ບັ້ນຮົບຕ້ານກໍ່ການຮ້າຍໃນທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ

Ba Thi
Chia sẻ
(VOVWORLD) - ວັນທີ 11 ກັນຍາ ຈະມາເຖິງແມ່ນຄົບຮອບ 21 ປີແຫ່ງວັນເກີດບັນດາເຫດກໍ່ການຮ້າຍທີ່ນອງເລືອດ ແນໃສ່ຕຶກອາຄານການຄ້າ 2 ຫຼັງ ຢູ່ນິວຢອກ ແລະ ສຳນັກງານກະຊວງປ້ອງກັນປະເທດ ອາເມລິກາ ຢູ່ ນະຄອນຫຼວງ ວໍຊິງຕັນ.

ວັນທີ 11 ກັນຍາ ຈະມາເຖິງແມ່ນຄົບຮອບ 21 ປີແຫ່ງວັນເກີດບັນດາເຫດກໍ່ການຮ້າຍທີ່ນອງເລືອດ ແນໃສ່ຕຶກອາຄານການຄ້າ 2 ຫຼັງ ຢູ່ນິວຢອກ ແລະ ສຳນັກງານກະຊວງປ້ອງກັນປະເທດ ອາເມລິກາ ຢູ່ ນະຄອນຫຼວງ ວໍຊິງຕັນ. ໃນກ່ວາ 2 ທົດສະວັດພາຍຫຼັງເກີດເຫດການທີ່ໄດ້ຮັບການຕີລາຄາວ່າແມ່ນ “ເຮັດໃຫ້ໂລກມີການປ່ຽນແປງ” ນີ້, ປະເທດ ອາເມລິກາ ແລະ ປະຊາຄົມສາກົນໄດ້ມານະພະຍາຍາມຫຼາຍຢ່າງ, ປະຕິບັດຫຼາຍບັ້ນຮົບຕ້ານກໍ່ການຮ້າຍດ້ວຍຫຼາຍຂອບຂະໜາດທີ່ແຕກຕ່າງກັນ. ແຕ່ວ່າ, ຍ້ອນຫຼາຍສາຍເຫດ, ບັ້ນຮົບຕ້ານກໍ່ການຮ້າຍໃນທົ່ວໂລກຍັງບໍ່ທັນສິ້ດສຸດລົງເທື່ອ ແລະ ມາຮອດປະຈຸບັນ, ລັດທິກໍ່ການຮ້າຍຍັງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສິ່ງທ້າທາຍອັນໃຫຍ່ຫຼວງສຳລັບຄວາມສະຖຽນລະພາບຂອງແຕ່ລະປະເທດ ແລະ ທົ່ວໂລກ.

ບັ້ນຮົບຕ້ານກໍ່ການຮ້າຍໃນທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 1
ຄວັນດຳຈາກເຫດບຸກໂຈມຕີ ຂອງພວກກໍ່ການຮ້າຍ (ພາບ:TTXVN)

        ມາຮອດປະຈຸບັນ, ບໍ່ມີບົດລາຍງານສະຫລຸບເອກະລາດໃດໆກ່ຽວກັບບັນດາຜົນເສຍຫາຍຍ້ອນການເຄື່ອນໄຫວກໍ່ການຮ້າຍກໍ່ຂຶ້ນໃນຂອບຂະໜາດທົ່ວໂລກ ພາຍຫຼັງເຫດການເມື່ອວັນທີ 11 ກັນຍາ 2001. ແລະກໍ່ບໍ່ທັນມີການສະຖິຕິຊັດເຈນໃດໆກ່ຽວກັບຈຳນວນບັ້ນຮົບກໍ່ການຮ້າຍທັງໝົດໃນຂອບເຂດສາກົນ ຫຼື ລະດັບຊາດໃດໆ ທີ່ບັນດາປະເທດໄດ້ຜັນຂະຫຍາຍໃນໄລຍະດຽວກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຈິງທີ່ສະຫະປະຊາຊາດ, ບັນດານັກຊ່ຽວຊານ ແລະ ອົງການສາກົນຫຼາຍແຫ່ງ ໄດ້ຍອມຮັບວ່າ: ການເຄື່ອນໄຫວກໍ່ການຮ້າຍຍັງຄົງຜັນແປໄປຢ່າງສັບສົນໃນຂອບຂະໜາດທົ່ວໂລກ, ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຢ່າງກ່ຽວກັບຊີວິດອິນຊີ ແລະ ສຳລັບຫຼາຍປະເທດ ແລະ ເຂດແຄ້ວນ. ລັດທິກໍ່ການຮ້າຍຍັງແມ່ນໜຶ່ງໃນບັນດາສິ່ງທ້າທາຍທີ່ໜັກໜ່ວງທີ່ສຸດສຳລັບຄວາມຂາດສະຖຽນລະພາບຂອງແຕ່ລະປະເທດ, ພາກພື້ນ ແລະ ໃນທົ່ວໂລກ.

