ອ້າຍ ດ່າວຈຸງຮຽວ ແນະນຳບາງຮູບແບບຟອຍກວາດຂອງຮາກຖານຂອງອ້າຍ (ພາບ: VOV)
|
ໝູ່ບ້ານອາຊີບເຮັດຟອຍກວາດ ໂກນຍໍ ໄດ້ມີມາແຕ່ນັບສິບປີກ່ອນ ໂດຍໄດ້ເຕົ້າໂຮມ ຫຼາຍຢູ່ບ້ານ ບິນແທງ. ຕາມບັນດາຜູ້ອາຍຸສູງໄດ້ເລົ່າຄືນແລ້ວ, ໃນເມື່ອກ່ອນ, ເຂດ ໂກນຍໍ ມີແຕ່ໄມ້ເລົາ ໄມ້ອໍ້, ໃນລະດູນ້ຳຂຶ້ນ, ປຊຊ ໄດ້ໄປເອົາໄມ້ເລົາ ໄມ້ອໍ້ ມາຕາກແຫ້ງ ແລ້ວເຮັດເປັນຟອຍກວາດເຮືອນ. ປຊຊ ໄດ້ສອນກັນເຮັດ ແລະ ນັບແຕ່ນັ້ນມາ, ການເຮັດຟອຍກວາດ ໄດ້ກາຍເປັນອາຊີບຫາເງິນລ້ຽງຊີບຂອງຫຼາຍຄອບຄົວ.
ປະຈຸບັນ, ໝູ່ບ້ານອາຊີບເຮັດຟອຍກວາດ ໂກນຍໍ ມີປະມານ 350 ຄອບຄົວໄດ້ທຳການຜະລິດ ດຳເນີນທຸລະກິດ, ດຶງດູດການເຂົ້າຮ່ວມຂອງແຮງງານກ່ວາ 1.000 ຄົນ. ຟອຍກວາດຈະມີ 2 ຊະນິດຄື: ຟອຍກວາດເຮັດດ້ວຍໄມ້ອໍ້ ແລະ ດອກຫຍ້າ ແລະ ມີຫຼາຍຮູບແບບຄື: ຟອຍກວາດທີ່ພັນດ້ວຍສາຍຢາງປາລາສະຕິກ, ພັນດ້ວຍສາຍເອັນ ຊື່ງມີລາຄາປະມານ 1 USD/ກ້ານ. ສະເລ່ຍແຕ່ລະເດືອນ, ໝູ່ບ້ານອາຊີບນີ້ ໄດ້ຜະລິດຟອຍກວາດ 200.000 ກ້ານ ຊື່ງໄດ້ຈຳໜ່າຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ແລະ ສົ່ງອອກ. ອ້າຍ ດ່າວຈຸງຮຽວ ໜຶ່ງໃນບັນດາຄອບຄົວຜະລິດຟອຍກວາດເປັນຈຳນວນຫຼາຍ ຢູ່ທ້ອງຖິ່ນ ໃຫ້ຮູ້ວ່າ:
ຕະຫຼາດຈຳໜ່າຍຕົ້ນຕໍແມ່ນ ກຳປູເຈຍ, ກວມເອົາປະມານ 70%, ສ່ວນຍັງເຫຼືອແມ່ນຕະຫຼາດພາຍໃນປະເທດ, ອິນໂດເນເຊຍ ແລະ ໄທ. ຕາມແຕ່ລະໃບສັ່ງຊື້ສິນຄ້າ, ໃນອາທິດໜຶ່ງ ຈະມີລົດຂົນສົ່ງສິນຄ້າແຕ່ 4-5 ຖ້ຽວ. ໃນຊຸມເດືອນໃກ້ກັບບຸນປີໃໝ່ຂອງປະເທດ ກຳປູເຈຍ ແມ່ນຈະມີວຽກຫຼາຍກ່ວາ. ໃນຈຸດເວລານີ້ ຈະມີໃບສັ່ງຊື້ຫຼາຍກ່ວາໝູ່, ແຕ່ລະມື້ຈະຕ້ອງການແຮງງານແຕ່ 60-70 ຄົນ.
