ຫວ້ານຟຸກ ແມ່ນໝູ່ບ້ານຫັດຖະກຳຕ່ຳແຜ່ນແພທີ່ມີຊື່ສຽງຢູ່ຫວຽດນາມ ດ້ວຍອາຍຸນັບກວ່າ 1000 ປີ. ແພໄຫມ ໂດຍໝູ່ບ້ານຫວ້ານຟຸກ ຜະລິດແມ່ນຈາກເສັ້ນໄຫມທຳມະຊາດ, ມີຄວາມອ່ອນນຸ້ມ. ລວດລາຍລະອຽດລະອໍ. ບັນດາຜະລິດຕະພັນແພໄຫມຂອງໝູ່ບ້ານຫັດຖະກຳ ຫວ້ານຟຸກ ໄດ້ຮັບການພັນລະນາໃນບົດກາບກອນ, ບົດດົນຕີ, ຫລື ພາບແຕ້ມ ຄືດັ່ງຈຸດວັດທະນະທຳເອກະລັກສະເພະຂອງໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຂອງຫວຽດນາມ.
ການສະແດງລາຍການສິລະປະທີ່ຟົດຟື້ນໃນພິທີໄຂສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ (ພາບ: hanoimoi.com.vn) |
ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ມີຂອບຂະຫນາດໃຫຍ່ ປະກອບດ້ວຍຮ້ານຂາຍແພໄຫມ 120 ຮ້ານ, ໃນນັ້ນ 100 ຮ້ານແມ່ນຂາຍແພໄຫມ, 20 ຮ້ານແມ່ນຕາງຫນ້າໃຫ້ໝູ່ບ້ານຫັດຖະກຳ ຢູ່ ຮ່າໂນ້ຍ ແລະ ບາງແຂວງ, ນະຄອນທາງພາກເຫນືອ. ທ່ານຟ້າມຄັກຮ່າ ປະທານສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວ້ານຟຸກ ໃຫ້ຮູ້ວ່າ:
“ໃນຕະຫລອດອາທິດ, ມື້ໃດພວກຂ້າພະເຈົ້າກໍ່ມີລາຍການສະແດງສິລະປະ, ແນະນຳໂຄສະນາບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳ ຫວ້ານຟຸກ. ພວກຂ້າພະເຈົ້າຈັດຕັ້ງການເຄື່ອນໄຫວຫລາຍຢ່າງຄື: ໄປຢ້ຽມຊົມຫໍອະນຸສອນສະຖານປະທານໂຮ່ຈິມີນ, ຢ້ຽມຢາມຫໍບູຊາ ຫວ້ານຟຸກ, ສາລາບ້ານ ຫວ້ານຟຸກ, ວັດ ຫວ້ານຟຸກ ແລະ ຫໍບູຊາຜູ້ກໍ່ຕັ້ງໝູ່ບ້ານຫັດຖະກຳ. ພວກຂ້າພະເຈົ້າໄດ້ກໍ່ສ້າງເຂດວາງສະແດງການຜະລິດ, ຂັ້ນຕອນຜະລິດແພໄຫມ. ສູນອະນຸລັກຮັກສາແພໄຫມ ຫວ້ານຟຸກ ໄດ້ວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໝູ່ບ້ານຫວ້ານຟຸກ. ພວກຂ້າພະເຈົ້າໄດ້ສົມທົບສະຖານທີ່ຢ້ຽມຊົມຫລາຍແຫ່ງເຊື່ອມຕໍ່ໃສ່ເຂດອາຫານການກິນ, ຮ້ານຂາຍແພໄຫມ, ຖະຫນົນຍ່າງ, ເຂດວາງສະແດງຕົ້ນໄມ້ປະດັບ, ເຂດວາງສະແດງເຄື່ອງບູຮານ.”
ປີນີ້ ໝູ່ບ້ານ ຫວ້ານຟຸກ ລະດົມປະຊາຊົນເກືອບ 1000 ຄົນເຂົ້າຮ່ວມພິທີງານບຸນໃນມື້ທຳອິດໄຂສັບປະດາ ດ້ວຍຫົວຂໍ້ “ຫວ້ານຟຸກໃນເມື່ອກອ່ນ”, ເຊີດຊູອາຊີບຕ່ຳແຜ່ນແພພື້ນເມືອງ ແລະ ເຊີດຊູບັນດາຄຸນຄ່າປະຫວັດສາດ, ມູນເຊື້ອວັດທະນະທຳຫວຽດນາມ. ນອກນັ້ນ ແມ່ນບັນດາການເຄື່ອນໄຫວຟົດຟື້ນ, ດຶງດູດນັກທ່ອງທ່ຽວ. ອ້າຍ ຫງວຽນວັນນາມ ເຈົ້າຂອງຮາກຖານຕ່ຳແຜ່ນແພ ຫງວຽດນາມ ໝູ່ບ້ານ ຫວ້ານຟຸກ ໃຫ້ຮູ້ວ່າ:
“ຕາແສງ ຫວ້ານຟຸກ ໄດ້ຈັດຕັ້ງເຂດຫນຶ່ງເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຊົມທຸກຂັ້ນຕອນໃນການຜະລິດແພໄຫມ. ຂັ້ນຕອນການຜະລິດແພໄຫມນີ້ ແມ່ນຮູບແບບໃຫມ່ ເພື່ອໂຄສະນາໝູ່ບ້ານຫັດຖະກຳຫວ້ານຟຸກ. ຂັ້ນຕອນຜະລິດແພໄຫມ ລວມມີ ການລ້ຽງມ້ອນ, ການຕົ້ມ, ການຍ້ອມສີ, ສາວເປັນເສັ້ນ, ເຂັນເປັນຫລອດ…. .ແລ້ວເອົາເຂົ້າກີ່ຕ່ຳຫູກ. ປະຈຸບັນກີ່ຕ່ຳຫູກແມ່ນໄດ້ດັດປັບຫລາຍແລ້ວ ແຕ່ຍັງຄົງຕ້ອງຕ່ຳດ້ວຍມື, ມື້ຫນຶ່ງຕ່ຳແພໄດ້ 2- 4 ແມັດ.”
