ຢູ່ບ້ານ ຖູຊີ ຈາກຜູ້ເຖົ້າແກ່ຕະຫຼອດຮອດເດັກນ້ອຍອາຍຸ 5-6 ປີກໍ່ສາມາດສານໄຊໄດ້ (ພາບ: VOV)
|
ໂດຍຕັ້ງຢູ່ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 60 ກມ, ໝູ່ບ້ານອາຊີບສານໄຊ (ໄຊໃສ່ປາ, ເຄື່ອງດັກປາ) ຖຸຊີ ເມືອງ ຕຽນລື, ແຂວງ ຮຶງອຽນ ມີປະຫວັດສາດອາຊີບເປັນເວລາກ່ວາ 200 ປີແລ້ວ. ໄຊແມ່ນເຄື່ອງມືເພື່ອດັກປາ, ກຸ້ງ ຊື່ງໄດ້ຕິດພັນກັບຊີວິດການເປັນຢູ່ຂອງຊາວກະສິກອນເຂດບ້ານນາທາງພາກເໜືອ ຫວຽດນາມ ໃນເມື່ອກ່ອນ.
ບັນດາຜູ້ມີອາຍຸສູງໃນບ້ານໃຫ້ຮູ້ວ່າ: ການສານໄຊ ຮຽກຮ້ອງຕ້ອງມີຄວາມຄ່ອງແຄ້ວ, ລະອຽດລະອໍທີ່ສຸດ. ເພື່ອໃຫ້ຜະລິດຕະພັນມີຄວາມສວຍງາມ, ທົນທານນັ້ນ, ນອກຈາກການສານແລ້ວ, ເຂັດລັບຕົ້ນຕໍແມ່ນການແຂວນຜະລິດຕະພັນເທິງຖ້ານເຕົາໄຟ ເພື່ອຫລີກລ່ຽງໂຕປວກ, ໂຕມອດກິນ ແລະ ຖືກຄວັນໄຟເພື່ອຈະມີສີເຂັ້ມ ແລະ ງາມກ່ວາ. ນາຍຊ່າງ ເລືອງເຊີນບາກ, ຢູ່ໝູ່ບ້ານ ຖູຊີ ແບ່ງປັນວ່າ:
ເມື່ອຂາງໄຟ ກໍ່ຮຽກຮ້ອງບໍ່ໃຫ້ມີແປວໄຟ, ຕ້ອງມີຄວັນໜາ, ຢາຍແຕະໄຊອອກ ແລະ ຕ້ອງພິກໄປມາໃຫ້ສະໝ່ຳສະເໝີ. ເມື່ອນັ້ນ ບັນດາແຕະໄຊຈິ່ງບັນລຸໄດ້ຕາມຄວາມຕ້ອງການ ແລະ ມີສີສັນທີ່ເດັ່ນງາມຕາ.
ເມື່ອສານໄຊສຳເລັດ, ຊາວບ້ານຈະຈັດໄຊເປັນພົ້ວ ເໝືອນກັບພົ້ວດອກໄມ້ຢູ່ລົດຖີບເພື່ອສົ່ງໄປຂາຍ. ເຖິງວ່າ ປະຈຸບັນ, ຊາວກະສິກອນກໍ່ບໍ່ນຳໃຊ້ໄຊ ເພື່ອດັກປາ, ກຸ້ງຫຼາຍຄືເມື່ອກ່ອນກໍ່ຕາມ ແຕ່ປະລິມານໃບສັ່ງຊື້ຍັງເພີ່ມຂຶ້ນຢູ່ ຍ້ອນບັນດາຮ້ານຂາຍເຄື່ອງ ຍັງມີຄວາມຕ້ອງການໃຊ້ໄຊນີ້ ເພື່ອປະດັບປະດາໃນຮ້ານ ຫຼືມັນຍັງໄດ້ນຳໃຊ້ເປັນເຄື່ອງມືໃນການຖ່າຍທຳຟິມຮູບເງົາ. ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ຖູຊີ ໄດ້ຈຳໜ່າຍທັງຢູ່ພາຍໃນ ແລະ ສົ່ງອອກໄປບັນດາປະເທດຄື: ອາເມລິກາ, ຍີ່ປຸ່ນ, ສິງກະໂປ, ອິນເດຍ, ຈີນ… ເຖິງວ່າ ຍັງບໍ່ແມ່ນແຫຼ່ງລາຍຮັບຕົ້ນຕໍຂອງ ປຊຊ ໃນໝູ່ບ້ານກໍ່ຕາມ ແຕ່ໃນເວລາຫວ່າງ, ຊາວບ້ານຍັງໄດ້ສານໄຊເປັນປະຈຳ. ລຸ້ນໜຸ່ມຍັງໄດ້ຮຽນ ແລະ ເຮັດອາຊີບຂອງໝູ່ບ້ານຢູ່ ເພື່ອຮັກສາ ແລະ ສືບທອດອາຊີບ. ນາຍຊ່າງ ເລືອງເຊີນບາກ ຢືນຢັນວ່າ:
ຂ້າພະເຈົ້າສູ້ຊົນຮອດຍາມອາຍຸ 100 ປີກໍ່ຍັງຈະຮັກສາອາຊີບນີ້ໄວ້, ຍ້ອນຂ້າພະເຈົ້າຮັກມັກອາຊີບນີ້ທີ່ສຸດ, ອາຊີບທີ່ໄດ້ສືບທອດມາຈາກລຸ້ນພໍ່ລຸ້ນອ້າຍ. ດັ່ງນັ້ນ ຂ້າພະເຈົ້າຈະພະຍາຍາມສອນໃຫ້ລຸ້ນຫຼັງ, ບໍ່ໃຫ້ອາຊີບນີ້ຖືກສູນຫາຍໄປໄດ້.
