ຍົກສູງສະມັດຕະພາບແຮງງານເພື່ອຮັດແຄບຊ່ອງຫວ່າງການພັດທະນາ

Van
Chia sẻ
(VOVWORLD) - ສະມັດຕະພາບແຮງງານແມ່ນໜຶ່ງໃນບັນດາໄມ້ວັດແທກສຳຄັນເພື່ອຕີລາຄາ, ປຽບທຽບລະດັບການພັດທະນາລະຫວ່າງບັນດາປະເທດ, ກໍຄືລະຫວ່າງບັນດາຂົງເຂດ, ທ້ອງຖິ່ນຢູ່ແຕ່ລະປະເທດ.
ຍົກສູງສະມັດຕະພາບແຮງງານເພື່ອຮັດແຄບຊ່ອງຫວ່າງການພັດທະນາ - ảnh 1(ພາບປະກອບ: VGP)

        ໃນທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບການຍົກສູງສະມັດຕະພາບແຮງງານຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ການຍົກສູງສະມັດຕະພາບແຮງງານ ໄດ້ກາຍເປັນບັນຫາເປັນຕາຍສຳລັບທຸກໆປະເທດ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ.

        ສະມັດຕະພາບແຮງງານແມ່ນໜຶ່ງໃນບັນດາໄມ້ວັດແທກສຳຄັນເພື່ອຕີລາຄາ, ປຽບທຽບລະດັບການພັດທະນາລະຫວ່າງບັນດາປະເທດ, ກໍຄືລະຫວ່າງບັນດາຂົງເຂດ, ທ້ອງຖິ່ນຢູ່ແຕ່ລະປະເທດ.

ສະມັດຕະພາບແຮງງານຂອງ ຫວຽດນາມ ເຕີບໂຕຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ

        ແຕ່ປີ 2011 ມາຮອດປະຈຸບັນ, ສະມັດຕະພາບແຮງງານຂອງ ຫວຽດນາມ ເພີ່ມຂຶ້ນ 2,7 ເທົ່າ, ຈາກ 70 ລ້ານດົ່ງ (ເກືອບ 3.000 USD)/ຄົນໃນປີ 2011 ຂຶ້ນເປັນ 188,7 ລ້ານດົ່ງ (ກວ່າ 8.000 USD) ໃນປີ 2023. ນີ້ແມ່ນລະດັບສູງເມື່ອທຽບໃສ່ຢູ່ພາກພື້ນ ແລະ ພວມຄ່ອຍໆຮັດແຄບຊ່ອງຫວ່າງກັບບັນດາປະເທດ.

        ຕາມທະນາຄານໂລກ (WB) ແລ້ວ, ຄິດໄລ່ຕາມກຳລັງຊື້ທຽບເທົ່າ (PPP), ໃນໄລຍະ 2021 – 2022, ສະມັດຕະພາບແຮງງານຂອງ ຫວຽດນາມ ເພີ່ມຂຶ້ນສະເລ່ຍ 4%/ປີ, ສູງກວ່າຫຼາຍເມື່ອທຽບໃສ່ການຄິດສະເລ່ຍຂອງໂລກແມ່ນ 2% ແລະ ຢືນອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ (ຖັດຈາກສະມັດຕະພາບການອອກແຮງງານຂອງ ສິງກະໂປ ແມ່ນ 5,8%).

        ການເພີ່ມສະມັດຕະພາບແຮງງານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ພິເສດແມ່ນເພີ່ມລາຍຮັບ, ຍົກສູງຊີວິດທາງດ້ານວັດຖຸຂອງປະຊາຊົນ. ໃນໄຕມາດທີ 1 ປີ 2024, ລາຍຮັບສະເລ່ຍຂອງຜູ້ອອກແຮງງານແມ່ນ 7,6 ລ້ານດົ່ງ (322 USD), ເພີ່ມຂຶ້ນ 549.000 ດົ່ງ (24 USD) ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ເພື່ອບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນ ຫວຽດນາມ ກຳນົດແຈ້ງການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນ 1 ໃນ 3 ຂອດບຸກທະລຸຍຸດທະສາດ (ພ້ອມກັບລະບອບລະບຽບການ ແລະ ລະບົບພື້ນຖານໂຄງລ່າງ). ພິເສດ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ປີ 2011) ໄດ້ເນັ້ນໜັກເຖິງການພັດທະນາແຫຼ່ງຊັບພະຍາກອນ ຕິດພັນກັບວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ. ນີ້ແມ່ນບັນດາປັດໄຈພື້ນຖານ, ແກ່ນສານ ແລະ ສ້າງພື້ນຖານເພື່ອເພີ່ມສະມັດຕະພາບແຮງງານຢ່າງວ່ອງໄວ ແລະ ຍືນຍົງ.

