ຫັນບັນດາເຂດປູຊະນີຍະສະຖານປະຫວັດສາດເປັນດີຈີຕອນ - ໂຄສະນາການທ່ອງທ່ຽວນະຄອນຫຼວງ ຮ່າໂນ້ຍ

Chia sẻ
(VOVWORLD) - ມາຮອດປະຈຸບັນ, ປະຊາຊົນສາມາດຊອກຮູ້ບັນດາຂໍ້ມູນກ່ຽວກັບເຂດພະລາຊະວັງ ທັງລອງ ໄດ້ຢ່າງງ່າຍດາຍ, ເຊິ່ງແມ່ນໜຶ່ງໃນຈຳນວນເຂດປູຊະນີຍະສະຖານ 5 ແຫ່ງທີ່ມີຊື່ສຽງ
 
ຫັນບັນດາເຂດປູຊະນີຍະສະຖານປະຫວັດສາດເປັນດີຈີຕອນ - ໂຄສະນາການທ່ອງທ່ຽວນະຄອນຫຼວງ ຮ່າໂນ້ຍ - ảnh 1

(ເມື່ອສະແກນລະຫັດ QR code ຈະສະໜອງຂໍ້ມູນລະອຽດກ່ຽວກັບເຂດຢ້ຽມຊົມ)

 

ໂດຍນຳໃຊ້ເຕັກໂນໂລຊີຮຸູບພາບ 360° ທີ່ທັນສະໄໝ ສົມທົບກັບບັນດາຄຼິບ, ສຽງ ແລະ ພາບ 2 ມິຕິ, ພຽງແຕ່ສະແກນ” QR, ແຂກທ່ອງທ່ຽວກໍຈະມີຂໍ້ມູນກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດຂອງນະຄອນຫຼວງ ຮ່າໂນ້ຍ ຢ່າງຄົບຖ້ວນ, ລະອຽດ. ນີ້ແມ່ນກິຈະກຳຫັນບັນດາເຂດປູຊະນີຍະສະຖານປະຫວັດສາດເປັນດີຈີຕອນເຊິ່ງບັນດາໜ່ວຍຊາວໜຸ່ມໃນບໍລິເວນນະຄອນຫຼວງ ໄດ້ປະຕິບັດຢ່າງກວ້າງຂວາງ.

        (ສຳຄັນທີ່ສຸດຂອງຫ ກິງທຽນ ຍັງຄົງຕົວມາຮອດປະຈຸບັນແມ່ນຂັ້ນໄດຂຶ້ຫໍທີ່ໄດ້ເຮັດດ້ວຍຫີນ, ມີຮາວຂັ້ນໄດເປັນຮູບລຳຕົວມັງກອນ ສະນັ້ນໄດ້ເອີ້ນວ່າລະບຽງມັງກອນ.)

        ມາຮອດປະຈຸບັນ, ປະຊາຊົນສາມາດຊອກຮູ້ບັນດາຂໍ້ມູນກ່ຽວກັບເຂດພະລາຊະວັງ ທັງລອງ ໄດ້ຢ່າງງ່າຍດາຍ, ເຊິ່ງແມ່ນໜຶ່ງໃນຈຳນວນເຂດປູຊະນີຍະສະຖານ 5 ແຫ່ງທີ່ມີຊື່ສຽງ (ຮ່ວາງແທງທັງລອງ, ວັດເສົາດຽວ, ວັດ ເຈິ່ນກວກ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ, ຫໍພິພິຕະພັນວິຈິດສິນ ຫວຽດນາມ) ເຊິ່ງຄະນະຊາວໜຸ່ມເມືອງ ບາດິ່ງ ຜັນຂະຫຍາຍການສະແກນ QR code ແລະ ນຳໃຊ້ແອັບໂລກສະເໝືອນຈິງ 360° ໃນການແນະນຳບັນດາກິດຈະກຳສະຖາປັດຕະຍາກຳ ກໍຄືຂໍ້ມູນປະຫວັດສາດ.

        ຕາມນ້ອງແລ້ວ, ລະຫັດ QR code ນີ້ມີຜົນປະໂຫຍດທີ່ສຸດສຳລັບຜູ້ມັກຮັກການໄປທ່ອງທ່ຽວ ແລະ ໄປຫຼິ້ນພ້ອມກັບເພື່ອນ, ໂດສະເພາະແມ່ນກ່ຽວຂ້ອງເຖິງບັນດາເຂດປູຊະນີຍະສະຖານ. ແອັບນີ້ໄດ້ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈແຈ້ງກ່ຽວກັບບັນດາເຂດປູຊະນີຍະສະຖານ. ບັນດາເນື້ອໃນໄດ້ສະແດງອອກຢ່າງຈະແຈ້ງ, ຄືພາບຈິງຜ່ານເຕັກໂນໂລຊີໂລກສະເໝືອນຈິງ 360°”.

