ຕີລາຄາກ່ຽວກັບສາສະຫນາຢູ່ ຫວຽດນາມບໍ່ຄວນອີງໃສ່ບາງກໍລະນີຍ່ອຍ

Giang Le-Hong Van
Chia sẻ

(VOVWORLD) -ຫວຽດນາມ ຫາກໍ່ດຳເນີນການໂອ້ລົມສົນທະນາຢ່າງສຳເລັດຜົນກ່ຽວກັບບົດລາຍງານແຫ່ງຊາດວ່າດ້ວຍການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຕາມກົນໄກກວດກາທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ). ໃນຈຸດເວລາດຽວກັນ, ໂຄກົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໄດ້ອອກສຽງກ່ຽວກັບບັນດາຄຳກ່າວຫາໂດຍຂາດຂໍ້ອ້າງອີງຂອງ ຄະນະກຳມະການເສລີດ້ານສາສະຫນາສາກົນ ຂອງອາເມລິກາ (USCIRF) ເມື່ອຕີລາຄາກ່ຽວກັບສະພາບຄວາມເສລີດ້ານສາສະຫນາ ຢູ່ ຫວຽດນາມ ຍ້ອນບັນດາ “ຂໍ້ໃຫ້ສັງເກດນີ້ບໍ່ພາວະວິໄສ, ມີລັກສະນະອະຄະຕິ ແລະ ບໍ່ຊັດເຈນ”

ຕີລາຄາກ່ຽວກັບສາສະຫນາຢູ່ ຫວຽດນາມບໍ່ຄວນອີງໃສ່ບາງກໍລະນີຍ່ອຍ - ảnh 1ຊາວເຜົ່າ ຈຳ ຢູ່ ບິ່ງທ້ວນ ຕ້ອນຮັບວັນບຸນ Ramưwan. ພາບ: VOV

ການໃຫ້ຂໍ້ສັງເກດ, ຕີລາຄາ ກ່ຽວກັບຄວາມເສລີດ້ານສາສະຫນາຢູ່ ຫວຽດນາມ ພຽງແຕ່ອີງໃສ່ບາງກໍລະນີຍ່ອຍ, ບໍ່ມີລັກສະນະທົ່ວໄປ ຫລືຕີລາຄາໂດຍອີງໃສ່ບັນດາຂໍ້ໃຫ້ສັງເກດທີ່ຂາດພາວະວິໄສ, ມີຄວາມອະຄະຕິ ລ້ວນແຕ່ບໍ່ໄດ້ຮັບການຮັບຮູ້ຈາກ ຫວຽດນາມ.

ການຕີລາຄາກ່ຽວກັບຄວາມເສລີດ້ານສາສະຫນາຢູ່ ຫວຽດນາມ ຕ້ອງປະຕິບັດດ້ວຍການສັງເກດແບບສັງລວມ

ຢູ່ ຫວຽດນາມ, ໂດຍບໍ່ວ່າຢູ່ທ້ອງຖິ່ນໃດ, ຈາກອົງການບໍລິຫານຂັ້ນຕ່ຳສຸດແມ່ນ ບ້ານ, ຕາແສງ, ບ່ອນໃດກໍ່ມີຮາກຖານສາສະຫນາ, ການເຊື່ອຖືສາສະຫນາ ນັບທັງເຂດປະສົບກັບຄວາມຫຍຸ້ງຍາກກວ່າໝູ່ຄື ຢູ່ ໝູ່ເກາະທີ່ຫ່າງໄກ ຫລື ຢູ່ບັນດາຕາແສງເຂດພູສູງຢູ່ຊາຍແດນ. ມີບ່ອນບູຊາກວ່າ 30.000 ແຫ່ງ ທີ່ໄດ້ຕັ້ງຢູ່ທົ່ວທຸກ 3 ພາກຂອງປະເທດຊາດ. ປະຊາຊົນຖືສາສະຫນາພຸດ ລ້ວນແຕ່ມີຄວາມເສລີໃນການເຄື່ອນໄຫວດ້ານສາສະຫນາຢູ່ວັດວາອາຮາມ. ປະຊາຊົນຖືສາສະຫນາໂປແຕັດສະຕັງ, ກາໂຕລິກ ທຸກວັນ, ທຸກອາທິດ ກໍ່ລ້ວນແຕ່ໄປທຳພິທີການດ້ານສາສະຫນາຢູ່ໂບດ, ຫໍແຈກ. ປະຊາຊົນ ຖືສາສະຫນາ ກາວດ່າຍ, ຮ່ວາຫາວ.. ກໍ່ມີຄວາມເສລີໃນການເຄື່ອນໄຫວສາສະຫນາຢູ່ບັນດາຮາກຖານບູຊາທີ່ໄດ້ກໍ່ສ້າງຢ່າງໃຫຍ່ໂຕສວຍງາມ ຊ້ຳບໍ່ໜຳບັນດາສະຖານທີ່ດັ່ງກ່າວໄດ້ກາຍເປັນບ່ອນທ່ອງທ່ຽວດ້ານຈິດວິນຍານຂອງນັກທ່ອງທ່ຽວນັບໝື່ນໆຄົນ.

