ແມ່​ຍິງ ອຽນ​ບ໊າຍ Startup ເພຶ້​ອ​ສ້າງ​ບ້ານ​ເກີດ​ເມືອງນອນ

Chia sẻ
(VOVWORLD) - ໃນຊຸມປີຜ່ານມາ, ສະມາຄົມແມ່ຍິງທຸກຂັ້ນຂອງແຂວງອຽນບ໊າຍ ຍາມໃດກໍ່ຮ່ວມເດີນທາງ, ຊ່ວຍເຫຼືອເອື້ອຍນ້ອງແມ່ຍິງໃນການ Startup, ພັດທະນາເສດຖະກິດ, ສ້າງຄວາມຮັ່ງມີໃນບ້ານເກີດເມືອງນອນຂອງຕົນ. ພິເສດ, ໂຄງການ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025” ໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍການເຄື່ອນໄຫວທີ່ລະອຽດ, ແທດຈິງ, ໄດ້ຊ່ວຍໃຫ້ເອື້ອຍນ້ອງແມ່ຍິງປ່ຽນແປງຄວາມຮັບຮູ້ເທື່ອລະກ້າວ, ປຸກລຸກຈິດໃຈ, ຄວາມສາມາດບົ່ມຊ້ອນ, ນະວັດຕະກຳ, ຊ່ວຍສະມາຊິກສະມາຄົມ ປະສົບຜົນສຳເລັດໃນການ Startup.

ແມ່​ຍິງ ອຽນ​ບ໊າຍ Startup ເພຶ້​ອ​ສ້າງ​ບ້ານ​ເກີດ​ເມືອງນອນ - ảnh 1ການປູກຕົ້ນໄມ້ກິນໝາກໄດ້ຮັບການພັດທະນາດ້ວຍແມ່ຍິງຢູ່ແຂວງອຽນບ໊າຍ ຫຼາຍຄົນ

 ໂດຍນຳໃຊ້ໜອງທາກບາ, ເອື້ອຍ ດົ່ງທິຮ່ຽນ, ຢູ່ເທດສະບານ ອຽນບິ່ງ, ເມືອງ ອຽນບິ່ງ, ແຂວງ ອຽນບ໊າຍ ໄດ້ສ້າງສະຫະກອນ ຜະລິດປຸງແຕ່ງຜະລິດຕະພັນ ໄຕບັກ ຮ່ຽນວິງ, ຜະລິດ, ດຳເນີນທຸລະກິດປາແຫ້ງຊະນິດຕ່າງໆເປັນຕົ້ນ. ເພື່ອຕອບສະໜອງໄດ້ຄວາມຕ້ອງການໃນການຊົມໃຊ້ກໍ່ຄືສ້າງວຽກເຮັດງານທຳປະຈຳໃຫ້ແກ່ບັນດາສະມາຊິກສະຫະກອນ, ເອື້ອຍ ຮ່ຽນ ໄດ້ລົງທຶນລະບົບຕ່ອງໂສ້ໃນການຜະລິດທີ່ທັນສະໄໝ. ບັນດາຜະລິດຕະພັນໂດຍ ສະຫະກອນຜະລິດຍາມໃດກໍ່ສົດ, ໄດ້ຮັບໃບຢັ້ງຢືນສຸຂະອານາໄມດ້ານສະບຽງອາຫານ, ມີລະຫັດເພື່ອຄົ້ນຫາຕົ້ນກຳເນີດ ແລະ ໄດ້ຮັບການຢັ້ງຢືນເປັນຜະລິດຕະພັນໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ດັ່ງນັ້ນ ຈິ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າເປັນຈຳນວນຫຼາຍ. ເອື້ອຍ ຮ່ຽນ ແບ່ງປັນວ່າ:

ໄລຍະເບື້ອງຕົ້ນ, ຜະລິດຕະພັນປາອ່າວທາກບ່າ ຍັງບໍ່ທັນມີຄົນຮູ້ຈັກຫຼາຍ, ການຈຳໜ່າຍຜະລິດຕະພັນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍພໍສົມຄວນ. ດ້ວຍການໂຄສະນາກ່ຽວກັບຜະລິດຕະພັນ, ພວກຂ້າພະເຈົ້າໄດ້ນຳບັນດາຜະລິດຕະພັນນີ້ ໄປວາງຂາຍຢູ່ບັນດລະບົບຮ້ານຄ້າອາຫານປອດສານພິດ ແລະ ຮ້ານຈຳໜ່າຍສິນຄ້າທັງຢູ່ພາຍໃນ ແລະ ຕ່າງແຂວງ.

