍບັນດາບໍລິສັດຂອງຕົນຫັນທິດການຜະລິດອອກຈາກຈີນ ເພື່ອແນໃສ່ຫລຸດຜ່ອນການເອື່ອຍອີງພື້ນຖານເສດຖະກິດນີ້. ກຸ່ມບໍລິສັດ Apple ຂອງອາເມລິກາ ໄດ້ຍູ້ໄວການຜະລິດຫູຟັງໄຮ້ສາຍ AirPods ຢູ່ຫວຽດນາມ ແລະ ເຄື່ອງອາໄຫລ່ສຳຄັນອີກຫລາຍປະເພດຄາດວ່າ ຈະຜະລິດຢູ່ຫວຽດນາມ.

ຫວ່າງແລ້ວນີ້ Apple ຫວຽດນາມ ໄດ້ປະກາດຮັບສະໝັກພະນັກງານເຕັກນິກສຳຄັນແລະ ມີກຸ່ມບໍລິສັດ, ວິສາຫະກິດ ຫລາຍແຫ່ງ ໃຫຍ່ ຄື: Microsoft, Samsung, LG... ພວມສຸມກຳລັງແຮງມາລົງທຶນຢູ່ຕະຫລາດຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມລະຫວ່າງ ທ່ານນາຍົກລັດຖະມົນຕີ ກັບວິສາຫະກິດ ດຳເນີນໃນເຊິ່ງວັນທີ 9 ພຶດສະພາ, ທ່ານ ຫງວຽນຈິຢູ໋ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຢືນຢັນວ່າ:

“ປະຈຸບັນ ອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ພວມໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ໂດຍຜ່ານຜົນສຳເລັດທີ່ບັນລຸໄດ້ໃນກິດຈະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19. ນີ້ແມ່ນກາລະໂອກາດດີທີ່ສຸດເພື່ອໃຫ້ໂລກຮູ້ຈັກເຖິງ ຫວຽດນາມ ດ້ວຍທ່າໄດ້ປຽບພິເສດກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ແມ່ນສະຖານທີ່ລົງທຶນປອດໄພ ແລະ ພ້ອມແລ້ວທີ່ຈະຮັບບັນດາກະແສເງິນລົງທຶນຫັນທິດຈາກຕ່າງປະເທດເຂົ້າມາຫວຽດນາມ. ດ້ວຍທ່າໄດ້ປຽບນີ້ ອາດຈະຊ່ວຍຫວຽດນາມ ເດີນກ່ອນບາດກ້າວຫນຶ່ງໃນການຟື້ນຟູເສດຖະກິດ, ສ້າງທີ່ຕັ້ງໃຫມ່ໃນເວທີສາກົນ.”

ທ່ານ Nicolas Audier ປະທານ ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ (EuroCham) ຖືວ່າ: ຫວຽດນາມ ພວມນຳຫນ້າໂລກໃນການປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ 19. ບັນດາມາດຕະການຢ່າງແຮງຂອງຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດ ພ້ອມກັບບ້ວງຫນູນຊ່ວຍເສດຖະກິດຢ່າງມີປະສິດທິຜົນໄດ້ເຮັດໃຫ້ຫວຽດນາມ ກາຍເປັນແບບຢ່າງໃນການສະກັດກັ້ນໂລກລະບາດໂຄວິດ 19 ໃນໂລກ.

“ບັນດາມາດຕະການຢ່າງແຮງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ຮັກສາຜົນງານເສດຖະກິດໃນໄຕມາດ 1 ປີ 2020, ເພີ່ມການດຶງດູດ FDI. ບັນດາການກະທຳນີ້ກໍ່ຊ່ວຍຮັກສາຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມວິສາຫະກິດ ເອີລົບທີ່ວ່າ : ຫວຽດນາມ ຍາມໃດກໍ່ແມ່ນສະຖານທີ່ລົງທຶນປອດໄພ, ດູດດື່ມ, ແກ້ງແຍ້ງກ່ຽວກັບການດຳເນີນທຸລະກິດ. ປະຈຸບັນ ຫວຽດນາມ ພວມມີທີ່ຕັ້ງດີທີ່ສຸດເພື່ອຮັບບັນດາກາລະໂອກາດລົງທຶນດຳເນີນທຸລະກິດໃຫມ່ ແລະ ຍູ້ແຮງການພັດທະນາເສດຖະກິດເປັນປົກກະຕິ ດ້ວຍການປະຕິບັດທັງສອງເປົ້າໝາຍໄປພ້ອມໆກັນ ນັ້ນແມ່ນ ຕ້ານໂລກລະບາດ ແລະ ກະຕຸກຊຸກຍູ້ເສດຖະກິດ.”

