ລົດຖີບລຳລຽງ: ສັນຍາລັກດ້ານຈິດໃຈ ແລະ ເຈດຈຳນົງໃນໄຊຊະນະ ດ້ຽນບຽນຝູ

Tran Duc - Van
Chia sẻ
(VOVWORLD) - ໃນບັ້ນຮົບ ດ້ຽນບຽນຝູ, ມີລົດຖີບລຳລຽງກວ່າ 20.000 ຄັນໄດ້ຖືກນຳມາຮັບໃຊ້ການຂົນສົ່ງລຳລຽງ ໃນຕະຫຼອດເສັ້ນທາງທີ່ມີຄວາມຍາວເກືອບ 1.500 ກມ.
ລົດຖີບລຳລຽງ: ສັນຍາລັກດ້ານຈິດໃຈ ແລະ ເຈດຈຳນົງໃນໄຊຊະນະ ດ້ຽນບຽນຝູ - ảnh 1ກຳລັງເກນແຮງງານ ໄດ້ພ້ອມກັນພາຫະນະຂົນສົ່ງກົນຈັກ ຂົນສົ່ງອາວຸດ, ທັນຍາຫານກວ່າ 25.000 ໂຕນມາຮັບໃຊ້ບັ້ນຮົບ
(ພາບ: TTXVN)

ມາຢ້ຽມຢາມຫໍພິພິຕະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ, ແຂກທ່ອງທ່ຽວຈະໄດ້ຮັບການແນະນຳການຢ້ຽມຊົມ, ຊອກຮູ້ຫຼາຍວັດຖຸພັນທີ່ສຳຄັນ, ເປັນເອກະລັກສະເພາະ, ປະກອບສ່ວນສ້າງໄຊຊະນະດັງກ້ອງກັງວານໄປທົ່ວ 5 ທະວີບກ່ອນນີ້ 70 ປີ. ໜຶ່ງໃນບັນດາວັດຖຸພັນນັ້ນແມ່ນ ລົດຖີບລຳລຽງແຫ່ງເທບນິຍາຍ.

ໃນບັ້ນຮົບ ດ້ຽນບຽນຝູ, ມີລົດຖີບລຳລຽງກວ່າ 20.000 ຄັນໄດ້ຖືກນຳມາຮັບໃຊ້ການຂົນສົ່ງລຳລຽງ ໃນຕະຫຼອດເສັ້ນທາງທີ່ມີຄວາມຍາວເກືອບ 1.500 ກມ. ລົດຖີບລຳລຽງກາຍເປັນພາຫະນະຂົນສົ່ງຕົ້ນຕໍ, ເປັນດັ່ງຈັກເຄື່ອນທີ່, ບັນລຸສະມັດຕະພາບ.

ບັນດາລົດຖີບລຳລຽງນັ້ນໄດ້ຮັບຖືວ່າເປັນ "ຍານພາຫະນະພິເສດ”ຂອງການຂົນສົ່ງ” ຢູ່ສະໜາມຮົບ. ຄວາມມີໄຫວພິບ, ຮ່າງນ້ອຍ, ເຄື່ອນທີ່ໄວກວ່າບັນດາພາຫະນະຕິດເຄື່ອງຈັກ ສະນັ້ນ, ບັນດາລົດຖີບລຳລຽງສາມາດເຄື່ອນທີ່ໄປຢູ່ທຸກບ່ອນໃນເຂດໂນນພູ, ຫ້ວຍນ້ຳລຳເຊເພື່ອຂົນສົ່ງວັດຖຸ, ແຕ່ບໍ່ນຳໃຊ້ເຊື້ອເພີງ, ສ້ອມແປງງ່າຍ ແລະ ສາມາດໄປໃນທຸກສະພາບດິນຟ້າອາກາດ.

