ອາ​ຊຽນ ຊຸກ​ຍູ້​ບັນ​ດາ​ການ​ໃຫ້ບຸ​ລິ​ມະ​ສິດ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ, ບົດ​ບາດ​​ໃຈ​ກາງ

Anh Huyen
Chia sẻ
(VOVWORLD) -ວັນທີ 26 ຕຸລາ, ການນຳບັນດາປະເທດ ອາຊຽນ ໄດ້ເລີ່ມເຂົ້າຮ່ວມລາຍການເຄື່ອນໄຫວຂອງກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມສຸດຍອດ ອາຊຽນ ອື່ນໆທີ່ກ່ຽວຂ້ອງ ກັບບັນດາຄູ່ຮ່ວມມື, ກອງປະຊຸມສຸດຍອດ ອາຊຽນ + 3 ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS). ໂລກລະບາດໂຄວິດ - 19 ແລະ ການແກ້ງແຍ້ງຢ່າງແຮງ ລະຫວ່າງບັນດາປະເທດມະຫາອຳນາດພວມກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງຕໍ່ ອາຊຽນ. ແຕ່ນີ້ກໍແມ່ນໂອກາດເພື່ອໃຫ້ ອາຊຽນ ຊຸກຍູ້ບັນດາຂໍ້ບຸລິມະສິດ ແລະ ເສີມຂະຫາຍຄຸນຄ່າ, ເສີມຂະຫຍາຍບົດບາດເປັນໃຈກາງຂອງອົງການນີ້.

ໃນກອງປະຊຸມຄັ້ງຕ່າງໆນີ້ ຈະສືບຕໍ່ຖື ອາຊຽນ ເປັນໃຈກາງຂອງລາຍການດຳເນີນງານສຳຄັນທີ່ສຸດໃນພາກພື້ນ. ນັບແຕ່ສະພາບການຢູ່ ມຽນມາ, ແຫຼມເກົາເຫຼີ, ທະເລຕາເວັນອອກ, ຕະຫຼອດຮອດແຜນການແກ້ໄຂວິກິດການ ໂຄວິດ - 19, ຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ.

ເສີມຂະຫຍາຍທັດສະນະລວມໃນສະພາບການມີສິ່ງທ້າທາຍຫຼາຍຢ່າງ

        ກອງປະຊຸມຄັ້ງນີ້ຖືກດຳເນີນໃນຈຸດເວລາພິເສດທີ່ສຸດ. ອາຊຽນ ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ, ອາດເວົ້າໄດ້ວ່າ ແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ນັບທັງການແຜ່ລະບາດ ແລະ ການແຜ່ລາມຂອງເຊື້ອໄວຣັດສາຍພັນໃໝ່ຮອບຕ່າງໆຂອງໂລກລະບາດໂຄວິດ - 19 ໃນພາກພື້ນ, ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ. ບັນຫາຜະລິດວັກຊິນຢ່າງພຽງພໍເພື່ອຈຳໜ່າຍໃຫ້ຢ່າງທົ່ວເຖິງກໍພວມແມ່ນສິ່ງທ້າທາຍອັນໃຫຍ່ຫຼວງທີ່ສຸດສຳລັບພາກພື້ນ, ເພາະວ່າ ໄລ່ມາຮອດປັດຈຸບັນ, ອາຊຽນ ຍັງບໍ່ທັນມີແຫຼ່ງສະໜອງວັກຊິນຢ່າງພຽງພໍ, ໃນຂະນະທີ່ຢາປິ່ນປົວພະຍາດນີ້ກໍຍັງບໍ່ທັນມີ.

