ກວ໋າງນິງ - ສະຖານທີ່ດຶງດູດກະແສເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI)ລຸ້ນໃຫມ່

Truong Giang - Vinh Phong
Chia sẻ

(VOVWORLD) - ໃນ 6 ເດືອນຕົ້ນປີນີ້, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າແຂວງ ກວ໋າງນິງ ເກືອບບັນລຸຄາດໝາຍວາງອອກໃຫ້ທັງປີ. ສືບຕໍ່ແມ່ນສະຖານທີ່ດຶງດູດຂອງບັນດາໂຄງການ FDI, ພິເສດແມ່ນບັນດາໂຄງການ FDI ລຸ້ນໃໝ່, ກວ໋າງນິງ ສະແດງໃຫ້ເຫັນ ແມ່ນທ້ອງຖີ່ນພວມເດີນຖືກທິດໃນວິວັດແຫ່ງການຊຸກຍູ້ຍຸດທະສາດພັດທະນາເສດຖະກິດສີຂຽວ ແລະ ກາຍເປັນສູນອຸດສາຫະກຳການຜະລິດ ແລະ ປຸງແຕ່ງແຖວໜ້າຂອງທົ່ວປະເທດ.

ກວ໋າງນິງ - ສະຖານທີ່ດຶງດູດກະແສເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI)ລຸ້ນໃຫມ່ - ảnh 1ກວ່າງນິງ ມອບໃບອະນຸຍາດລົງທຶນໃຫ້ສອງໂຄງການໃຫມ່ຂອງ ກຸ່ມບໍລິສັດFoxconn. ພາບ:VOV

ທ້າຍເດືອນມິຖຸນາ, ແຂວງ ກວ໋າງນິງໄດ້ມອບໃບຢັ້ງຢືນການລົງທຶນໃຫ້ 2 ໂຄງການໃໝ່ຂອງກຸ່ມບໍລິສັດ Foxconn (ໄຕ້ຫວັນ, ຈີນ) ດ້ວຍຍອດຈຳນວນເງິນລົງທຶນກວ່າ 246 ລ້ານ USD. ດັ່ງນັ້ນ, ປະຈຸບັນ, ແຂວງກວ໋າງນິງ ມີ 3 ໂຄງການ Foxconn ດ້ວຍຍອດຈຳນວນເງິນລົງທຶນ ແມ່ນ 383 ລ້ານ USD, ພາຍຫຼັງໂຄງການ S-Vietnam ສຳເລັດຜົນ ແລະ  ເຂົ້າເຄື່ອນໄຫວຜະລິດໃນທ້າຍປີ 2020.

ເລື່ອງບັນດານັກລົງທຶນໃຫຍ່ ມາລົງທຶນຢູ່ ແຂວງ ກວ໋າງນິງ ບໍ່ແມ່ນເລື່ອງຫາຍາກອີກແລ້ວ ແລະ ຂອບຂະຫນາດບັນດາໂຄງການສ່ວນໃຫຍ່ແມ່ນໃນຂົງເຂດອຸດສາຫະກຳລົດໂອໂຕ, ອຸດສາຫະກຳເອເລັກໂຕນິກ ແລະ ກົນຈັກ ແມ່ນນັບມື້ນັບເປີດກວ້າງກວ່າ. ຫວ່າງມໍ່ໆມານີ້, ເຂດອຸດສາຫະກຳ ຊົງຄວາຍ (ຂຶ້ນກັບເຂດເສດຖະກິດແຄມຝັ່ງທະເລ ກວ໋າງອຽນ) ຫາກໍ່ໄດ້ຕ້ອນຮັບ 2 ໂຄງການຈາກ ຍີ່ປຸ່ນ ມາລົງທຶນດ້ານກົນຈັກ, ເປັນການສະແດງໃຫ້ເຫັນສັນຍານທີ່ດີຈາກຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນີ້. ທ່ານ Komoto Tomoshi, ຜູ້ອໍານວຍການໃຫຍ່ບໍລິສັດ Castem Vietnam ຈຳກັດ ເຊິ່ງຫາກໍ່ເຊັນສັນຍາເຊົ່າທີ່ດິນສໍາລັບໂຄງການດ້ວຍຍອດເງິນລົງທຶນແມ່ນ 19 ລ້ານ  USD, ໃຫ້ຮູ້ວ່າ:

