ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ອາ​ຊີບ​ຕີ​ເງິນ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ບ້ານ ດິ້ງ​ກົງ, ຮ່າ​ໂນ້ຍ

Kim Thanh-Anh HUyen
Chia sẻ
(VOVWORLD) -    ອາຊີບຕີເງິນຢູ່ບ້ານ ດິ້ງກົງ, ເມືອງ ຮ່ວາງມາຍ, ຮ່າໂນ້ຍ ມີມາແຕ່ສັດຕະວັດທີ 7 ດ້ວຍບັນດາຈຸດເອກະລັກພິເສດສະເພາະທີ່ບໍ່ເຄີຍມີຢູ່ແຫ່ງອື່ນ. ຜ່ານການເວລາ, ດ້ວຍຄວາມອົດທົນ ແລະ ຄວາມສຸດຈິດສຸດໃຈຂອງບັນດານາຍຊ່າງທີ່ມີສີມືທີ່ຄ່ອງແຄ້ວນັ້ນ, ອາຊີບຕີເງິນທີ່ເປັນມູນເຊື້ອຂອງໝູ່ບ້ານອາຊີບ ດິ້ງກົງ ກໍ່ໄດ້ຮັບການຟື້ນຟູ, ສືບທອດ, ກາຍເປັນຈຸດພິເສດສະເພາະຂອງຂດດິນແດນ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ.
ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ອາ​ຊີບ​ຕີ​ເງິນ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ບ້ານ ດິ້ງ​ກົງ, ຮ່າ​ໂນ້ຍ - ảnh 1

ນາຍຊ່າງກຳລັງເຮັດວຽກຢູ່ຮາກຖານຕີເງິນ ດຶ້ງກົງ (ພາບ: VOV)

      ໂດຍນອນໃນຂອບເຂດສາລາບ້ານ ດິ້ງກົງ, ຮາກຖານຕີເງິນຂອງອ້າຍ ແກວກຟານຕວັນແອງ, ລູກຊາຍຂອງນາຍຊ່າງ ແກວກວັນເຈື່ອງ ຜູ້ທີ່ໄດ້ຮັບຖືວ່າ ເປັນຜູ້ສ້າງພື້ນຖານໃຫ້ແກ່ການຟື້ນຟູອາຊີບຕີເງິນທີ່ເປັນມູນເຊື້ອຂອງບ້ານ ດິ້ງກົງ, ຮ່າໂນ້ຍ ຄືນໃໝ່, ມີນາຍຊ່າງນັບສິບຄົນພວມດຸໝັ່ນຂະຫຍັນພຽນ, ປະດິດສ້າງບັນດາຜະລິດຕະພັນເຄື່ອງເງິນຢ່າງທີ່ລະອຽດລະອໍ. ຈາກບັນດາແທ່ງເງິນ, ດ້ວຍສີມືທີ່ຄ່ອງແຄ້ວ, ລະອຽດອ່ອນ, ມີຫົວຄິດປະດິດສ້າງ, ບັນດານາຍຊ່າງ ໄດ້ເຮັດເປັນເສັ້ນນ້ອຍໆ ຄືເສັ້ນໃໝຫຍິບ ແລ້ວໄດ້ເບັດເປັນສ່ວນຍ່ອຍເຂົ້າກັນ ເພື່ອສ້າງເປັນຜະລິດຕະພັນທີ່ມີຫຼາຍຮູບຫຼາຍແບບ ເພື່ອພິຊິດຄວາມນິຍົມຂອງລູກຄ້າ. ທັງໄດ້ແນະນຳໃຫ້ນາຍຊ່າງ, ອ້າຍ ແກວກຟານຕວັນແອງ ທັງໄດ້ອະທິບາຍວ່າ:

  ນີ້ແມ່ນປອກແຂນເງິນ. ເມື່ອເຮັດປອກແຂນປອກໜຶ່ງສຳເລັດ ຕ້ອງເສຍເວລາແຕ່ 7-10 ວັນ. ຈາກເງິນທີ່ເປັນເສັ້ນໃຫ່ຍ, ເຮົາຕ້ອງຕີເປັນບັນດາເສັ້ນນ້ອຍຄືເສັ້ນຜົມ ແລະ ຫຼັງຈາກນັ້ນ ຈະຕໍ່ກັບບັນດາລວດລາຍຕາມຄວາມຕ້ອງການຂອງລູກຄ້າ.

ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ອາ​ຊີບ​ຕີ​ເງິນ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ບ້ານ ດິ້ງ​ກົງ, ຮ່າ​ໂນ້ຍ - ảnh 2

ແນະນຳຜະລິດຕະພັນເຮັດດ້ວຍເງິນ (ພາບ: VOV)

    ອ້າຍ ເລດິນເຊີນ, ນາຍຊ່າງຂອງຮາກຖານຕີເງິນ ດິ້ງກົງ ໄດ້ແບ່ງປັນກ່ຽວກັບຂັ້ນຕອນການເຮັດຜະລິດຕະພັນອັນໜຶ່ງວ່າ: ເພື່ອມີຜະລິດຕະພັນເຄື່ອງເງິນທີ່ຖືກໃຈລູກຄ້າທີ່ສຸດ ນາຍຊ່າງຕ້ອງເສຍເວລາຫຼາຍວັນ ດ້ວຍການເຮັດທີ່ລະອຽດລະອໍທີ່ສຸດ, ຮຽກຮ້ອງຕ້ອງມີເຕັກນິກ, ສີມືສູງ:

    ຂ້າພະເຈົ້າກຳລັງເຮັດ ໂລໂກ ອັນໜຶ່ງ. ຕ້ອງກະກຽມເງິນເສັ້ນໃຫ່ຍເພື່ອເຮັດຂອບ, ທາງໃນແມ່ນຕ້ອງມີເສັ້ນເງິນນ້ອຍກ່ວາ. ຫຼັງຈາກນັ້ນແມ່ນໃຊ້ເສັ້ນເງິນນ້ອຍໂຮມເຂົ້າກັນເປັນລວດລາຍຢູ່ທາງໃນ ຈຶ່ງຈະເປັນຜະລິດຕະພັນໜຶ່ງຄືແນວນີ້.

      ຕາມບັນດານາຍຊ່າງ, ເພື່ອສ້າງຜະລິດຕະພັນໜຶ່ງທີ່ລະອຽດລະອໍໃນແຕ່ລະຂໍ້ຍ່ອຍ ຄືບັນດາຜະລິດຕະພັນຢູ່ຮາກຖານຜະລິດນີ້ ຖ້າບໍ່ມີຄວາມເມົາມົວ, ມີຫົວຄິດປະດິດສ້າງ, ກໍ່ຍາກທີ່ຈະສາມາດເຮັດ ແລະ ຮັກສາອາຊີບນີ້ໄວ້ໄດ້.

   ເພື່ອຮັກສາ, ສືບທອດອາຊີບໃຫ້ລຸ້ນຫລັງ, ລູກຫຼານຂອງໝູ່ບ້ານ ດິ້ງກົງ ໄດ້ ແລະ ພວມເຮັດທຸກວິທີ ເພື່ອໃຫ້ໝູ່ບ້ານອາຊີບຕີເງິນ ດິ້ງກົງ ໄດ້ຮັກສາຊື່ສຽງຂອງໝູ່ບ້ານອາຊີບ ທັງລອງ. ເອື້ອຍ ມາຍຮົ່ງແຮັ້ງ, ນາຍຊ່າງຜູ້ໜຶ່ງຂອງໝູ່ບ້ານອາຊີບ ໃຫ້ຮູ້ວ່າ:

   ຂ້າພະເຈົ້າແມ່ນຊາວບ້ານຢູ່ທີ່ນີ້, ໄດ້ຕັດສິນໃຈພັກການເພື່ອເຮັດອາຊີບນີ້, ບໍ່ແມ່ນເພື່ອຈຸດປະສົງຫາລາຍຮັບ, ຫາກຂ້າພະເຈົ້າຢາກພ້ອມກັບບັນດານາຍຊ່າງອື່ນໆໃນໝູ່ບ້ານແລກປ່ຽນ, ເພື່ອມີທິດທາງພັດທະນາໃຫ້ແກ່ໝູ່ບ້ານອາຊີບ.

   ໃນທ່າອ່ຽງທັນສະໄໝ, ນອກຈາກການຕີເງິນຫັດຖະກຳ ຕາມແຕ່ລະຮູບແບບທີ່ເປັນມູນເຊື້ອແລ້ວ, ບັນດານາຍຊ່າງໃນໝູ່ບ້ານຍັງໄດ້ປະຕິຮູບ, ປະດິດສ້າງບັນດາຜະລິດຕະພັນຢ່າງບໍ່ຢຸດຢັ້ງ ເພື່ອເປັນຂອງຕ້ອນທີ່ລະນຶກອີກດ້ວຍ. ໃນນັ້ນ, ພົ້ນເດັ່ນແມ່ນພາບເຮັດດ້ວຍເງິນ ດິ້ງກົງ ດ້ວຍບັນດາພາບພົດວັດທະນະທຳ ຕິດພັນກັບສັນຍາລັກຂອງ ຮ່າໂນ້ຍ ຄື: ທາດເຕົ່າ, ຄຸ້ມຖະໜົນເກົ່າ…

