ເສີມຂະຫຍາຍບົດບາດຂອງການກະຈາຍສຽງໃນຊີວິດການເປັນຢູ່

Le Phuong
Chia sẻ
ກ່ອນ​ທີ່​ເຕັກໂນໂລຊີບັນດາ​ພາຫະນະ​ສື່ສານມີການພັດທະນາ, ວິທະຍຸກະຈາຍສຽງ ແມ່ນ​ພາຫະນະ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ ເພື່ອ​ສົ່ງ​ຂ່າວ​ປະຈຳ​ວັນ​ໃຫ້​ທຸກ​ຄົນ. ປະຈຸ​ບັນ, ​ເມື່ອ​ເຕັກ​ໂນ​ໂລ​ຊີ​ພັດທະນາ, ບັນດາ​ປະ​ເພດການ​ສື່ສານ​ໄດ້​ກຳ​ເນີ​ດຂຶ້ນ, ແຕ່ວິທະຍຸກະຈາຍສຽງ​ຍັງ​ມີ​ບົດບາດ​​ໃດ​ໜຶ່ງ​ໃນ​ຄວາມ​ຕ້ອງການ​ສຳ​ພັດ​ກັບຂໍ້​ມູນ​ຂ່າວສານ​ຂອງ​ປະຊາຊົນ

  ກ່ອນ​ທີ່​ເຕັກໂນໂລຊີບັນດາ​ພາຫະນະ​ສື່ສານມີການພັດທະນາ, ວິທະຍຸກະຈາຍສຽງ ແມ່ນ​ພາຫະນະ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ ເພື່ອ​ສົ່ງ​ຂ່າວ​ປະຈຳ​ວັນ​ໃຫ້​ທຸກ​ຄົນ. ປະຈຸ​ບັນ, ​ເມື່ອ​ເຕັກ​ໂນ​ໂລ​ຊີ​ພັດທະນາ, ບັນດາ​ປະ​ເພດການ​ສື່ສານ​ໄດ້​ກຳ​ເນີ​ດຂຶ້ນ, ແຕ່ວິທະຍຸກະຈາຍສຽງ​ຍັງ​ມີ​ບົດບາດ​​ໃດ​ໜຶ່ງ​ໃນ​ຄວາມ​ຕ້ອງການ​ສຳ​ພັດ​ກັບຂໍ້​ມູນ​ຂ່າວສານ​ຂອງ​ປະຊາຊົນ.

ເສີມຂະຫຍາຍບົດບາດຂອງການກະຈາຍສຽງໃນຊີວິດການເປັນຢູ່ - ảnh 1

ວິທະຍຸ​ກະຈາຍສຽງ​ຫວຽດນາມ-ປະດິດ​ສ້າງ​ເພື່ອ​ພັດທະນາ

(ພາບ: vov.vn)

 

   ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1945 ດ້ວຍ​ບົດບາດ​ແມ່ນ​ສຽງ​ເວົ້າສຳຄັນ​ຂອງພັກ ​ແລະ ລັດ​ຫວຽດນາມ, ​ແມ່ນ​ພາຫະນະ​ສ່ອງ​ແສງບັນດາ​ຄວາມ​ໃນ​ໃຈ, ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ ມາ​ຍັງ​ພັກ ​ແລະ ລັດ. ປະຈຸ​ບັນ, ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ອົງການ​ສື່​ມວນຊົນໜຶ່ງ​ດຽວ​ທີ່ມີ​ທັງ 4 ປະ​ເພດ​ການ​ສື່ສານ​ຄື: ​ກະຈາຍສຽງ, ​ໂທລະພາບ, ໜັງສືພິມ, ສື່​ເອ​ເລກ​ໂຕ​ນິກ. ປະຈຸ​ບັນ, ຄື້ນຂອງວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ປົກ​ຄຸມ​ 99,5% ​ເຂດ​ດິນ​ແດນ​ຫວຽດນາມ ​ແລະ ​ເຂດ​ຊາຍ​ແດນ​ທະ​ເລ​ຫວຽດນາມ​ເກືອບ​ທັງ​ໝົດ​ບົນ​ທະ​ເລ​ຕາ​ເວັນ​ອອກ ​ດ້ວຍ​ເວລາ​ອອກ​ອາກາດຂອງລາຍການ​ຕ່າງໆ​ທັງ​ໝົດກ່ວາ 200 ຊົ່ວ​ໂມງ/ວັນ. ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ມີ 5 ລະບົ​ບກະຈາຍສຽງ ​ແລະ 5 ສຳນັກງານ​ປະຈຳ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ 9 ສຳນັກງານ​ປະຈຳ 9 ປະ​ເທດ​ໃນ​ໂລກ ຊື່​ງ​ໄດ້​​​ໃຫ້​ຂ່າວ​​ໃຫມ່ກ່ຽວ​ກັບ​ຫວຽດນາມ ​ແລະ ​ໂລກ​ຢ່າງ​ທັນ​ການ. ທ່ານ​ຫງວຽນ​ແທນ​ເຊີນ (Nguyễn Thanh Sơn) ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ໄດ້ກ່າວວ່າ:

   “ວິທະຍຸ​ກະຈາຍສຽງ​ຫວຽດນາມ ດ້ວຍ​ຄຳ​ຂຶ້ນ​ຕົ້ນລາຍການ​ກະຈາຍສຽງທີ່​ວ່າ: ທີ່​ນີ້, ສະຖານີວິທະຍຸ​ກະຈາຍສຽງ​ຫວຽດນາມ, ກະຈາຍສຽງ​ຈາກ​ຮ່າ​ໂນ້ຍ, ນະຄອນຫຼວງ​ຂອງ​ປະ​ເທດ ສສ ຫວຽດນາມ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ຕັດສິນ​ໃຈ​ຂອງ​ພັກ, ລັດຖະບານ​ຫວຽດນາມ, ​ແມ່ນ​ສຽງ​ເວົ້າຂອງ​ບ້ານ​ເກີດ​ເມືອງ​ນອນ, ຂອງ​ປະ​ເທດ​ຊາດ. ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ປາດ​ຖະໜາ​ວ່າ ຄື້ນຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ບໍ່​ພຽງ​ແຕ່​ສາມາດປົກ​ຄຸມ​ໄປ​ທົ່ວ​ເຂດ​, ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງສາມາດ​ຈະ​ອອກ​ສູ່​ທົ່ວ​ຫ້າ​ທະວີບ​ໃນ​ໂລກ​ອີກ​ດ້ວຍ.“

ເສີມຂະຫຍາຍບົດບາດຂອງການກະຈາຍສຽງໃນຊີວິດການເປັນຢູ່ - ảnh 2
(ພາບປະກອບ: nienlich.vn)

  ການ​ນຳພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ​ກໍ່​ຢືນຢັນ​ວ່າ ຍາມ​ໃດປະຊາ​ຄົມຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງທີ່​ບໍ່​ອາ​ດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມໄດ້. ບໍ່​ພຽງ​ແຕ່​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວສານ​ບັນລຸ​ປະສິດທິ​ຜົນ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຫວຽດນາມກັບ​ປະຊາຊົນ​ຜູ້​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ອີກ​ດ້ວຍ. ລາຍການ​ກະຈາຍສຽງ​ສະຫງວນ​ໃຫ້​ແກ່ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ-​ລະບົບ​ລາຍການກະ​ຈາ​ຍສຽງ​ເປັນ​ພາສາ​ຕ່າງປະ​ເທດ-ວິທະຍຸ​ກະຈາຍສຽງ​ຫວຽດນາມ ດ້ວຍ​ການ​ປົກ​ຄຸມ​ຄື້ນ​ເຖິງ 70 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ ​ເໝືອນ​ກັບ​ເພື່ອນ​ຜູ້​ສະໜິດສະໜົມ​ຂອງ​ປະຊາຊົນ​ຜູ້​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ. ພໍ່​ຕູ້​ເລ​ວັນ​ຢວຽນ, ອາຍຸ 84 ປີ, ຊາວ​ຫວຽດນາມ​ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

   “​ໃນ​ເວລາ​ວິທະຍຸ​ອອກ​ອາກາດ, ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ຮັບ​ຟັງ​ຂ່າວ​ກ່ຽວ​ກັບ​ຫວຽດນາມ. ຂ້າພະ​ເຈົ້າ ​ແລະ ລູກ​ຫຼານ​ຢາກ​ຮັບ​ຟັງ​ຂ່າວ​ການ​ເມືອງ, ວັດທະນະ​ທຳ, ສິລະ​ປະວັນນະຄະດີ…​ວິທະຍຸ​ຍັງ​ອອກ​ອາກາດ​ລາຍການ​ເພງ​ພື້ນ​ເມືອງ​ອີກ​ດ້ວຍ, ຄ່ຳ​ຄືນ​​ໃດ​ສອງຜົວ​ເມຍ​ພວກ​ຂ້າພະ​ເຈົ້າກໍ່​ໄດ້​ຮັບ​ຟັງ. ຖ້າ​ມີ​ຫຍັງ​ບໍ່​ທັນ​ເຂົ້າ​ໃຈ​ແຈ້ງ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​​ກໍ່​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ຂ້າພະ​ເຈົ້າ“.