ກີ່ຕໍ່າຫູກໃນປັດຈຸບັນ (ພາບ: anninhthudo.vn) |
ກົງກັບເວລາດຳເນີນສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ແມ່ນການສະແດງຕຸກກະຕານ້ຳ, ສະແດງສິລະປະຂັບກວານຫໍ້, ຂັບເຈົາວັນ ໂດຍບັນດານັກສິລະປິນ, ນັກສະແດງທີ່ມີຊື່ສຽງສະແດງ. ຄຽງຄູ່ກັນນັ້ນ ປະຊາຊົນ 12 ຫນ່ວຍໃນຕາແສງ ຫວ້ານຟຸກ ໄດ້ແບ່ງເປັນກອງສິລະປະກອນ 3 ກອງ ແຂ່ງຂັນກັນສະແດງສິລະປະ, ລາຍການໃດໄດ້ຮັບລາງວັນ ຈະໄດ້ນຳສະແດງໃນຄ່ຳຄືນອັດສັບປະດາ. ຈຸດເດັ່ນຫນຶ່ງອີກທີ່ເຫດການນີ້ ແມ່ນ ບັນດາການລະຫລິ້ນພື້ນເມືອງ, ງານບຸນເສື້ອຍາວ, ການວາງສະແດງຕົ້ນໄມ້ປະດັບ, ການແຂ່ງຂັນດອກກວ້ຍປ່າ, ວາງສະແດງເຄື່ອງບູຮານ. ອ້າຍຟ້າມໂດ໋ແທ່ງ ນັກທ່ອງທ່ຽວ ຢູ່ ຮ່າໂນ້ຍມາ ເຂົ້າຮ່ວມສັບປະດາວັດທະນະທຳ ທ່ອງທ່ຽວ ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ໃຫ້ຮູ້ຄວາມຮູ້ສຶກຂອງຕົນວ່າ:
“ຂ້າພະເຈົ້າມານີ້ເພື່ອຢ້ຽມຊົມ ແລະ ຊື້ແພໄຫມ. ແພໄຫມຂອງໝູ່ບ້ານຫັດຖະກຳ ຫວ້ານຟຸກ ແມ່ນມີຫລາຍຮູບຫລາຍແບບ, ຄຸນນະພາບດີ. ຂ້າພະເຈົ້າຫວັງວ່າ ຄະນະຈັດຕັ້ງຈະຮັກສາການເຄື່ອນໄຫວຄືແນວນີ້ເປັນປະຈຳເພື່ອໃຫ້ປະຊາຊົນມີໂອກາດໄດ້ມາຢ້ຽມຢາມ, ຊື້ເຄື່ອງຂອງໃນຊຸມມື້ທ້າຍອາທິດ.”
ດ້ວຍລາຍການເຄື່ອນໄຫວມີຂອບຂະຫນາດ, ອຸດົມສົມບູນ, ໃຫມ່ອ່ຽມ, ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ເປີດທິດພັດທະນາໃຫມ່ໃຫ້ແກ່ໝູ່ບ້ານຫັດຖະກຳ ຫວ້ານຟຸກ, ປະກອບສ່ວນໂຄສະນາໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ຫວ້ານຟຸກ ອອກສູ່ນັກທ່ອງທ່ຽວຜູ້ຢູ່ໄກ ແລະ ຢູ່ໃກ້. ທ່ານ ລືວຢູຍເຢີນ, ປະທານສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວຽດນາມ ຖືວ່າ:
“ຈາກສັບປະດາວັດທະນະທຳ ທ່ອງທ່ຽວ ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ອາດຈະກໍ່ສ້າງຕະຫລາດນັດວັດທະນະທຳ ທ່ອງທ່ຽວ ຢູ່ ຫວ້ານຟຸກ ເປັນປະຈຳ ແລະ ສອງສາມອາທິດ ຫລື ສອງສາມເດືອນຈັດຂຶ້ນເປັນເທື່ອຫນຶ່ງ. ລາຍການແມ່ນອຸດົມສົມບູນ, ນອກຈາກຜະລິດຕະພັນໝູ່ບ້ານຫັດຖະກຳແລ້ວ ຄວນມີອາຫານການກິນ, ການລະຫລິ້ນພື້ນເມືອງ, ການພົບປະແລກປ່ຽນກັບນັກທ່ອງທ່ຽວຕື່ມອີກ.”
ສັບປະດາວັດທະນະທຳ ທ່ອງທ່ຽວ ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ເພື່ອແນໃສ່ໂຄສະນາວັດທະນະທຳຂະແຫນງອາຊີບທີ່ເປັນມູນເຊື້ອຂອງຫວ້ານຟຸກ ເວົ້າສະເພາະ, ຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການທ່ອງທ່ຽວໝູ່ບ້ານຫັດຖະກຳຂອງຮ່າໂນ້ຍ ເວົ້າລວມ. ເນື່ອງໃນໂອກາດນີ້ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ໄດ້ຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມນັບເປັນໝື່ນໆເທື່ອຄົນ.