        ສິ່ງທ້າທາຍໜັກໜ່ວງ ແລະ ເຕັມໄປດ້ວຍໄພອັນຕະລາຍ

        ໜຶ່ງໃນບັນດາຕົວຢ່າງແບບຢ່າງ ແລະ ຈະແຈ້ງທີ່ສຸດກ່ຽວກັບຄວາມສັບສົນຂອງການເຄື່ອນໄຫວກໍ່ການຮ້າຍ ແລະ ລັດທິກໍ່ການຮ້າຍແມ່ນຢູ່ ອາບການິດສະຖານ, ປະເທດເປົ້າໝາຍບຸກໂຈມຕີທຳອິດໃນບັ້ນຮົບຕ້ານກໍ່ການຮ້າຍດ້ວຍຂອບຂະໜາດໃຫຍ່ໃນທົ່ວໂລກເຊິ່ງ ອາເມລິກາ ປຸກລະດົມພາຍຫຼັງການບຸກໂຈມຕີກໍ່ການຮ້າຍຄັ້ງຕ່າງໆຢູ່ປະເທດ ອາເມລິກາ ໃນວັນທີ 11 ກັນຍາ 2001. ຕາມນັ້ນ, ວັນທີ 7 ຕຸລາ 2001, ອາເມລິກາ ແລະ ສຳພັນທະມິດໄດ້ປຸກລະດົມບັ້ນຮົບບຸກໂຈມຕີດ້ວຍຂອບຂະໜາດໃຫຍ່ແນໃສ່ ອາບການິດສະຖານ ທີ່ມີຊື່ວ່າ: “ຄວາມເສລີແບບຍືນຍົງ”, ເພື່ອແນໃສ່ຈຸດໝາຍ “ດັບສູນກໍ່ການຮ້າຍ”. ບັ້ນຮົບສິ້ນສຸດລົງໃນເດືອນ ສິງຫາ 2021 ດ້ວຍເລື່ອງກຳລັງ ຕາລີບານ ກັບມາກຳອຳນາດຢູ່ ອາບການິດສະຖານ.

        ແຕ່ວ່າ, ພາຍຫຼັງບັ້ນຮົບຕ້ານກໍ່ການຮ້າຍທີ່ແກ່ຍາວເກືອບ 20 ປີ ເຮັດໃຫ້ທະຫານ ອາເມລິກາ ແລະ ສຳພັນທະມິດກ່ວາ 3.500 ຄົນເສຍຊີວິດນັ້ນ, ບັນດາກຸ່ມກໍ່ການຮ້າຍຍັງຄົງຕົວ, ເຄື່ອນໄຫວຢ່າງແຮງ ແລະ ກໍ່ໃຫ້ເກີດບັນດາອາດຊະຍາກຳທີ່ຮ້າຍແຮງຢ່າງຕໍ່ເນື່ອງຢູ່ ອາບການິດສະຖານ. ເຫດການທີ່ເປັນໜ້າສົນໃຈຫຼ້າສຸດແມ່ນເຫດວາງລະເບີດລົດໂອໂຕຢູ່ນອກສຳນັກງານສະຖານທູດ ລັດເຊຍ ປະຈຳ ນະຄອນຫຼວງ Kabul ໂດຍອົງການກໍ່ການຮ້າຍລັດອິດສະລາມຂະໜານນາມເອງ (IS) ປະຕິບັດໃນວັນທີ 5 ກັນຍາ ທີ່ຜ່ານມາ. ຢ່າງໜ້ອຍສຸດ, ມີນັກການທູດຂັ້ນສູງ 2 ທ່ານຖືກເສຍຊີວິດ ແລະ ປະມານ 20 ຄົນຖືກບາດເຈັບໃນເຫດບຸກໂຈມຕີດັ່ງກ່າວ.

ບັ້ນຮົບຕ້ານກໍ່ການຮ້າຍໃນທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 2ກຳລັງອາບການິດສະຖານ ຍົກຍ້າຍຜູ້ປະສົບເຄາະຮ້າຍອອກຈາກສະຖານທີ່ເກີດເຫດ (ພາບ:AFP/TTXVN)

