ສານ​ສີ​ຂຽວ​ຈາກກອງ​ປະ​ຊຸມ WEF ຕະຫຼຽນ

Quang Dung
Chia sẻ
(VOVWORLD) -     ກອງປະຊຸມບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF 15), ຫຼື ຍັງເອີ້ນວ່າ Davos ລະດູແລ້ງ, ເຊິ່ງດຳເນີນແຕ່ວັນທີ 25  27 ມິຖຸນາ ຢູ່ນະຄອນ ຕະຫຼຽນ, ແຂວງ ຫຼຽວໜິງ, ຈີນ. ດ້ວຍຫົວຂໍ້ “ບັນດາຂົງເຂດເຕີບໂຕໃໝ່”, ກອງປະຊຸມໄດ້ຍາດເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບຫຼາຍຫົວຂໍ້ທີ່ກ່ຽວຂ້ອງເຖິງການສ້າງຮູບແບບເຕີບໂຕສີຂຽວ ແລະ ຍືນຍົງໃຫ້ອະນາຄົດ.

ນັບແຕ່ປີ 2007, ເມື່ອ WEF ຈັດກອງປະຊຸມຄັ້ງທຳອິດຢູ່ ຈີນ, ທຽນຈີນ ແລະ ຕະຫຼຽນ ເຊິ່ງເປັນສອງນະຄອນຜັດປ່ຽນກັນຈັດເວທີປາໄສ “Davos ລະດູແລ້ງ”. ນີ້ກໍແມ່ນກອງປະຊຸມສຳຄັນຄັ້ງທີ 2 ໃນປີຂອງ WEF, ພາຍຫຼັງທີ່ WEF Davos ໄດ້ດຳເນີນເມື່ອຕົ້ນປີ ຢູ່ນະຄອນ Davos ຂອງ ສະວິດ.

ຂຽວນັບແຕ່ຫົວຂໍ້ປຶກສາຫາລື

ກອງປະຊຸມ WEF ຄັ້ງທີ 15 ປີ 2024 ຢູ່ ຕະຫຼຽນ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 1.600 ທ່ານ ເຊິ່ງເປັນການນຳລັດຖະບານບັນດາປະເທດ, ຜູ້ຕາງໜ້າວົງການດຳເນີນທຸລະກິດ, ວິຊາການສຶກສາ ແລະ ສື່ມວນຊົນຂອງເກືອບ 80 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ສິ່ງທີ່ໜ້າສົນໃຈແມ່ນ ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ຫຼີຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ໂປໂລຍ, Andrzej Duda. ພາຍໃນ 3 ວັນ, ກອງປະຊຸມໄດ້ດຳເນີນຫຼາຍກວ່າ 200 ກິດຈະກຳ. ໃນສະພາບການວິກິດການດ້ານດິນຟ້າອາກາດນັບມື້ນັບສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດຂອງບັນດາປະເທດ, ການປະຢັດພະລັງງານ, ຫຼຸດຜ່ອນອາຍພິດກາກບອນ, ສ້າງຮູບແບບເຕີບໂຕໃໝ່ແບບດຸ່ນດ່ຽງ, ຍືນຍົງ ແລະ ຄວາມກົມກຽວກັບທຳມະຊາດຫຼາຍກວ່າເກົ່າ ແມ່ນບັນດາເນື້ອໃນບຸລິມະສິດທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມ ດັ່ງກ່າວ. ໃນວາລະປຶກສາຫາລືຄັ້ງທຳອິດຂອງກອງປະຊຸມ WEF ຄັ້ງທີ 15, ໄດ້ດຳເນີນໃນຕອນເຊົ້າວັນທີ 25 ມິຖຸນາ, ກ່ຽວກັບຫົວຂໍ້ “ເຊື່ອມຕໍ່ດ້ານດິນຟ້າອາກາດ, ທຳມະຊາດ ແລະ ພະລັງງານ”, ນັກປະຖະກະຖາສ່ວນຫຼາຍໄດ້ຢັ້ງຢືນວ່າ ການປົກປັກຮັກສາທຳມະຊາດ, ຊີວະນາໆພັນໃນປັດຈຸບັນ ບໍ່ພຽງແຕ່ແມ່ນພັນທະບັງຄັບສຳລັບບັນດາປະເທດ ແລະ ປະຊາຄົມ ເທົ່ານັ້ນ, ຫາກຍັງແມ່ນຂົງເຂດໜຶ່ງ ເພື່ອເນື່ອງຈາກນັ້ນຄົ້ນຫາ ແລະ ກໍ່ສ້າງບັນດາພື້ນຖານເຕີບໂຕສີຂຽວໃຫ້ແກ່ອະນາຄົດ. ທ່ານ Andre Hoffimann, ປະທານຮ່ວມວາລະປຶກສາຫາລືຢູ່ກອງປະຊຸມ WEF15, ໃຫ້ຂໍ້ສັງເກດວ່າ:  

 “ຖ້າຫາກວ່າການເຕີບໂຕເສດຖະກິດຂອງພວກເຮົາບໍ່ໄດ້ຮັບການຄວບຄຸມໃນລະດັບຂອງໜ່ວຍໂລກນັ້ນ, ແມ່ນພວກເຮົາຈະບີບຮັດບັນດາລະບົບທຳມະຊາດ ແລະ ໃນໄລຍະຍາວ ບໍ່ນຳມາເຊິ່ງຜົນປະໂຫຍດໃດໆ. ດັ່ງນັ້ນ, ສານຂອງມື້ນີ້ແມ່ນ ທຳມະຊາດແມ່ນໂອກາດ ຫາກ ບໍ່ແມ່ນຄ່າໃຊ້ຈ່າຍ ແລະ ຖ້າຫາກວ່າ ຢາກມີການເຕີບໂຕໃໝ່, ແມ່ນຕ້ອງເອົາໃຈໃສ່ເຖິງບັນດາຂໍ້ຈຳກັດຂອງໜ່ວຍໂລກ.”