ຕາມຄວາມຕ້ອງການຂອງຕະຫຼາດ ຮຽກຮ້ອງບັນດາຮາກຖານເຮັດຟອຍກວາດຕ້ອງເຮັດຫຼາຍຮູບແບບທີ່ອຸ່ດົມສົມບຸນ (ພາບ: VOV)
|
ຕາມ ປຊຊ ຢູ່ໝູ່ບ້ານອາຊີບນີ້ແລ້ວ, ປະຈຸບັນ, ການເຮັດຟອຍກວາດໄດ້ມີເຄື່ອງຈັກໜູນຊ່ວຍຄື: ໃສ່ຈຸກຍິງຕະປູໃສ່ກ້ານ, ຈັກເຫຼົາກ້ານ... ສະນັ້ນ ຟອຍກວາດຈະຮັບປະກັນລັກສະນະໜັກແໜ້ນ, ທົນທານ ແລະ ງາມກ່ວາ. ແຕ່ເຖິງແນວນັ້ນກໍ່ຕາມ, ສ່ວນຫຼາຍບັນດາຂັ້ນຕອນ ໃນການເຮັດຟອຍກວາດຍັງຕ້ອງເຮັດດ້ວຍມື. ກ້ານຟອຍກວາດອັນໜຶ່ງເຖິງວ່າຈະເຮັດດ້ວຍໄມ້ເຮັ້ຍ ຫຼື ຢາງປລາສະຕິກ ກໍ່ຕ້ອງຜ່ານຫຼາຍຂັ້ນຕອນຄື: ການຖັກ, ມັດ... ເຄື່ອງຈັກທັນສະໄໝກໍ່ບໍ່ສາມາດແທນໃຫ້ສີມືທີ່ຄ່ອງແຄ້ວຂອງນາຍຊ່າງໄດ້. ຍ້ອນມີສົ້ນອອກເປັນປົກກະຕິ, ລາຍຮັບຂອງຜູ້ອອກແຮງງານກໍ່ມີຄວາມເປັນປົກກະຕິ. ເອື້ອຍ ຮ່າວີ, ຜູ້ອອກແຮງງານເຮັດຟອຍກວາດຢູ່ຕາແສງ ຝູບິນ ໃຫ້ຮູ້ວ່າ:
ເມື່ອກ່ອນ ຂ້າພະເຈົ້າເຮັດວຽກຢູ່ຮ້ານອາຫານຢູ່ແຂວງ ບິນເຢຶອງ, ຫຼັງຈາກນັ້ນ ໄດ້ກັບເມືອບ້ານເຮັດວຽກງານນີ້. ຂ້າພະເຈົ້າເຮັດວຽກຢູ່ນີ້ກໍ່ເປັນເວລາກ່ວາ 1 ປີແລ້ວ, ລາຍຮັບກໍ່ເປັນປົກກະຕິພໍສົມຄວນ.
ສ່ວນເອື້ອຍ ດ່ວານທິຍືອີ, ປຊຊ ຕາແສງ ຝູບິນ ເລົ່າສູ່ຟັງວ່າ:
ກ່ອນນີ້ຂ້າພະເຈົ້າໄດ້ຢູ່ເຮືອນເຝົ້ານ້ອງຊ່ວຍແມ່, ແຕ່ປະຈຸບັນ ໄດ້ໄປເຮັດຟອຍກວາດ. ເຮັດວຽກຢູ່ນີ້ ມີລາຍຮັບເປັນປົກກະຕິ, ແຕ່ລະເດືອນກໍ່ຫາໄດ້ປະມານ 250 USD.
