ອາ​ຊີບ​ເຮັດ​ແປ້ງ​ເຂົ້າ ຊາ​ແດັກ: ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

Vinh Phong
Chia sẻ
(VOVWORLD) - ບໍ່ພຽງແຕ່ໄດ້ຮູ້ຈັກເຖິງແມ່ນເມືອງເອກຂອງດອກໄມ້ທາງທິດຕາເວັນຕົກຂອງພາກໃຕ້ ຫວຽດນາມ ເທົ່ານັ້ນ, ນະຄອນ ຊາແດັກ, ແຂວງ ດົ່ງທາບ ຍັງມີຊື່ສຽງດ້ວຍອາຊີບເຮັດແປ້ງເຂົ້າທີ່ມີມູນເຊື້ອມາແຕ່ 100 ກ່ວາປີແລ້ວອີກດ້ວຍ. ຍ້ອນມີແຫຼ່ງນ້ຳສະອາດຕະຫຼອດປີ, ພ້ອມດ້ວຍເງື່ອນໄຂດິນຟ້າອາກາດເອື້ອອຳນວຍ, ໄດ້ສ້າງໃຫ້ມີເຂົ້າສານຊະນິດໜຶ່ງເພື່ອເຮັດແປ້ງເຂົ້າ ຊາແດັກ ທີ່ມີຄຸນນະພາບສູງກ່ວາໝູ່ ແລະ ມີລົດຊາດພິເສດສະເພາະ.
ອາ​ຊີບ​ເຮັດ​ແປ້ງ​ເຂົ້າ ຊາ​ແດັກ: ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 1

ການນຳນະຄອນ ຊາແດັກ ຮັບໃບຢັ້ງຢືນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ  “ອາຊີບເຮັດແປ້ງເຂົ້າ ຊາແດັກ” (ພາບ: TTXVN)

       ໃນສັດຕະວັດທີ 18, ປຊຊ ຫຼາຍຄົນຈາກເຂດພາກເໜືອ, ພາກກາງຂອງ ຫວຽດນາມ ໄດ້ເຂົ້າມາກໍ່ຮ່າງສ້າງຕົວ ແລະ ເຊື່ອມຕົວເຂົ້າກັບເຂດດິນແດນ ຊາແດັກ ທີ່ອຸດົມສົມບູນ. ຍ້ອນມີຄວາມປະຢັດ, ສະສົມທັນຍາຫານໄວ້ກິນໃນລະດູຝົນ, ຖືກນ້ຳຖ້ວມ, ດັ່ງນັ້ນ, ຊາວບ້ານຫຼາຍຄົນໄດ້ຊອກຮູ້ວິທີສະສົມທັນຍາຫານໄວ້ໃນເວລາຍາວນານ, ແລ້ວຈຶ່ງເຮັດເປັນແປ້ງເຂົ້າ. ຮອດທ້າຍສັດຕະວັດທີ 19, ຕົ້ນສັດຕະວັດທີ 20, ບ້ານແປ້ງເຂົ້າ ເຕິນຝູດົງ ກາຍເປັນໜຶ່ງໃນບັນດາໝູ່ບ້ານເຮັດແປ້ງເຂົ້າ ແລະ ຜະລິດຕະພັນຈາກແປ້ງເຂົ້າທີ່ມີຊື່ສຽງທີ່ສຸດໃນເຂດ. ແປ້ງເຂົ້າ ຊາແດັກ ມີຊື່ງສຽງຍ້ອນມີຄວາມຂາວ, ນຸ້ມ, ໜຽວ, ຫອມກ່ວາໝູ່. ທ່ານ ຫງວຽນວັນເນືອງ, ເຈົ້າຂອງຮາກຖານຜະລິດແປ້ງເຂົ້າ ຕືເນືອງ, ປະທານສະມາຄົມບ້ານແປ້ງເຂົ້າ ຊາແດັກ ແບ່ງປັນວ່າ: ຄອບຄົວທ່ານໄດ້ເຮັດອາຊີບນີ້ເປັນເວລາກ່ວາ 100 ປີແລ້ວ. ນັບແຕ່ລຸ້ນພໍ່ປູ່, ພໍ່ຂອງທ່ານ ແລະ ປະຈຸບັນແມ່ນທ່ານໄດ້ສືບຕໍ່ຮັກສາ ແລະ ພັດທະນາອາຊີບນີ້:

    ຂ້າພະເຈົ້າ ແລະ ລູກຂອງຕົນພ້ອມກັນຕັດສິນໃຈຮັກສາ ແລະ ເສີມຂະຫຍາຍອາຊີບເຮັດແປ້ງເຂົ້າ ຊື່ງລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້. ປຊຊ ທຸກຄົນໃນສະມາຄົມບ້ານແປ້ງເຂົ້າ ຊາແດັກ ລ້ວນແຕ່ໄດ້ກຳນົດວ່າ ຕ້ອງມີຄວາມຮັບຜິດຊອບ, ພັດທະນາອາຊີບເຮັດແປ້ງເຂົ້ານີ້ໃຫ້ດີກ່ວາອີກ. ພ້ອມກັນນັ້ນແມ່ນຕ້ອງການຄ້ຳປະກັນສະບຽອາຫານ ແລະ ປົກປັກຮັກສາສິ່ງແວດລ້ອມ.

ອາ​ຊີບ​ເຮັດ​ແປ້ງ​ເຂົ້າ ຊາ​ແດັກ: ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 2

ເຄື່ອງມືເຮັດ ແປ້ງເຂົ້າ ຊາແດັກ” (ພາບ: TTXVN)

    ຕາມການເວລາ, ອາຊີບເຮັດແປ້ງເຂົ້າ ຊາແດັກ ກໍ່ມີການຜັນແປຫຼາຍຢ່າງ ແຕ່ອາຊີບນີ້ ກໍ່ໄດ້ຊ່ວຍໃຫ້ຄອບຄົວທ່ານ ຕືເນືອງ ແລະ ຫຼາຍຄອບຄົວຢູ່ບ້ານແປ້ງເຂົ້າ ຊາແດັກ ສ້າງຊີວິດທີ່ເປັນປົກກະຕິ, ມີຫຼາຍຄອບຄົວມີເງິນເກັບທ້ອນອີກດ້ວຍ. ເມື່ອກ່ອນນີ້, ປຊຊ ໄດ້ເຮັດແປ້ງເຂົ້າດ້ວຍມືເປັນຕົ້ນ. ເພື່ອເຮັດແປ້ງເຂົ້າ, ຜູ້ເຮັດຕ້ອງເສຍເວລາ ແລະ ເຫື່ອແຮງຫຼາຍທີ່ສຸດ, ຜ່ານຫຼາຍຂັ້ນຕອນຄື: ເລືອກເຂົ້າ, ເຮັດສະອາດ, ບົດເຂົ້າແລ້ວຈະນຳມາຕີໃຫ້ເປັນຜົງແປ້ງ, ແຍກແປ້ງອອກຈາກນ້ຳ, ຕັກເອົາຜົງແປ້ງ, ແບ່ງ ແລະ ບິໃຫ້ແປ້ງແຕກອອກຈາກກັນ, ຕາກແປ້ງ, ຫຸ້ມຫໍ່ຜະລິດຕະພັນ. ເພື່ອພັດທະນາອາຊີບ, ຜູ້ເຮັດແປ້ງເຂົ້າຢູ່ ຊາແດັກ ໄດ້ກ້າລົງທຶນຊື້ເຄື່ອງຈັກເຂົ້າໃນການຜະລິດ ຊື່ງໄດ້ສ້າງບາດລ້ຽວໃໝ່ໃຫ້ແກ່ອາຊີບເຮັດແປ້ງເຂົ້າ, ທັງຫລຸດຜ່ອນແຮງງານ, ທັງຫລຸດລາຄາຜະລິດຕະພັນ ກໍ່ຄືຮັບປະກັນຄຸນນະພາບ.

