ປີ 2023, ການຄ້າເອເລັກໂຕນິກຂອງ ຫວຽດນາມ ມີຂອບຂະໜາດປະມານ 20,5 ຕື້ USD ແລະ ຈະບັນລຸ 30,5 ຕື້ USD ໃນປີ 2025. ຫວຽດນາມ ໄດ້ຮັບການຢັ້ງຢືນວ່າ ແມ່ນປະເທດທີ່ມີລະດັບການເຕີບໂຕກ່ຽວກັບຂົງເຂດການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຫວຽດນາມ ແມ່ນປະເທດທີ່ມີລະດັບການເຕີບໂຕກ່ຽວກັບຂົງເຂດການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN) |
ການຄ້າເອເລັກໂຕນິກມີການປ່ຽນແປງຢ່າງຕັ້ງໜ້າ
ການຄ້າເອເລັກໂຕນິກ ຫວຽດນາມ ພວມຜ່ານຜ່າໄລຍະພັດທະນາຢ່າງແຮງ ແລະ ກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດດີຈີຕອນ ຢູ່ ຫວຽດນາມ. ຕົວເລກທຸລະກິດຈາກການຄ້າເອເລັກໂຕນິກຂາຍຍ່ອຍ ມີລະດັບການເຕີບໂຕສະເລ່ຍປະມານ 20% ໃນ 10 ປີຜ່ານມາ, ນຳ ຫວຽດນາມ ນອນໃນກຸ່ມບັນດາປະເທດທີ່ມີລະດັບການເຕີບໂຕດ້ານການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ແລະ ໃນໂລກ.
ໃນ 3 ເດືອນຕົ້ນປີນີ້, ລາຍຮັບທັງໝົດໃນ 5 ຕະຫຼາດການຄ້າເອເລັກໂຕນິກໃຫຍ່ສຸດຂອງ ຫວຽດນາມ, ລວມມີ: Shopee, Lazada, Tiki, Sendo, TikTok Shop ບັນລຸ 71,2 ພັນ ຕື້ດົ່ງ (ປະມານ 2,8 ຕື້ USD), ເພີ່ມຂຶ້ນ 78,69% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ ມີຜະລິດຕະພັນເກືອບ 770 ລ້ານອັນຖືກຂາຍອອກສູ່ຕະຫຼາດ. ໄປພ້ອມກັບການພັດທະນາກ່ຽວກັບຕົວເລກທຸລະກິດ ແລະ ປະລິມານການຈຳໜ່າຍ, ໃນໄຕມາດທີ 1 ກໍຢັ້ງຢືນມີດັດຊະນີທີ່ຕັ້ງໜ້າ, ດ້ວຍຈຳນວນຮ້ານຂາຍເຄື່ອງທີ່ມີຄົນສັ່ງຊື້ສິນຄ້າ ມີລະດັບການເຕີບໂຕເປັນບວກ. ຕາມ Metric - ຫົວໜ່ວຍຄຸ້ມຄອງຕົວເລກກ່ຽວກັບການຄ້າເອເລັກໂຕນິກແລ້ວ, ນີ້ແມ່ນລະດັບການເຕີບໂຕຢ່າງຕັ້ງໜ້າ, ລືນກາຍຄວາມຄາດຫວັງ. ກ່ອນໜ້ານັ້ນ, ຕາມການຄາດຄະເນຂອງຫຼາຍທ່ານແລ້ວ ນັບແຕ່ທ້າຍປີ 2023, ລະດັບການເຕີບໂຕຂອງທັງປີ 2024 ເມື່ອທຽບໃສ່ປີ 2023 ບັນລຸພຽງ 35%. ໂດຍສືບຕໍ່ທ່າເຕີບໂຕຂອງໄຕມາດທີ I, ຄາດວ່າ ໃນໄຕມາດທີ II 2024, ຍອດຕົວເລກທຸລະກິດໃນ 5 ຕະຫຼາດການຄ້າເອເລັກໂຕນິກນັ້ນ ຈະບັນລຸລະດັບ 84,87 ພັນຕື້ດົ່ງ (ກວ່າ 3,3 ຕື້ USD), ເພີ່ມຂຶ້ນກວ່າ 19% ເມື່ອທຽບໃສ່ໄຕມາດກ່ອນ.
