ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ ເຊື່ອມ​ຕົວ​ເຂົ້າ​ກັບຊຸມ​ຊົນ​ຄືນ

Chia sẻ
(VOVWORLD) - ວັນທີ 26 ມິຖຸນາ ແມ່ນວັນສາກົນ ປ້ອງກັນ, ຕ້ານຢາເສບຕິດ ແລະ ກໍ່ແມ່ນວັນທົ່ວປວງຊົນປ້ອງກັນ, ຕ້ານຢາເສບຕິດ ຢູ່ ຫວຽດນາມ. ພ້ອມກັບວຽກງານຕໍ່ສູ້ຕ້ານອາດຊະຍາກຳຢາເສບຕິດ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວໜູນຊ່ວຍຜູ້ຕິດຢາເສບຕິດ ເຊື່ອມຕົວເຂົ້າກັບຊຸມຊົນຄືນ. ໃນນັ້ນ, ການບຳລຸງສ້າງອາຊີບ, ສ້າງວຽກເຮັດງານທຳ, ໜູນຊ່ວຍການຫາເງິນລ້ຽງຊີບແມ່ນປະຖົມປັດໄຈສຳຄັນເພື່ອຊ່ວຍຜູ້ຕິດຢາເສບຕິດພາຍຫຼັງການບຳບັດໄດ້ມີວຽກເຮັດງານທຳ, ມີຊີວິດທີ່ເປັນປົກກະຕິ

ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ ເຊື່ອມ​ຕົວ​ເຂົ້າ​ກັບຊຸມ​ຊົນ​ຄືນ - ảnh 1ນັກຮຽນຮຽນຫຍິບບານເຕະ (ພາບ: VOV)

ພາຍຫຼັງການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດປີ 2021ເປັນເວລາວັນປີ, ບັນດາທ້ອງຖິ່ນໄດ້ຈັດຕັ້ງການສອນວິຊາຊີບໄລຍະສັ້ນໃຫ້ຜູ້ບຳບັດຢາເສບຕິດກ່ວາ 15.000 ຄົນ, ສອນວັດທະນະທຳ (ລົບລ້າງໄພກືກໜັງສື) ໃຫ້ຜູ້ບຳບັດຢາເສບຕິດ ເກືອບ 2600 ຄົນ. ຄຸ້ມຄອງພາຍຫຼັງການບຳບັດຢາເສບຕິດຢູ່ບ່ອນຢູ່ອາໄສໃຫ້ກ່ວາ 38.000 ຄົນ. ປັດຈຸບັນ, ທົ່ວປະເທດມີກ່ວາ 10.000 ຄົນ ຢູ່ຂັ້ນຕາແສງ ໄດ້ຮັບໜ້າທີ່ໃຫ້ຄຳປຶກສາທາງດ້ານຈິດຕະ, ສັງຄົມ, ຄຸ້ມຄອງ, ໜູນຊ່ວຍໃຫ້ແກ່ຜູ້ບຳບັດຢາເສບຕິດດ້ວຍຄວາມສະໝັກໃຈຢູ່ບັນດາຄອບຄົວ, ຊຸມຊົນ ແລະ ຄຸ້ມຄອງພາຍຫຼັງການບຳບັດຢາເສບຕິດ.