ປະຈຸບັນ ຫວຽດນາມ ມີສາສະນິກກະຊົນກວ່າ 27 ລ້ານຄົນທີ່ກຳລັງເຊື່ອຖືບັນດາສາສະຫນາ ກວມເອົາປະມານ 27% ຈຳນວນພົນລະເມືອງ. ນອກຈາກບັນດາສາສະຫນາຫລັກໂດຍມີສາສະນິກກະຊົນກວມເອົາຈຳນວນຫລາຍນັ້ນຄື: ສາສະຫນາພຸດ, ກາໂຕລິກ, ໂປແຕດສະຕັງ, ສາສະຫນາ ຮ່ວາຫາວ, ກາວດ່າຍ ຢູ່ ຫວຽດນາມຍັງມີຫລາຍສາສະຫນາອື່ນອີກ. ແລະ  ຢູ່ ຫວຽດນາມບໍ່ມີບ່ອນໃດ ອຳນາດການປົກຄອງ ຈຳກັດ ຫລື ຄວບຄຸມການເຄື່ອນໄຫວສາສະຫນາຂອງປະຊາຊົນ ຖ້າເຂົາເຈົ້າປະຕິບັດການເຄື່ອນໄຫວສາສະຫນາຕາມຈິດໃຈ “ ຢູ່ໃນສິນກິນໃນທຳ”, ນັບຖືສາສະຫນາ, ຮັກຊາດ, ຮັບໃຊ້ທຳມະ - ປະເທດຊາດ. ກົງກັນຂ້າມ ສິ່ງໃດມີລັກສະນະຫັນເປັນແງ່ບໍ່ດີ ເປັນຕົ້ນແມ່ນບັນດາປະກົດການສາສະຫນາຫົວຮຸນແຮງ ໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ ຫລື ສວຍໃຊ້ສາສະຫນາເພື່ອເຕົ້າໂຮມກຳລັງ, ໂຄສະນາຕ້ານທຳລາຍລັດ ສສ ຫວຽດນາມ … ແມ່ນການລະເມີດກົດໝາຍ ຫວຽດນາມ.

ຄວາມເສລີດ້ານສາສະຫນາຢູ່ ຫວຽດນາມ: ບັນດາການຫັນປ່ຽນຢ່າງຕັ້ງຫນ້າໃນສະພາບຕົວຈິງ

ວັນທີ 23 ທັນວາ ປີ 2023, ສຳນັກວາຕີກັງ ໄດ້ປະກາດເລື່ອງ ສັງຄະນາຍົກ Marek Zalewski ໄດ້ຮັບການແຕ່ງຕັ້ງຈາກສັນຕະປາປາ Francis ເປັນຜູ້ຕາງຫນ້າຄົນທຳອິດຂອງສຳນັກວາຕີກັງ ປະຈຳຢູ່ ຫວຽດນາມ. ນີ້ແມ່ນໝາກຜົນຂອງວິວັດການປຶກສາຫາລືຢ່າງຕັ້ງຫນ້າບົນຈິດໃຈເຄົາລົບ, ຮ່ວມມື ແລະ ເຂົ້າໃຈ ເຊິ່ງກັນ ແລະກັນ ພ້ອມທັງສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍໃນການເຄົາລົບ ແລະ ຮັບປະກັນຄວາມເສລີໃນການເຊື່ອຖື, ສາສະຫນາ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາສາສະຫນາ, ໃນນັ້ນ ມີສາສະຫນາ ກາໂຕລິກ ຂອງລັດຫວຽດນາມ.