ທ່ານ Hong Sun ຮອງປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫລີ ປະຈຳຫວຽດນາມ (Korcham)  ຖືວ່າ: ບໍ່ສະເພາະນັກລົງທຶນ ສ.ເກົາຫລີ ເທົ່ານັ້ນ ຫາກຍັງມີບໍລິສັດລົງທຶນຕ່າງປະເທດອື່ນຫລາຍແຫ່ງ ອາດຈະເຂົ້າມາລົງທຶນຢູ່ຫວຽດນາມ.

“ປະຊາຄົມ ວິສາຫະກິດ ສ. ເກົາຫລີ ຕີລາຄາສູງ ເລື່ອງຫວຽດນາມ ຍາມໃດກໍ່ປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ພິເສດ ແມ່ນ ບັນດາມາດຕະການປອ້ງກັນ ສະກັດກັ້ນໂລກລະບາດ ໂຄວິດ 19 ຂອງຫວຽດນາມ. ປະຊາຄົມວິສາຫະກິດ ສ.ເກົາຫລີ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມກັບຫວຽດນາມ ເພື່ອສືບຕໍ່ພັດທະນາເສດຖະກິດ ແລະ ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ.”

ໃນ 4 ເດືອນຕົ້ນປີ 2020, ຄຳໝັ້ນສັນຍາທຶນຈົດທະບຽນ FDI  ເຂົ້າຫວຽດນາມ ບັນລຸເກືອບ 12,3 ຕື້ USD ເຖິງວ່າ ຫລຸດລົງ 15,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແຕ່ສິ່ງແປກປະຫລາດນັ້ນແມ່ນມູນຄ່າພັດເພີ່ມຂຶ້ນຄືນໃຫມ່ໃນເດືອນ ເມສາ ເຊິ່ງແມ່ນປະມານ 81% ເມື່ອທຽບໃສ່ 3 ເດືອນກ່ອນນີ້ ແລະ ເພີ່ມຂຶ້ນ 62% ເມື່ອທຽບໃສ່ 4 ເດືອນຕົ້ນປີ. ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກແລ້ວ, ຫວຽດນາມ ຈັດອັນດັບ 12/66 ຕະຫລາດຫາກໍ່ພົ້ນເດັ່ນຂຶ້ນ ກ່ຽວກັບລະດັບເຂັ້ມແຂງດ້ານການເງິນ.

“ຫນັງສືພິມ Economics ຕີລາຄາວ່າ ຫວຽດນາມ ນອນໃນບັນຊີລາຍຊື່ກຸ່ມພື້ນຖານເສດຖະກິດທີ່ປອດໄພຫລັງໂລກລະບາດ. ສ່ວນ WB ໃຫ້ຂໍ້ສັງເກດວ່າ ເສດຖະກິດມະຫາພາກມີສະຖຽນລະພາບ, ບ້ວງຫນີ້ຂອງລັດຖະບານຫຼຸດລົງຢູ່ໃນລະດັບຕ່ຳ, ຄວາມສາມາດຮັບມື ລວມມັງການສະສົມເງິນຕາຕ່າງປະເທດ, ຫລຸດຜ່ອນອັດຕາດອກເບ້ຍຢ່າງທັນການ. ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີຫລາຍສະບັບ, ເປີດໂອກາດຫລາຍຢ່າງໃນການສຳຜັດກັບຕະຫລາດສາກົນຢ່າງສະດວກ.”

 ຫວຽດນາມ ພວມສຸມໃສ່ຄົ້ນຄ້ວາບັນດາກະແສເງິນລົງທຶນຈາກບັນດາປະເທດໃນໂລກເພື່ອຮັບເອົາກາລະໂອກາດລົງທຶນ. ຫວຽດນາມ ກໍ່ພວມປັບປຸງກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ຜັນຂະຫຍາຍບັນດາໂຄງການດຳເນີນງານເພື່ອປະຕິບັດມະຕິ ແນໃສ່ດຶງດູດການລົງທຶນຈາກຕ່າງປະເທດໃນສະພາບການໃຫມ່. ພ້ອມກັນນັ້ນ ບັນດາເຂດເສດຖະກິດ, ເຂດອຸດສາຫະກຳ ຢູ່ ບັນດາແຂວງ ນະຄອນ ກໍ່ຂຶ້ນແຜນ, ກະກຽມທີ່ດິນ, ພື້ນຖານໂຄງລ່າງ, ແຫລ່ງຊັບພະຍາກອນມະນຸດໃຫ້ບັນດານັກລົງທຶນຍ້າຍໂຮງຈັກໂຮງງານເຂົ້າມາຫວຽດນາມ.

ຕອບກັບ