ຢຶດໝັ້ນກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ

Hong Van
Chia sẻ

(VOVWORLD) - ປຶ້ມ “ກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນຊາດ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຫາກໍ່ພິມຈຳຫນ່າຍ ໃນວັນທີ 21 ມິຖຸນາ ໄດ້ສະແດງໃຫ້ເຫັນບາດກ້າວເຕີບໃຫຍ່, ພັດທະນາກ່ຽວກັບຈິນຕະນາການທິດສະດີ ແລະ ກຳລັງຄວາມສາມາດການຊີ້ນຳໃນພຶດຕິກຳຕົວຈິງຂອງພັກກອມມູນິດ ຫວຽດນາມ ສຳລັບພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ. ພ້ອມກັນນັ້ນ ສະແດງໃຫ້ເຫັນ ວິໄສທັດກ່ຽວກັບການ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ.

 

ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (2021) ໄດ້ກຳນົດວ່າ: ການພັດທະນາວັດທະນະທຳແມ່ນພື້ນຖານດ້ານຈິດໃຈ, ປຸກລຸກຈິດໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງຊາດຢ່າງແຮງ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສັນຕິສຸກ. 92 ບົດຂຽນ, ບົດກ່າວປາໄສ, ບົດໂອ້ລົມ, ບົດຕອບສຳພາດ… ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງກ່ຽວກັບການກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ຊື່ງໄດ້ລວບລວມເປັນລະບົບການຊີ້ນຳ, ນຳພາຂອງພັກ ກ່ຽວກັບການກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ.

ກໍ່ສ້າງ, ຮັກສາ ແລະ ພັດທະນາວັດທະນະທຳ ດ້ວຍບັນດາປັດໄຈທີ່ເປັນມູນເຊື້ອ ແລະ ທັນສະໄຫມ

ຢຶດໝັ້ນກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ - ảnh 1 ປຶ້ມ ກໍ່ສ້າງ ແລະພັດທະນາພື້ນຖານວັດທະນະທຳທີ່ເຂັ້ນຂົ້ນໄປດ້ວຍສີສັນຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: VOV

ພື້ນຖານວັດທະນະທຳ ຊື່ງ ຫວຽດນາມ ໄດ້ກໍ່ສ້າງ ແມ່ນພື້ນຖານວັດທະນະທຳທີ່ເຂັ້ນຂົ້ນໄປດ້ວຍສີສັນຊາດ, ເປັນເອກະພາບໃນຫລາຍຮູບແບບ ໂດຍອີງໃສ່ບັນດາຄຸນຄ່າຄວາມກ້າວຫນ້າ, ມະນຸດສາດ; ລັດທິ ມາກ - ເລນິນ  ແລະ ແນວຄິດ ໂຮ່ຈີມິນ ສວມບົດບາດຫລັກໃນຊີວິດດ້ານຈິດໃຈສັງຄົມ. ພ້ອມກັນນັ້ນ ຫວຽດນາມ ກໍ່ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງຊົນເຜົ່າທັງໝົດຢູ່ພາຍໃນປະເທດ, ຮັບເອົາບັນດາຜົນງານ, ສິ່ງຍອດຢ້ຽມຂອງວັດທະນະທຳມວນມະນຸດ.. ໃນວິວັດການກໍ່ສ້າງນັ້ນ, ມະນຸດແມ່ນໃຈກາງໃນຍຸດທະສາດພັດທະນາ; ພັດທະນາວັດທະນະທຳ, ສ້າງມະນຸດທັງແມ່ນເປົ້າໝາຍ ທັງແມ່ນກຳລັງຫນູນຂອງພາລະກິດແຫ່ງການປ່ຽນແປງໃຫມ່.

   ປຶ້ມຂອງທ່ານເລຂາທິການໃຫຍ່ ແມ່ນເຕື້ອງເຖິງລະບົບຄຸນຄ່າແຫ່ງຊາດ: ສັນຕິພາບ, ເອກະພາບ, ເອກະລາດ, ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ສິວິໄລ, ສັນຕິສຸກ. ລະບົບຄຸນຄ່າວັດທະນະທຳ: ປະເທດຊາດ, ປະຊາທິປະໄຕ, ມະນຸດສາດ, ວິທະຍາສາດ. ລະບົບຄຸນຄ່າຄອບຄົວ: ອິ່ມໜຳສຳລານສົມບູນພູນສຸກ, ກ້າວຫນ້າ, ສີວິໄລ. ມາດຖານຂອງຊາວ ຫວຽດນາມ ໃນໄລຍະໃຫມ່: ຮັກຊາດ, ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໄມຕິຈິດ, ຈິງໃຈ, ມີຄວາມຮັບຜິດຊອບ, ວິໄນ, ມີຫົວຄິດປະດິດສ້າງ.. ສາດສະດາຈານ, ປອ ຟຸ່ງຫຶວຟູ ຖືວ່າ:

“ຜົນງານນັ້ນ ແມ່ນກິດຈະກຳດ້ານທິດສະດີ ແລະ ພຶດຕິກຳຕົວຈິງອັນເລິກເຊິ່ງ, ຕັ້ງພື້ນຖານໃຫ້ແກ່ການສ້າງ ແລະ ພັດທະນາທິດສະດີຂອງພັກ ກ່ຽວກັບການກໍ່ສ້າງ ພັດທະນາພື້ນຖານວັດທະນະທຳ ໃຫມ່ ໃນໄລຍະພັດທະນາໃຫມ່”

ວັດທະນະທຳແມ່ນພາລະກິດຂອງປະຊາຊົນ

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງແລ້ວ, ວັດທະນະທຳ ແມ່ນພາລະກິດຂອງປະຊາຊົນ ສະນັ້ນປະຊາຊົນແຕ່ລະຄົນຕ້ອງຕັ້ງຫນ້າເຂົ້າຮ່ວມ, ປະກອບສ່ວນເຂົ້າໃນການປະດິດຄິດສ້າງບັນດາຄຸນຄ່າວັດທະນະທຳທາງດ້ານວັດຖຸ ແລະ ຈິດໃຈ, ເສີມສ້າງໃຫ້ພື້ນຖານວັດທະນະທຳ ຫວຽດນາມ ນັບມື້ນັບສົມບູນແບບ, ສູງສົ່ງກວ່າ.         

ທ່ານເລຂາທິການໃຫຍ່ ຕີລາຄາສູງບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງປະຊາຊົນທຸກຊັ້ນວັນນະໃນການຮັກສາ, ກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຊາວ ຫວຽດນາມ         ຜ່ານບັນດາຂະບວນການແຂ່ງຂັນຮັກຊາດ; ຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສ້າງລະບອບລະບຽບການດ້ານວັດທະນະທຳຮາກຖານ; ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ..

ຢຶດໝັ້ນກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ - ảnh 2ທ່ານ ລ້າຍຊວນມົນ ຮອງຫົວຫນ້າຜູ້ປະຈຳການ ຄະນະໂຄສະນາສຶກສາສູນກາງ ກ່າວຄຳເຫັນທີ່ພິທີເປີດຕົວປຶ້ມ. ພາບ:VOV

ທ່ານເລຂາທິການໃຫຍ່ ກໍ່ຖືວ່າ ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ ຕ້ອງລະດົມກຳລັງໃຈການປະດິດຄິດສ້າງຂອງຖັນແຖວປັນຍາຊົນ, ສິລະປິນໃນການເຂົ້າຮ່ວມພັດທະນາວັດທະນະທຳ, ສີລະປະວັນນະຄະດິີຂອງປະເທດຊາດ; ສົ່ງເສີມບັນດາມີກຳລັງຄວາມສາມາດຫນຸ່ມ ແລະ ມີຮູບການເຊີດຊູບັນດານັກສິລະປິນທີ່ມີຄຸນງາມຄວາມດີຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາພື້ນຖານວັດທະນະທຳ. ທ່ານ ລ້າຍຊວນມົນ ຮອງຫົວຫນ້າຜູ້ປະຈຳການ ຄະນະໂຄສະນາສຶກສາສູນກາງ ຕີລາຄາວ່າ:

“ບັນດາແຜນນະໂຍບາຍ, ທັດສະນະຂອງທ່ານເລຂາທິການໃຫຍ່ ກ່ຽວກັບການກຳນົດທິດຍຸດທະສາດຢ່າງເລິກເຊິ່ງກ່ຽວກັບການ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງໄລຍະພັດທະນາໃຫມ່. ນີ້ແມ່ນປຶ້ມຄູ່ມືເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ  XIII ຂອງພັກຢ່າງມີໄຊ, ເປັນຕົ້ນແມ່ນ ຍຸດທະສາດ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ

ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ທ່າອ່ຽງໂລກາພິບັດ ພວມດຳເນີນໄປຢ່າງແຮງ, ກໍ່ໃຫ້ເກີດສິ່ງທ້າທາຍຫລາຍຢ່າງໃນການຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ເລື່ອງ ຫວຽດນາມ ຢຶດໝັ້ນ ພັດທະນາພື້ນຖານວັດທະນະທຳ ຫວຽດນາມທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ຈະປະກອບສ່ວນໂດຍກົງສ້າງເຂົ້າໃນຄວາມເປັນເອກະລັກ, ສ້າງທ່າໄດ້ປຽບເພື່ອກໍ່ສ້າງ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມສີວິໄລ, ສັນຕິສຸກ.

ຕອບກັບ