ສານ​ສີ​ຂຽວ​ຈາກກອງ​ປະ​ຊຸມ WEF ຕະຫຼຽນ - ảnh 1ທ່ານ Klaus Schwab ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF (ພາບ: TTXVN)

        ເມື່ອແບ່ງປັນກ່ຽວກັບທັດສະນະນີ້, ກ່າວຄຳເຫັນໃນວາລະໄຂຢ່າງເປັນທາງການ, ທ່ານ Klaus Schwab ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF ຖືວ່າ ບັນດາວາລະປຶກສາຫລືໃນກອງປະຊຸມດັ່ງກ່າວ ຈະສ້າງກຳລັງໜູນຊຸກຍູ້ບັນດາປະເທດດຳເນີນການຫັນໄປນຳໃຊ້ເຕັກໂນໂລຢີສີຂຽວ ແລະ ພື້ນຖານເສດຖະກິດສີຂຽວ ຢ່າງວ່ອງໄວກວ່າ.

  “ບັນດາວາລະປຶກສາຫາລື ກໍໄດ້ຊີ້ແຈ້ງກາລະໂອກາດ ເຊິ່ງພວກເຮົາມີໃນອະນາຄົດ, ອີງໃສ່ເຕັກໂນໂລຢີ ແລະ ການຫັນມານຳໃຊ້ເຕັກໂນໂລຢີສີຂຽວຫຼາຍກວ່າ ແລະ ບັນດາພື້ນຖານເສດຖະກິດທີ່ຂຽວກວ່າ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ເພື່ອມຸ່ງໄປເຖິງບັນດາຂົງເຂດເຕີບໂຕໃໝ່ນັ້ນ, ຈຳເປັນຕ້ອງມີການຮ່ວມມືໃນຍາວນານ”.

ຂຽວ ໃນການຈັດຕັ້ງ

        ໄປຄຽງຄູ່ກັບບັນດາຫົວຂໍ້ບຸລິມະສິດກ່ຽວກັບພະລັງງານ, ສິ່ງແວດລ້ອມ, ບັນຍາປະດິດ (AI) ເພື່ອມຸ່ງໄປເຖິງບັນດາຮູບແບບເຕີບໂຕເສດຖະກິດສີຂຽວກວ່າ, ສານສີຂຽວຂອງ WEF ຄັ້ງທີ 15 ຍັງໄດ້ສະແດງໂດຍກົງໃນວຽກງານຈັດຕັ້ງກອງປະຊຸມ, ເມື່ອຄະນະຈັດຕັ້ງ WEF 15  ໝູນໃຊ້ເຕັກໂນໂລຢີສີຂຽວຫຼາຍຢ່າງເຂົ້າໃນການຈັດຕັ້ງ. ທ່ານ ເຈັນຊາວຫວາງ ເຈົ້າຄອງນະຄອນ ຕະຫຼຽນ ໃຫ້ຮູ້ວ່າ:

“ພະລັງງານທີ່ນໍາໃຊ້ຢູ່ບັນດາສະຖານທີ່ຕົ້ນຕໍ ແລະ ບັນດາຮາກຖານໜູນຊ່ວຍກອງປະຊຸມ ໄດ້ນຳໃຊ້ໄຟຟ້າສີຂຽວ 100%. ທັງໝົດມີຍານພະຫະນະ 520 ຄັນ ນຳໃຊ້ພະລັງງານໃໝ່ ກໍໄດ້ຮັບການຕິດຕັ້ງເພື່ອຮັບໃຊ້ການຮັບສົ່ງຜູ້ແທນ. ບັນດາວັດສະດຸທີ່ນໍາໃຊ້ໃນກອງປະຊຸມນີ້ ຈະໄດ້ຜະລິດຄືນໃໝ່ ແລະ ງົບປະມານໃຊ້ຈ່າຍໃນກອງປະຊຸມນີ້ ກໍໄດ້ຫັກລົງ.”

ນອກຈາກການສະໜອງແຫຼ່ງ “ໄຟຟ້າສີຂຽວ” 100%, ໃນຫ້ອງປະຊຸມຫຼັກຂອງຫໍປະຊຸມສາກົນ ຕະຫຼຽນ, ບ່ອນດຳເນີນບັນດາວາລະປຶກສາຫາລືຕົ້ນຕໍ, ຍັງນຳໃຊ້ລະບົບລະບາຍລົມທຳມະຊາດ ເພື່ອແນໃສ່ປະຢັດພະລັງງານ ແລະ ສົ່ງອາຍເຢັນ. 

ຕາມອຳນາດການປົກຄອງນະຄອນ ຕະຫຼຽນ ແລ້ວ, ການໝູນໃຊ້ບັນດາເຕັກໂນໂລຢີສີຂຽວຢ່າງຄົບຊຸດໃນການຈັດ WEF ຄັ້ງທີ 15 ແມ່ນການກະທຳອັນແທດຈິງ, ແນໃສ່ແຜ່ກະຈາຍສານສີຂຽວຂອງ WEF ຄັ້ງທີ 15, ພ້ອມດຽວກັນນັ້ນ ກໍແນະນຳ “ນາມບັດສີຂຽວ” ຂອງນະຄອນ ຕະຫຼຽນ ອອກສູ່ໂລກ.

ຕອບກັບ