Creative Gara - ສະ​ຖານ​ທີ່​ກະ​ຕຸກຊຸກ​ຍູ້​ຫົວ​ຄິດ​ປະ​ດິດ​ສ້າງ

Chia sẻ

(VOVWORLD) - ໂດຍບໍ່ມີປຶ້ມ, ບໍ່ກົດດັນບັງຄັບ, ຢູ່ສູນຫົວຄິດປະດິດສ້າງ Creative Gara, ພວກນ້ອງນ້ອຍມີອາຍຸແຕ່ 3 – 15 ປີ ໄດ້ມີແນວຄວາມຄິດ, ອອກແບບດ້ວຍຕົນເອງ ແລະ ສ້າງເປັນບັນດາເຄື່ອງລະຫຼິ້ນຕ່າງໆດ້ວຍໄມ້. ນີ້ໄດ້ຮັບຖືວ່າແມ່ນຮູບແບບລະຫຼິ້ນຮ່ຳຮຽນແບບໃໝ່ສຳລັບພວກນ້ອງນ້ອຍຢູ່ຮ່າໂນ້ຍ. ຕໍ່ໄປ, ເຊີນທ່ານຜູ້ຟັງ ພ້ອມກັບນັກຂ່າວ ແທັ່ງນາມ ຄົ້ນຫາ ສູນຫົວຄິດປະດິດສ້າງ Creative Gara ຢູ່ຖະໜົນ ເຕີຍເຊີນ, ຮ່າໂນ້ຍ.



Creative Gara - ສະ​ຖານ​ທີ່​ກະ​ຕຸກຊຸກ​ຍູ້​ຫົວ​ຄິດ​ປະ​ດິດ​ສ້າງ - ảnh 1ພວກນ້ອງນັກຮຽນຕັ້ງໃຈເຂົ້າຮ່ວມການແນະນຳກ່ຽວກັບມືຮຸ່ນຍົນ

ໃນຕອນເຊົ້າວັນທ້າຍອາທິດ ເດືອນມີນາ, ກົງກັນຂ້າມກັບຈິດຕະສາດທີ່ສະບາຍສະບາຍຂອງທຸກຄົນໃນວັນພັກການ ແມ່ນບັນຍາກາດທີ່ຟົດຟື້ນມ່ວນຊື່ນໄປດ້ວຍສຽງຄ້ອນຕອກຕະປູ, ສຽງຈັກຕັດໄມ້ ຫຼື ສຽງລະຫຼິ້ນທີ່ມ່ວນຊື່ນຂອງນ້ອງໆ ຢູ່ ສູນຫົວຄິດປະດິດສ້າງ Creative Gara. ເມື່ອເດີນເຂົ້າສູ່ແຫ່ງນີ້, ທຸກຄົນຮູ້ສຶກຄືໄດ້ເຊື່ອມຕົວເຂົ້າກັບ ໂຮງເຮັດເຄື່ອງໄມ້ ດ້ວຍຊ່າງໄມ້ແມ່ນນ້ອງນ້ອຍຫຼາຍຄົນທີ່ພວມຕັ້ງໃຈເຮັດວຽກ. ຢູ່ອ້ອມຂ້າງຝາມີຜະລິດຕະພັນຫຼາຍຢ່າງໂດຍ ພວກນ້ອງນ້ອຍເຮັດເອງ ໄດ້ຈັດວາງຢ່າງເປັນລະບຽບຮຽບຮ້ອຍຢູ່ເທິງຫິ້ງຄື: ໜ້າກາກເຈ້ຍ, ຫົວສິງໂຕ, ພາບໄມ້, ພັດລົມທີ່ປິ່ນໄດ້ດ້ວຍແສງສະຫວ່າງ, ມືຮຸ່ນຍົນ, ທາດຫຼາຍຊັ້ນ…