ເອື້ອຍ ດົ່ງທິຮ່ຽນ ພຽງແຕ່ແມ່ນໜຶ່ງໃນບັນດາກໍລະນີທີ່ໄດ້ຮັບການໜູນຊ່ວຍ Startup, ພັດທະນາເສດຖະກິດ ຈາກສະຫະພັນແມ່ຍິງແຂວງອຽນບ໊າຍ ທຸກຂັ້ນ, ໃນຂອບເຂດໂຄງການ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025”. ໂຄງການໄດ້ຈັດຕັ້ງຫຼາຍການເຄື່ອນໄຫວຄື ສົ່ງເສີມການຄ້າ, ຝືກອົບຮົມ, ເວທີປາໄສແບ່ງປັນກ່ຽວກັບການເລີ່ມຕົ້ນ Startup… ນຳມາເຊິ່ງຫຼາຍໝາກຜົນທີ່ຕັ້ງໜ້າຊ່ວຍໃຫ້ແມ່ຍິງ ມີທີ່ຕັ້ງບົດບາດສູງໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, Startup, ຊ່ວຍໃຫ້ສະມາຊິກສະມາຄົມປະສົບຜົນສຳເລັດໃນການ Startup. ຍົກຕົວຢ່າງຄື ເອື້ອຍ ເລືອງທິລຽນ ຢູ່ເມືອງ ອຽນບິ່ງ, ປະສົບຜົນສຳເລັດກັບຮູບແບບເສດຖະກິດສັງລວມ, ໂດຍໄດ້ຮັບການໜູນຊ່ວຍທີ່ໃຫຍ່ຫຼວງຈາກສະຫະພັນແມ່ຍິງທຸກຂັ້ນ ແລະ ໂຄງການໃນການສຳຜັດກັບນະບັນດານະໂຍບາຍ, ແຫຼ່ງທຶນໃຫ້ກູ້ຢຶມບຸລິມະສິດ, ບັນດາໂຄງການຝືກອົບຮົບ, ຖ່າຍທອດວິທະຍາສາດເຕັກນິກ… ປັດຈຸບັນ, ຮູບແບບສັງລວມກ້າເບ້ຍຕົ້ນໄມ້, ສົມທົບກັບການລ້ຽງໝູ, ພ້ອມກັນນັ້ນ ກໍ່ແມ່ນຂາຍປຸ໋ຍ, ວັດຖຸອຸປະກອນກະສິກຳຂອງ ເອື້ອຍ ລຽນ ໄດ້ນຳມາເຊິ່ງລາຍຮັບນັບຮ້ອຍລ້ານດົງຕໍ່ປີ. ເອື້ອຍໃຫ້ຮູ້ວ່າ:

ເພື່ອພັດທະນາເສດຖະກິດຕ້ອງມີທຶນ, ຂ້າພະເຈົ້າກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ, ທຸກຂະແໜງການ. ພິເສດແມ່ນສະຫະພັນແມ່ຍິງ ກໍ່ໄດ້ຊ່ວຍຂ້າພະເຈົ້າໃນການກູ້ຢຶມທຶນເພື່ອພັດທະນາເສດຖະກິດ.