ຖ້າກ່ອນນີ້, ໄມ້ເລົາ ໄມ້ອໍ້ ແມ່ນວັດຖຸຕົ້ນຕໍເພື່ອເຮັດຟອຍກວາດ, ຊື່ງມີພຽງແຕ່ໃນລະດູນ້ຳຂຶ້ນນັ້ນ, ແຕ່ປະຈຸບັນ, ຟອຍກວາດຍັງໄດ້ເຮັດດ້ວຍແຂມ ຊື່ງໄດ້ນຳມາຈາກບັນດາແຂວງພາກກາງ, ໂດຍບໍ່ຕ້ອງຂຶ້ນກັບລະດູການ, ວັດຖຸດິບກໍ່ມີຫຼວງຫຼາຍ, ດັ່ງນັ້ນ ຈຶ່ງສາມາດເຮັດຟອຍກວາດໄດ້ໃນຕະຫຼອດປີ. ທ່ານ ກາວວັນມຶກ, ເຈົ້າຂອງຮາກຖານຜະລິດຟອຍກວາດຢູ່ບ້ານ ບິນແທງ, ຕາແສງ ຝູບິນ ໃຫ້ຮູ້ວ່າ:
ເມື່ອກ່ອນໄດ້ເອົາໄມ້ເລົາ ໄມ້ອໍ້ ຢູ່ ກ່າເມົາ, ກຽນຢາງ… ແຕ່ໄດ້ໄລຍະໜຶ່ງກໍ່ໝົດ. ຫຼັງຈາກນັ້ນ ກໍ່ເອົາແຂມຢູ່ພາກກາງ ຊື່ງເຂົາເຈົ້າໄດ້ຂາຍ ແລະ ສົ່ງໃຫ້ພວກເຮົາໃນຕະຫຼອດທັງປີ. ແຕ່ລະມື້ເຮົາໄດ້ເຮັດຟອຍກວາດປະມານ 1.000 ກ້ານ, ແຕ່ລະກ້ານກໍ່ໄດ້ຮັບກຳໄລ 0,04 USD.
ເພື່ອຮັກສາ, ພັດທະນາໝູ່ບ້ານອາຊີບ, ຄະນະກຳມະການ ປຊຊ ຕາແສງ ແລະ ທະນາຄານນະໂຍບາຍສັງຄົມ ສາຂາເມືອງ ຝູເຕິນ ໄດ້ສ້າງເງື່ອນໄຂທີ່ສະດວກໃຫ້ ປຊຊ ສຳຜັດກັບແຫຼ່ງທຶນກູ້ຢືມບຸລິມະສິດ, ດ້ວຍອັດຕາດອກເບ້ຍຕ່ຳ. ໃນໄລຍະຍາວນານ, ອ້າຍ ໂຮ່ແທັງເທີດ, ພະນັກງານຄຸ້ມຄອງໝູ່ບ້ານອາຊີບຕາແສງ ຝູບິນ ໃຫ້ຮູ້ວ່າ:
ທາງໝູ່ບ້ານໄດ້ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ, ປະກອບສ່ວນຮັບປະກັນຊີວິດສັງຄົມ. ເວົ້າລວມແລ້ວ, ໃຜໆທີ່ເຮັດວຽກໃນໝູ່ບ້ານອາຊີບນີ້ ກໍ່ບໍ່ແມ່ນຄອບຄົວທຸກຍາກ. ຕາມຄວາມຕ້ອງການຂອງຕະຫຼາດ, ໄດ້ຮຽກຮ້ອງໃຫ້ມີຫຼາຍຮູບຫຼາຍແບບ. ຕາແສງ ຝູບິນ ແລະ ເມືອງ ອານຝູ ກໍ່ໄດ້ຄິດໄລ່ເຖິງການສ້າງເຄື່ອງໝາຍການຄ້າໃຫ້ແກ່ໝູ່ບ້ານອາຊີບນີ້; ສ້າງຕັ້ງສະຫະກອນ ເພື່ອຮ່ວມສຳພັນນຳກັນ, ສ້າງເຄື່ອງໝາຍຜະລິດຕະພັນ “ຟອຍກວາດ ຝູບິນ” ເພື່ອຂາຍອອກສູ່ຕະຫຼາດດ້ວຍລາຄາທີ່ສູງກ່ວາ.
ການເຮັດຟອຍກວາດໃນຕະຫຼອດທັງປີ ບໍ່ພຽງແຕ່ໄດ້ສ້າງລາຍຮັບທີ່ເປັນປົກກະຕິໃຫ້ແກ່ ປຊຊ ທ້ອງຖິ່ນເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນອະນຸລັກຮັກສາ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອ, ອະນຸລັກຮັກສາວັດທະນະທຳໝູ່ບ້ານອາຊີບອີກດ້ວຍ./.