ມານະພະຍາຍາມຮັບປະກັນສິດທິມະນຸດໃຫ້ດີກວ່າອີກ

Huyen
Chia sẻ
(VOVWORLD) - ວັນທີ 7 ພຶດສະພາຜ່ານມາ, ທີ່ສຳນັກງານ ສປຊ ຢູ່ ເຊີແນວ (ປະເທດ ສະວິດ), ຫວຽດນາມ ໄດ້ເຂົ້າຮ່ວມວາລະສົນທະນາບົດລາຍງານແຫ່ງຊາດຂອງ ຫວຽດນາມ ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຕາມກົນໄກກວດກາຄືນ ໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ.
ມານະພະຍາຍາມຮັບປະກັນສິດທິມະນຸດໃຫ້ດີກວ່າອີກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ
(ພາບ:vov.vn)

ໄປຄຽງຄູ່ກັບການຢັ້ງຢືນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ ໃນວິວັດການຜັນຂະຫຍາຍບັນດາຂໍ້ສະເໜີແນະ ກ່ຽວກັບການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ, ຫວຽດນາມ ສືບຕໍ່ເນັ້ນໜັກຄຳໝັ້ນສັນຍາ ມານະພະຍາຍາມຮັບປະກັນສິດທິມະນຸດໃຫ້ດີກ່ວາອີກຢ່າງບໍ່ຢຸດຢັ້ງ.

        ພ້ອມກັບກ່ວາ 130 ປະເທດເຂົ້າຮ່ວມວາລະສົນທະນາ ແລະ ກ່າວຄຳເຫັນ, ຫວຽດນາມ ໄດ້ຮັບຂໍ້ສະເໜີແນະປະມານ 300 ຂໍ້, ດ້ວຍເນື້ອໃນທີ່ອຸດົມສົມບູນ, ເຕື້ອງເຖິງທຸກໆຂົງເຂດສິດທິມະນຸດ.

ຢັ້ງຢືນຜົນງານໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

        ເມື່ອສະເໜີບົດລາຍງານແຫ່ງຊາດຂອງ ຫວຽດນາມ ທີ່ວາລະສົນທະນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ, ສະເໜີພະຍານຫຼັກຖານວ່າ:

        “ມີບັນດາການຫັນປ່ຽນທີ່ຈະແຈ້ງໃນທຸກເຂດພາກຂອງປະເທດຊາດ ແລະ ໃນຊີວິດການເປັນຢູ່ຂອງປະຊາຊົນ. ຈາກປະເທດໜຶ່ງທີ່ເອື້ອຍອີງການໜູນຊ່ວຍຈາກຕ່າງປະເທດ, ປະຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກຜະລິດຕະພັນກະເສດແຖວໜ້າຂອງໂລກ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຢູ່ພາກພື້ນ ແລະ ຢູ່ໃນໂລກ. ໂດຍແມ່ນປະເທດນອນໃນກຸ່ມບັນດາປະເທດທຸກຍາກທີ່ສຸດໃນໂລກ, ແຕ່ປະຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດ. ໃນໄລຍະແຕ່ປີ 1989 ຫາປີ 2023, GDP ສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 40 ເທົ່າ”.

        ໝາກຜົນນີ້ແມ່ນພະຍານຫຼັກຖານຢ່າງຈະແຈ້ງໃຫ້ແກ່ຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ໃຫ້ບັນດານະໂຍບາຍຖືປະຊາຊົນເປັນໃຈກາງຂອງການພັດທະນາ. ຫວຽດນາມ ກໍ່ຢັ້ງຢືນບັນດາຄວາມມານະພະຍາຍາມກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໄລຍະຈະມາເຖິງ, ໃນນັ້ນ ມີການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ການປະຕິຮູບການບໍລິຫານ, ຊຸກຍູ້ການສົນທະນາຕັ້ງໜ້າ ແລະ ການຮ່ວມມືກ່ຽວກັບສິດທິມະນຸດ, ເພີ່ມທະວີການສຶກສາກ່ຽວກັບສິດທິມະນຸດ…

        ພ້ອມກັບການຢັ້ງຢືນບັນດາຜົນງານທີ່ບັນລຸໄດ້ ກ່ຽວກັບການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ, ທີ່ວາລະສົນທະນາ, ຫວຽດນາມ ກໍ່ໄດ້ຕອບຄຳຖາມ, ສະໜອງຂໍ້ມູນຂ່າວຢັ້ງຢືນກ່ຽວກັບບັນດາບັນຫາທີ່ປະເທດອື່ນມີຄວາມສົນໃຈ, ໃນນັ້ນ ມີຄວາມມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ສ້າງພື້ນຖານເສດຖະກິດສີຂຽວ, ກວມລວມ, ການພັດທະນາຂອງ ອິນເຕີເນັດ ແລະ ສື່ສັງຄົມ, ສິດເສລີໃນການປາກເວົ້າ, ສິດເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ, ສິດທິຂອງຜູ້ອອກແຮງງານ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດເສລີໃນການຮ່ຳຮຽນ, ເຂົ້າເປັນສະມາຊິກ ແລະ ປະຕິບັດບັນດາສົນທິສັນຍາພື້ນຖານຂອງອົງການແຮງງານສາກົນ (ILO)…

        ຫຼາຍປະເທດຊົມເຊີຍບັນດາຜົນງານຂອງ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ, ຮັບປະກັນຄວາມຍຸຕິທຳສັງຄົມ, ຍູ້ແຮງການສຶກສາ, ຍົກສູງສະຕິຄວາມຮູ້ກ່ຽວກັບສິດທິມະນຸດ, ຊຸກຍູ້ສິດຂອງແມ່ຍິງ, ສິດຂອງກຸ່ມຄົນເພດທີສາມ, ສິດຂອງຊາວຊົນເຜົ່າສ່ວນໜ້ອຍ.