ເມື່ອເວົ້າເຖິງຄວາມມະຫັດສະຈັນຂອງລົດຖີບລຳລຽງໃນບັ້ນຮົບ ດ້ຽນບຽນຝູ, ທ່ານ ທາຍຮຶວແຮວ່ງ, ກອງຮ້ອຍ 292, ກອງຊາວໜຸ່ມຕະລຸມບອນ 34 ຕ້ານ ຝລັ່ງ, ໃຫ້ຮູ້ວ່າ:

“ຂ້າພະເຈົ້ານິຍົມນັບຖືອ້າຍນ້ອງ. ຜູ້ຖີບລົດ ຫຼື ຄວບຄຸມລົດແມ່ນໜັກໜວ່ງທີ່ສຸດ, 2 ເບື້ອງ ແລະ ທາງໜ້າແມ່ນມີເຄື່ອງເຕັມ. ເມື່ອລົງຄ້ອຍ, ຈະມີ 1 ຫຼື 2 ຄົນດຶງຢູ່ທາງຫຼັງ, ເມື່ອລົດລົງຄ້ອຍແລ້ວ, ກໍ່ກັບມາຍູ້ລົດຄັນອື່ນ, ໃນຕອນກາງຄືນບໍ່ແມ່ນຕອນກາງເວັນ, ບໍ່ເຫັນໜ້າຂອງກັນ ແຕ່ເຂົາເຈົ້າຍູ້ລົດດ້ວຍຄວາມແຮງ, ອົງອາດກ້າແກ່ນທີ່ສຸດ”.

ລົດຖີບລຳລຽງ: ສັນຍາລັກດ້ານຈິດໃຈ ແລະ ເຈດຈຳນົງໃນໄຊຊະນະ ດ້ຽນບຽນຝູ - ảnh 2ມີລົດຖີບລຳລຽງກວ່າ 20.000 ຄັນໄດ້ຖືກນຳມາຮັບໃຊ້ການຂົນສົ່ງລຳລຽງ
(ພາບ: TTXVN)

ໃນເບື້ອງຕົ້ນ, ລົດຖີບລຳລຽງແຕ່ລະຄັນພຽງລຳລຽງໄດ້ແຕ່ 80 – 100 ກີໂລຣາມ ເທົ່ານັ້ນ, ຫຼັງຈາກນັ້ນ ຍ້ອນມີການດັດແປງແບບງ່າຍໆແຕ່ບັນລຸປະສິດທິຜົນຂອງບັນດາເກນແຮງງານ (ແຮງງານປະຊາຊົນ), ລະດັບບັນທຸກນ້ຳໜັກຄ່ອຍໆຍົກສູງຂຶ້ນເປັນ 150 ກີໂລຣາມ, ແລ້ວກໍ່ຮອດ 200 ກີໂລຣາມ. ຍ້ອນເຮັດນັ້ນ, ໃນຕະຫຼອດເວລາດຳເນີນບັ້ນຮົບ ດ້ຽນບຽນຝູ, ບໍ່ມີຍາມໃດທີ່ແຫຼ່ງທັນຍາຫານ, ຢຸກຢາ ແລະ ວັດຖຸເຄື່ອງຂອງທີ່ສະຫງວນໃຫ້ກອງທັບ ຫວຽດນາມ ຂາດເຂີນ. ໂດຍຫວນຄືນຊຸມວັນ, ເດືອນທີ່ຂົນສົ່ງເຄື່ອງ, ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທ່ານ ເຈິ່ນຄອຍ, ອະດີດເກນແຮງງານລົດຖີບລຳລຽງຮັບໃຊ້ບັ້ນຮົບ ດ້ຽນບຽນຝູ, ແບ່ງປັນວ່າ:

“ບັນດາແຂວງ, ເມືອງເຂດພູດອຍລົງມາ, ມີທັງເຮືອຂົນສົ່ງ, ລົດໃຫຍ່, ລົດມ້າ… ຄືດັ່ງວັນບຸນ. ອ້າຍນ້ອງໄປດ້ວຍຈິດໃຈເຮັດແນວໃດເພື່ອໃຫ້ເຄື່ອງລຳລຽງໄປໄວທີ່ສຸດຮັບປະກັນໃຫ້ສະໜາມຮົບມີທັນຍາຫານຢ່າງພຽງພໍ, ກິນອີ່ມ, ຕີຄັ້ງໃຫຍ່, ຍາດໄດ້ໄຊຊະນະໃຫຍ່”.