   ປະຈຸບັນ, ຊາແດັກ ມີກ່ວາ 160 ຄອບຄົວ, ຮາກຖານຜະລິດແປ້ງເຂົ້າ ດ້ວຍແຮງງານກ່ວາ 1000 ຄົນ. ປະລິມານຜະລິດແປ້ງເຂົ້າສະເລ່ຍແມ່ນກ່ວາ 30.000 ໂຕນ/ປີ. ມີຫຼາຍຜະລິດຕະພັນເຮັດຈາກແປ້ງເຂົ້າ ໄດ້ບັນລຸມາດຖານໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP)  4 ດາວຄື: ແປ້ງເຂົ້າກ້ອງແກ່ນບົວ, ແປ້ງບັນແສ່ວກະທິ, ມັກກະໂລນີເຂົ້າກ້ອງ, ເສັ້ນເຂົ້າປຸ້ນເຂົ້າກ້ອງ, ເສັ້ນເຝີເຂົ້າກ້ອງ, ເສັ້ນເຝີແຫ້ງ... ບັນດາຜະລິດຕະພັນນີ້ ໄດ້ສົ່ງໄປຂາຍຢູ່ລະບົບຮ້ານສັບພະສິນຄ້າ, ສູນການຄ້າ, ຮ້ານຂາຍເຄື່ອງຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ. ຫວ່າງແລ້ວນີ້, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ມອບໃບຢັ້ງຢືນ ອາຊີບຫັດຖະກຳທີ່ເປັນມູນເຊື້ອ, ພູມປັນຍາພື້ນເມືອງ “ອາຊີບເຮັດແປ້ງເຂົ້າ ຊາແດັກ” ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ທ່ານນາງ ຫວໍ້ທິບິ່ງ ຮອງປະທານຄະນະກຳມະການ ປຊຊ ນະຄອນ ຊາແດັກ ໃຫ້ຮູ້ວ່າ:

   ໃນໄລຍະທີ່ຈະມາເຖິງ, ນະຄອນ ຊາແດັກ ຈະຍູ້ແຮງການໂຄສະນາພາບພົດຂອງໝູ່ບ້ານອາຊີບ ເມື່ອໄດ້ຮັບຮູ້ວ່າ ແມ່ນມໍລະດົກບໍ່ເປັນວັດຖຸ. ຈາກນັ້ນຈຶ່ງຈະຍົກລະດັບໝູ່ບ້ານອາຊີບ, ທັງແມ່ນອາຊີບມູນເຊື້ອ ແຕ່ໄດ້ມີການປ່ຽນແປງໃໝ່, ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີເຂົ້າໃນການຜະລິດ. ພິເສດ, ທາງນະຄອນຍັງພ້ອມກັບ ປຊຊ ນຳຜະລິດຕະພັນໄປໄກກ່ວາອີກ.

   ຕາມແຜນຮ່າງພັດທະນາໝູ່ບ້ານອາຊີບເຮັດແປ້ງເຂົ້າ ຊາແດັກ ຮອດປີ 2020, ວິໃສທັດຮອດປີ 2030, ຊາແດັກ ຈະສືບຕໍ່ສ້າງ ແລະ ພັດທະນາເສດຖະກິດສະຫະກອນ, ຮ່ວມສຳພັນໃນການຜະລິດ, ຈຳໜ່າຍ; ສ້າງຮູບແບບພັດທະນາການທ່ອງທ່ຽວເຂດຊຸມຊົນ ແລະ ລົງຕົວຈິງ ອີງຕາມການທ່ອງທ່ຽວສົມທົບລະຫວ່າງໝູ່ບ້ານອາຊີບມູນເຊື້ອຜະລິດແປ້ງເຂົ້າ ແລະ ໝູ່ບ້ານດອກໄມ້ ຊາແດັກ. ການສົມທົບການທອ່ງທ່ຽວສອງໝູ່ບ້ານມູນເຊື້ອນີ້ ໄດ້ປະກອບສ່ວນດຶງດູດແຂກທ່ອງທ່ຽວ, ໂຄສະນາພາບພົດ, ແນະນຳຈຸດວັດທະນະທຳທີ່ເປັນເອກະລັກພິເສດສະເພາະ ກໍ່ຄືຊຸກຍູ້ການພັດທະນາເສດຖະກິດໃຫ້ແກ່ທ້ອງຖິ່ນ..

   ໂດຍໄດ້ຜ່ານໄລຍະເວລາກ່ວາ 100 ປີທີ່ໄດ້ຮັບການສ້າງຕັ້ງ ແລະ ພັດທະນານັ້ນ, ອາຊີບເຮັດແປ້ງເຂົ້າຢູ່ ຊາແດັກ ໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງໃນຫຼາຍດ້ານ. ບັນດາເຄັດລັບ, ເຕັກນິກທີ່ເປັນມູນເຊື້ອຂອງຄອບຄົວ, ສົມທົບກັບການໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຊີ ໄດ້ຕໍ່ກຳລັງໃຫ້ແກ່ຄວາມຍືນຍົງຄົງຕົວຂອງອາຊີບເຮັດແປ້ງເຂົ້າ ຊາແດັກ./.

ຕອບກັບ