ປາ​ແລັດ​ສະ​ຕິນ ບັນ​ລຸ​ໄດ້​ບາດ​ກ້າວ​ໃໝ່​ໃນ​ເສັ້ນ​ທາງ​ກາຍ​ເປັນ​ສະ​ມາ​ຊິກ ສ​ປ​ຊ ຢ່າງ​ເປັນ​ທາງ​ການ

Quang Dung
Chia sẻ
(VOVWORLD) - ວັນທີ 11 ພຶດສະພາ, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງສະພາຄວາໝັ້ນຄົງ ສປຊ ພິຈາລະຈາການສະໜັບສະໜູນຂອງ ປາແລັດສະຕິນ ໃຫ້ກາຍເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ. ໃນສະພາບການປະທະກັນຢູ່ເຂດ ກາຊາ ນັບມື້ນັບສັບສົນ, ນັກສັງເກດການສ່ວນຫຼາຍຖືວ່າ ການຮັບຮອງ ປາແລັດສະຕິນ ກາຍເປັນສະມາຊິກຢ່າງສົມບູນຂອງ ສປຊ ແລະ ປະຕິບັດມາດຕະການຄົງຕົວ 2 ລັດ ນັ້ນ ແມ່ນທາງອອກທີ່ຍາວນານອັນໜຶ່ງດຽວເພື່ອບັນລຸໄດ້ສັນຕິພາບຢູ່ ຕາເວັນອອກກາງ.

ໃນກອງປະຊຸມດ່ວນພິເສດທີ່ປຶກສາຫາລືກ່ຽວກັບສະພາບການຢູ່ ກາຊາ ແລະ ຖານະເປັນສະມາຊິກຂອງ ປາແລັດສະຕິນ, ສະມັດຊາໃຫຍ່ ສປຊ ໄດ້ປືກສາຫາລື ແລະ ປ່ອນບັດຮັບຮອງເອົາມະຕິ, ໂດຍ UAE ຍື່ນສະເໜີ, ດ້ວຍບັດສະໜັບສະໜູນ 143 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ  25 ບັດ. ມະຕິວ່າດ້ວຍການຖະແຫຼງການລັດ ປາແລັດສະຕິນ ມີມາດຕະຖານຢ່າງຄົບຖ້ວນເພື່ອກາຍເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ, ພ້ອມທັງສະເໜີໃຫ້ສະພາຄວາມໝັ້ນຄົງ ສປຊ ພິຈາລະນາສະໜັບສະໜູນວິວັດທະນາການດັ່ງກ່າວ.

ການສະໜັບສະໜູນເພີ່ມຂຶ້ນ

ມະຕິຂອງສະມັດຊາໃຫຍ່ ສປຊ ບໍ່ມີລັກສະນະຜູກມັດດ້ານນິຕິກຳ ແຕ່ແມ່ນໄຊຊະນະໜຶ່ງທີ່ມີຄວາມໝາຍສໍາຄັນຕໍ່ ປາແລັດສະຕິນ, ຢັ້ງຢືນທ່າອ່ຽງສະໜັບສະໜູນ ປາແລັດສະຕິນ ນັບມື້ນັບເພີ່ມຂຶ້ນໃນໂລກ. ໃນໄລຍະທຳອິດ, ປາແລັດສະຕິນ ຈະໄດ້ມີຫຼາຍສິດອຳນາດກວ່າ ນັບແຕ່ກອງປະຊຸມຄົບຄະນະ (UNGA) ເຊິ່ງຈະດຳເນີນໃນເດືອນກັນຍາຈະມາເຖິງຂອງສະມັດຊາໃຫຍ່ ສປຊ, ເຊັ່ນ: ມີສິດຍົກອອກຖະແຫຼງການຕາງໜ້າໃຫ້ກຸ່ມໜຶ່ງ; ຍື່ນສະເໜີບັນດາຂໍ້ສະເໜີແນະ ແລະ ປັບປຸງ  ຫຼື ສະເໜີບັນດາເນື້ອໃນໃນໂຄງການດຳເນີນງານຊົ່ວຄາວ ຢູ່ທີ່ວາລະປະຊຸມນັດສາມັນ ຫຼື ວິສາມັນຄັ້ງຕ່າງໆ… ເຖິງຢ່າງໃດກໍຕາມ, ຍ້ອນຍັງບໍ່ທັນເປັນສະມາຊິກຢ່າງສົມບູນ, ປາແລັດສະຕິນ ຍັງບໍ່ທັນມີສິດອອກຮັບສະໝັກເລືອກຕັ້ງ ແລະ ເລືອກຕັ້ງຢູ່ອົງການຕ່າງໆຂອງ ສປຊ, ເຊັ່ນ: ສະພາຄວາມໝັ້ນຄົງ ສປຊ ຫຼື ສະພາເສດຖະກິດ ແລະ ສັງຄົມ (ECOSOC).

