ບົດລາຍງານຂອງ EU ສ່ອງແສງຢ່າງຜິດເຂວກ່ຽວກັບສິດທິມະນຸດຢູ່ ຫວຽດນາມ

Hong Van
Chia sẻ

(VOVWORLD) - ວັນທີ 29 ພຶດສະພາ ຜ່ານມາ, ສະຫະພາບເອີລົບ (ອີຢູ) ໄດ້ປະກາດບົດລາຍງານປະຈຳປີກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕໃນໂລກປີ 2023. ເຖິງວ່າ ບົດລາຍງານໄດ້ສ່ອງແສງບາງບັນດາຜົນງານ ແລະ ບາດກ້າວເດີນຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດ ແຕ່ເປັນຫນ້າເສຍດາຍຍັງສືບຕໍ່ຍົກອອກບາງຂໍ້ສັງເກດທີ່ຂາດພາວະວິໄສໂດຍອີງໃສ່ຂໍ້ມູນທີ່ຜິດເຂວ ແລະບໍ່ສ່ອງແສງຖືກກັບສະພາບຕົວຈິງຢູ່ ຫວຽດນາມ.

ບົດລາຍງານຂອງ EU ສ່ອງແສງຢ່າງຜິດເຂວກ່ຽວກັບສິດທິມະນຸດຢູ່ ຫວຽດນາມ - ảnh 1ພາບປະກອບ:VOV5

ໃນບົດລາຍງານ, ອີຢູ ຖືວ່າ ພື້ນທີ່ດ້ານສັງຄົມພົນລະເຮືອນ ຢູ່ ຫວຽດນາມ ນັບມື້ນັບຖືກຮັດແຄບ. ພ້ອມທັງ ຮຽກຮ້ອງ ຫວຽດນາມ ປ່ອຍຕົວອິດສະຫລະໃຫ້ຜູ້ທີ່ຖືກກັກຂັງທັງໝົດຍ້ອນປະຕິບັດສິດເສລີໃນການປາກເວົ້າ.

ບັນດາຂໍ້ສັງເກດຂາດພາວະວິໄສ

ຕາມສາດສະດາຈານ, ປອ ຮ່ວາງຮຸ່ງຫາຍ, ຮອງຫົວຫນ້າສະຖາບັນສິດທິມະນຸດແລ້ວ, ຢູ່ ຫວຽດນາມ ບໍ່ສ້າງຕັ້ງຖັນແຖວບັນດານັກເຄື່ອນໄຫວດ້ານສິດທິມະນຸດ, ຫາກພົນລະເມືອງ ຫວຽດນາມ ທຸກຄົນ ລ້ວນແຕ່ມີພັນທະຕັ້ງຫນ້າໃນການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ.  ກໍ່ຄ້າຍຄືກັນກັບທຸກປະເທດອື່ນໃນໂລກ, ຫວຽດນາມ ມີລະບົບກົດໝາຍເພື່ອປົກປ້ອງສິດທິມະນຸດ, ຕ້ານຄືນບັນດາການກະທຳລ່ວງລ້ຳສິດທິມະນຸດ. ຕາມນັ້ນແລ້ວ ທຸກການກະທຳລ່ວງລ້ຳສິດທິມະນຸດ ຕ້ອງໄດ້ແກ້ໄຂຢ່າງຖືກຕ້ອງກັບກົດໝາຍ. ຫວຽດນາມສະຫນັບສະຫນູນບັນດາການກະທຳເຄົາລົບ, ປົກປ້ອງສິດທິມະນຸດ. ສະນັ້ນ ຖ້າຫາກເວົ້າວ່າ ຢູ່ ຫວຽດນາມປາບປາມບັນດານັກເຄື່ອນໄຫວດ້ານສິດທິມະນຸດ ແມ່ນບໍ່ຖືກກັບຄວາມເປັນຈິງ, ບໍ່ເໝາະສົມກັບວິວັດການຮັບປະກັນສິດທິມະນຸດຢູ່ ຫວຽດນາມ ປະຈຸບັນ.   

ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຮັບປະກັນສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໃຫ້ພົນລະເມືອງທຸກຄົນ. ແຕ່ບັນດາສິດນີ້ຕ້ອງໃນນອນຂອບເຂດຂອງກົດໝາຍ. ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນຫນັກວ່າ:

“ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ແມ່ນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມແລະ ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ, ແມ່ນກຳລັງຫນູນຂອງວິວັດການປ່ຽນແປງໃຫມ່ພາລະກິດແຫ່ງການພັດທະນາເສດຖະກິດ ສັງຄົມ ຂອງປະເທດຊາດ. ຫວຽດນາມຍາມໃດກໍ່ມານະພະຍາຍາມເພື່ອເປົ້າໝາຍຍົກສູງຊີວິດການເປັນຢູ່ ແລະສິດໄດ້ຊົມໃຊ້ບັນດາສິດທິ ແລະ ຄວາມເສລີພື້ນຖານຂອງມະນຸດ ໂດຍໄດ້ ລະບຸໄວ້ໃນລັດຖະທຳມະນູນ, ກົດໝາຍ ແລະ ໄດ້ຮັບປະກັນເຄົາລົບໃນສະພາບຕົວຈິງ. ບັນດາຄວາມມານະພະຍາຍາມ ແລະຜົນງານຮັບປະກັນສິດທິມະນຸດ ຫວຽດນາມ ລ້ວນແຕ່ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ ແລະຕີລາຄາສູງຈາກປະຊາຄົມສາກົນ.”

