ຮັກສາດ້ານການເມືອງໃຫ້ມີສະຖຽນລະພາບເພື່ອພັດທະນາປະເທດຊາດ

Chia sẻ

(VOVWORLD) - ການຮັກສາດ້ານການເມືອງໃຫ້ມີສະຖຽນລະພາບ ແມ່ນເງື່ອນໄຂທີ່ຈຳເປັນ ແລະ ສຳຄັນເພື່ອພັດທະນາປະເທດ ຫວຽດນາມ. ການມີສະຖຽນລະພາບດ້ານການເມືອງກໍ່ຍ້ອນມີກຳລັງຄວາມສາມາດ ແລະ ອິດທິພົນການນຳພາຂອງພັກກອມມູນິດ ຫວຽດນາມ ໃນຕະຫລອດໄລຍະຜ່ານມາ. ເລື່ອງ ພັກ ລົງວິໄນ, ປັບໄຫມລົງໂທດບັນດາພະນັກງານທີ່ລະເມີດກົດລະບຽບຂອງພັກໃນໄລຍະຜ່ານມາ ກໍ່ເພື່ອແນໃສ່ຈຸດປະສົງຫນຶ່ງດຽວແມ່ນເພື່ອໃຫ້ພັກ ນັບມື້ນັບ ປອດໃສ, ໝັ້ນຄົງເຂັ້ມແຂງປະຕິບັດບົດບາດນຳພາຂອງພັກໃຫ້ເປັນຢ່າງດີ, ຈາກນັ້ນ ກໍ່ສ້າງຄວາມສະຖຽນລະພາບຢ່າງຍາວນານເພື່ອພັດທະນາປະເທດຊາດ.

ຊຸມປີມໍ່ໆມານີ້ ພາຍໃຕ້ການນຳພາຂອງພັກ, ນຳຫນ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ປະຕິບັດການຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫລວງຢ່າງຂ້ຽວຂາດ. ການຕໍ່ສູ້ນີ້ໄດ້ຮັບການປະຕິບັດແບບ “ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ, ບໍ່ວ່າຜູ້ນັ້ນແມ່ນໃຜ”.

ການລົງວິໄນແບບ “ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ”

ສະພາບຕົວຈິງໃນຊຸມປີຜ່ານມາໃຫ້ເຫັນວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການກໍ່ສ້າງ, ປັບປຸງພັກ, ເຮັດໃຫ້ກົງຈັກມີຄວາມປອດໃສ, ສ້າງປະຖົມປັດໄຈໃຫ້ແກ່ບັນດາອາຍຸການຈະມາເຖິງ ມີເງື່ອນໄຂເພື່ອປະຕິບັດບັນດາເປົ້າໝາຍຂອງພັກກຳອຳນາດໃຫ້ດີກວ່າເກົ່າ.

ໃນ 3 ປີຜ່ານມາ, ມີການນຳຫລັກແຫລ່ງ, ຂັ້ນສູງຂອງພັກຫລາຍທ່ານຕ້ອງລາອອກຈາກຈຳແຫນ່ງຍ້ອນພາຍຫລັງປະຕິບັດການກວດກາ, ກວດການຂອງບັນດາອົງການມີສິດອຳນາດ, ແມ່ນຮັບຮູ້ໄດ້ເຖິງຄວາມຮັບຜິດຊອບດ້ານການເມືອງຂອງຕົນຕໍ່ພັກ ແລະ ປະຊາຊົນ. ເລື່ອງບັນດາການນຳຂັ້ນສູງລາອອກຈາກຕຳແຫນ່ງ ແລະ ໄດ້ຮັບຄວາມເຫັນດີຈາກສູນກາງໃຫ້ພົ້ນບັນດາຕຳແຫນ່ງ ເປັນການສະແດງໃຫ້ເຫັນຄວາມສະເຫມີຕົ້ນສະເຫມີປາຍໃນສານຫນຶ່ງດຽວຂອງພັກ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢັ້ງຢືນເປັນຫລາຍຄັ້ງໃນວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ແບບ “ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ”.

ບົດລາຍງານລວບລວມຄຳເຫັນ, ຂໍ້ສະເຫນີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ສົ່ງເຖິງກອງປະຊຸມສະໄຫມສາມັກເທື່ອທີ 7 ສະພາແຫ່ງຊາດຊຸດທີ XV ພວມດຳເນີນໄປຢູ່ ຮ່າໂນ້ຍ ໂດຍໃຫ້ຮູ້ວ່າ: “ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຕີລາຄາວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ພາຍໃຕ້ການນຳພາຂອງພັກ, ນຳຫນ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວຫນ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້, ສືບຕໍ່ບັນລຸໄດ້ໝາກຜົນສຳຄັນ, ຮອບດ້ານ, “ເວົ້າໄປຄຽງຄູ່ກັບການເຮັດ”, ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ, ບໍ່ວ່າຜູ້ນັ້ນແມ່ນໃຜ”.