ນະໂຍບາຍໜູນຊ່ວຍໃຫ້ຜູ້ຕິດຢາເສບຕິດໄດ້ເຊື່ອມຕົວເຂົ້າກັບຊຸມຊົນ

ລັດ ຍາມໃດກໍ່ສ້າງເງື່ອນໄຂ, ໜູນຊ່ວຍ ຜູ້ບຳບັດຢາເສບຕິດ. ສິ່ງນີ້ ໄດ້ລະບຸໄວ້ໃນເອກະສານກົດໝາຍສະບັບຕ່າງໆກໍ່ຄືການຮັບຮອງເອົາບັນດານະໂຍບາຍ ທີ່ໄດ້ຮັບການປະກາດໃຊ້ໃນຊຸມປີຜ່ານມາ. ໃນນັ້ນ, ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ດຳລັດເລກທີ 116 ປີ 2012 ຂອງລັດຖະບານໄດ້ກຳນົດຢ່າງຈະແຈ້ງກ່ຽວກັບລະບອບການໜູນຊ່ວຍຜູ້ບຳບັດຢາເສບຕິທີ່ໝູນໃຊ້ມາດຕະການຄຸ້ມຄອງພາຍຫຼັງທີ່ໄດ້ບຳບັດຢູ່ບ່ອນຢູ່ອາໄສ. ຕາມນັ້ນແລ້ວ, ຜູ້ໄດ້ທີ່ຮັບການບຳບັດຢາເສບຕິດຕະໄດ້ຮັບການຫຼຸດຄ່າຮຽນ ຫຼືຮຽນໂດຍບໍ່ຕ້ອງເສຍຄ່າ; ໜູນຊ່ວຍການບຳລຸງສ້າງວິຊາຊີບໄລຍະສັ້ນ; ໜູນຊ່ວຍການກູ້ຢຶມ ທຶນສ້າງວຽກເຮັດງານທຳຈາກກອງທຶນແຫ່ງຊາດກ່ຽວກັບວຽກເຮັດງານທຳ ແລະ ໄດ້ຮັບບຸລິມະສິດຈົດທະບຽນເຂົ້າຮ່ວມນະໂຍບາຍ ວຽກງານສາທາລະນະຕາມຂໍ້ກຳນົດຂອງກົດໝາຍກ່ຽວກັບນະໂຍບາຍໜູນຊ່ວຍການສ້າງວຽກເຮັດງານທຳ ແລະ ກອງທຶນແຫ່ງຊາດກ່ຽວກບວຽກເຮັດງານທຳ. ອີງຕາມສະພາບການເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ອົງການທີ່ມີສິດອຳນາດຈະພິຈາລະນາ ກ່ຽວກັບການນຳໃຊ້ແຫຼ່ງເງິນທຶນຕ່າງໆເພື່ອໜູນຊ່ວຍການກູ້ຢຶມບຸລິມະສິດສຳລັບຜູ້ບຳບັດຢາເສບຕິດແລ້ວ ເພື່ອພັດທະນາການຜະລິດ, ສ້າງວຽກເຮັດງານທຳ.

ທ່ານ ຫວູວັນອູຍ, ຮອງຫົວໜ້າຫ້ອງການນະໂຍບາຍບຳບັດຢາເສບຕິດ, ກົມປ້ອງກັນ, ຕ້ານໄພສັງຄົມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໃຫ້ຮູ້ວ່າ:

ກ່ຽວກັບນະໂຍບາຍລັດ, ປັດຈຸບັນ, ຕາມຂໍ້ກຳນົດ, ບັນດາວິສາຫະກິດ ທີ່ມີຜູ້ອອກແຮງງານ ແມ່ນ ຜູ້ບຳບັດຢາເສບຕິດແລ້ວຈະໄດ້ຮັບການຍົກເວັ້ນພາສີລາຍຮັບ, ຍົກເວັ້ນຄ່ານຳໃຊ້ທີ່ດິນ. ນອກຈາກນັ້ນ, ນາຍົກລັດຖະມົນຕີ ກໍ່ມີຂໍ້ຕົກລົງກ່ຽວກັບການໜູນຊ່ວຍສິນເຊື່ອໃຫ້ແກ່ຜູ້ບຳບັດຢາເສບຕິດ, ເມື່ອກັບເມື່ອທ້ອງຖິ່ນຈະໄດ້ຮັບການໜູນຊ່ວຍກູ້ຢຶມເງິນ, ສ້າງວຽກເຮັດງານທຳ ເພື່ອທຳມາຫາກິນ. ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ກໍ່ພວມຊີ້ນຳຢ່າງຂ້ຽວຂາດເພື່ອຜັນຂະຫຍາຍບັນດາຮູບແບບ ໜູນຊ່ວຍການຫາເງິນລ້ຽງຊີບ, ຍົກຕົວຢ່າງຄື ຮັບຮອງເອົາບັນດາໂຄງການຫຼຸດຜ່ອນຄວາມທຸກຍາກ, ໜູນຊ່ວຍຜູ້ບຳບັດຢາເສບຕິດ ໄດ້ຊື້ວັດຖຸອຸປະກອນເພື່ອເຮັດວຽກ, ທຳມາຫາກິນ. ບັນຫາເຊື່ອມຕົວເຂົ້າກັບຊຸມຊົນກໍ່ຕ້ອງມີການຮ່ວມແຮງຮ່ວມໃຈຂອງທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ພິເສດແມ່ນອຳນາດການປົກຄອງຂັ້ນຮາກຖານເພື່ອພ້ອມກັນຊ່ວຍຜູ້ບຳບັດຢາເສບຕິດ ມີວຽກເຮັດງານທຳ, ມີວຽກງານທີ່ເປັນປົກກະຕິ, ປະກອບສ່ວນຢ່າງເປັນປະໂຫຍດໃຫ້ແກ່ສັງຄົມ.