ເລື່ອງ ປາແລັດສະຕິນ ໄດ້ຮັບການສະໜັບສະໜູນຢ່າງແຮງຈາກຫຼາຍປະເທດໃນສະມັດຊາໃຫຍ່ ສປຊ ບໍ່ແມ່ນສິ່ງທີ່ປະຫຼາດໃຈ. ບັນດາປະເທດໃນກຸ່ມ ອາຣັບ ແລະ ຫຼາຍປະເທດພວມພັດທະນາໃນກຸ່ມປະເທດທາງທິດໃຕ້ໄດ້ສະໜັບສະໜູນເລື່ອງ ປາແລັດສະຕິນ ສ້າງຕັ້ງລັດ ແລະ ກາຍເປັນສະມາຊິກສົມບູນຂອງ ສປຊ ມາແຕ່ດົນ. ບັ້ນຕໍ່ສູ້ຢູ່ເຂດ ກາຊາ, ໂດຍມີຊາວ ປາແລັດສະຕິນກວ່າ 35.000 ຄົນ ເສຍຊີວິດ ໄລ່ຮອດຕົ້ນເດືອນພຶດສະພານັ້ນ, ຍິ່ງຊຸກຍູ້ການສະໜັບສະໜູນດັ່ງກ່າວ. ສິ່ງທີ່ໜ້າສົນໃຈ, ລະດັບຄວາມໂຫດຮ້າຍທາລຸນຂອງບັ້ນການທະຫານ ເຊິ່ງ ອິດສະຣາແອັນ ພວມດຳເນີນຢູ່ເຂດ ກາຊາ ກໍພວມສ້າງກະແສຟອງແຫ່ງຄວາມເຫັນອົກເຫັນໃຈ ແລະ ສະໜັບສະໜູນ ປາແລັດສະຕິນ ຢ່າງແຮງໃນຫາງສຽງບັນດາປະເທດຕາເວັນຕົກ ທີ່ເປັນສຳພັນທະມິດຂອງ ອິດສະຣາແອັນ. ນີ້ແມ່ນໜຶ່ງໃນບັນດາປັດໄຈທີ່ເຮັດໃຫ້ລັດຖະບານຫຼາຍປະເທດຕາເວັນຕົກ ຢືນຢູ່ຕໍ່ໜ້າກຳລັງກົດດັນນັ້ນ ຕ້ອງສະແດງທັດສະນະສະໜັບສະໜູນ ປາແລັດສະຕິນ ຢູ່ ສປຊ ຢ່າງຈະແຈ້ງ.  ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ສປຊ, Nicolas de Riviere ໃຫ້ຮູ້ວ່າ:

“ປະເທດ ຝລັ່ງ ໄດ້ປ່ອນບັດສະໜັບສະໜູນຮ່າງມະຕິໂດຍ UAE ຍື່ນສະເໜີເພື່ອມອບສິດໃຫ້ແກ່ສະມາຊິກນັກສັງເກດການ ນັ້ນແມ່ນ ປາແລັດສະຕິນ ໃນຂອບເຂດ ສປຊ ຕື່ມອີກ. ຝລັ່ງ ສະໜັບສະໜູນ ປາແລັດສະຕິນ ກາຍເປັນສະມາຊິກທີ່ມີສິດຢ່າງສົມບູນຢູ່ ສປຊ ແລະ ນັ້ນແມ່ນເຫດການເຊິ່ງພວກຂ້າພະເຈົ້າກໍໄດ້ປ່ອນບັດສະໜັບສະໜູນຮ່າງມະຕິວ່າດ້ວຍຖານະເປັນສະມາຊິກຂອງ ປາແລັດສະຕິນ, ໂດຍ ອານເຊຣີ ສະເໜີແນະໃນສະພາຄວາມໝັ້ນຄົງ ສປຊ ເມື່ອາທິດກ່ອນ.”

ໂດຍມີທັດສະນະອັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ ນາງ Penny Wong ຖືວ່າ ເລື່ອງ ອົດສະຕາລີ ສະໜັບສະໜູນມະຕິຂອງ ສະມັດຊາໃຫຍ່ ສປຊ ກ່ຽວຂ້ອງເຖິງຖານະສະມາຊິກຂອງ ປາແລັດສະຕິນ ກໍເພາະວ່າ ຢາກຊຸກຍູ້ບັນດາຄວາມມານະພະຍາຍາມສັນຕິພາບ, ໃນສະພາບການວິວັດທະນາການສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ຖືກຈົນຕາແຈໃນຫຼາຍທົດສະວັດຜ່ານມາ.

