ການກໍ່​ສ້າງ​ຕົ​ວ​ເມືອງ​ປະ​ດິດ​ຄິດ​ສ້າງ, ບາດ​ລ້ຽວ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ

Anh Huyen - Xuan Luong
Chia sẻ
(VOVWORLD) -ນະຄອນໂຮ່ຈິມີນແມ່ນນະຄອນນຳຫນ້າທົ່ວປະເທດໃນການພັດທະນາເສດຖະກິດສັງຄົມ. ໃນທ່າອ່ຽງເຊື່ອມໂຍງ ພັດທະນາ, ນະຄອນພວມສູ້ຊົນກາຍເປັນຕົວເມືອງໃຫຍ່ລະດັບພາກພື້ນ. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ນະຄອນໂຮ່ຈິມີນໄດ້ວາງອອກບັນດາລາຍການທີ່ມີລັກສະນະກະໂດດຂັ້ນ. ໃນນັ້ນແຜນຮ່າງຕົວເມືອງປະດິດຄິດສ້າງໄດ້ຮັບການສ້າງຂຶ້ນແຕ່ປີ 2017 ໄດ້ຮັບຖືວ່າແມ່ນຮູບແບບເລີ່ມຕົ້ນໃຫ້ແກ່ການປະຕິວັດອຸດສາຫະກຳ 4.0.

ເມື່ອປະຕິບັດແຜນຮ່າງຕົວເມືອງປະດິດຄິດສ້າງ, ນະຄອນໂຮ່ຈິມີນໄດ້ມີບັນດາບາດກ້າວລະມັດລະວັງແຕ່ຂ້ຽວຂາດ. ດ້ວຍການເລືອກເຟັ້ນເມືອງ 2, ເມືອງ 9 ແລະ ເມືອງຖູດຶກແມ່ນບ່ອນທີ່ກວມເອົາ 10% ຈຳນວນພົນລະເມືອງ, 10% ເນື້ອທີ່ດິນ ແຕ່ລະດັບການພັດທະນາວິທະຍາສາດເຕັກໂນໂລຊີພັດກວມເອົາເຖິງ 60%, ດ້ວຍຄວາມຫວັງນີ້ຈະແມ່ນຈຸດສຸມຂອງການພັດທະນາ. ເພື່ອຄຸ້ມຄອງ, ດຶງດູດແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ດຶງດູດການລົງທຶນເຂົ້າເຂດນີ້, ນະຄອນໄດ້ກໍ່ສ້າງບັນດາເຂດຕົວເມືອງອ້ອມຂ້າງ, ມີສີສັນສະເພາະຄື: ເຂດຕົວເມືອງມະຫາວິທະຍາໄລດ້ວຍນັກຮຽນກວ່າ 80.000 ຄົນ, ປະລິຍາເອກ 4000 ຄົນ ແມ່ນພື້ນຖານແຫ່ງການພັດທະນາປະດິດຄິດສ້າງກໍ່ຄືຄົ້ນຄວ້າວິທະຍາສາດເຕັກໂນໂລຊີ; ສູນການເງິນຢູ່ເມືອງ 2.

ການກໍ່​ສ້າງ​ຕົ​ວ​ເມືອງ​ປະ​ດິດ​ຄິດ​ສ້າງ, ບາດ​ລ້ຽວ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ - ảnh 1 (ພາບປະກອບ: VOV)

ຕາມທ່ານປອຫງວຽນໂດ໋ຢູ໋ງຊາວຫວຽດນາມອາໄສຢູ່ ສິງກະໂປແລ້ວ, ເພື່ອກໍ່ສ້າງເຂດຕົວເມືອງປະດິດຄິດສ້າງພັດທະນາໄປພ້ອມກັບນັ້ນແມ່ນຕົວເມືອງແຫ່ງການກະທຳ. ສະນັ້ນສຳລັບຕົວເມືອງປະດິດຄິດສ້າງຂອງນະຄອນໂຮ່ຈິມີນ, ຄວນມີກົດລະບຽບພິເສດ.ທ່ານຫງວຽນໂດ໋ຢູ໋ງສະເຫນີວ່າ: ຄວນມອບໃຫ້ບໍລິສັດແຫ່ງຫນຶ່ງຂຶ້ນກັບຄະນະກຳມະການປະຊາຊົນນະຄອນປະຕິບັດ, ເລື່ອງຄຸ້ມຄອງຕົວເມືອງນີ້ຈະມີຄວາມໄຫວພິບກວ່າ.

ສ່ວນຕາມ ທ່ານສາດສະດາຈານ ເຈິ່ນຫາຍລິງ - ປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ສ.ເກົາຫຼີ ແລ້ວ ເພື່ອໃຫ້ການສ້າງຕົວເມືອງປະດິດຄິດສ້າງປະສົບຜົນສໍາເລັດນັ້ນ, ນະຄອນ ໂຮ່ຈີມິນ ຄວນສ້າງຕັ້ງຄະນະກຳມະການໃຫ້ຄໍາປຶກສາຕົວເມືອງ ເຊິ່ງຜູ້ນຳໜ້າແມ່ນການນຳນະຄອນ ພ້ອມທັງມີການເຂົ້າຮ່ວມຂອງພະແນກ, ຂະແໜງການຕ່າງໆ, ການນຳບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຫ່ງຕ່າງໆ; ເຕົ້າໂຮມບາງນັກຊ່ຽວຊານ, ປັນຍາຊົນ, ນັກທຸລະກິດດີເດັ່ນ ເພື່ອມີບັນດາການປະກອບສ່ວນທີ່ຈຳເປັນ. ພ້ອມກັນນັ້ນ,  ຍົກອອກບັນດາມາດຕະການໃນໄລຍະກາງ, ໄລຍະສັ້ນ ແລະ ໄລຍະຍາວ, ບັນດາແຜນການໄດ້ສ້າງຂຶ້ນລ່ວງໜ້າ; ສ້າງແຜນການຍຸດທະສາດພັດທະນາຄວາມເກັ່ງກ້າສາມາດ, ຍຸດທະສາດປະດິດຄິດສ້າງໃນບັນດາຂົງເຂດລະອຽດ ກໍຄືຍຸດທະສາດໃນການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ພູມປັນຍາທຽມ, ພະລັງງານຜະລິດຄືນໃໝ່. ທ່ານ ສາດສະດາຈານ ເຈິ່ນຫາຍລິງ ສະເໜີວ່າ:

        “ອຳນາດການປົກຄອງ ສວມບົດບາດສຳຄັນ ແລະ ແມ່ນແຫຼ່ງກະຕຸກຊຸກຍູ້ເບື້ອງຕົ້ນ ໃນການສ້າງແຫຼ່ງເງິນລົງທຶນ, ນະໂຍບາຍ ເພື່ອພັດທະນາຕົວເມືອງປະດິດຄິດສ້າງ ແລະ ຜູ້ລິເລີ່ມແມ່ນຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ເພື່ອສົມທົບກັນຄົ້ນຄວ້າ ແລະ ບັນດາຜະລິດຕະພັນທີ່ໄດ້ປະດິດສ້າງອອກມານັ້ນ ຕ້ອງນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດສູງ”.

        ແຜນຮ່າງຕົວເມືອງປະດິດຄິດສ້າງແມ່ນແຜນນະໂຍບາຍທີ່ໃຫຍ່, ແມ່ນສ່ວນປະກອບຂອງນະຄອນອັດສະລິຍະ, ຜະລິດຕະພັນຂອງມັນ ແມ່ນພູມປັນຍາໃໝ່, ການບໍລິການໃໝ່ ແລະ ບັນດາທັກສະໃໝ່. ຜ່ານການຜັນຂະຫຍາຍແຜນຮ່າງດັ່ງກ່າວມາເປັນເວລາ 2 ປີ, ການນຳນະຄອນ ໂຮ່ຈີມິນ ໄດ້ສະຫງວນຄວາມເອົາໃຈໃສ່ເຖິງບັນດາມາດຕະການດ້ານເຕັກໂນໂລຢີ, ການນຳໃຊ້ແຮງງານ ແລະ ພິເສດ ແມ່ນຕ້ອງມີແຫຼ່ງທຶນ ເພື່ອກໍ່ສ້າງຕົວເມືອງປະດິດຄິດສ້າງ. ເມື່ອເຕື້ອງເຖິງບັນດາມາດຕະການດັ່ງກ່າວ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ຖືວ່າ:

        “ລັດ ພວມຕ້ອງກຳນົດທິດ ແລະ ຮ່ວມເດີນທາງພ້ອມກັບວິສາຫະກິດ ນັບແຕ່ຂອດວາງແຜນຜັງ, ວາງແຜນການ ແລະ ປະຕິບັດພ້ອມກັບວິສາຫະກິດ. ເວົ້າລວມແລ້ວ ແມ່ນການຮ່ວມມືລະຫວ່າງພາກລັດ - ເອກະຊົນ ນັບແຕ່ຂັ້ນຕົ້ນ. ສ່ວນແຫຼ່ງເງິນແມ່ນມາແຕ່ໃສ່? ເງິນຈາກລັດສ່ວນໜຶ່ງ ແລະ ເງິນຂອງວິສາຫະກິດ ຖ້າຫາກເຮົາເຮັດໄດ້ດີ ເຂົາເຈົ້າຈະປ່ອຍເງິນລົງທຶນ. ນີ້ແມ່ນບົດຮຽນຈາກ ໂຮນລັງ, ບັນດາກິດຈະກຳພື້ນຖານໂຄງລ່າງສາທາລະນະຂອງລັດໄດ້ປະກອບສ່ວນໜຶ່ງ ແລະ ສ່ວນຍັງເຫຼືອແມ່ນຂອງວິສາຫະກິດລົງທຶນເຂົ້າ.”

        ເລື່ອງສ້າງຕົວເມືອງປະດິດຄິດສ້າງບໍ່ແມ່ນສິ່ງໃໝ່ສຳລັບໂລກແລ້ວ, ແຕ່ສຳລັບ ນະຄອນໂຮ່ຈີມິນ, ນີ້ແມ່ນວຽກງານທີ່ມີລັກສະນະບຸກທະລຸ ເພື່ອສ້າງຕົວເມືອງປະດິດຄິດສ້າງນັ້ນ, ທາງນະຄອນຕ້ອງປະຕິບັດການປ່ຽນແປງໃໝ່ຢ່າງໄວວາ ກ່ອນອື່ນໝົດແມ່ນສະຕິຄວາມຮັບຮູ້ ແລະ ການກະທຳຂອງການນຳຂັ້ນຕ່າງໆ ຕະຫຼອດຮອດປະຊາຊົນ. ວິວັດການສ້າງຕົວເມືອງປະດິດຄິດສ້າງ ແນ່ນອນວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍຕາມ ຄວາມຕັດສິນໃຈເສີມຂະຫຍາຍຂອງທຸກແຫຼ່ງກຳລັງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ການປະຕິບັດແຜນຮ່າງຕົວເມືອງປະດິດຄິດສ້າງ ແມ່ນໂອກາດໃຫຍ່ ເພື່ອໃຫ້ນະຄອນ ໂຮ່ຈີມິນ ບຸກທະລຸຸມຸ່ງໄປທາງໜ້າ ດ້ວຍລະດັບພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ເຂັ້ມແຂງກວ່າ./.

ຕອບກັບ