ອາ​ຊຽນ ຊຸກ​ຍູ້​ບັນ​ດາ​ການ​ໃຫ້ບຸ​ລິ​ມະ​ສິດ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ, ບົດ​ບາດ​​ໃຈ​ກາງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລກປ່ຽນກັບສະມາຊິກໃນຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VGP)
ກ່ຽວກັບການຟື້ນຟູເສດຖະກິດ, ປັດຈຸບັນ, ອາຊຽນ ໄດ້ເຫັນດີສ້າງຕັ້ງແລວໄປ - ມາ ສຳລັບນັກທຸລະກິດ ແລະ ປະຊາຊົນ. ແຕ່, ນີ້ກໍແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງໃນການຄວບຄຸມໂລກລະບາດ ເມື່ອປະເທດຕ່າງໆ ຄ່ອຍໆຜ່ອນຜັນມາດຕະການ, ອະນຸຍາດໃຫ້ໄປ - ມາຫາສູ່ກັນເທື່ອລະກ້າວ. ພ້ອມດຽວກັນນັ້ນ ກໍ່ແມ່ນສິ່ງທ້າທາຍຈາກໄພທຳມະຊາດ, ຄວາມໝັ້ນຄົງໃນພາກພື້ນ, ພິເສດແມ່ນການແກ້ງແຍ້ງລະຫວ່າງປະເທດມະຫາອຳນາດ.

        ໃນສະພາບການນັ້ນ, ຢູ່ທີ່ກອງປະຊຸມຕ່າງໆທີ່ຈັດຂຶ້ນໃນຄັ້ງນີ້, ອາຊຽນ ຈະສືບຕໍ່ຍົກສູງນ້ຳໃຈຄວາມສາມັກຄີ, ເສີມຂະຫຍາຍກຳລັງແຮງພາຍໃນ, ຢຶດໝັ້ນກັບຮູບການຈັດຕັ້ງປະຕິບັດວຽກງານຂອງ ອາຊຽນ, ພິເສດແມ່ນປົກປ້ອງຫຼັກການເຫັນດີເຫັນພ້ອມ ແລະ ຫຼັກການອື່ນໆທີ່ໄດ້ລະບຸໃນກົດບັດ ອາຊຽນ. ພ້ອມດຽວກັນນັ້ນ, ສາມັກຄີກັນ ເພື່ອພ້ອມກັນຮັກສາບົດບາດໃຈກາງຂອງ ອາຊຽນ, ເສີມຂະຫຍາຍບົດບາດຂອງບັນດາກົນໄກ ໂດຍ ອາຊຽນ ນຳພາ, ພ້ອມທັງຮັບປະກັນສຽງເວົ້າລວມ ແລະ ວິທີການສຳຜັດຢ່າງຍຸຕິທຳໃນການພົວພັນກັບຄູ່ຮ່ວມມື.

ຢັ້ງຢືນບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາພາກພື້ນ ແລະ ທົ່ວໂລກ

        ໄປຄຽງຄູ່ກັບການສຸມໃສ່ແກ້ໄຂສິ່ງທ້າທາຍຕ່າງໆພາຍໃນກຸ່ມ, ກອງປະຊຸມຄັ້ງນີ້ ກໍຈະແມ່ນໂອກາດເພື່ອໃຫ້ ອາຊຽນ ປັບປຸງ, ເປີດກວ້າງສາຍພົວພັນກັບບັນດາຄູ່ຮ່ວມມືຢູ່ນອກພາກພື້ນ ເປັນຕົ້ນແມ່ນ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອາເມລິກາ, ອົດສະຕາລີ ແລະ ລັດເຊຍ; ຮັກສາບົດບາດໃຈກາງຂອງ ອາຊຽນ ໃນກົນໄກຮ່ວມມື ໂດຍ ອາຊຽນ ລິເລີ່ມ ເຊິ່ງລວມມີ ອາຊຽນ + 3 ແລະ EAS.