ຊາວບ້ານກາວຜະລິດທູບ (ພາບ: VTC News)
|
ຫ່າງຈາກໝູ່ບ້ານ ຖູຊີ ບໍ່ໄກ ແມ່ນໝູ່ບ້ານເຮັດທູບ ບ້ານກາວ ນອນໃນເຂດທາງຊ້າຍແມ່ນ້ຳແດງ ຊື່ງແມ່ນໝູ່ບ້ານເຮັດທູບໃຫ່ຍທີ່ສຸດໃນທົ່ວປະເທດ. ປະຈຸບັນ, ບ້ານກາວ ຍັງມີປະມານ 200 ຄອບຄົວໄດ້ຮັກສາອາຊີບເຮັດທູບທີ່ເປັນມູນເຊື້ອນີ້ໄວ້. ນາຍຊ່າງເຮັດທູບຢູ່ ບ້ານກາວ ສາມາດເຮັດທູບພິເສດຫຼາຍຊະນິດຄື: ທູບວົງມົນມີເສັ້ນຜ່າກາງເຖິງ 50 ຊັງຕີແມັດທີ່ສາມາດຈູດທູບໄດ້ເປັນເວລາ 24 ຊົ່ວໂມງ, ທູບໄໝ້ໝົດໄວ, ທູດໄໝ້ໝົດຊ້າ… ແຕ່ລະຊະນິດແມ່ນຂຶ້ນກັບເຕັກນິກການປົນວັດຖຸດິບ ແລະ ຕາມເຂັດລັບຂອງແຕ່ລະວົງຕະກຸນ. ເອື້ອຍ ເຈິ່ງມິນຖາວ, ຊ່າງເຮັດທູບຜູ້ໜຶ່ງຂອງ ບ້ານກາວ ແບ່ງປັນວ່າ:
ວັດຖຸດິບເຮັດທູບສ່ວນຫຼາຍແມ່ນຕົ້ນຢາສະໝູນໄພຊະນິດຕ່າງໆຄື: ໄມ້ເກດສະໜາ, ໂປ໊ຍກັກ, ອົບເຊີຍ... ແຕ່ລະຮາກຖານພັດມີວີທີປະດິດສ້າງພິເສດສະເພາະ ເພື່ອສ້າງກິ່ນຫອມທີ່ເປັນເອກະລັກສະເພາະຂອງຜະລິດຕະພັນຂອງຕົນ. ພວກຂ້າພະເຈົ້າໄດ້ເຮັດວັດຖຸດິບ 100% ແມ່ນຕົ້ນຢາສະໝູນໄພ ເປັນມິດກັບສິ່ງແວດລ້ອມ ແລະ ດີຕໍ່ສຸຂະພາບ, ປອດໄພໃຫ້ແກ່ຜູ້ເຮັດ ແລະ ຜູ້ນຳໃຊ້.
