ຄວາມຍຸຕິທຳ ແລະ ຫລັກສິນທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ

Van -Tuan
Chia sẻ

(VOVWORLD) -ວັນທີ 22 ສິງຫາ ຈະມາເຖິງ, ສານອຸທອນ ປາຣີ  ຈະອອກຄຳຕັດສິນກ່ຽວກັບການຮ້ອງຟ້ອງຂອງທ່ານນາງ ເຈີນໂຕງາ, ພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ ສຳລັບ 14 ບໍລິສັດເຄມີ ອາເມລິກາ, ໃນນັ້ນ ມີ ບໍລິສັດ Monsanto ທີ່ໄດ້ຜະລິດ ແລະ ຄ້າຂາຍຢາຂ້າຫຍ້າ ໂດຍມີທາດດີໂອຊິນ ຊື່ງໄດ້ສະຫນອງໃຫ້ກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ. ລັກສະນະຄວາມເປັນທຳຂອງການຮ້ອງຟ້ອງ ໄດ້ຮັບຄວາມສະຫນັບສະຫນູນຈາກຫາສຽງສາກົນ. ພ້ອມທັງກໍ່ແມ່ນການສືບທອດບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນັບລ້ານໆຄົນ.

ຄວາມຍຸຕິທຳ ແລະ ຫລັກສິນທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 1ທ່ານນາງ Sandrine Rousseau, ສະມາຊິກພັກຂຽວ. ພາບເ Anh Tuấn/VOV-Paris

ໃນປະຫວັດສາດຂອງມວນມະນຸດ, ຍັງບໍ່ທັນມີສົງຄາມເຄມີໃດສາມາດປຽບທຽບກ່ຽວກັບຂອບຂະຫນາດ ແລະໄລຍະເວລາ ກັບສົງຄາມເຄມີຊື່ງ ກອງທັບ ອາເມລິກາ ໄດ້ດຳເນີນຢູ່ ຫວຽດນາມ(1961 - 1971). ມັນໄດ້ປະໄວ້ຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງໄວ້ໃຫ້ແກ່ຊາວ ຫວຽດນາມນັບລ້ານໆຄົນ, ມ້າງທຳລາຍສິ່ງແວດລ້ອມການດຳລົງຊີວິດ ຊື່ງຕ້ອງເສຍເວລາຫລາຍໆປີ, ເສຍກຳລັງເຫື່ອແຮງ ແລະ ເງິນຄຳຊັບສິນ ຈຶ່ງສາມາດແກ້ໄຂໄດ້.

ຕໍ່ສູ້ເພື່ອປົກປ້ອງສິດທິຂອງມະນຸດ

ຕອນເຊົ້າວັນທີ 7 ພຶດສະພາ, ສານອຸທອນ ປາຣີ ໄດ້ເປີດວາລະອະພິປາຍໃຫ້ແກ່ການຟ້ອງຮ້ອງຂອງທ່ານນາງເຈີນໂຕງາ. ມີຜູ້ເຂົ້າຮ່ວມກວ່າ 200 ຄົນ, ລວມມີ ຊາວຫວຽດນາມ ອາໄສຢູ່ ຝລັ່ງ ແລະຊາວ ຝລັ່ງທີ່ໄດ້ເຂົ້າຮ່ວມການຂົນຂວາຍສະຫນັບສະຫນູນທ່ານ ນາງເຈີນໂຕງານ ກ່ອນທີ່ດຳເນີນວາລະອະພິປາຍ. ການມີຫນ້າຂອງສະມາຊິກລັດຖະສະພາ ແລະ ສື່ມວນຊົນ ຝລັ່ງ ກໍ່ສະແດງໃຫ້ເຫັນວ່າ ຢູ່ ຝລັ່ງ ກໍ່ມີຄວາມສົນໃຈ ແລະ ສະຫນັບສະຫນູນທ່ານນາງ ໂຕງາ ໃນການຮ້ອງຟ້ອງດັ່ງກ່າວ. ທ່ານນາງ Sandrine Rousseau, ສະມາຊິກພັກຂຽວ (ຝລັ່ງ) ເນັ້ນຫນັກວ່າ:         