ສິ່ງກີດຂວາງໃນຍາວນານ

ເຖິງວ່າບັນລຸໄດ້ບາດກ້າວເດີນໃຫຍ່ໃນຄວາມມານະພະຍາຍາມກາຍເປັນສະມາຊິກຂອງ ສປຊ ຢ່າງສົມບູນ ແຕ່ບັນດາອຸປະສັກເຊິ່ງ ປາແລັດສະຕິນ ຕ້ອງປະເຊີນໜ້າໃນໄລຍະຈະມາເຖິງ ແມ່ນສັບສົນທີ່ສຸດ. ໃນຈຳນວນ 9 ປະເທດປ່ອນບັດຄ້ານ ມີ ອາເມລິກາ ປະເທດສຳພັນທະມິດໃຫຍ່ສຸດຂອງ ອິດສະຣາແອັນ ພ້ອມດຽວກັນນັ້ນ ກໍແມ່ນ 1 ໃນຈຳນວນ 5 ປະເທດກໍາມະການຖາວອນ ທີ່ມີສິດຢັບຢັ້ງຢູ່ ສະພາຄວາມໝັ້ນຄົງ ສປຊ. ຕາມກົດບັດ ສປຊ ແລ້ວ, ການຮັບສະມາຊິກໃໝ່ນັ້ນ ຈຶ່ງຕ້ອງການການສະໜັບສະໜູນຈາກ 9/15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ແລະ ບໍ່ມີປະເທດກຳມະການຖາວອນໃດໆຢັບຢັ້ງ. ຕາມນັ້ນແລ້ວ, ປະເທດອອກສະໝັກເລືອກຕັ້ງນັ້ນ ຕ້ອງໄດ້ຮັບການສະໜັບສະໜູນຈາກ 2/3 ຈຳນວນປະເທດສະມາຊິກ ສະມັດຊາໃຫຍ່ ສປຊ, ໃນຂະນະທີ່ຍັງບໍ່ທັນຜ່ານຜ່າໄດ້ອຸປະສັກໃຫຍ່ທີ່ສຸດ ນັ້ນແມ່ນການຢັບຢັ້ງຈາກ ອາເມລິກາ. ເມື່ອອະທິບາຍກ່ຽວກັບບັນດາຄຳຕັດສິນດັ່ງກ່າວ, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ, ທ່ານ Robert Wood ໃຫ້ຮູ້ວ່າ:

“ທ່ານປະທານາທິບໍດີ Joe Biden ຍາມໃດກໍເວົ້າຢ່າງຈະແຈ້ງວ່າ ສັນຕິພາບແບບຍືນຍົງຢູ່ພາກພື້ນ ຈະບັນລຸໄດ້ກໍຕໍ່ເມື່ອຍາດໄດ້ການຮັບຮອງມາດຕະການ 2 ລັດ, ເຂດຄວາມໝັ້ນຄົງຂອງ ອິດສະຣາແອັນ ໄດ້ຮັບການຮັບປະກັນ ແລະ ປະຊາຊົນ ອິດສະຣາແອັນ ແລະ ປາແລັດສະຕິນ ໄດ້ດຳລົງຊີວິດຢູ່ໃກ້ກັນ ດ້ວຍບັນດາມາດຕະການຍຸຕິທຳ ກ່ຽວກັບສິດເສລີ ແລະ ກຽດສັກສີ. ດັ່ງນັ້ນ, ທັດສະນະຂອງ ອາເມລິກາ ແມ່ນ ບັນດາມາດຕະການຕາມລຳພັງຝ່າຍດຽວຢູ່ ສປຊ ແລະ ພື້ນທີ່ຕົວຈິງ ຈະບໍ່ຊ່ວຍຊຸກຍູ້ເປົ້າໝາຍນີ້”.

ວົງການນັກສັງເກດການ ຖືວ່າ ປາແລັດສະຕິນ ຈະບໍ່ສາມາດຜ່ານຜ່າໄດ້ສິ່ງກີດຂວາງຈາກການຢັບຢັ້ງຂອງ ອາເມລິກາ ໃນໄວໆນີ້, ຢ່າງໜ້ອຍສຸດແມ່ນຮອດເວລາໃດການປະທະກັນຢູ່ເຂດ ກາຊາ ຢຸດຕິລົງ. ເຖິງຢ່າງໃດກໍຕາມ, ບັນດາການກະທຳຫວ່າງມໍ່ໆມານີ້ ກໍຊີ້ໃຫ້ເຫັນວ່າ ປາແລັດສະຕິນ ພວມຍາດໄດ້ການສະໜັບສະໜູນຫຼາຍກວ່າຈາກຫຼາຍປະເທດຝ່າຍຕາເວັນຕົກ  ເຊິ່ງກ່ອນນີ້ເຄີຍຊັ່ງຊາໃນການຊຸກຍູ້ມາດຕະການສ້າງຕັ້ງລັດ ປາແລັດສະຕິນ ແລະ ມີສິດຢູ່ ສປຊ ຢ່າງສົມບູນກ ປັດຈຸບັນ, ແອັດສະປາຍ ແລະ ສ. ອຽກລັງ ພວມມານະພະຍາຍາມຮຽກຮ້ອງບັນດາປະເທດອື່ນ ຮອງຮັບລັດ ປາແລັດສະຕິນ ຕາມລຳພັງຝ່າຍດຽວ, ໄວສຸດແມ່ນໃນ 21 ພຶດສະພາ ຈະມາເຖິງ, ໂດຍບໍ່ສົນໃຈເຖິງການຄັດຄ້ານຈາກ ອິດສະຣາແອັນ./.

ຕອບກັບ