ໃນຂະນະນັ້ນ, ບັນດາວິສາຫະກິດທ້ອງຖິ່ນກໍໄດ້ມີບາດກ້າວເດີນຢ່າງແຮງ. ຍອດລາຍຮັບ ແລະ ປະລິມານສິນຄ້າຂາຍສູ່ຕະຫຼາດຂອງບັນດາທ້ອງຖິ່ນ ລ້ວນແຕ່ບັນລຸລະດັບການເຕີບໂຕສູງກວ່າ 50%. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕນິກ ບໍ່ພຽງແຕ່ແມ່ນເວທີສຳລັບບັນດາວິສາຫະກິດຢູ່ເຂດຕົວເມືອງໃຫຍ່ເທົ່ານັ້ນ ຫາກຍັງມີທ່າອ່ຽງເປີດກວ້າງການສົ່ງຜົນສະທ້ອນໄປຍັງບັນດາແຂວງ, ນະຄອນອີກດ້ວຍ. ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາການຄ້າເອເລັກໂຕນິກ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:
“ການຄ້າເອເລັກໂຕນິກ ຫວຽດນາມ ເວົ້າລວມ ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນເວົ້າສະເພາະແມ່ນຕະຫຼາດທີ່ເປັນປະໂຫຍດ ແລະ ສະດວກພໍສົມຄວນ, ເໝາະສົມກັບທ່າອ່ຽງພັດທະນາໃນໂລກ. ການຄ້າຂ້າມຊາຍແດນສາມາດຊ່ວຍໃຫ້ບັນດາບໍລິສັດຜະລິດໂດຍກົງ, ຜູ້ຜະລິດຂະໜາດນ້ອຍສາມາດເຂົ້າຮ່ວມການສົ່ງອອກໂດຍກົງ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV) |
ຊຸກຍູ້ການພັດທະນາການຄ້າເອເລັກໂຕນິກ
ບັນດາໝາກຜົນເຊິ່ງການຄ້າເອເລັກໂຕນິກບັນລຸໄດ້ໃນໄລຍະຜ່ານມາ ແມ່ນຍ້ອນລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຫຼາຍນະໂຍບາຍ, ຂໍ້ກຳນົດ ຢ່າງຂ້ຽວຂາດໃນວຽກງານຊີ້ນຳ, ບໍລິຫານ ແນໃສ່ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງລັດສຳລັບການເຄື່ອນໄຫວການຄ້າເອເລັກໂຕນິກ, ຈາກນັ້ນ, ຊຸກຍູ້ການໝູນໃຊ້ເຂົ້າການຄ້າເອເລັກໂຕນິກ, ດຳເນີນທຸລະກິດໃນແປຼດຟອມດີຈີຕອນ, ຈາກນັ້ນ, ຊຸກຍູ້ການໝູນໃຊ້ເຂົ້າໃນຂົງເຂດການຄ້າເອເລັກໂຕນິກໃນວິສາຫະກິດ ແລະ ປະຊາຄົມ, ສ້າງຕະຫຼາດການຄ້າເອເລັກໂຕນິກປອດໃສ, ມີລັກສະນະແກ້ງແຍ້ງ ແລະ ພັດທະນາແບບຍືນຍົງ. ເພື່ອສືບຕໍ່ຊຸກຍູ້ການພັດທະນາການຄ້າເອເລັກໂຕນິກໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ຕ້ອງລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຊົນ ແລະ ປະຊາຄົມວິສາຫະກິດ. ທ່ານກ່າວວ່າ:
“ຕ້ອງລົງທຶນ, ຊີ້ນຳນຳພາ, ຈັດຕັ້ງປະຕິບັດການສ້າງບັນດາລະບອບລະບຽບການ, ສ້າງຂະບວນການ, ສ້າງທ່າອ່ຽງເພື່ອຜັນຂະຫຍາຍປະຕິບັດ. ຊີ້ນຳບໍລິຫານ ແລະ ຈັດຕັ້ງຜັນຂະຫຍາຍຢ່າງຄົບຊຸດ, ມີໄຫວພິບ, ກຳນົດຂໍ້ບຸລິມະສິດ, ຈຸດສຸມ, ຈຸດໃຈກາງຢ່າງຈະແຈ້ງ; ຕ້ອງຍູ້ແຮງການສ້າງ ແລະ ສ້າງກອບນິຕິກຳ, ກົນໄກນະໂຍບາຍໃຫ້ສົມບູນແບບ, ທົດລອງປະຕິບັດບັນດາຮູບແບບໃໝ່ໃນການພັດທະນາການຄ້າເອເລັກໂຕນິກ ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງ ແລະ ທ່າອ່ຽງພັດທະນາ.”
ທາງຝ່າຍກະຊວງ, ຂະແໜງການ, ໃນໄລຍະຈະມາເຖິງ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ) ຈະຜັນຂະຫຍາຍແຜນຮ່າງສ້າງຕະຫຼາດການຄ້າເອເລັກໂຕນິກທີ່ມີຄວາມເປັນເອກະພາບ ລະຫວ່າງ 63 ແຂວງ, ນະຄອນໃນທົ່ວປະເທດ. ດ້ວຍເປົ້າໝາຍແມ່ນ ຮ່ວມສຳພັນ, ເຊື່ອມຕໍ່ລະຫວ່າງບັນດາຕະຫຼາດການຄ້າເອເລັກໂຕນິກທ້ອງຖິ່ນນຳກັນ ແລະ ກັບບັນດາຕະຫຼາດການຄ້າເອເລັກໂຕນິກທົ່ວໄປຢູ່ທ້ອງຖິ່ນຕ່າງໆກັບບັນດາຕະຫຼາດການຄ້າເອເລັກໂຕນິກ ສ້າງເປັນສະພາບແວດລ້ອມເຊື່ອມຕໍ່ແລກປ່ຽນການຄ້າຫຼາຍສົ້ນຢ່າງມີປະສິດທິຜົນ, ຫຼຸດຜ່ອນໄລຍະຫ່າງລະຫວ່າງເຂດພາກ, ປະກອບສ່ວນໜູນຊ່ວຍ, ຊຸກຍູ້ການໝູນໃຊ້ການຄ້າເອເລັກໂຕນິກໃນວິສາຫະກິດ ແລະ ປະຊາຄົມ.
ໃນສະພາບການທີ່ ຫວຽດນາມ ພວມນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກັບພື້ນຖານເສດຖະກິດໂລກ, ພ້ອມກັບໂອກາດຈາກບັນດາສັນຍາການຄ້າເສລີລຸ້ນໃໝ່, ທ່າອ່ຽງຫັນປ່ຽນຈາກການດຳເນີນທຸລະກິດແບບເກົ່າ ມາເປັນການຄ້າເອເລັກໂຕນິກ ໄດ້ຮັບຖືວ່າ ແມ່ນມາດຕະການທີ່ມີປະສິດທິຜົນ ຊ່ວຍໃຫ້ບັນດາວິສາຫະກິດເຊື່ອມຕົວ ແລະ ເປີດກວ້າງຕະຫຼາດສົ່ງອອກ./.