        ນອກຈາກ ອາບການິດສະຖານ, IS ຍັງມີໜ້າ ແລະ ເຄື່ອນໄຫວຢ່າງແຮງຢູ່ນັບສິບປະເທດອື່ນໃນໂລກ, ພິເສດແມ່ນຢູ່ພາກພື້ນ ຕາເວັນອອກກາງ, ເຊິ່ງຈຸດສຸມແມ່ນຢູ່ ຊີີຣີ, ອີຣັກ, ອີຢິບ, ລີບີ... ມີຊ່ວງເວລາ, IS ໄດ້ຄວບຄຸມ 1/3 ຜືນແຜ່ນດິນ ອີຣັກ (ປີ 2014), ພ້ອມກັບເຂດດິນແດນທີ່ກ້ວາງຂວາງຢູ່ ຊີຣີ, ລີບີ... ພ້ອມກັບ IS, ອົງການກໍ່ການຮ້າຍມີຊື່ສຽງທົ່ວໂລກ Al Qaeda ໄດ້ກໍ່ໃຫ້ເກີດໂທດກຳຢ່າງລຽນຕິດຢູ່ສະຖານທີ່ຕ່າງໆໃນໂລກ, ໂດຍບໍ່ຫົວຊາຕໍ່ເລື່ອງກຳລັງຕ້ານກໍ່ການຮ້າຍ ອາເມລິກາ ໄດ້ດັບສູນບັນດາຫົວໂປຂັ້ນສູງຫຼາຍຄົນຂອງອົງການນີ້ໃນຊຸມປີຜ່ານມາ, ໃນນັ້ນມີຫົວໂປກໍ່ການຮ້າຍ Osama bin Laden ຖືກດັບສູນໃນປີ 2011 ແລະ ຫົວໂປຂັ້ນສູງ Ayman Al – Zawahiri ຫາກໍ່ຖືກດັບສູນໃນທ້າຍເດືອນ ກໍລະກົດຜ່ານມາ.

        ບໍ່ພຽງແຕ່ມີຄວາມໂຫດຮ້າຍສາມານ ແລະ ນອງເລືອດກ່ວາ, ຫາກບັນດາວິທີການບຸກໂຈມຕີກໍ່ການຮ້າຍນັບມື້ນັບອັນຕະລາຍ ແລະ ຍາກທີ່ຈະຮັບມືໄດ້ກ່ວາ, ນຳມາໃຫ້ຄວາມຢ້ານກົວຫຼອກຫຼອນຢ່າງໜັກໜ່ວງໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ. ໃນບົດປາໄສເນື່ອງໃນໂອກາດ “ວັນສາກົນອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກລັດທິກໍ່ການຮ້າຍ” ຂອງ ສປຊ ໃນເດືອນສິງຫາ ຜ່ານມາ, ທ່ານ Vladimir Voronkov, ຮອງເລຂາທິການໃຫຍ່ ສປຊ, ຮັບຜິດຊອບຕ້ານກໍ່ການຮ້າຍ ຖືວ່າ: ບັນດາອົງການກໍ່ການຮ້າຍພວມປ່ຽນແປງວິທີການເຄື່ອນໄຫວ, ໃນນັ້ນມີການໝູນໃຊ້ເຄືອຂ່າຍ ອິນເຕີເນັດ ທີ່ເຄີຍຈຳເປັນໃນໄລຍະໂລກລະບາດໂຄວິດ - 19, ເພື່ອໂຄສະນາ, ຍູ້ຍົງສົ່ງເສີມ, ກໍ່ໃຫ້ເກີດບັນດາຄວາມຢ້ານກົວຫຼອກຫຼອນໃຫ້ແກ່ຫຼາຍຄົນ, ພິເສດແມ່ນບັນດາຜູ້ຖືກຮັບເຄາະຮ້າຍເຄີຍຜ່ານຜ່າເຫດການ.

ບັ້ນຮົບຕ້ານກໍ່ການຮ້າຍໃນທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 3ສະຖານທີ່ເກີດເຫດບຸກໂຈມຕີກໍ່ການຮ້າຍ Raqqa, Syria (ພາບ: TTXVN)