ການຜັນຂະຫຍາຍໂຄງການ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025”, ໃນປີ 2022, ສະຫະພັນແມ່ຍິງແຂວງອຽນບ໊າຍ ໄດ້ຈັດຕັ້ງການໂຄສະນາ 95 ຄັ້ງໃຫ້ແກ່ແມ່ຍິງ ເກືອບ 4.400 ຄົນ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການ Startup ແລະ ດຳເນີນທຸລະກິດ. ສະຫະພັນກໍ່ໄດ້ສົມທົບກັບສະຫະພັນສະຫະກອນ, ສະມາຄົມທຸກຂັ້ນສົມທົບກັບກັບຫ້ອງການເສດຖະກິດພື້ນຖານໂຄງລ່າງຂັ້ນເມືອງ ເພື່ອຂົນຂວາຍສະມາຊິກແມ່ຍິງຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດລວມໝູ່, ຍົກສູງຄວາມຮັບຮູ້ໃນການຮ່ວມທຸລະກິດ, ເຊື່ອມຕໍ່ກັບລະບົບມູນຄ່າ, ພັດທະນາບັນດາຜະລິດຕະພັນຫຼັກແຫຼ່ງຂອງທ້ອງຖິ່ນ; ສ້າງກາລະໂອກາດໃຫ້ແກ່ບັນດາສະມາຊິກໃນການແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ວິວັດການເຊື່ອມຕໍ່ປະກອບສ່ວນຍົກສູງຄຸນຄ່າຜະລິດຕະພັນ, ປະສິດທິຜົນໃນການຜະລິດດຳເນີນທຸລະກິດ…ທ່ານນາງ ຮ່າທິດ໊າວ, ຮອງປະທານສະຫະພັນແມ່ຍິງແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງແຂວງ ອຽນບ໊າຍຈະສຸມໃສ່ພັດທະນາບັນດາຮູບແບບທີ່ໄດ້ຮັບການສ້າງຕັ້ງມີປະສິດທິຜົນ, ຍົກຕົວຢ່າງຄື ບັນດາກຸ່ມຮ່ວມມື, ສະຫະກອນ, ວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ແລະ ຕັ້ງໜ້າສົມທົບກັບສະມາຄົມນັກທຸລະກິດຍິງຂອງແຂວງ ແລະ ສະໂມສອນນັກທຸລະກິດຍິງຂອງບັນດາເມືອງ ເພື່ອໂຄສະນາ, ຂົນຂວາຍ, ໜູນຊ່ວຍສະມາຄົມພັດທະນາເສດຖະກິດ ແລະ ສ້າງຮູບແບບເສດຖະກິດລວມໝູ່.

ຜ່ານບັນດາການເຄື່ອນໄຫວໂຄສະນາ, ຂົນຂວາຍ, ໃຫ້ຄຳປຶກສາໜູນຊ່ວຍ, ຈັດຕັ້ງການຝືກອົບຮົບ, ສະຫະພັນແມ່ຍິງທຸກຂັ້ນພ້ອມກັບອຳນາດການປົກຄອງທ້ອງຖິ່ນໂຄສະນາ, ໃຫ້ຄຳປຶກສາ, ໜູນຊ່ວຍການສ້າງ ແລະ ເປີດຕົວສະຫະກອນ 8 ແຫ່ງໂດຍແມ່ຍິງເປັນເຈົ້າຂອງ ດ້ວຍສະມາຊິກ 70 ຄົນເຂົ້າຮ່ວມ, ຍົກຍອດຈຳນວນສະຫະກອນໂດຍສະມາຄົມໜູນຊ່ວຍສ້າງຕັ້ງເປັນ 37 ແຫ່ງ. ທ່ານນາງ ຮ່າທິດົງ, ປະທານສະຫະພັນແມ່ຍິງຕາແສງ ດ້າຍດົ່ງ, ເມືອງອຽນບິ່ງ ໃຫ້ຮູ້ວ່າ:

ຊຸມປີມໍ່ໆມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກສະມາຄົມແມ່ຍິງເມືອງ, ອ້າຍນ້ອງໄດ້ພັດທະນາເສດຖະກິດເປັນຢ່າງດີ, ຄືການພັດທະນາຮູບແບບ          ກ້າເບ້ຍຕົ້ນໄມ້, ພັດທະນາກ່ຽວກັບການລ້ຽງສັດ, ພັດທະນາ homestayລາຍຮັບກໍ່ສູງກ່ວາເມື່ອທຽບໃສ່ກັບຊຸມປີກ່ອນ.

  ການຮ່ວມເດີນທາງຂອງສະຫະພັນແມ່ຍິງທຸກຂັ້ນໃນບໍລິເວນແຂວງ ອຽນບ໊າຍໄດ້ນຳຂະບວນການປະດິດຄິດສ້າງ, Startup ນັບມື້ນັບເຂົ້າສູ່ລວງເລິກ, ມີກຳລັງແຜ່ຂະຫຍາຍຢ່່າງແຮງ, ຊ່ວຍເອື້ອຍນ້ອງແມ່ຍິງຢູ່ແຫ່ງນີ້ມີຄວາມອຸ່ນອ່ຽນໃຈ, ມານະພະຍາຍາມ Startup, ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຊອບທຳ.

ຕອບກັບ