“ດ້ວຍຖານະບົດບາດ ແມ່ນນັກສິ່ງແວດລ້ອມ, ຂ້າພະເຈົ້າ ສະຫນັບສະຫນູນທ່ານນາງໂຕງາ ຢ່າງເຕັມທີ ແລະ ຫວັງວ່າ ທ່ານນາງຈະຊະນະໃນການຮ້ອງຟ້ອງ. ຂ້າພະເຈົ້າ ຈະນຳໃຊ້ທັງໝົດກຳລັງຜົນສະທ້ອນຂອງຕົນເພື່ອຊ່ວຍທ່ານນາງ ໂຕງາ ໃຫ້ຊະນະໃນການຮ້ອງຟ້ອງ, ນີ້ແມ່ນຊະນະບໍ່ພຽງແຕ່ດ້ານຍຸຕິທຳເທົ່ານັ້ນ ຫາກຍັງແມ່ນດ້ານການເມືອງອີກດ້ວຍ, ໄດ້ຮັບການສະຫນັບສະຫນູນ, ໄດ້ຮັບການຊົດເຊີຍ ແລະ ແກ້ໄຂ”

ຄວາມຍຸຕິທຳ ແລະ ຫລັກສິນທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 2ອ້າຍ Tom Tallieu. ພາບ:Anh Tuấn/VOV-Paris

ໂດຍແມ່ນຜູ້ເປັນຊາວຫນຸ່ມ, ອ້າຍ Tom Tallieu ໃຫ້ຂໍ້ສັງເກດວ່າ: ການສະຫນັບສະຫນູນທີ່ມີຕໍ່ທ່ານນາງໂຕງາ ແມ່ນມີຄວາມຈຳເປັນ ເມື່ອຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ນ ຍັງສືບຕໍ່ສົ່ງຜົນສະທ້ອນເຖິງປະຊາຊົນ ຫວຽດນາມນັບລ້ານໆຄົນ.   “ຂ້າພະເຈົ້າຂົນຂວາຍໝູ່ເພື່ອນຂອງຕົນ ເພາະເຂົາເຈົ້າບໍ່ຮູ້ວ່າສິ່ງໃດໄດ້ ແລະ ພວມເກີດຂຶ້ນ ຢູ່ ຫວຽດນາມ, ເຂົາເຈົ້າ ກໍ່ໄດ້ຮັບຟັງກ່ຽວກັບ ລູກລະເບີດ Napalm ແຕ່ຍັງບໍ່ທັນຮູ້ເຖິງທາດພິດສີສົ້ມປານໃດ. ປະຈຸບັນ ຍັງມີຫລາຍໆຄົນທີ່ເປັນມະເຮັງ ແລະ  ຮ່າງກາຍບໍ່ປົກກະຕິ ຍ້ອນຕິດທາດພິດນັ້ນ. ສຳລັບການຮ້ອງຟ້ອງຄືດັ່ງກ່າວ ພວກເຮົາ ສາມາດປ່ຽນແປງວິທີການຊື່ງບັນດາບໍລິສັດເຄມີພວມເຄື່ອນໄຫວ ແລະສິ່ງນັ້ນແມ່ນມີຄວາມຈຳເປັນ”

ການຕໍ່ສູ້ທວງເອົາຄວາມຍຸຕິທຳຂອງທ່ານນາງ ເຈີນໂຕງາ ເວົ້າສະເພາະ ແລະ ການຕໍ່ສູ້ຄັ້ງຕ່າງໆກ່ອນນັ້ນຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ສຳລັບບັນດາບໍລິສັດເຄມີ ອາເມລິກາເວົ້າລວມ ແມ່ນສອດຄ່ອງກັບທ່າອ່ຽງລວມຂອງມວນມະນຸດປະຈຸບັນ ແມ່ນການຕໍ່ສູ້ປົກປ້ອງສິດທິຂອງມະນຸດ: ສິດມີຊີວິດ, ສິດໄດ້ຮັບຄວາມຜາສຸກ.