ນາຍຊ່າງບ້ານ ຮ່ວາຟອງ ເຮັດເຄື່ອງເຟີນີເຈີ (ພາບ: VOVTV)
|
ຢູ່ແຂວງ ຮຶງອຽນ, ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ຮ່ວາຟອງ, ເທດສະບານຕາແສງ ໝີ້ຮ່າວ ກໍ່ແມ່ນໝູ່ບ້ານທີ່ມີຊື່ສຽງແຫ່ງໜຶ່ງ ຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ຈາກຕົ້ນໄມ້ມີຮູບທີ່ໃຫ່ຍໂຕ, ດ້ວຍສີມືທີ່ຄ່ອງແຄ້ວ ແລະ ຫົວຄິດປະດິດສ້າງຂອງຕົນ, ນາຍຊ່າງບ້ານ ຮ່ວາຟອງ ໄດ້ເຮັດເປັນບັນດາເຄື່ອງເຟີນີເຈີທີ່ຍອດຍິ່ງ. ເພື່ອມີຜະລິດຕະພັນສຳເລັດຮູບ, ວິວັດການຜະລິດກໍ່ໄດ້ແບ່ງປັນຫຼາຍຂັ້ນຕອນ, ແຕ່ລະຂັ້ນຕອນລ້ວນແຕ່ມີບົດບາດສະເພາະ, ໃນນັ້ນ, ຂັ້ນຕອນສ້າງຮູບຖືກຖືວ່າ ແມ່ນຍາກກ່ວາໝູ່, ຊື່ງໄດ້ສ້າງເປັນຈຸດພິເສດຂອງອາຊີບເຮັດເຄື່ອງເຟີນີເຈີ, ຮຽກຮ້ອງຕ້ອງມີຈິດສຳນຶກທີ່ອຸດົມສົມບູນ ແລະ ຫົວຄິດປະດິດສ້າງຂອງນາຍຊ່າງ. ນາຍຊ່າງ ຫງວຽນວັນແມັ້ງ, ຢູ່ບ້ານ ຮ່ວາຟອງ ແບ່ງປັນວ່າ:
ກ່ອນອື່ນໝົດແມ່ນຕ້ອງມີການມອງເຫັນຄວາມງາມໄດ້. ຕົວຢ່າງຄື: ເຫັນໄມ້ຄືແນວນີ້ ເບິ່ງຄືວ່າມັນຄືກັນກັບໄມ້ທຳມະດາ ແຕ່ຖ້າບໍ່ມີຈິດສຳນຶກຈິນຕະນາການ ກໍ່ ຍາກທີ່ຈະເຮັດຜະລິດຕະພັນທີ່ສວຍງາມໄດ້. ເຮັດແນວເພື່ອໃຫ້ຜູ້ບໍລິໂພກຮູ້ສຶກໄດ້ເຖິງຄວາມງາມ.
ໃນຊຸມປີມໍ່ໆມານີ້, ເຄື່ອງເຟີນີເຈີຂອງຕາແສງ ຮ່ວາຟອງ ໄດ້ຮັບການຍົກສູງຂຶ້ນ, ມີອິດທິພົນຊື່ສຽງໃນຕະຫຼາດ, ມີລູກຄ້ານອກແຂວງ ແລະ ຕ່າງປະເທດສັ່ງຊື້ຫຼາຍ. ນາຍຊ່າງ ຫງຽນວັນດູ, ຢູ່ບ້ານ ຮ່ວາຟອງ ໃຫ້ຮູ້ວ່າ:
ເມື່ອຕົນເອງໄດ້ອອກເຫື່ອເທແຮງເພື່ອສ້າງຜະລິດຕະພັນໜຶ່ງ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ, ບາງເທື່ອໄດ້ສົ່ງໄປຕ່າງປະເທດ ແມ່ນເຫັນວ່າມີຄວາມສຸກທີ່ສຸດ. ຍ້ອນວ່າ ຕົນເອງສາມາດແນະນຳເຄື່ອງສີລະປະຫັດຖະກຳຂອງ ຫວຽດນາມ ເວົ້າລວມ, ຜະລິດຕະພັນຂອງ ຮ່ວາຟອງ ເວົ້າສະເພາະ ໃຫ້ແກ່ເພື່ອນມິດສາກົນ, ຊ່ວຍໃຫ້ເຂົາ ເຂົ້າໃຈບ້ານເກີດເມືອງນອນຂອງເຮົາຕື່ມອີກ.
ນອກຈາກນັ້ນແລ້ວ, ຢູ່ ຮຶງອຽນ ຍັງມີຫຼາຍໝູ່ບ້ານອາຊີບອື່ນໆອີກຄື: ໝູ່ບ້ານເຮັດແຈ່ວຈາກຖົ່ວເຫຼືອງ ເບິ່ນ ຢູ່ເທດສະບານຕາແສງ ໝີ້ຮ່າວ, ໝູ່ບ້ານອາຊີບຫຼໍ່ທອງ ໂລ້ງເທື້ອງ ຢູ່ເມືອງ ວັນເລິມ… ແຕ່ລະໝູ່ບ້ານອາຊີບພື້ນເມືອງຢູ່ ຮຶງອຽນ ແມ່ນພາບແຕ້ມທີ່ມີຊີວິດຊີວາ ນຳມາເຊິ່ງບັນດາສິ່ງຍອດຍິ່ງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດດິນແດນແຫ່ງອະລິຍະທຳ. ບໍ່ພຽງແຕ່ແມ່ນແຫ່ງຜະລິດບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອເທົ່ານັ້ນ, ຫາກບັນດາໝູ່ບ້ານອາຊີບນີ້ ຍັງແມ່ນບ່ອນອະນຸລັກຮັກສາດ້ານວັດທະນະທຳ ແລະ ສືບທອດບັນດາສິ່ງຍອດຍິ່ງຜ່ານຫຼາຍລຸ້ນຄົນອີກດ້ວຍ./.