ຢູ່ກາງຫ້ອງ ມີເດັກນ້ອຍ 30 ຄົນພວມນັ່ງຢູ່ອ້ອມໂຕະ 4 ໜ່ວຍທີ່ມີກ່ອງບັນຈຸອຸປະກອນ ແລະ ວັດຖຸຕ່າງໆຄື: ຄ້ອນຕີ, ຕະປູ, ໄມ້, ຢາງກາວຕິດ… ອ້າຍ ຫງວຽນງອກຍື ຮັບຜິດຊອບດ້ານວິຊາສະເພາະຢູ່ສູນ ໃຫ້ຮູ້ວ່າ:

Creative Gara ພວມສຸມເຂົ້າໃສ່ການສຶກສາ ແລະ ຈັດຕັ້ງເຫດການລົງພຶດຕິກຳຕົວຈິງ. ກ່ຽວກັບການສຶກສາ, Creative Gara ຈະຮ່ວມມືກັບບັນດາໂຮງຮຽນເພື່ອຈັດຫຼັກສູດການຮຽນຕາມໂຄງການ STEM ໃຫ້ແກ່ພວກນ້ອງນັກຮຽນ ນັບທັງໃນຫຼັກສູດ ແລະ ນອກຫຼັກສູດ. ປັດຈຸບັນ Creative Gara ພວມຜັນຂະຫຍາຍ ແລະ ສົມທົບກັບຫຼາຍໂຮງຮຽນ ແລະ ສ່ວນຫຼາຍແມ່ນໂຮງຮຽນທີ່ມີທັງຊັ້ນປະຖົມ ຊັ້ນມັດທະຍົມ ແລະ ໂຮງຮຽນນາໆຊາດ ຄື: ໂງຍຊາວຮ່າໂນ້ຍ, ໂງຍຊາວຮວ່າງມາຍ…

ເມື່ອຫາກໍ່ສ້າງຕັ້ງ, Creative Gara ມີ 3 ການເຄື່ອນໄຫວລົງພຶດຕິກຳຕົວຈິງ ລວມມີ: ຕາມຫົວຂໍ້ເລື່ອງທີ່ລູກຄ້າຕ້ອງການ, ຕາມຫົວເລື່ອງຂອງ Creative Gara ທີ່ໄດ້ຈັດຂຶ້ນໃນວັນທ້າຍອາທິດ ແລະ ຊຸດຮຽນພິເສດ ນັ້ນແມ່ນຊຸດ ຮຽນຊ່າງໄມ້ສຳລັບນ້ອງນ້ອຍ ທີ່ແກ່ຍາວເປັນ 4 – 8 ວັນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຍ້ອນຈິນຕະນາການໃນການສິດສອນ ແລະ ການຮຽນ ພວມຄ່ອຍໆໄດ້ປ່ຽນແປງ, ການຮຽນຕ້ອງໄປຄຽງຄູ່ກັບການປະຕິບັດຕົວຈິງ, ບັນດານ້ອງນ້ອຍ ໄດ້ຮຽນທິດສະດີຫຼາຍພໍສົມຄວນ ແຕ່ຍັງບໍ່ທັນມີການລົງພຶດຕິກຳຕົວຈິງ. ດັ່ງນັ້ນ, Creative Gara ໄດ້ສຸມໃສ່ຄົ້ນຄ້ວາ ການສຶກສາ STEM ດ້ວຍວິທີການສ້າງການຮຽນນອກຫຼັກສູດ ໂດຍອີງຕາມຄວາມຮູ້ ເຊິ່ງພວກນ້ອງນ້ອຍໄດ້ຮຽນມາ. ເມື່ອແບ່ງປັນກ່ຽວກັບທິດສະດີໃໝ່ນີ້, ອ້າຍ ຫງວຽນງອກຍື ໃຫ້ຮູ້ວ່າ:

ການສຶກສາ STEM ໄດ້ຂຽນຫຍໍ້ຈາກ 4 ຄຳສັບນັ້ນແມ່ນ Science (ວິທະຍາສາດ), Technology (ເຕັກໂນໂລຢີ), Engineering (ເຕັກນິກ), Mathematics (ຄະນິດສາດ). ແຕ່ການສຶກສາ STEM ເຊິ່ງ Creative Gara ມຸ່ງໄປເຖິງ ບໍ່ພຽງແຕ່ຢູ່ໃນ 4 ຂົງເຂດດັ່ງກ່າວເທົ່ານັ້ນ ຫາກຍັງແມ່ນກະຕຸກຊຸກຍູ້ພວກນ້ອງນ້ອຍໝູນໃຊ້ທຸກຄວາມຮູ້ ເຊິ່ງຕົນເອງໄດ້ຮຽນໃນທຸກວິຊາ ເພື່ອແກ້ໄຂບັນດາບັນຫາເຊິ່ງຫົວເລື່ອງວາງອອກ.

ເມື່ອເຂົ້າຮ່ວມການລົງພຶດຕິກຳຕົວຈິງ, Creative Gara ຈະຍົກອອກບັນດາກໍລະນີສົມມຸດຖານ ທີ່ມີເນື້ອໃນຕິດແທດກັບການດຳລົງຊີວິດໃນປັດຈຸບັນ ໃຫ້ແກ່ພວກນ້ອງນ້ອຍ. ບັນດານ້ອງໆຈະນຳໃຊ້ວັດຖຸອຸປະກອນທີ່ມີຢູ່ແລ້ວໃນໂຮງຮຽນ, ປຶກສາຫາລືນຳກັນ ເພື່ອຍົກອອກວິທີການແກ້ໄຂໃຫ້ແກ່ບັນຫານັ້ນ. ຫຼັງຈາກນັ້ນ ຄູສອນຈະສວມບົດບາດແມ່ນຜູ້ວິເຄາະຈຸດດີຈຸດອ່ອນຂອງແຕ່ລະວິທີການ ແລະ ເລືອກເອົາວິທີການທີ່ດີ ແລະ ມີຫົວຄິດປະດິດສ້າງທີ່ສຸດ. ສຸດທ້າຍ, ພວກນ້ອງຈະດຳເນີນການປະຕິບັດຕາມວິທີການນັ້ນ. ເພື່ອນ ໂງຖູຍລິງ ຜູ້ແນະນຳດ້ານເຕັກນິກຢູ່ Creative Gara ແບ່ງປັນວ່າ:

Creative Gara ໄດ້ຕັ້ງບັນຫາວ່າ ເມື່ອພວກນ້ອງນ້ອຍພວມໄປຫຼິ້ນ ແຕ່ພວກນ້ອງໄດ້ເຮັດໃຫ້ກະແຈຕົກໃສ່ຂຸມໜຶ່ງ ແລະ ຂຸມເລິກກວ່າຄວາມຍາວຂອງແຂນ, ພວກນ້ອງບໍ່ສາມາດເກັບກະແຈໄດ້ດ້ວຍມື, ຄວາມຮຽກຮ້ອງຢູ່ທີ່ນີ້ແມ່ນ ພວກນ້ອງຕ້ອງມີວັດຖຸຢ່າງໜຶ່ງເພື່ອເອົາກະແຈນັ້ນຂຶ້ນມາ. ແລະ Creative Gara ໄດ້ແນະນຳວັດຖຸໃຫ້ພວກນ້ອງ ນັ້ນແມ່ນ ມືຮຸ່ນຍົນ ເຊິ່ງໄດ້ຮັບການນຳໃຊ້ຢ່າງກວ້າງຂວາງໃນຊີວິດປະຈຳວັນ. ຫຼັງຈາກນັ້ນ ພວກນ້ອງຈະຊອກຮູ້ກ່ຽວກັບໂຄງປະກອບ ແລະ ວິທີການເຮັດມືຮຸ່ນຍົນ ແລະ ເລີ່ມລອງເຮັດດ້ວຍວັດຖຸທີ່ Creative Gara ສະໜອງ.