        ໃນໄລຍະຜ່ານມາ, ອາຊຽນ ຍາມໃດກໍຮັກສາຄວາມສະເໝີພາບໃນການພົວພັນກັບຄູ່ຮ່ວມມື ໃນສະພາບການທີ່ມີຫຼາຍຄູ່ຮ່ວມມືສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອາຊຽນ, ສົ່ງເສີມບັນດາຄູ່ຮ່ວມມືໜູນຊ່ວຍ ອາຊຽນ ຄວບຄຸມ, ຮັບມືກັບໂລກລະບາດໂຄວິດ - 19 ແລະ ຮ່ວມມືກັນແກ້ໄຂສິ່ງທ້າທາຍລວມ ເປັນຕົ້ນແມ່ນ ກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດ ກັບ ຈີນ ເມື່ອເດືອນ ມິຖຸນາ 2021, ກັບ ລັດເຊຍ ເມື່ອເດືອນ ກໍລະກົດ 2021, ກັບ ອາເມລິກາ ເມື່ອເດືອນ ກໍລະກົດ 2021. ອາຊຽນ ກໍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - G7 ໃນເດືອນທັນວາ 2021 ຢູ່ ລອນດອນ, ລາຊະອານາຈັກອັງກິດ. ສິ່ງທີ່ໜ້າສົນໃຈແມ່ນ, ອາຊຽນ ໄດ້ຮັບຮອງເອົາ ລາຊະອານາຈັກ ອັງກິດ ເປັນຄູ່ເຈລະຈາທີ 11 ຂອງ ອາຊຽນ, ມອບລະບຽບການຄູ່ຮ່ວມມືຕາມຂົງເຂດຂອງ ອາຊຽນ ໃຫ້ ສະຫະລັດ ອາຣັບ ເອມມີເລດ (UAE) ແລະ ພວມພິຈາລະນາຂໍ້ສະເໜີແນະຂອງ ຈີນ ແລະ ອົດສະຕາລີ ກ່ຽວກັບການຍົກລະດັບການພົວພັນໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ຕໍ່ໜ້າສະພາບການການເມືອງຢູ່ ມຽນມາ, ອາຊຽນ ໄດ້ມີປະຕິກິລິຍາຢ່າງແຮງ, ທັນການ, ພິເສດແມ່ນ ຮັບຮອງເອົາ ແລະ ຜັນຂະຫຍາຍຄວາມເຫັນດີເຫັນພ້ອມ 5 ປະການກ່ຽວກັບ ມຽນມາ ເມື່ອເດືອນ ເມສາ 2021… ພ້ອມດຽວກັນນັ້ນ, ທະເລຕາເວັນອອກ ສືບຕໍ່ແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈຈາກບັນດາປະເທດ ແລະ ນຳມາປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ. ເບິ່ງລວມແລ້ວ, ອາຊຽນ ຮັກສາທັດສະນະ ທີ່ຍາມໃດກໍຍົກສູງຄຸນຄ່າຂອງກົດໝາຍສາກົນລວມທັງ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ໂດຍໄວ.  

        ບັນດາການຜັນແປດັ່ງກ່າວສືບຕໍ່ສະແດງໃຫ້ເຫັນບົດບາດຂອງ ອາຊຽນ ສຳລັບໂຄງປະກອບຂອງພາກພື້ນໄດ້ຢ່າງຈະແຈ້ງ. ບັນດາປະເທດຕ່າງກໍມີຄວາມສົນໃຈ ແລະ ການບູລິມະສິດສະເພາະໃນການຮ່ວມມືກັບ ອາຊຽນ, ໃນນັ້ນ ມີຄວາມສົນໃຈເຖິງການປະທະກັນທີ່ຊ້ອນແຝງ ແລະ ຄວາມແຕກຕ່າງກັນກ່ຽວກັບທັດສະນະ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງນີ້ແມ່ນໂອກາດເພື່ອໃຫ້ ອາຊຽນ ສະແດງຄວາມຮັບຜິດຊອບລວມຂອງທັງພາກພື້ນ, ຊຸກຍູ້ບັນດາບຸລິມະສິດ ແລະ ເສີມຂະຫຍາຍຄຸນຄ່າ, ບົດບາດເປັນໃຈກາງຂອງ ອາຊຽນຢູ່ພາກພື້ນ ແລະ ໃນໂລກ./.  

ຕອບກັບ