ຈີນ - EU ປັບ​ປຸງ​ການ​ຮ່ວມມື, ພ້ອມ​ກັນ ພັດ​ທະ​ນາ

Chia sẻ
(VOVWORLD) - ທ່ານປະທານປະເທດ ຈີນ ສີຈິ້ນຜິງ ພວມມີການຢ້ຽມຢາມທາງລັດຖະກິດ ໄປຍັງ 3 ປະເທດ ເອີລົບ ນັ້ນແມ່ນ ຝລັ່ງ, ເຊກບີ ແລະ ຮຸງກາຣີ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 5 – 9 ພຶດສະພາ, ແມ່ນການຢ້ຽມຢາມ ບັນດາປະເທດ ເອີຮົບ ຄັ້ງທຳອິດຂອງທ່ານ ສີຈິ້ນຜິງ ໃນໄລຍະ 5 ປີຜ່ານມາ ນັບແຕ່ການຢ້ຽມຢາມໃນປີ 2019. ການຢ້ຽມຢາມ ເພື່ອແນໃສ່ແກ້ໄຂບັນດາບັນດາຈົນຕະແຈ ລະຫວ່າງສອງຝ່າຍ, ເນັ້ນໜັກເຖິງສານຂອງ ປັກກິ່ງ ກ່ຽວກັບການດຳລົງຊີວິດແຫ່ງສັນຕິພາບ ແລະ ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຈີນ - EU ປັບ​ປຸງ​ການ​ຮ່ວມມື, ພ້ອມ​ກັນ ພັດ​ທະ​ນາ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron
(ພາບ: THX/TTXVN)

ການພັດທະນາການພົວພັນ ປັກກິ່ງ - ປາຣີ ແລະ ຈີນ ກັບ ສະຫະພາບ ເອີລົບ (EU) ແມ່ນຫົວຂໍ້ຫຼັກໃນບັນດາການໂອ້ລົມສົນທະນາເນື່ອງໃນການເດີນທາງໄປປະຕິບັດງານຄັ້ງນີ້ຂອງການນຳ ຈີນ, ໃນສະພາບການມີຫຼາຍບັນຫາໃຫຍ່ຂອງພາກພື້ນ ແລະ ສາກົນ ຮຽກຮ້ອງຕ້ອງການເພີ່ມທະວີການຮ່ວມມືຫຼາຍຝ່າຍ.

ປັບປຸງ, ເພີ່ມທະວີການ່ຮວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ

ຝລັ່ງແມ່ນປະເທດທຳອິດທີ່ ທ່ານສີຈິ້ນຜິງຢ້ຽມຢາມ ໃນການເດີນທາງໄປປະຕິບັດງານຢູ່ ເອີລົບຄັ້ງນີ້. ໃນຊຸມປີມໍ່ໆມານີ້, ຈີນ ແລະ ຝລັ່ງ ໄດ້ເປີດກວ້າງການພົວພັນທາງການຄ້າ, ພົນພັນແລກປ່ຽນວັດທະນະທຳ ແລະ ປະຊາຊົນ ຢ່າງບໍ່ຢຸດຢັ້ງ. ປີ 2023, ວົງເງິນການຄ້າ ສອງຝ່າຍໄດ້ເພີ່ມຂຶ້ນຢ່າງແຮງ, ທົບ 800 ເທົ່າ, ບັນລຸກ່ວາ 78 ຕື້ USD. ປັດຈຸບັນ ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຝລັ່ງ ຢູ່ອາຊີ, ໃນຂະນະທີ່ຝລັ່ງແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີສາມ ກໍ່ແມ່ນປະເທດນຳເຂົ້າໃຫຍ່ອັນດັບທີສາມ ຂອງ ຈີນ ຢູ່ EU.

ໃນຂະນະນັ້ນ, ການລົງທຶນຂອງຈີນ ເຂົ້າ ເຊັກບີ ແມ່ນສູງກ່ວາຫຼາຍເມື່ອທຽບໃສ່ ບັນດາປະເທດ ໃຫຍ່ ຢູ່ເອີລົບຄື ເຢຍລະມັນ ແລະ ຝລັ່ງ. ປັດຈຸບັນ ຈີນແມ່ນປະເທດມີການລົງທຶນຢູ່ ເຊັກບີ ຫຼາຍທີ່ສຸດ. ສ່ວນສຳລັບ ຮຸງກາຣີ, ປະເທດນີ້ ປັດຈຸບັນ ແມ່ນສະຖານທີ່ຫຼັກຢູ່ເອີລົບ ທີ່ຈີນ ມາລົງທຶນເຂົ້າຂົງເຂດ ແບດເຕີຣີລີ ລົດໄຟຟ້າ.

ດັ່ງນັ້ນ ການຢ້ຽມຢາມ ເອລົບ ຂອງທ່ານ ສີຈິ້ນຜິງ ຄັ້ງທຳອິດ ພາຍຫຼັງ 5 ປີ ເພື່ອແນໃສ່ຊອກຫາວິທີການຟື້ນຟູການພົວພັນໃນຈຸດເວລາເຄັ່ງຕຶງໃນທົ່ວໂລກ ແລະ ການພົວພັນທາງການຄ້າ ລະຫວ່າງ EU ແລະ ຈີນ ພວມປະສົບກັບສິ່ງກີດຂວາງຫຼາຍຢ່າງ.