        ລັດຖະບານ, ນາຍົກລັດຖະມົນຕີ ກໍ່ຈັດການຜັນຂະຫຍາຍບັນດາກົນໄກ, ນະໂຍບາຍ, ຍຸດທະສາດ, ແຜນການກ່ຽວຂ້ອງເຖິງການຍົກສູງສະມັດຕະພາບແຮງງານ. ສິ່ງທີ່ໜ້າສົນໃຈ, ເດືອນ ພະຈິກ 2023, ນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ “ໂຄງການແຫ່ງຊາດກ່ຽວກັບການເພີ່ມສະມັດຕະພາບແຮງງານຮອດປີ 2030” ດ້ວຍເປົ້າໝາຍທີ່ໄດ້ວາງອອກແມ່ນ: ຮອດປີ 2030, ສະມັດຕະພາບແຮງງານກາຍເປັນກຳລັງໜູນສຳຄັນໃຫ້ແກ່ການເຕີບໂຕຢ່າງວ່ອງໄວ, ຍືນຍົງ, ຍາດແຍ່ງເອົາບັນດາໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃຫ້ມີປະສິດທິຜົນ.

ສຸມໃສ່ບັນດາປາຍແຫຼມເພື່ອເພີ່ມສະມັດຕະພາບການອອກແຮງງານ

        ເຖິງວ່າໄດ້ມີການປົວແປງແລ້ວກໍ່ຕາມ, ແຕ່ຖ້າຄິດໄລ່ຕາມມູນຄ່າຂາດຕົວ, ສະມັດຕະພາບແຮງງານຂອງ ຫວຽດນາມ ຍັງຢູ່ໃນລະດັບຕ່ຳເມື່ອທຽບໃສ່ບັນດາປະເທດໃນພາກພື້ນ. ສະມັດຕະພາບແຮງງານຂອງ ຫວຽດນາມ ປີ 2022 ພຽງແຕ່ທຽບເທົ່າ 11,4% ຂອງ ສິງກະໂປ, 24,7% ຂອງ ສ.ເກົາຫຼີ, 26,3% ຂອງ ຍີ່ປຸ່ນ…

        ຊ່ອງຫວ່າງກ່ຽວກັບສະມັດຕະພາບແຮງງານ ແລະ ລະດັບການພັດທະນາລະຫວ່າງບັນດາເຂດ, ພາກ, ຂົງເຂດຍັງໃຫຍ່ຫຼວງພໍສົນຄວນ. ບັນດາປັດໄຈພື້ນຖານໃຫ້ແກ່ການເພີ່ມສະມັດຕະພາບແຮງງານຢ່າງວ່ອງໄວ ແລະ ຍືນຍົງ ຍັງບໍ່ທັນມີບາດກ້າວບຸກທະລຸ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ, ບັນດາສະມາຊິກ, ຜູ້ອອກແຮງງານ, ກຳມະບານທຸກຂັ້ນ, ປະຊາຄົມວິສາຫະກິດ ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ປະຕິບັດວຽກງານຈຳນວນໜຶ່ງ, ຄື:

        “ຕ້ອງນຳໜ້າໃນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ, ບັນດາຂະແໜງ, ຂົງເຂດທີ່ຫາກໍ່ພົ້ນເດັ່ນ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ; ນຳໜ້າໃນການເຊື່ອມໂຍງເຂົ້າກັບສາກົນ, ຍາດແຍ່ງທຸກໂອກາດໃຫ້ເປັນຢ່າງດີ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ທ່າແຮງແກ່ງແຍ້ງ ເພື່ອຍົກສູງປະສິດທິຜົນການຜະລິດດຳເນີນທຸລະກິດ; ນຳໜ້າໃນບັນດາຂະບວນການແຂ່ງຂັນຍົກສູງສະມັດຕະພາບການອອກແຮງງານ, ຈັດຕັ້ງການຜະລິດດຳເນີນທຸລະກິດ, ປັບປຸງເຕັກນິກ, ຊຸກຍູ້ບັນດາຂໍ້ລິເລີ່ມເພີ່ມສະມັດຕະພາບການອອກແຮງງານຢ່າງແຮງ”.

        ຜູ້ນຳລັດຖະບານກໍ່ເນັ້ນໜັກເຖິງເລື່ອງ ຕ້ອງສ້າງບາດກ້າວບຸກທະລຸກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສອນວິຊາຊີບ; ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ…

        ການຍົກສູງສະມັດຕະພາບແຮງງານແມ່ນໜ້າທີ່ສຳຄັນ, ທັງຮີບດ່ວນ, ທັງມີລັກສະນະຍຸດທະສາດ, ຍາວນານຂອງທັງລະບົບການເມືອງ. ນີ້ກໍ່ແມ່ນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດເພື່ອໃຫ້ ຫວຽດນາມ ກ້າວເດີນທັນກັບບັນດາປະເທດພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