ພ້ອມກກັບການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດປີ 2021, ປັດຈຸບັນ, ບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ພວມສົມທົບກັນສ້າງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ, ຍົກສູງປະສິດທິຜົນການບຳບັດຜູ້ຕິດຢາເສບຕິດເພື່ອສຸມໃສ່ລົງທຶນແກ້ໄຂບັນດາບັນຫາຮີບດ່ວນທີ່ກ່ຽວຂ້ອງເຖິງຢາເສບຕິດ.

ການເຂົ້າຮ່ວມຢ່າງຄົບຊຸດນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ

ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ ເຊື່ອມ​ຕົວ​ເຂົ້າ​ກັບຊຸມ​ຊົນ​ຄືນ - ảnh 2ທ່ານ ຫວູກວາງແທັ່ງ, ຮອງຜູ້ອຳນວຍການສູນບໍລິການຈັດຫາງານ ນະຄອນຮ່າໂນ້ຍ (ພາບ: VOV)

ປັດຈຸບັນ, ທົ່ວປະເທດໄດ້ສ້າງ 97 ຮາກຖານບຳບັດຜູ້ຕິດຢາເສບຕິດຂອງລັດ ຂຶ້ນກັບການຄຸ້ມຄອງຂອງບັນດາພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ບັນດາແຂວງ, ນະຄອນ. ນອກຈາກວຽກງານບຳບັດຜູ້ຕິດຢາເສບຕິດ, ເບິ່ງແຍງດູແລ, ປິ່ນປົວ, ຟື້ນຟູສຸຂະພາບ, ບັນດາຮາກຖານນີ້ກໍ່ໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງການສຶກສາ, ບຳລຸງສ້າງວິຊາຊີບ ແລະ ກຳນົດທິດວຽກເຮັດງານທຳໃຫ້ແກ່ຜູ້ຮຽນ. ຢູ່ທີ່ນີ້, ບັນດາຜູ້ບຳບັດຢາເສບຕິດ ໄດ້ເຂົ້າຮ່ວມບັນດາຫ້ອງບຳລຸງສ້າງອາຊີບລະດັບຂັ້ນຕົ້ນ ດ້ວຍຂະແໜງອາຊີບທີ່ເປັນຫຼາຍຮູບຫຼາຍແບບ, ເໝາະສົມກັບອາການສຸຂະພາບ ແລະ ຄວາມສາມາດກໍ່ຄືຄວາມຕ້ອງການຂອງຜູ້ຮຽນ. ການເຄື່ອນໄຫວນີ້ທັງຊ່ວຍ ໃຫ້ຜູ້ຮຽນເຂົ້າຮ່ວມການອອກແຮງງານໄດ້ປິ່ນປົ່ວ, ຄ່ອຍໆສ້າງແນວຄິດທີ່ຕັ້ງໜ້າ, ທັງມີລາຍຮັບ, ມີວຽກງານເພື່ອເພີ່ມໂອກາດເຊື່ອມຕົວເຂົ້າກັບຊຸມຊົນພາຍຫຼັງທີ່ສິ້ນສຸດເວລາບຳບັດຢາເສບຕິດ, ກັບຄືນສູ່ຄອບຄົວ, ຊຸມຊົນ.