ມານະພະຍາຍາມຮັບປະກັນສິດທິມະນຸດໃຫ້ດີກວ່າອີກ - ảnh 2ຄະນະຜູ້ແທນ ຫວຽດນາມ ທີ່ວາລະສົນທະນາ
(ພາບ:TTXVN)

ຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງ UPR ຢ່າງເຂັ້ມງວດເພື່ອແນໃສ່ຮັບປະກັນສິດທິມະນຸດໃຫ້ດີກ່ວາ

        ໃນຕະຫຼອດໄລຍະຜ່ານມາ, ຈາກຮອບວຽນທຳອິດມາຮອດປະຈຸບັນ, ຫວຽດນາມ ບັນລຸໄດ້ຫຼາຍຄວາມຄືບໜ້າໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ. ຫວຽດນາມ ໄດ້ສ້າງສຳເລັດລະບົບກົດໝາຍ, ພິເສດແມ່ນການຮັບຮອງເອົາລັດຖະທຳມະນູນປີ 2013 ດ້ວຍພາກໜຶ່ງສະເພາະກ່ຽວກັບສິດທິມະນຸດ, ສ້າງ ແລະ ປະຕິບັດສຳເລັດເອກະສານກົດໝາຍໄດ້ກ່ວາ 100 ສະບັບ. ສະເພາະໃນຮອບວຽນທີ III ຜ່ານມາ, ມີກ່ວາ 239 ໃນຈຳນວນ 241 ຂໍ້ສະເໜີແນະ (ປະມານ 99,2%) ໄດ້ປະຕິບັດສຳເລັດ ຫຼື ຜັນຂະຫຍາຍໄດ້ສ່ວນໜຶ່ງ. ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ, ຢັ້ງຢືນວ່າ:

        “ຫວຽດນາມ ຖືກົນໄກ UPR ແລະ ບັນດາຫຼັກການກ່ຽວກັບຄວາມກະຈ່າງແຈ້ງ, ພາວະວິໄສ, ການສົນທະນາ ແລະ ການຮ່ວມມືຂອງກົນໄກນີ້ເປັນສຳຄັນທີ່ສຸດ. ບົດລາຍງານແຫ່ງຊາດຂອງ ຫວຽດນາມ ໃນຮອບວຽນທີ IV ໄດ້ສ່ອງແສງຄວາມຄືບໜ້າ ທີ່ບັນລຸໄດ້ໃນວິວັດການຜັນຂະຫຍາຍບັນດາຂໍ້ສະເໜີແນະດັ່ງກ່າວ. ບົດລາຍງານໄດ້ສ້າງຂຶ້ນຢ່າງຮອບດ້ານ, ກວມລວມ ແລະ ກະຈ່າງແຈ້ງ. ສຳລັບ ຫວຽດນາມ, UPR ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບກວດກາຄືນ, ລາຍງານເທົ່ານັ້ນ. ຫວຽດນາມ ຖືແຕ່ລະຮອບວຽນ UPR ແມ່ນໂອກາດ ເພື່ອກຳນົດບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂົງເຂດອາດສາມາດປະຕິບັດໄດ້ດີກ່ວາ ແລະ ບັນດາການກະທຳລະອຽດ ເພື່ອແນໃສ່ຫັນບັນດາຂໍ້ສະເໜີແນະກາຍເປັນການປ່ຽນແປງທີ່ແທດຈິງໃນຊີວິດຂອງປະຊາຊົນ”.

        ຜ່ານການສົນທະນາຢູ່ ສປຊ, ຫວຽດນາມ ຢັ້ງຢືນບັນດາຜົນງານກ່ຽວກັບການຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ, ເນັ້ນໜັກຄຳໝັ້ນສັນຍາ ຈະສືບຕໍ່ປະຕິບັດບັນດາພັນທະ ແລະ ຄຳໝັ້ນສັນຍາຂອງຕົນ ໃນຂອບເຂດບັນດາສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດເຊິ່ງ ຫວຽດນາມ ເປັນສະມາຊິກ, ພ້ອມທັງປາດຖະໜາຢາກຊຸກຍູ້ການຮ່ວມມືສາກົນ ໃນວິວັດການສົນທະນາ ແລະ ການຮ່ວມມືກັບບັນດາປະເທດ ແລະ ບັນດາກົນໄກສິດທິມະນຸດ ສປຊ ບົນຈິດໃຈສະເໝີພາບ, ເຄົາລົບ ເຊິ່ງກັນ ແລະ ກັນ./.

ຕອບກັບ