        ເມື່ອນ້ອງສະແກນ QR code, ນ້ອງເຫັນໄດ້ທັງໝົດເຂດປູຊະນີຍະສະຖານ. ແອັບມີພາສາ ຫວຽດນາມ, ອັງກິດ ເພື່ອຮັບໃຊ້ນັບທັງແຂກທ່ອງທ່ຽວ ຫວຽດນາມ ແລະ ຕ່າງປະເທດ”.

        ບັນດາລະຫັດ QR code ໄດ້ອອກແບບດ້ວຍໂລໂກ Chibi ຊາວໜຸ່ມ ແລະ ໄດ້ຮັບການໂຄສະນາຈາກຊາວໜຸ່ມ, ໄດ້ຕິດຕັ້ງຢູ່ຫຼາຍໂຮງແຮມ, ຮ້ານອາຫານ, ຮ້ານກາເຟໃຫຍ່, ເຂດເຕົ້າໂຮມແຂກທ່ອງທ່ຽວຫຼາຍຄົນ. ທ່ານນາງ ດ່ວານກິມແທງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ກວານແທັງ, ເມືອງ ບາດິ່ງ, ຕີລາຄາວ່າ:

        ນີ້ແມ່ນກິດຈະກຳຊາວໜຸ່ມທີ່ບັນລຸປະສິດທິຜົນທີ່ສຸດ ຍ້ອນໃນສະພາບ ຫວຽດນາມ ຫາກໍ່ຜ່ານຜ່າໂລກລະບາດໂຄວິດ -19, ບັນດາການເຄື່ອນໄຫວດ້ານການທ່ອງທ່ຽວຖືກຢຸດສະງັກ, ການເປີດຕົວກິດຈະກຳດັ່ກ່າວຕອບສະໜອງຄວາມຕ້ອງການທ່ອງທ່ຽວໃນສະພາບການໃໝ່. ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມເມືອງ ບາດິ່ງ ຈະມີຫຼາຍກິດຈະກຳທີ່ປະດິດຄິດສ້າງຄືແນວນີ້ຕື່ມອີກ ເພື່ອໃຫ້ການທ່ອງທ່ຽວຂອງນະຄອນ ຮ່າໂນ້ຍ ກໍຄືຂອງເມືອງ ບາດິ່ງ ພັດທະນາຫຼາຍກວ່າເກົ່າ”.

        ໃນຂະນະນັ້ນ, ຢູ່ຕາແສງ ຮ່າງຈົງ (ເມືອງ ຮ່ວານກຽມ), ນອກຈາກໂບດໃຫຍ່, ພາບແຕ້ມ ຮ່າງຈົງ, ທາງຕາແສງຍັງມີບັນດາເຂດປູຊະນີຍະສະຖານຫໍສາລາ, ວັດທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳຂອງ ຫວຽດນາມ, ຄື: ຫໍສາລາ ນາມເຮືອງ, ຫໍ ຝູອຸງ… ເພື່ອໂຄສະນາເຖິງປະຊາຊົນ ແລະ ແຂກທ່ອງທ່ຽວຢ່າງກວ້າງຂວາງກວ່າ, ຫວ່າງມໍ່ໆມານີ້, ຕາແສງ ຮ່າງຈົງ ກໍໄດ້ແນະນຳແອັບສະແກນລະຫັດ QR code ໃຫ້ປະຊາຊົນ ເພື່ອສະໜອງຂໍ້ມູນລະອຽດກ່ຽວກັບບັນດາເຂດດັ່ງກ່າວ. ທ່ານ ຈືດຽບ, ປະຊາຊົນຕາແສງ  ຮ່າງຈົງ, ແບ່ງປັນວ່າ:

        ຂ້າພະເຈົ້າເຫັນວ່າ ວິທີເຮັດຄືແນວນີ້ແມ່ນແທດຈິງ ແລະ ມີປະສິດທິຜົນ. ຍ້ອນວ່າ ຮ່າງຈົງ ແມ່ບ່ອນທີ່ມີແຂກທ່ອງທ່ຽວເປັນຈຳນວນຫຼາຍ, ມີເຂດປູຊະນີຍະສະຖານຫຼາຍແຫ່ງ. ເລື່ອງສະແກນ QR code ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວມີຄວາມເຂົ້າໃຈເຂດປູຊະນີຍະສະຖານຢ່າງລະອຽດ ໂດຍຜ່ານເຕັກໂນໂລຊີໃໝ່ສຸດນີ້”.