   ຜ່ານ​ຄື້ນຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເພື່ອນ​ມິດສາ​ກົນ​ກໍ່ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບພາບ​ພົດ​ປະ​ເທດ​ຫວຽດນາມ ​ທີ່​ສວຍ​ງາມ, ປະຊາຊົນ​ຫວຽດນາມ ຜູ້​ສະໜິດສະໜົມ, ຮັກ​ແພງ​ແຂກ​​. ການ​ຮັບ​ຟັງ​ບັນດາ​ລາຍການ​ຂອງລະບົບ​ລາຍການກະ​ຈາ​ຍສຽງ​ເປັນ​ພາສາ​ຕ່າງປະ​ເທດ (VOV5) -ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ກາຍ​ເປັນ​ອາຫານ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງ​ບັນດາ​ຜູ້​ຟັງຊາວ​ຕ່າງປະ​ເທດ. ປະຈຸ​ບັນ, ​ເນື້ອ​ໃນ​ຂອງບັນດາລາຍການ​ຂອງ VOV5 ຍັງ​ໄດ້​ບັນທຶກໃນ​ເວັບ​ໄຊ www.vovworld.vn ອັນ​ໄດ້​ຊ່ວຍ​ໃຫ້​ຜູ້​ຟັງ​ຕ່າງປະ​ເທດ​ສາມາດ​ມີ​ວິທີ​ສຳ​ພັດ​ກັບຂ່າວສານ​ຈາກ​ຫວຽດນາມ ຕື່ມ​ອີກ. ຜູ້​ຟັງ​ຊາວ​ອິນ​ໂດ​ເນ​ເຊຍ ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ:

   “ບັນດາ​ຂໍ້​ມູນ​ຂ່າວ​ໂດຍວິທະຍຸ​ກະຈາຍສຽງ​ຫວຽດນາມ ສະໜອງ​ມີ​ເນື້ອ​ໃນ​​ແທ້ຈິງ​. ຂ້າ​ພະເຈົ້າມີ​ຄວາມ​ນິຍົມ​ທີ່​ສຸດ. ບັນດາ​ບັນຫາ​ທີ່​ຜູ້​ຟັງ​ອິນ​ໂດ​ເນ​ເຊຍ ສົນ​ໃຈ​ແມ່ນ: ວັດທະນະທຳ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ. ນອກຈາກ​ນັ້ນ​ແລ້ວ, ພວກ​ຂ້າພະ​ເຈົ້າຍັງ​ນິຍົມ​ບັນດາ​ລາຍການ​ເພງ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ອີກ​ດ້ວຍ. ຊີວິດ​ປະຈຳ​ວັນ, ບັນດາ​ບັນຫາ​ກ່ຽວ​ກັບ​ເຂດ​ບ້ານ​ນາ​ຂອງ​ຫວຽດນາມ ມີ​ຄວາມ​ດູດ​ດື່ມ​ໃຈ​ທີ່​ສຸດ, ນັ້ນກໍ່​ແມ່ນ​ບັນຫາ​ທີ່​ພວກ​ຂ້າພະ​ເຈົ້າ​ເຄີຍ​ປຶກສາ​ນຳ​ກັນ“

     ປະຈຸ​ບັນ, ບັນດາ​ພາຫະນະ​ສື່ສານ​ພວມພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂະ​ແໜງ​ກະຈາຍສຽງ​​ໄດ້​ປະສົບ​ກັບ​ບັນດາ​ການ​ແກ່ງ​ແຍ້​ງບໍ່​ແມ່ນ​ໜ້ອຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ບັນດາ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຄວາມ​ສາມາດ​ສົ່ງ​ຂ່າວ, ການ​ລົງທຶນ​ໜ້ອຍ, ການ​ກະຈາຍສຽງ​ຍັງ​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວ​ບັນລຸ​ປະສິດທິ​ຜົນ​ສຳລັບຄວາມ​ຕ້ອງການ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນທຸກ​ຄົນ.

 

ຕອບກັບ