 “ ພວກຂ້າພະເຈົ້າ ເລືອກເຟັ້ນ ກວ໋າງນິງ ເພາະວ່າຢູ່ໃກ້ກັບສະໜາມບິນ ແລະ ທ່າກຳປັ່ນ, ເໝາະສົມກັບການຜະລິດ ແລະ ສົ່ງອອກ. ຍິ່ງໄປກວ່ານັ້ນ, ພວກຂ້າພະເຈົ້າ ຊອກຮູ້ ແລະ ຮູ້ໄດ້ວ່າ ຊາວຫວຽດນາມ ເປັນຄົນດຸໝັ່ນ ແລະ ສຸດຈິດສຸດໃຈກັບວຽກງານ. ສະພາບແວດລ້ອມການລົງທືນທີ່ຢູ່ທີ່ນີ້ແມ່ນສະດວກ ນັ້ນກໍ່ເປັນທ່າໄດ້ປຽບໃຫຍ່ຫຼວງ”.

ກວ໋າງນິງ - ສະຖານທີ່ດຶງດູດກະແສເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI)ລຸ້ນໃຫມ່ - ảnh 2ບັນດາໂຄງການ FDI ສຸມໃສ່ໃນຂົງເຂດປຸງແຕ່ງ, ຜະລິດປະດິດສ້າງ. ພາບ: VOV

ໃນ 6 ເດືອນຕົ້ນປີນີ້, ຍອດຈຳນວນທຶນ FDI ຢູ່ ກວ໋າງນິງ ບັນລຸກວ່າ 832 ລ້ານ USD, ບັນລຸ 83% ຄາດໝາຍວາງອອກໃນປີນີ້. ນອກຈາກຈຸດດີຂອງທີ່ຕັ້ງພູມສາດ ແລະ ຊັບພະຍາກອນທຳມະຊາດແລ້ວ, ບັນດາທ່າໄດ້ປຽບທີ່ ກວ໋າງນິງ ໄດ້ມານະພະຍາຍາມກໍ່ສ້າງຄື: ລະບົບພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງຕົວເມືອງ, ເຂດອຸດສາຫະກຳກໍ່ມີບັນດາບາດກ້າວບຸກທະລຸຫຼາຍຢ່າງ... ທ່ານ ຫງວຽນວັນເຍີນ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນເຂດຕົວເມືອງ Amata  ຮ້າລອງ, ຊື່ງແມ່ນນັກລົງທຶນກໍ່ສ້າງພື້ນຖານໂຄງລ່າງເຂດອຸດສາຫະກຳ ຊົງຄວາຍ ຖືວ່າ: ເນື້ອທີ່ດິນຢູ່ເຂດອຸດສາຫະກຳຍັງຫລາຍຢູ່, ຄວາມສາມາດບົ່ມຊ້ອນການພັດທະນາຍັງໃຫຍ່ຫລວງ ແລະ ຄວາມຄືບໜ້າການບຸກເບີກຫນ້າພຽງກໍ່ແມ່ນຈຸດເດັ່ນເພື່ອໃຫ້ບັນດານັກລົງທຶນຕັດສິນໃຈເຂົ້າມາລົງທຶນດຳເນີນທຸລະກິດຢູ່ ກວ໋າງນິງ:

ຄຽງຄູ່ກັບການດຶງດູດວິສາຫະກິດໃຫຍ່ໃນໂລກມາລົງທຶນ ແລະ ດຳເນີນທຸລະກິດ, ກວ໋າງນິງ ຍັງມານະພະຍາຍາມຍົກສູງຄຸນນະພາບການບໍລິການສາທາລະນະ,  ໜູນຊ່ວຍການລົງທຶນພາຍຫຼັງອອກໃບອະນຸຍາດໃຫ້ບັນດາໂຄງການ FDI, ຫຼຸດຜ່ອນບັນດາຂັ້ນຕອນຫຼັງການລົງທຶນ. ທ່ານ Koen Soenens, ຜູ້ອໍານວຍການ ຮັບຜິດຊອບດ້ານທຸລະກິດ ແລະ ການຕະຫຼາດ, ກຸ່ມເຂດອຸດສາຫະກຳ Deep C  , ນັກລົງທຶນພື້ນຖານໂຄງລ່າງຂອງເຂດອຸດສາຫະກຳ ບັກຕຽນຟອງ ແລະ ນາມຕຽນຟອງ ໃຫ້ຮູ້ວ່າ:

“ເພື່ອໃຫ້ມີທີ່ດິນໄດ້ຮັບການບຸກເບີກຫນ້າພຽງຢ່າງໄວເທົ່າທີ່ຈະໄວໄດ້, ມີໄຟຟ້າໃຊ້ ແລະ ມີຊັບພະຍາກອນມະນຸດຢ່າງພຽງພໍເພື່ອໃຫ້ວິສາຫະກິດດໍາເນີນທຸລະກິດ, ມັນບໍ່ແມ່ນເລື່ອງງ່າຍໆຄືກັບເລື່ອງສົ່ງຈົດໝາຍແລ້ວແມ່ນສໍາເລັດ. ພວກຂ້າພະເຈົ້າຕີລາຄາສູງເລື່ອງແຂວງ ກວ໋າງນິງ ຍາມໃດກໍ່ມານະພະຍາຍາມໜູນຊ່ວຍເພື່ອສາມາດແກ້ໄຂບັນຫາດັ່ງກ່າວ, ສ້າງບັນດາວິທີການແກ້ໄຂ ແລະ ມີແຜນການດຶງດູດບັນດານັກລົງທຶນທີ່ມີທ່າແຮງເຂົ້າແຂວງ ກວ໋າງນິງ.”

ບໍ່ພຽງແຕ່ດຶງດູດການລົງທຶນຕາມທິດຈຸດສຸມເທົ່ານັ້ນ ແຂວງ ກວ໋າງນິງ ຍັງເອົາໃຈໃສ່ຮຽກຮ້ອງບັນດາໂຄງການ FDI ລຸ້ນໃຫມ່ ດ້ວຍບັນດາໂຄງການອຸດສາຫະກຳສີຂຽວ - ສະອາດ- ເຕັກໂນໂລຊີສູງ ເຂົ້າບັນດາເຂດເສດຖະກິດ, ເຂດອຸດສາຫະກຳ. ທ່ານ ກວາງເຕື່ອງຮູຍ, ຜູ້ຮັກສາການ ປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງນິງ ຢືນຢັນວ່າ:

 “ ກວ໋າງນິງ ຈະຍາດແຍ່ງກາລະໂອກາດໃຫ້ຫຼາຍທີ່ສຸດເພື່ອພັດທະນາບັນດາເຂດເສດຖະກິດ, ເຂດອຸດສາຫະກຳ ແລະ ກຸ່ມອຸດສາຫະກຳ, ຈຸດສຸມແມ່ນເຂດເສດຖະກິດແຄມຝັ່ງທະເລກວາງອຽນ, ເຂດເສດຖະກິດ ເວີນດົນ, ແລະ ເຂດເສດຖະກິດດ່ານຊາຍແດນ ມອງກາຍ. ໃນນັ້ນ ແມ່ນສຸມໃສ່ ດຶງດູດການລົງທຶນໂດຍມີການຄັດເລືອກແຫລ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ລຸ້ນໃໝ່ດ້ວຍມາດຕະຖານຕາມການຊີ້ນຳ, ການກຳນົດທິດຂອງລັດຖະບານ, ເສີມຂະຫຍາຍການນຳໃຊ້ທີ່ດິນໃຫ້ມີປະສິດທິຜົນທີ່ສຸດ, ນຳມາປະສິດທິຜົນໃຫ້ນັກລົງທຶນ”

 ນັບແຕ່ນີ້ຮອດທ້າຍປີ, ແຂວງ ກວ໋າງນິງ ໄດ້ມີແຜນການລະອຽດເພື່ອດຶງດູດ 9- 11  ໂຄງການ FDI ລຸ້ນໃຫມ່, ເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ, ມີເງິນລົງທຶນເປັນລະດັບສູງ, ປະກອບສ່ວນໃຫ້ແກ່ງົບປະມານ. ກຳລັງຫນູນຈາກບັນດາໂຄງການອຸດສາຫະກຳຜະລິດປະດິດສ້າງ, ເຕັກໂນໂລຊີສູງ ໄດ້ຮັບຄວາມຄາດຫວັງວ່າຈະປະກອບສ່ວນຊ່ວຍ ກວ໋າງນິງ ຮັກສາທ່າເຕີບໂຕ 2 ຕົວເລກໃນ 8 ປີລຽນຕິດ, ສືບຕໍ່ປະຕິບັດຍຸດທະສາດເສດຖະກິດສີຂຽວ, ພັດທະນາຕາມທິດຍືນຍົງ.

ຕອບກັບ