        ເພີ່ມທະວີການຮ່ວມມືສາກົນໃນບັ້ນຮົບຕ້ານກໍ່ການຮ້າຍທົ່ວໂລກ

        ຕາມບົດລາຍງານຂອງ ສປຊ, ບັນດາຜູ້ຖືກຮັບເຄາະຮ້າຍຂອງລັດທິກ່ໍການຮ້າຍເກືອບທັງໝົດແມ່ນສາມັນຊົນມີໜ້າບໍ່ຖືກສະຖານທີ່ ແລະ ບໍ່ຖືກເວລາ, ເຊິ່ງພວກບຸກໂຈມຕີຖືເປັນເປົ້າໝາຍ. ບົດລາຍງານ ແລະ ໄຈ້ແຍກຫຼາຍສະບັບທີ່ກ່ຽວຂ້ອງກໍ່ຢັ້ງຢືນວ່າ: ສາມັນຊົນເຄີຍແມ່ນເປົ້າໝາຍຖືກຮັບຄວາມສ່ຽງໄພສູງກ່ວາເພິ່ນໃນບັນດາການເຄື່ອນໄຫວກໍ່ການຮ້າຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມໄຫ້ເຫດຜົນ, ໂຫດຮ້າຍສາມານ, ໄຮ້ມະນຸດສະທຳ ແລະ ໜ້າກ່າວປະນາມຂອງທຸກໆການເຄ່ື່ອນໄຫວກໍ່ການຮ້າຍເຖິງບໍ່ວ່າແມ່ນສາຍເຫດໃດໆ. ໝາຍຄວາມວ່າ, ລັດທິກໍ່ການຮ້າຍ, ທຸກໆການກະທຳກໍ່ການຮ້າຍຕ້ອງໄດ້ສະກັດກັ້ນຢ່າງເດັດຂາດ, ທຸກສະຖານທີ່, ທຸກເວລາ.

        ໃນສານພິເສດເນື່ອງໃນໂອກາດ ວັນສາກົນອາໄລຫາ ແລະ ຕອບບຸນແທນຄຸນບັນດາຜູ້ປະສົບເຄາະຮ້າຍຈາກລັດທິກໍ່ການຮ້າຍໃນປີ 2022 ດ້ວຍຫົວຂໍ້ວ່າ “ຄວາມຊົງຈຳ”, ອີກເທື່ອໜຶ່ງ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງບັນດາປະເທດ ແລະ ທົ່ວໂລກ ຈົ່ງມີການເຄື່ອນໄຫວແທດຈິງ ເພື່ອຫັນບັນດາຄວາມຊົງຈຳກາຍເປັນວິທີການມີຄວາມສາມາດຊ່ວຍໃຫ້ໂລກສະກັດກັ້ນກໍ່ການຮ້າຍ. ຜູ້ນຳໜ້າ ສປຊ ໄດ້ກະຕຸກຊຸກຍູ້ບັນດາປະເທດ ພ້ອມກັນມານະພະຍາຍາມເພື່ອສະກັດກັ້ນບັນດາເຫດບຸກໂຈມຕີກໍ່ການຮ້າຍໃນອະນາຄົດ, ພ້ອມກັບໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາຜູ້ລອດຕາຍພາຍຫຼັງການເຄື່ອນໄຫວກໍ່ການຮ້າຍທີ່ຮ້າຍແຮງດ້ວຍວິທີການເຮັດໃຫ້ສຽງເວົ້າຂອງເຂົາມີປະໂຫຍດກ່ວາ, ປົກປ້ອງສິດຜົນປະໂຫຍດຂອງເຂົາເຈົ້າ ແລະ ຊອກຫາຄວາມຍຸຕິທຳ ກໍ່ຄືຂົນຂວາຍບັນດາປະເທດສະມາຊິກໜູນຊ່ວຍດ້ານຍຸຕິທຳ, ການແພດ, ຈິດຕະສັງຄົມ ຫຼື ການເງິນ ເພື່ອໃຫ້ເຂົາເຈົ້າຮຳບາດແຜ ແລະ ໄດ້ເຄົາລົບໃນການດຳລົງຊີວິດປະຈຳວັນ.

        ສ່ວນຢູ່ໃນແງ່ມູມຄົ້ນຄ້ວາສາຍເຫດເລິກເຊິ່ງສ້າງຕັ້ງລັດທິກໍ່ການຮ້າຍແລ້ວ, ນັກໄຈ້ແຍກສາກົນຫຼາຍທ່ານກໍ່ມີທັດສະນະລວມທີ່ວ່າ, ການຕ້ານກໍ່ການຮ້າຍແມ່ນບັ້ນຮົບທີ່ຫຍຸ້ງຍາກ, ສັບສົນ ແລະ ເຕັມໄປດ້ວຍສິ່ງທ້າທາຍຂອງມະນຸດ. ເພື່ອໄປເຖິງໄຊຊະນະສຸດທ້າຍຕໍ່ລັດທິກໍ່ການຮ້າຍ, ຕ້ອງມີຄວາມມານະພະຍາຍາມຮ່ວມມືດ້ວຍເຈດຕະນາດີ, ແທດຈິງບົນພື້ນຖານເຄົາລົບຄວາມແຕກຕ່າງກັນດ້ານເຊື້ອຊາດຜິວພັນ, ສາສະໜາ, ການເຫຼື້ອມໃສ, ວັດທະນະທຳ ແລະ ທັງສະຕິຄວາມຮັບຮູ້ຂອງວົງຄະນະຍາດ, ປະເທດຊາດ ກໍ່ຄືແຕ່ລະຄົນໃນທົ່ວໂລກ./.

ຕອບກັບ