ທີ່ການພົບປະ ສາມຝ່າຍ ກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ຢູ່ປາຣີ ໃນວັນທີ 6 ພຶດສະພາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ຈີນ ຖື EU ແມ່ນແງ່ມູນສຳຄັນໃນນະໂຍບາຍການຕ່າງປະເທດ ແລະ ແມ່ນຄູ່ຮ່ວມມືສຳຄັນ ໃນວິວັດທະນາການຫັນປະເທດຊາດ ເປັນທັນສະໄໝ. ສ່ວນທ່ານປະທານາທິບໍດີ ຝລັ່ງ Macron ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ໄດ້ຮຽກຮ້ອງໃຫ້ ຈີນ ຮັບປະກັນການຄ້າມີຄວາມສົມດູນກ່ວາ. ຄຳຮຽກຮ້ອງໄດ້ຍົກອອກມາໃນສະພາບການ EU ໄດ້ ແລະ ພວມດຳເນີນບັນດາການກວດກາ ສຳລັບ ກັງຫັນລົມ ແລະ ເຄື່ອງອຸປະກອນ ການແພດ, ລົດໄຟຟ້າຂອງ ຈີນ.

ຈີນ - EU ປັບ​ປຸງ​ການ​ຮ່ວມມື, ພ້ອມ​ກັນ ພັດ​ທະ​ນາ - ảnh 2ການພົບປະລະຫວ່າງສາມຝ່າຍ (ພາບ: Reuters)

ການພົບປະ ສາມຝ່າຍລະຫວ່າງທ່ານປະທານປະເທດ ຈີນ ສີຈິນຜິງ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ໂດຍ ວົງການນັກສັງເກດການຕີລາຄາວ່າ ແມ່ນກົງໄປກົງມາ ໃນຂະນະທີ່ບັນດາຝ່າຍ ລ້ວນແຕ່ສະແດງໃຫ້ເຫັນທັດສະນະຢ່າງຈະແຈ້ງຂອງຕົນ.

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ

ການຢ້ຽມຢາມ ໄປຍັງ ສາມປະເທດ ເອີລົບ ຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ດຳເນີນໃນສະພາບການຈີນ ປາດຖະໜາຢາກ ມີສະຖຽນລະພາບໃນ ການພົວພັນສອງຝ່າຍກັບ EU. ທ່ານ ສີຈິ້ນຜິງ ກໍ່ພວມມານະພະຍາຍາມ ຫຼີກລ້ຽງສົງຄາມການຄ້າ ກັບ EU ແລະ ຫຼຸດຜ່ອນບັນດາຂໍ້ກ່າວຫາຕ່ຳໜິຕິຕຽນຂອງ ເອີລົບເລັ່ງໃສ່ຈີນ ກ່ຽວກັບການຄ້າ ກໍຄືບັນດາບັນຫາອື່ນໆ. ໄປຄຽງຄູ່ກັນນັ້ນ, ເຊັກບີ ແລະ ຮຸງກາຣີ ລ້ວນແຕ່ແມ່ນສະມາຊິກ ຂອງ ຂໍ້ລິເລີ່ມໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງຂອງ ຈີນ. ການຢ້ຽມຢາມຂອງ ທ່ານປະທານປະເທດ ຈີນ ປະກອບສ່ວນຍູ້ແຮງຄວາມຄືບໜ້າໃນການກໍ່ສ້າງເສັ້ນທາງຄວາມໄວສູງ ໃນຂອບເຂດຂໍ້ລິເລີ່ມນີ້. ສຳລັບ ເຊັກບີ, ການຢ້ຽມຢາມກໍ່ຄືໂອກາດປັບປຸງຖານະບົດບາດແມ່ນຄູ່ຮ່ວມມືຫຼັກຂອງ ຈີນ ຢູ່ເຂດ ຕາເວັນຕົກ Balkan.

ການຢ້ຽມຢາມ ເອີລົບຂອງທ່ານປະທານປະເທດ ຈີນ ສິຈິ້ນຜິງ ສ້າງກຳລັງໜູນຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນ ບັນດາຂົງເຂດເຊິ່ງທັງສອງຝ່າຍແບ່ງປັນຜົນປະໂຫຍດ ແລະ ຄວາມສາມາດບົ່ມຊ້ອນ. ສິ່ງນີ້ ບໍ່ພຽງແຕ່ ຊ່ວຍປັບປຸງ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງຈີນ - EU ເທົ່ານັ້ນ ຫາກຍັງ ມີຄວາມໝາຍໃນຂອບເຂດທົ່ວໂລກ ເມື່ອຈີນ ແລະ EU ລ້ວນແຕ່ສວມບົດບາດສຳຄັນໃນການແກ້ໄຂບັນດາສິ່ງທ້າທາຍ ຂອງໂລກ. ໃນສະພາບການເສດຖະກິດ ແລະ ການເມືອງ ທົ່ວໂລກມີການປ່ຽນແປງຢ່າງວ່ອງໄວ, ການພົວພັນ ຈີນ - ສະຫະພາບ ເອີລົບ ກ່ຽວຂ້ອງເຖິງການພັດທະນາໃນອະນາຄົດ ຂອງທັງສອງຝ່າຍ, ມີຜົນກະທົບສຳຄັນ ຕໍ່ການຄຸ້ມຄອງທົ່ວໂລກ ແລະ ລັດທິຫຼາຍຝ່າຍ. ການພັດທະນາຢ່າງປອດໄສ ແລະ ມີສະຖຽນລະພາບ ຂອງການພົວພັນ ຈີນ - ສະຫະພາບ ເອີລົບ ຈະນຳຜົນປະໂຫຍດ ມາໃຫ້ທັງສອງຝ່າຍ. ເພາະສະນັ້ນ, ການຢ້ຽມຢາມ ເອີລົບ ຄັ້ງນີ້ ຂອງ ທ່ານປະທານປະເທດ ຈີນ ສົ່ງສານຂອງ ປັກກິ່ງ ກ່ຽວກັບການດຳລົງຊີວິດຢູ່ຮ່ວມກັນໃນທ່າມກາງສັນຕິພາບ, ການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