ຢູ່ຮ່າໂນ້ຍ, ນັບແຕ່ ທີ 2015 ມາຮອດປັດຈຸບັນ, ສູນການບໍລິການວຽກເຮັດງານທຳ ຮ່າໂນ້ຍ ໄດ້ສົມທົບກັບ 7 ຮາກຖານບຳບັດຢາເສບຕິດໃນບໍລິເວນນະຄອນ ຈັດຕັ້ງບັນດາໂຄງການໃຫ້ຄຳປຶກສາດ້ານອາຊີບ, ວຽກເຮັດງານທຳ, ແນະນຳວຽກເຮັດງານທຳໃຫ້ແກ່ຜູ້ຮຽນ ກ່ອນທີ່ຈະເຊື່ອມຕົວເຂົ້າກັບຊຸມຊົນ. ທ່ານ ຫວູກວາງແທັ່ງ, ຮອງຜູ້ອຳນວຍການສູນບໍລິການຈັດຫາງານ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າກະກຽມໃຫ້ກສະຈຳນວນໜຶ່ງໃຫ້ແກ່ຜູ້ຮຽນ ຄື: ທັກສະເຂົ້າຮ່ວມການສຳພາດ, ທັກສະກະກຽມເອກະສານ ຫຼືບັນດາທັກສະໃນຂັ້ນຕອນເຮັດວຽກໃນອະນາຄົດ… ເພື່ອໃຫ້ບັນດາຜູ້ຮຽນພາຍຫຼັງໄດ້ຮັບການບຳບັດຢາເສບຕິດແລ້ວ ເມື່ອກັບເມືອຊຸມຊົນ ສາມາດມີຄວາມພ້ອມໃນການເຂົ້າຮ່ວມຕະຫຼາດແຮງງານ.

ສ່ວນຢູ່ແຂວງເຊີນລາ, ແຕ່ລະປີ, ຮາກຖານບຳບັດຜູ້ຕິດຢາເສບຕິດ ແຂວງເຊີນລາກໍ່ ໄດ້ສົມທົບກັບສູນບຳລຸງສ້າງຈັດຕັ້ງການສອນວິຊາຊີບລະດັດຊັ້ນຕົ້ນໃຫ້ແກ່ຜູ້ຮຽນ 100 ຄົນ. ພາຍຫຼັງບັນດາຊຸດຮຽນ, ຜູ້ຮຽນ ອາດຈະນຳໃຊ້ ຄວາມຮູ້ເຂົ້າເຂົ້າໃນຕົວຈິງ ກັບບັນດາອາຊີບຄື: ປູກຝັງ, ລ້ຽງສັດ, ປ້ອງກັນ, ຕ້ານພະຍາດໃຫ້ແກ່ສັດ… ຜູ້ຮຽນຢູ່ຮາກຖານບຳບັດຜູ້ຕິດຢາເສບຕິດ ແຂວງ ເຊີນລາ ໃຫ້ຮູ້ວ່າ:

ບັນດາຄູສອນໄດ້ແນະນຳອາຊີບຕິດຕັ້ງປະກອບເຄື່ອງອາໄຫຼ່ເອເລັກໂຕນິກ, ເຄື່ອງຕັດຫຍິບ, ປຸງແຕ່ງໝາກໄມ້ໃຫ້ແກ່ນ້ອງ. ພາຍຫຼັງໄດ້ຮັບການແນະນຳ, ນ້ອງຢາກໄປເຮັດວຽກຢູ່ບໍລິສັດຕິດຕັ້ງປະກອບເຄື່ອງອາໄຫຼ່ເອເລັກໂຕນິກ. ນ້ອງຫວັງວ່າພາຍຫຼັງບຳບັດຢາເສບຕິດ ຈະສາມາດກັບເມືອເຮັດວຽກ ມີຊີວິດທີ່ເປັນປົກກະຕິ.

ການຊ່ວຍເຫຼືອ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ຕິດຢາເສບຕິດພາຍຫຼັງທີ່ເຂົາເຈົ້າສິ້ນສຸດການບຳບັດ ແມ່ນແຜນນະໂຍບາຍມະນຸດສະທຳຂອງພັກ, ລັດ ຫວຽດນາມ. ບັນດາຄວາມມານະພະຍາຍາມນີ້ ທັງຊ່ວຍຜູ້ບຳບັດຢາເສບຕິດ ມີຊີວິດທີ່ເປັນປົກກະຕິ, ທັງປ້ອງກັນການຕິດຢາເສບຕິດຄືນອີກທັງປະກອບສ່ວນເຂົ້າໃນການຮັບປະກັນການໜູນຊ່ວຍສັງຄົມ.

ຕອບກັບ