ຕາ​ແສງ ຝູ​ເຕິນ, ແຂວງ ຊອກ​ຈັງ ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຈັກ​ສານ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

Ngoc Anh-Thach Hong
Chia sẻ
(VOVWORLD) - ອາຊີບຈັກສານຢູ່ຕາແສງ ຝູເຕິນ, ເມືອງ ເຈົາແທງ, ແຂວງ ຊອກຈັງ ມີມາແຕ່ກ່ວາ 100 ປີແລ້ວ. ຊາວເຜົ່າ ຂະແມ ຢູ່ ຕາແສງ ຝູເຕິນ ພວມອະນຸລັກຮັກສາອາຊີບທີ່ເປັນມູນເຊື້ອຂອງລຸ້ນກ່ອນ ຕິດພັນກັບການພັດທະນາການທ່ອງທ່ຽວ, ນຳ ຕາແສງ ຝູເຕິນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈແຂກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ.
ຕາ​ແສງ ຝູ​ເຕິນ, ແຂວງ ຊອກ​ຈັງ  ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຈັກ​ສານ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1

ຜະລິດຕະພັນເຄື່ອງຈັກສານຂອງ ສະຫະກອນຈັກສານໄມ້ໄຜ່ຫວາຍ ເດີດເຟືອງນາມ

    ຈາກບັນດາວັດຖຸຄື: ຫວາຍ, ໄມ້ໄຜ່, ໄມ້ເຮັ້ຍ, ໄມ້ຊອດ…ຜ່ານສີມືທີ່ຄ່ອງແຄ້ວ, ປຊຊ ຕາແສງ ຝູເຕິນ ໄດ້ເຮັດເປັນບັນດາຜະລິດຕະພັນທີ່ມີຫຼາຍຮູບຫຼາຍແບບ ເພື່ອນຳໃຊ້ໃນການດຳເນີນຊີວິດປະຈຳວັນຄື: ກະບຽນ, ກະຈາດ, ກະທຸ້ງ….ປ້າ ເລີມທິເຟັນ ຊາວ ຕາແສງ ຝູເຕິນ ໃຫ້ຮູ້ວ່າ:

   ອາຊີບຈັກສານຂອງພວກຂ້າພະເຈົ້າ ແມ່ນອາຊີບທີ່ເປັນມູນເຊື້ອ ໂດຍລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້. ຄອບຄົວຂ້າພະເຈົ້າມີ 3 ລຸ້ນທີ່ໄດ້ເຮັດອາຊີບນີ້ແລ້ວ, ຈາກພໍ່ເຖົ້າ, ພໍ່ ແລະ ຂ້າພະເຈົ້າ. ຄາວຍັງນ້ອຍ, ນັບແຕ່ອາຍຸ 10 ປີ ຂ້າພະເຈົ້າກໍ່ເຮັດເປັນແລ້ວ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ຍ້ອນວ່າ ໝູ່ບ້ານຂອງຕົນແມ່ນໜຶ່ງໃນບັນດາໝູ່ບ້ານທີ່ມີຊື່ສຽງຢູ່ແຂວງ ຊອກຈັງ. ຂ້າພະເຈົ້າກໍ່ຢາກຖ່າຍອດອາຊີບນີ້ໃຫ້ແກ່ລູກຫຼານຂອງຕົນ.

ຕາ​ແສງ ຝູ​ເຕິນ, ແຂວງ ຊອກ​ຈັງ  ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຈັກ​ສານ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 2

ປຊຊ ຕາແສງ ຝູເຕິນ ເຮັດອາຊີບ

       ກ່ອນນີ້, ບັນດາຄອບຄົວໃນຕາແສງ ຝູເຕິນ ໄດ້ເຮັດອາຊີບແບບຂອງໃຜຂອງມັນ ແຕ່ປະຈຸບັນ, ເຂົາເຈົ້າໄດ້ຮ່ວມສຳພັນກັນ ສ້າງຕັ້ງບັນດາໜ່ວຍ, ສະຫະກອນ, ທັງຜະລິດ ທັງດຳເນີນທຸລະກິດ ສົມທົບກັບການພັດທະນາການທ່ອງທ່ຽວ, ການບໍລິການ. ບັນດາສະຫະກອນໄດ້ສະໜອງວັດຖຸດິບ ແລະ ເກັບຊື້ຜະລິດຕະພັນໃຫ້ແກ່ ປຊຊ. ທ່ານນາງ ເຈືອງທິແບກຖຸຍ, ປະທານສະຫະກອນຈັກສານຫວາຍໄມ້ໄຜ່ ຖຸຍຕວຽດ ໃຫ້ຮູ້ວ່າ:

  ປະຈຸບັນ, ສະຫະກອນມີກ່ວາ 700 ຜະລິດຕະພັນ. ຜະລິດຕະພັນສະໜອງໃຫ້ແກ່ຕະຫຼາດພາຍໃນ ແລະ ສົ່ງອອກ. ຜະລິດຕະພັນສົ່ງອອກສ່ວນຫຼາຍແມ່ນເຄື່ອງໃຊ້ສອຍ, ກະທໍໃສ່ໂສ້ງເສື້ອຮັບໃຊ້ໃຫ້ແກ່ຮ້ານອາຫານ, ໂຮງແຮ. ພວກຂ້າພະເຈົ້າຍັງສະໜອງວັດສະດຸກໍ່ສ້າງດ້ວຍຫວາຍ, ໄມ້ໄຜ່ໃຫ້ແກ່ບັນດາ homestay, ເຂດພັກຜ່ອນບຳລຸງສຸຂະພາບ, ເຂດທ່ອງທ່ຽອີກດ້ວຍ.