ການປະຕິບັດດ້ວຍວັດຖຸອຸປະກອນໄມ້ ແມ່ນວຽກງານທີ່ອັນຕະລາຍ ແລະ ຮຽກຮ້ອງຕ້ອງການຫຼາຍທັກສະ, ຊ້ຳບໍ່ໜຳ ຜູ້ໃຫຍ່ຍັງປະສົບກັບຄວາມຫຍຸ້ງຍາກໃນການເຮັດຜະລິດຕະພັນຈາກໄມ້. ສຳລັບ Creative Gara ມາດຖານຄວາມປອດໄພ ຍາມໃດກໍ່ຢູ່ແຖວໜ້າ. ທຸກໂຕະຈະມີຜູ້ແນະນຳຄົນໜຶ່ງ, ນອກຈາກນັ້ນ ສອງໂຕະຈະມີຄົນໜຶ່ງຕິດຕາມ ເພື່ອຮັບປະກັນມາດຖານຄວາມປອດໄພໃຫ້ແກ່ພວກນ້ອງນ້ອຍ. ໄປຄຽງຄູ່ກັນນັ້ນ ອຸປະກອນໄມ້ຢູ່ທີ່ນີ້ ຍັງໄດ້ເຮັດເອງ ເພື່ອຮັບປະກັນຄວາມປອດໄພ ແລະ ເໝາະສົມກັບພວກນ້ອງນ້ອຍ, ເພາະສະນັ້ນ ຄວາມສ່ຽງເມື່ອປະຕິບັດເກືອບວ່າບໍ່ມີ. ເອື້ອຍ ບຸຍທິມາຍ ຜູ້ເປັນແມ່ ພາລູກມາເຂົ້າຮ່ວມການລົງພຶດຕິກຳຕົວຈິງນີ້ ໃຫ້ຮູ້ວ່າ:

ພະນັກງານຢູ່ທີ່ນີ້ໄດ້ແນະນຳຊ່ວຍເຫຼືອພວກນ້ອງນັກຮຽນຢ່າງສຸດຈິດສຸດໃຈ. ສ່ວນ ຂ້າພະເຈົ້າເຫັນວ່າ ນ້ອງໆໄດ້ຕັ້ງໃຈເຂົ້າຮ່ວມການລົງພຶດຕິກຳຕົວຈິງນີ້. ອາດເວົ້າໄດ້ວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຊ່ວຍນ້ອງໆ ສາມາດໝູນໃຊ້ບັນດາຄວາມຮູ້ເຊິ່ງຕົນເອງໄດ້ຮຽນມາ ເຂົ້າໃນຕົວຈິງ.

ເມື່ອມາ Creative Gara ພວກນ້ອງນ້ອຍຈະໄດ້ຮ່ຳຮຽນຕື່ມອີກຫຼາຍຄວາມຮູ້, ສາມາດປະດິດສ້າງຢ່າງສະບາຍໃຈ ບໍ່ຖືກຈຳກັດໃນຂອບເຂດໃດ ແລະ ຍິ່ງໄປກ່ວານັ້ນຈະໄດ້ລະຫຼິ້ນຕາມໃຈ ພາຍຫຼັງການຮ່ຳຮຽນທີ່ອິດເມື່ອຍ. ຜ່ານການລະຫຼິ້ນນີ້, ພວກນ້ອງນ້ອຍຈະສາມາດຮູ້ວ່າ ເພື່ອຈະເຮັດໄດ້ຜະລິດຕະພັນເຄື່ອງຫຼິ້ນນີ້ ແມ່ນຫຍຸ້ງຍາກລຳບາກຄືແນວໃດ ແລະ ຈາກນັ້ນຈະເຂົ້າໃຈໄດ້ເຖິງຄຸນຄ່າຂອງການອອກແຮງງານ.

ຕອບກັບ