ລັດ ຫວຽດນາມກໍ່ໄດ້ປະຕິບັດຫລາຍໆມາດຕະການ ເພື່ອສ້າງເງື່ອນໄຂດີກວ່າໃຫ້ແກ່ປະຊາຊົນເຊື່ອຖືສາສາສະຫນານັບລ້ານໆຄົນ. ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການເຊື່ອຖື, ສາສະຫນາ ປີ 2016. ລັດຖະບານໄດ້ປະກາດໃຊ້ດຳລັດຫລາຍສະບັບເພື່ອນຳກົດໝາຍເຂົ້າປະຕິບັດໃນຊີວິດ. ພິເສດ ແມ່ນກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີຜົນສັກສິດແຕ່ວັນທີ 1 ກໍລະກົດປີນີ້ ຈະປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກດ້ານທີ່ດິນທີ່ກ່ຽວຂ້ອງເຖິງສາສະຫນາ. ໄລ່ມາຮອດປະຈຸບັນດ 70% ຮາກຖານສາສະຫນາໄດ້ຮັບຫນັງສືຢັ້ງຢືນສິດນຳໃຊ້ທີ່ດິນໃນຂອບເຂດທົ່ວປະເທດ. ລັດ ຫວຽດນາມກໍ່ໄດ້ສ້າງເງື່ອນໄຂໃຫ້ບັນດາອົງການສາສະຫນາ ໃນການສ້ອມແປງ, ບູລະນະປະຕິສັງຂອນ ແລະ ກໍ່ສ້າງຮາກຖານສາສະຫນາແຫ່ງໃຫມ່.

ຕີລາຄາກ່ຽວກັບສາສະຫນາຢູ່ ຫວຽດນາມບໍ່ຄວນອີງໃສ່ບາງກໍລະນີຍ່ອຍ - ảnh 2ສາສະນິກກະຊົນ ຖືສາສະຫນາ ກາວດ່າຍ ທຳພິທີການທາງສາສະຫນາຢູ່ ໂບດ ໄຕນິງ. ພາບ: VOV

ບັນດາວັນບຸນສຳຄັນຂອງສາສະຫນາຕ່າງໆນັ້ນ ລ້ວນແຕ່ໄດ້ຮັບການຈັດຕັ້ງດ້ວຍຂອບຂະຫນາດໃຫຍ່, ດຶງດູດຜູ້ເຊື່ອຖືສາສະຫນາມາເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ປີ 2023, ກະຊວງພາຍໃນ ໄດ້ຮັບຮູ້ຕື່ມອີກ 2 ອົງການສາສະຫນາ. ໄລ່ຮອດຕົ້ນປີນີ້ ລັດ ຫວຽດນາມ ໄດ້ຮັບຮູ້ 43 ອົງການສາສະຫນາ.

ກ່ຽວກັບການພົວພັນກັບສາກົນ, ປີກາຍນີ້ ຕາມການສະຖິຕິຂອງຄະນະສາສະຫນາ ຂອງລັດຖະບານ, ຜູ້ມີຍົດສັກຕຳແຫນ່ງ, ນັກບວດ .. ກວ່າ 300 ຄົນຂອງບັນດາສາສະຫນາໄດ້ເຂົ້າຮ່ວມກອງປະຊຸມ, ກອງປະຊຸມສຳມະນາ, ບັນດາຊຸດບຳລຸງດ້ານສາສະຫນາຢູ່ຕ່າງປະເທດ, ມີຊາວຕ່າງປະເທດເກືອບ 400 ຄົນກໍ່ໄດ້ມາຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວສາສະຫນາ.

ສະພາບຕົວຈິງການເຄື່ອນໄຫວດ້ານສາສະຫນາ ແລະການພັດທະນາຂອງບັນດາສາສະຫນາ ຢູ່ຫວຽດນາມ ເປັນການພິສູດໃຫ້ເຫັນຢ່າງພາວະວິໄສກ່ຽວກັບຄວາມເສລີດ້ານສາສະຫນາຢູ່ຫວຽດນາມ. ຄວາມຈິງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສາສະຫນາຢູ່ ຫວຽດນາມ ແມ່ນບໍ່ຄວນອີງໃສ່ບາງກໍລະນີຍ່ອຍ.

ຕອບກັບ