ຕາ​ແສງ ຝູ​ເຕິນ, ແຂວງ ຊອກ​ຈັງ  ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຈັກ​ສານ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 3

ການນຳທ້ອງຖິ່ນຢ້ຽມຢາມ ສະຫະກອນຈັກສານໄມ້ໄຜ່ຫວາຍ ເດີດເຟືອງນາມ

     ບັນດາຜະລິດຕະພັນເຄື່ອງຈັກສານຂອງຕາແສງ ຝູເຕິນ ບໍ່ພຽງແຕ່ໄດ້ຂາຍຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ສົ່ງອອກໄປຍັງຕ່າງປະເທດອີກດ້ວຍ. ອ້າຍ ຫງວຽນວັນຮວິງ ປະທານສະຫະກອນຈັກສານໄມ້ໄຜ່ຫວາຍ ເດີດເຟືອງນາມ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າຜະລິດໃຫ້ບໍລິສັດໜຶ່ງເພື່ອສົ່ງອອກໄປຍັງ ຍີ່ປຸ່ນ, ຈີນ, ການາດາ, ໄທ… ສ່ວນຢູ່ພາຍໃນປະເທດແມ່ນສົ່ງໄປຂາຍຢູ່ ຮ່າໂນ້ຍ, ຫາຍຟ່ອງ, ລາວກາຍ, ດ່ານັງ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ. ທັງໄດ້ຂາຍສົ່ງ, ຂາຍຍ່ອຍ, ຂາຍເປັນຊຸດກໍ່ມີ. ນອກຈາກຜະລິດຕະພັນທ່ອງທ່ຽວ, ພວກຂ້າພະເຈົ້າຍັງໄດ້ເຮັດບັນດາຜະລິດຕະພັນປະດັບປະດາເຄື່ອງເຟີນີເຈີໃນເຮືອນອີກດ້ວຍ. ພວກຂ້າພະເຈົ້າຍັງໄດ້ເຂົ້າຮ່ວມການກໍ່ສ້າງ ຫຼື ອອກແບບຮ້ານອາຫານ, ໂຮງແຮມ, ບັນດາກິດຈະກຳທີ່ກໍ່ສ້າງດ້ວຍໄມ້ໄຜ່.

 ຜະລິດຕະພັນເຄື່ອງຈັກສານ ຕາແສງ ຝູເຕິນ ນັບມື້ນັບອຸດົມສົມບູນ. ພິເສດ, ປຊຊ ໄດ້ເຮັດບັນດາເຄື່ອງມືອອກແຮງງານທີ່ເປັນມູນເຊື້ອຂອງຊາວກະສິກອນດ້ວຍຂະໜາດນ້ອຍ ເພື່ອເປັນຂອງຕ້ອນຂອງຝາກໃນການທ່ອງທ່ຽວຄື: ເຮືອນ້ອຍ, ເຮືອກາບ, ກະຕ່າໃສ່ໝາກ ເປັນເຄື່ອງຫັດຖະກຳ ຊື່ງໄດ້ຮັບຄວາມນິຍົມທີ່ສຸດຈາກແຂກທ່ອງທ່ຽວ. ເອື້ອຍ ແກວກຕຽວຝຸ້ງ, ແຂກທ່ອງທ່ຽວມາຢ້ຽມຢາມ ຕາແສງ ຝູເຕິນ ແບ່ງປັນວ່າ:

    ຂ້າພະເຈົ້າເຫັນວ່າ ຜະລິດຕະພັນງາມທີ່ສຸດ. ນີ້ແມ່ນອາຊີບມູນເຊື້ອທີ່ຕ້ອງໄດ້ຮັກສາ, ພັດທະນາ. ຜະລິດຕະພັນສົ່ງອອກໄປຕ່າງປະເທດໄດ້ຮັບຄວາມນິຍົມທີ່ສຸດຈາກ ແຂກທ່ອງທ່ຽວ.

   ເພື່ອດຶງດູດແຂກທ່ອງທ່ຽວ, ທາງທ້ອງຖິ່ນໄດ້ເປີດ tour ທ່ອງທ່ຽວສົມທົບກັບການຢ້ຽມຢາມບັນດາວັດ ຂະແມ ຄື: ວັດເຟິດໂນ້ຍ, ວັດໂບນມັດ (4 ໜ້າ), ວັດ ບຶວເຕີມ, ວັດ ຈຳປາ….ຢູ່ ຕາແສງ ຝູເຕິນ.

  ປະຈຸບັນ, ເມື່ອມາຢ້ຽມຢາມຕາແສງ ຝູເຕິນ, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຊອກຮູ້, ສຳຜັດກັບອາຊີບຈັກສານໄມ້ໄຜ່ໄມ້ເຮັ້ຍແບບຫັດຖະກຳເທົ່ານັ້ນ, ຫາກຍັງໄດ້ຮັບຊົມບັນຍາກາດທີ່ເປັນສີລະປະພິເສດສະເພາະ ດ້ວຍບັນດາຜະລິດຕະພັນເຄື່ອງຈັກຈານໄມ້ໄຜ່, ໄມ້ເຮັ້ຍ, ໄມ້ຊອດອີກດ້ວຍ. ຍ້ອນໄດ້ອະນຸລັກຮັກສາ, ເສີມຂະຫຍາຍອາຊີບຈັກສານທີ່ເປັນມູນເຊື້ອ ຕິດພັນກັບການທ່ອງທ່ຽວນັ້ນ, ຜະລິດຕະພັນເຄື່ອງຈັກສານຂອງຕາແສງ ຝູເຕິນ ນັບມື້ນັບໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນ ແລະ ກາຍເປັນຈຸດພິເສດສະເພາະຂອງຊາວເຜົ່າ ຂະແມ ຢູ່ທີ່ນີ້./.

 



 


      

        

      

 

ຕອບກັບ