   ໂດຍໄດ້ຮ່ວມເດີນທາງພ້ອມກັບຄວາມສຸດຈິດສຸດໃຈຂອງບັນດານາຍຊ່າງໝູ່ບ້ານອາຊີບຕີເງິນ ດິ້ງກົງ ນັ້ນ, ອຳນາດການປົກຄອງນະຄອນ ຮ່າໂນ້ຍ ເວົ້າລວມ, ເມືອງ ຮ່ວາງມາຍ ເວົ້າສະເພາະ ໄດ້ຈັດການສອນວິຊາຊີບໂດຍບໍ່ເກັບຄ່າໃຫ້ແກ່ບັນດາເພື່ອນຫນຸ່ມໃນເມືອງ ເພື່ອຮັກສາອາຊີບຕີເງິນຂອງໝູ່ບ້ານ. ພາຍຫຼັງຮຽນຈົບ, ນັກຮຽນ 35 ຄົນຂອງຊຸດຝຶກອົບຮົມ ຈະແມ່ນແຫຼ່ງຊັບພະຍາກອນຕົ້ນຕໍໃຫ້ແກ່ໝູ່ບ້ານອາຊີບຕີເງິນ ທີ່ມີອາຍຸ 1.500 ປີແຫ່ງນີ້. ທ່ານນາງ ຫງວຽນທິເຟື້ອງ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ດິ້ງກົງ, ເມືອງ ຮ່ວາງມາຍ ໃຫ້ຮູ້ວ່າ:

   ອຳນາດການປົກຄອງໄດ້ເອົາໃຈໃສ່, ສ້າງເງືື່ອນໄຂອຳນວຍຄວາມສະດວກເພື່ອຮັກສາ ແລະ ຟື້ນຟູໝູ່ບ້ານອາຊີບຄືນໃໝ່ ກໍ່ຄືສືບທອດອາຊີບຂອງລຸ້ນພໍ່ລຸ້ນອ້າຍ. ນີ້ບໍ່ພຽງແຕ່ແມ່ນອາຊີບທີ່ດີຢ້ຽມຂອງລຸ້ນກ່ອນເທົ່ານັ້ນ ຫາກຍັງໄດ້ຊ່ວຍໃຫ້ລູກຫຼານສາມາດທຳມາຫາກິນດ້ວຍອາຊີບນີ້ອີກດ້ວຍ. ເພື່ອຕິດພັນກັບອາຊີບນີ້ໄດ້ ຕ້ອງມີສົ້ນອອກສົ້ນເຂົ້າ. ເມື່ອມີໃບສັ່ງຊື້ຫຼາຍ, ນາຍຊ່າງກໍ່ຕ້ອງເຮັດເພື່ອຮັກສາອາຊີບ. ຂ້າພະເຈົ້າຫວັງວ່າ ເມື່ອມີເຄື່ອງໝາຍການຄ້າອາຊີບຕີເງິນ ດິ້ງກົງ ແລ້ວ, ຈະສາມາດສ້າງແຜນການຈັດຕັ້ງເປັນໝູ່ບ້ານອາຊີບມູນເຊື້ອທ່ອງທ່ຽວ, ໝູ່ບ້ານອາຊີບໂຄສະນາ.

    ດ້ວຍຄວາມມານະພະຍາຍາມຈາກບັນດານາຍຊ່າງຂອງໝູ່ບ້ານອາຊີບ, ອຳນາດການປົກຄອງນັ້ນ, ອາຊີບຕີເງິນທີ່ເປັນມູນເຊື້ອ ດິ້ງກົງ ພວມໄດ້ຮັບການອະນຸລັກຮັກສາ, ໂຄສະນາ ແລະ ພັດທະນາເທື່ອລະກ້າວ. ບໍ່ພຽງແຕ່ແມ່ນຜະລິດຕະພັນທີ່ມີມູນຄ່າດ້ານເສດຖະກິດເທົ່ານັ້ນ, ການຕີເງິນຍັງມີຄຸນຄ່າດ້ານວັດທະນະທຳຂອງເຂດດິນແດນ ທັງລອງ ອີກດ້ວຍ./.

ຕອບກັບ