ບັນດາອົງການທີ່ມີບົດບາດຫນ້າທີ່ ບໍ່ພຽງແຕ່ແກ້ໄຂຢ່າງທັນການ, ເຂັ້ມງວດ, ໃຊ້ທັງຫຼັກການ ແຕ່ກໍ່ມີມະນຸດສະທຳຕໍ່ສຳລັບຜູ້ທີ່ລະເມີດເທົ່ານັ້ນ ຫາກຍັງເກັບຊັບສິນຫລາຍຢ່າງໃຫ້ແກ່ລັດຄືນ. ບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ລັດ ສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີ.

ຮັບປະກັນສະຖຽນລະພາບ

ໄປຄຽງຄູ່ກັບການຜັນຂະຫຍາຍວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ສະພາບດ້ານການເມືອງຂອງປະເທດຊາດຍັງຄົງສືບຕໍ່ມີສະຖຽນລະພາບ, ແຜນນະໂຍບາຍ, ແນວທາງຂອງພັກຍັງຄົງມີຄວາມເປັນເອກະພາບ. ແລະ ສຳຄັນກວ່າຄື ພັກໄດ້ກຳນົດໃນຫລາຍອາຍຸການວ່າ ເລື່ອງປ່ຽນພະນັກງານຂັ້ນສູງ, ແກ້ໄຂບັນຫາພະນັກງານ ແນໃສ່ຈຸດປະສົງຫນຶ່ງດຽວແມ່ນເພືື່ອໃຫ້ພັກ ນັບມື້ນັບປອດໃສກວ່າ, ຈາກນັ້ນ ຮັບປະກັນທີ່ຕັ້ງການຊີ້ນຳຂອງຕົນ.

ພັກກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງເລື່ອງເພີ່ມເຕີມບຸກຄະລາກອນເພື່ອນຳພາປະເທດຊາດ. ທີ່ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຊຸດທີ XIII ຜ່ານມາ, ຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນການປຶກສາຫາລືດ້ວຍບັນຍາກາດປະຊາທິປະໄຕ, ພິຈາລະຈາຢ່າງລະອຽດ ແລະ ເປັນເອກະພາບສູງກ່ຽວກັບວິທີການບຸລະນະຕຳແຫນ່ງປະທານປະເທດ, ປະທານສະພາແຫ່ງຊາດ ເພື່ອໃຫ້ຄະນະພັກໃນສະພາແຫ່ງຊາດສະເຫນີສະພາແຫ່ງຊາດພິຈາລະນາ, ຕັດສິນ ຢູ່ກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ XV. ນອກນັ້ນ ດ້ວຍບັດເຫັນດີໃນລະດັບສູງ, ສູນກາງໄດ້ເລືອກຕັ້ງເພີ່ມເຕີມ 4 ສະຫາຍເຂົ້າໃນກົມການເມືອງ.

ດ້ວຍຈິດໃຈນັ້ນ ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ XV ໄດ້ເລືອກຕັ້ງທ່ານ ພົນເອກ ໂຕເລີມ ດຳລົງຕຳແຫນ່ງປະທານປະເທດ ອາຍຸການ 2021 – 2026, ທ່ານ ເຈີນແທງເໝີນ ດຳລົງຕຳແຫນ່ງປະທານສະພາແຫ່ງຊາດ ຊຸດທີ XV ດ້ວຍຈຳນວນບັດເຫັນດີສູງທີ່ສຸດ.

ບັນດາໝາກຜົນນີ້ສະແດງໃຫ້ເຫັນຄວາມສາມັກຄີ, ເປັນເອກະພາບໃນພັກ ເພື່ອເປົ້າໝາຍລວມ ແມ່ນຮັກສາສະຖຽນລະພາບໃຫ້ໝັ້ນຄົງເພື່ອພັດທະນາປະເທດຊາດ.

ປະເທດ ຫວຽດນາມ ມີຄວາມເຂົ້າໃຈຢ່າງຈະແຈ້ງເຖິງຄຸນຄ່າຂອງສັນຕິພາບ, ເອກະລາດ, ເອກະພາບ, ຄຸນຄ່າຂອງຄວາມສະຖຽນລະພາບດ້ານການເມືອງເພື່ອພັດທະນາປະເທດຊາດ, ນຳມາເຊິ່ງຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນ. ສຳລັບ ຫວຽດນາມ, ສະຖຽນລະພາບດ້ານການເມືອງ ແມ່ນເງື່ອນໄຂທີ່ຈຳເປັນ ແລະ ສຳຄັນ ເພື່ອປົກປັກຮັກສາເອກະລາດຊົນຊາດ, ຮັບມືກັບບັນດາສິ່ງທ້າທາຍຈາກພາຍໃນ ແລະ ພາຍນອກ. ຫວຽດນາມ ຈະຮັກສາຄວາມສະຖຽນລະພາບນັ້ນໄວ້ຢ່າງໝັ້ນຄົງ.

ຕອບກັບ