ຫັນບັນດາເຂດປູຊະນີຍະສະຖານປະຫວັດສາດເປັນດີຈີຕອນ - ໂຄສະນາການທ່ອງທ່ຽວນະຄອນຫຼວງ ຮ່າໂນ້ຍ - ảnh 2 (ດ້ວຍເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳກວ່າ 5.900 ແຫ່ງ, ຮ່າໂນ້ຍ ມີແຫຼ່ງຊັບພະຍາກອນມໍລະດົກທີ່ອຸດົມສົມບູນ)

        ເພື່ອໜູນຊ່ວຍບັນດາແອັບນີ້ ພ້ອມທັງພັດທະນາລັກສະນະນຳໜ້າຂອງຊາວໜຸ່ມ, ຄະນະຊາວໜຸ່ມຕາແສງ ຮ່າງຈົງ ຍັງຈັດແບ່ງກຳລັງປະຈຳຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດອີກດ້ວຍ. ເອື້ອຍ ຫງວຽນມິແຫ້ງ, ເລຂາຄະນະຊາວໜຸ່ມຕາແສງ ຮ່າງຈົງ, ໃຫ້ຮູ້ວ່າ:

        ຄະນະຊາວໜຸ່ມຕາແສງ ຮ່າງຈົງ ໄດ້ຮັກສາກຸ່ມຊາວໜຸ່ມໂຄສະນາວັດທະນະທຳປະຫວັດສາດ ທັງລອງ (ຮ່າໂນ້ຍ) ຢູ່ບັນດາຈຸດຂອງເຂດປູຊະນີຍສະຖານໃນບໍລິເວນຕາແສງໃນເວລາທ້າຍອາທິດ, ເຊິ່ງແມ່ນຈຸດເວລາທີ່ມີແຂກມາຢ້ຽມຢາມຫຼາຍທີ່ສຸດ. ພວກຂ້າພະເຈົ້າໄດ້ແນະນຳຢ່າງລະອຽດເຖິງບັນດາຈຸດທີ່ເປັນເອກະລັກສະເພາະຂອງເຂດປູຊະນີຍະສະຖານເຖິງແຂກທ່ອງທ່ຽວແຕ່ລະຄົນ”.

        ເລື່ອງຫັນບັນດາເຂດປູຊະນີຍະສະຖານປະຫວັດສາດເປັນດີຈີຕອນໃນບໍລິເວນນະຄອນ ຮ່າໂນ້ຍ ແມ່ນສອດຄ່ອງກັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ. ເພື່ອນຳໃຊ້ທ່າແຮງຂອງການຫັນເປັນດີຈີຕອນໃນການພັດທະນາການທ່ອງທ່ຽວນະຄອນຫຼວງຢ່າງສຸດຂີດ, ທ່ານຮອງເລຂາຜູ້ປະຈຳການຄະນະຊາວໜຸ່ມ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນ ຮ່າໂນ້ຍ ຫງວຽນດຶກຕຽນ, ໃຫ້ຮູ້ວ່າ:

        ປີນີ້, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍການຫັນ 322 ສະຖານທີ່ທ່ອງທ່ຽວຈຸດສຸມເປັນດີຈີຕອນ, ຮັບປະກັນຄວາມຄົບຊຸດ, ເປັນເອກະພາບດ້ານຂໍ້ມູນ. ສິ່ງດັ່ງກ່າວຈະຊ່ວຍການເກັບຮັກສາ, ໂຄສະນາບັນດາຄຸນຄ່າວັດທະນະທຳຂອງນະຄອຫຼວງໃຫ້ສະດວກກວ່າ, ພ້ອມກັນນັ້ນ ກໍສ້າງລະບົບຂໍ້ມູລວມຂອງບັນດາເຂດປູຊະນີຍະສະຖານ, ບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນຂອບເຂດທົ່ວນະຄອນ ຮ່າໂນ້ຍ ອີກດ້ວຍ”.

        ດ້ວຍເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳກວ່າ 5.900 ແຫ່ງ, ຮ່າໂນ້ຍ ມີແຫຼ່ງຊັບພະຍາກອນມໍລະດົກທີ່ອຸດົມສົມບູນ, ເປັນຫຼາຍຮູບຫຼາຍແບບ. ນີ້ແມ່ນແຫຼ່ງກຳລັງຢ່າງໃຫຍ່ຫຼວງເພື່ອພັດທະນາວັດທະນະທຳ, ດຶງດູດແຂກທ່ອງທ່ຽວມານະຄອນຫຼວງ. ເລື່ອງຍູ້ແຮງການຫັນບັນດາເຂດປູຊະນີຍະສະຖານປະຫວັດສາດເປັນດີຈີຕອນ ບໍ່ພຽງແຕ່ປະກອບສ່ວນເກັບຮັກສາເອກະສານ, ພາບຖ່າຍທີ່ລ້ຳຄ່າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ຫຼາຍກວ່າອີກ.

ຕອບກັບ