ໃນບັ້ນຮົບ ດ້ຽນບຽນຝູ, ມີພຽງກຳລັງແຮງຂອງມະນຸດ ແລະ ພາຫະນະຂົນສົ່ງປະຖົມປະຖານ. ກຳລັງເກນແຮງງານ ໄດ້ພ້ອມກັນພາຫະນະຂົນສົ່ງກົນຈັກ ຂົນສົ່ງອາວຸດ, ທັນຍາຫານກວ່າ 25.000 ໂຕນມາຮັບໃຊ້ບັ້ນຮົບ.

ກ່ອນໜ້ານັ້ນ, ເມື່ອຊາວ ຝລັ່ງ ມາຮຸກຮານ ຫວຽດນາມ ກໍ່ໄດ້ນຳເອົາບັນດາລົດຖີບດັ່ງກ່າວກັບໄປນຳ. ເກືອບ 100 ປີປົກຄອງ, ສິ້ນສຸດດ້ວຍໄຊຊະນະ ດ້ຽນບຽນຝູ, ກອງທັບ ຝລັ່ງ ກໍ່ບໍ່ໄດ້ຄິດເລີຍວ່າ ລົດຖີບນັ້ນໄດ້ປະກອບສ່ວນຕີເຂົາເຈົ້າປະລາໄຊ. ທ່ານ ພັນເອກ, ສາດສະດາຈານ ຫວູຕາງບົ່ງ, ອະດີດຫົວໜ້າຫ້ອງປະຫວັດສາດເຕັກນິກພະລາທິການດ້ານການທະຫານ, ສະຖານບັນປະຫວັດສາດການທະຫານ ຫວຽດນາມ, ໃຫ້ຮູ້ວ່າ:

“ດ້ວຍຖານະຄົ້ນຄວ້າປະຫວັດສາດດ້ານການທະຫານ, ບັນດາລົດຖີບລຳລຽງໄດ້ເປັນຄືດັ່ງສັນຍາລັກຂອງຈິດໃຈ, ເຈດຈຳນົງຂອງຊາວ ຫວຽດນາມ. ບັນດາລົດຖີບລຳລຽງໄດ້ຕີໃຫ້ນາຍພົນ Nava ປະລາໄຊ”.

ເມື່ອຂຽນກ່ຽວກັບບັ້ນຮົບ ດ້ຽນບຽນຝູ, ໃນປື້ມ, ໜັງສືພິມ, ເອກະສານຂອງຫຼາຍປະເທດລ້ວນແຕ່ເອີ້ນບັນດາລົດຖີບລຳລຽງນັ້ນແມ່ນໜຶ່ງໃນບັນດາສິ່ງມະຫັດສະຈັນໃນປະຫວັດສາດສົງຄາມ.

      ດ້ວຍຄຳຂວັນ“ທຸກສິ່ງ, ທຸກຢ່າງເພື່ອແນວໜ້າ, ເພື່ອໄດ້ຮັບໄຊຊະນະ”, ກຳລັງເກນແຮງງານເວົ້າລວມ ແລະ ເກນແຮງງານຢູ່ແນວໜ້າເວົ້າສະເພາະໄດ້ນຳໃຊ້ລົດຖີບລຳລຽງຜ່ານຜ່າຄວາມຫຍຸ້ງຍາກ,ລຳບາກເພື່ອຂົນສົ່ງທັນຍາຫານ, ອາຫານ, ຮັບໃຊ້ໃຫ້ບັ້ນຮົບດ້ຽນບຽນຝູ,ປະກອບສ່ວນສ້າງໄຊຊະນະທີ່ຍິ່ງໃຫຍ່ “ດັງກ້ອງກັງວານໄປທົ່ວ5ທະວີບ,ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ” ໃນເວລາ ກ່ອນນີ້ 70 ປີ.

ຕອບກັບ