ສະພາບຕົວຈິງຢ່າງມີຊີວິດຊີວາ

ໃນສະພາບຕົວຈິງ, ບັນດາການກະທຳລະອຽດໃນການປະຕິບັດສິດທິມະນຸດຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນຕາມບັນດາສົນທິສັນຍາ ຊື່ງ ຫວຽດນາມ ໄດ້ລົງນາມ. ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ, ເຂົ້າຮ່ວມ 7/9 ສົນທິສັນຍາຫລັກຂອງ ສະຫະປະຊາຊາດກ່ຽວກັບສິດທິມະນຸດ; ໃຫ້ສັດຕະຍາບັນ, ເຂົ້າຮ່ວມ 25 ສົນທິສັນຍາຂອງ ອົງການແຮງງານສາກົນ.

ຢູ່ກອງປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກກວດກາປະຈຳໄລຍະດ້ານສິດທິມະນຸດ ຮອບວຽນທີ  IV ຂອງສະພາສິດທິມະນຸດ ສປຊ ດຳເນີນຢູ່ ເຊີແນວ ປະເທດ ສະວິດໃນເດືອນ ພຶດສະພາຜ່ານມາ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ກໍ່ໄດ້ຢັ້ງຢືນ: ໂດຍເຄີຍແມ່ນປະເທດທີ່ນອນໃນກຸ່ມບັນດາປະເທດທຸກຍາກວ່າໝູ່ໃນໂລກ,ແຕ່ ຫວຽດນາມ ໄດ້ກາຍເປັນຫນຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕວ່ອງໄວທີ່ສຸດ. ໃນໄລຍະ 1989 ຫາ 2023, GDP ສະເລ່ຍຕໍ່ຫົວຄົນຂອງຫວຽດນາມໄດ້ເພີ່ມຂຶ້ນ 40 ເທົ່າ. ໃນຮອບເວລາ 2 ທົດສະວັດ, ນັບແຕ່ເມື່ອປີ 1993, ມີປະຊາຊົນກວ່າ 40 ລ້ານຄົນໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ. ການພັດທະນາຢ່າງວ່ອງໄວຂອງສື່ມວນຊົນ, ອິນເຕີແນັດ ແລະ ສື່ສັງຄົມອອນລາຍ ຢູ່ ຫວຽດນາມ ໄດ້ຊ່ວຍເພີ່ມທະວີຄວາມເສລີໃນດ້ານສື່ມວນຊົນ, ຄວາມເສລີໃນການປາກເວົ້າ ແລະ ສິດໄດ້ເຂົ້າເຖິງຂໍູ້ມນ. ປະຈຸບັນ ຜູ້ນຳໃຊ້ ອິນເຕີແນັດຢູ່ ຫວຽດນາມ ບັນລຸກວ່າ 78 ລ້ານຄົນ, ເຄືອຂ່າຍ 4G ໄດ້ປົກຄຸມໄປທົ່ວເກືອບ 99,8% ຈຳນວນພົນລະເມືອງ ຫວຽດນາມ.

ບັນດາຄວາມມານະພະຍາຍາມໃນການຮັບປະກັນສິດທິມະນຸດຂອງຫວຽດນາມ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ. ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນ ພຶດສະພາຜ່ານມາ, ທ່ານ ປະທານສະພາສັນຕິພາບໂລກ Pallab Sengupta  ໄດ້ໃຫ້ຂໍ້ສັງເກດວ່າ:

“ລັດຖະບານ ຫວຽດນາມ ຍາມໃດກໍ່ຮັບຟັງສຽງເວົ້າຂອງປະຊາຊົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການ ແລະປັບປຸງຊີວິດການເປັນຢູ່ຂອງແຕ່ລະຄົນ. ຂ້າພະເຈົ້າຄິດວ່າ ຫວຽດ ນາມ ພວມເຮັດສິ່ງທີ່ດີສຸດ ເພື່ອຮັບປະກັນສິດທິມະນຸດ. ຂ້າພະເຈົ້າຕີລາຄາສູງຄວາມມານະພະຍາຍາມນີ້ ຂອງຫວຽດນາມ. ອາດຈະມີບັນດາສິ່ງທ້າທາຍ ແຕ່ເປັນທີ່ຈະແຈ້ງແລ້ວວ່າ ພັກ ແລະ ລັດ ຫວຽດນາມ ພວມມີຄວາມລະມັດລະວັງ ແລະ ມານະພະຍາຍາມແກ້ໄຂ, ຜ່ານພົ້ນບັນດາຄວາມຫຍຸ້ງຍາກນີ້”

ສິດທິມະນຸດ ແມ່ນບັນຫາມີລັກສະນະກວມລວມຂອງທົ່ວໂລກ. ແຕ່ລະປະເທດ, ຊົນຊາດ,ອີງຕາມຈຸດພິເສດສະເພາະຂອງວັດທະນະທຳ, ປະຫວັດສາດ ລ້ວນແຕ່ມີບັນດາມາດຖານ, ຂໍ້ກຳນົດສະເພາະ. ເລື່ອງຈັດວາງມາດຖານຂອງປະເທດນີ້ໃສ່ປະເທດອື່ນ ແມ່ນບໍ່ເໝາະສົມ ແລະນັ້ນກໍ່ແມ່ນການກະທຳແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ, ບໍ່ຖືກຕ້ອງກັບຂໍ້ກຳນົດຂອງສະຫະປະຊາຊາດ. ເປັນຫນ້າເສຍດາຍ ເມື່ອ ອີຢູ ຍັງສືບຕໍ່ຍົກອອກບາງຂໍ້ສັງເກດທີ່ຂາດພາວະວິໄສ, ອີງໃສ່ບາງຂໍ້ມູນຜິດເຂວ, ບໍ່ສ່ອງແສງຖືກກັບສະພາບຕົວຈິງຢູ່ ຫວຽດນາມ.

ຕອບກັບ