ຄວາມສະເຫມີຕົ້ນສະເຫມີປາຍໃນການເບິ່ງແຍງດູແລ, ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ນັບແຕ່ຫລາຍສີບປີມານີ້ ພັກ, ລັດ ຫວຽດນາມ ໄດ້ມີບັນດານະໂຍບາຍພິເສດເພື່ອແນໃສ່ບັນເທົາຄວາມເຈັບປວດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ແຕ່ລະປີ, ລັດ ໄດ້ສະຫງວນຈຳນວນເງິນກວ່າ 10.000 ຕື້ດົ່ງ (ກວ່າ 420.000 ລ້ານ  USD) ເພື່ອຫນູນຊ່ວຍໃນແຕ່ລະເດືອນ ເບິ່ງແຍງດູແລສຸຂະພາບ, ຟື້ນຟູອະໄວຍະວະໃຫ້ແກ່ຜູ້ປະສົບເຄາະຮ້າຍ, ຫນູນຊ່ວຍບັນດາເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຍ້ອນຜົນສະທ້ອນອັນຫນັກຫນ່ວງຈາກທາດພິດສີສົ້ມ/ດີໂອຊິນ.

ມີ ກວ່າ 320.000 ຄົນເຂົ້າຮ່ວມການຕໍ່ສູ້ໃນສົງຄາມ  ແລະ ລູກຄິງຂອງເຂົາເຈົ້າຖືກຕິດທາດພິດເຄມີ ໄດ້ຊົມໃຊ້ນະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.ບັນດາຄອບຄົວທີ່ມີຄົນພິການ, ໃນນັ້ນ ມີຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂຊຊິນ ໄດ້ຊົມໃຊ້ປະກັນສຸຂະພາບ, ກວດ ປິ່ນປົວພະຍາດໂດຍບໍ່ເສຍຄ່າ. 12 ໝູ່ບ້ານ ຮ່ວາບິ່ງ (ສັນຕິພາບ), ໝູ່ບ້ານ ຫືວງິ ( ມິດຕະພາບ ) ມີຫລາຍສູນລ້ຽງດູຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມນັບພັນໆຄົນ ສ່ວນຫລາຍແມ່ນເດັກພິການ,  ເດັກຮູບຮ່າງຜິດປົກກະຕິຍ້ອນຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊິນ.     

ຄວາມຍຸຕິທຳ ແລະ ຫລັກສິນທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 3ທ່ານນາງ ເຈີນໂຕງາ, ພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ. ພາບ:Anh Tuấn/VOV-Paris

ກ່ອນນີ້ 20 ປີ, ວັນທີ 10 ມັງກອນປີ 2004, ສະມາຄົມທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ກໍ່ໄດ້ຮັບການສ້າງຕັ້ງ ດ້ວຍພາລະບົດບາດແມ່ນປົກປ້ອງສິດຜົນປະໂຫຍດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແລະ ແມ່ນຕົວແທນດ້ານນິຕິກຳໃຫ້ແກ່ຜູ້ປະສົບເຄາະຮ້າຍໃນການພົວພັນກັບບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ.

ການຕໍ່ສູ້ທວງເອົາຄວາມຍຸຕິທຳ ແລະ ຫລັກສິນທຳ ໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ຫວຽດນາມ ກໍ່ແມ່ນການຕໍ່ສູ້ເພື່ອປົກປ້ອງບັນດາສິດຜົນປະໂຫຍດພື້ນຖານຂອງມະນຸດ. ເຖິງວ່າ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກ, ຄວາມສັບສົນ, ແຕ່ບັນດາຄວາມມານະພະຍາມນັ້ນ ຍັງຄົງສືບຕໍ່ດຳເນີນໄປຢ່າງບໍ່ຢຸດຢັ້ງ.

ຕອບກັບ